ມີກາ2
ແຜນການຂອງມະນຸດ ແລະ ແຜນງານຂອງພຣະເຈົ້າ
1ວິບັດແກ່ບັນດາຜູ້ທີ່ວາງແຜນຊົ່ວຮ້າຍ,ບັນດາຜູ້ທີ່ຄິດອຸບາຍຊົ່ວຮ້າຍຂະນະນອນຢູ່ເທິງຕຽງຂອງຕົນ!ເມື່ອຮຸ່ງເຊົ້າມາພວກເຂົາກໍດຳເນີນການຕາມແຜນນັ້ນເພາະຢູ່ໃນອຳນາດທີ່ພວກເຂົາຈະເຮັດໄດ້.2ພວກເຂົາໂລບຢາກໄດ້ທີ່ດິນ ແລະ ກໍຢຶດເອົາແລະ ຢາກໄດ້ເຮືອນແລ້ວກໍເອົາໄປ.ພວກເຂົາໄດ້ໂກງຄົນທັງຫລາຍທີ່ຢູ່ໃນເຮືອນຂອງພວກເຂົາ,ພວກເຂົາໄດ້ໂກງເອົາມໍລະດົກຂອງເພື່ອນມະນຸດ.3ເຫດສະນັ້ນ, ພຣະເຈົ້າຢາເວຈຶ່ງກ່າວວ່າ:“ເຮົາກຳລັງວາງແຜນນຳໄພພິບັດມາໃຫ້ແກ່ຄົນເຫລົ່ານີ້,ເຊິ່ງພວກເຈົ້າບໍ່ມີທາງຊ່ວຍຕົນເອງໃຫ້ລອດໄປໄດ້ເລີຍ.ພວກເຈົ້າຈະບໍ່ຍ່າງອວດອົ່ງອີກຕໍ່ໄປ,ເພາະມັນຈະເປັນເວລາແຫ່ງຄວາມພິນາດ.4ໃນມື້ນັ້ນຄົນທັງຫລາຍຈະເຢາະເຢີ້ຍພວກເຈົ້າ;ພວກເຂົາຈະເຢາະເຢີ້ຍພວກເຈົ້າດ້ວຍເພງໂສກເສົ້າບົດນີ້ວ່າ:‘ພວກເຮົາຖືກທຳລາຍໃຫ້ພັງພິນາດ;ເຄື່ອງຂອງທີ່ເປັນກຳມະສິດຂອງພີ່ນ້ອງຮ່ວມຊາດຂອງຂ້ອຍຖືກຢຶດໄປແບ່ງກັນ.ພຣະອົງຢຶດເອົາໄປຈາກຂ້ອຍແລ້ວ!ພຣະອົງມອບທີ່ດິນຂອງພວກເຮົາໃຫ້ແກ່ບັນດາຄົນທໍລະຍົດ’ ”5ເຫດສະນັ້ນ ພວກເຈົ້າຈະບໍ່ມີຜູ້ໃດຈັກຄົນໃນຊຸມຊົນຂອງພຣະເຈົ້າຢາເວມາຈັບສະຫລາກແບ່ງດິນແດນ.ຜູ້ທຳນວາຍປອມ
6ບັນດາຜູ້ທຳນວາຍຂອງພວກເຂົາກ່າວວ່າ, “ຢ່າທຳນວາຍ”,“ຢ່າທຳນວາຍກ່ຽວກັບສິ່ງທັງຫລາຍເຫລົ່ານີ້;ຄວາມອັບອາຍຈະມາບໍ່ເຖິງພວກເຮົາ”.7ພວກເຈົ້າທີ່ເປັນເຊື້ອສາຍຢາໂຄບ, ຄວນຈະເວົ້າວ່າ,“ພຣະເຈົ້າຢາເວບໍ່ໄດ້ອົດທົນບໍ?ພຣະອົງໄດ້ກະທຳສິ່ງເຫລົ່ານີ້ບໍ?”“ຖ້ອຍຄຳຂອງເຮົາບໍ່ໄດ້ເປັນຜົນດີແກ່ຜູ້ປະພຶດຢ່າງຊອບທຳບໍ?8ເມື່ອບໍ່ດົນມານີ້ປະຊາຊົນຂອງເຮົາໄດ້ລຸກຂຶ້ນເໝືອນເປັນສັດຕູ.ພວກເຈົ້າແກ້ເອົາເສື້ອຄຸມຢ່າງດີຈາກບັນດາຜູ້ທີ່ຜ່ານໄປໂດຍບໍ່ລະວັງ,ເໝືອນຄົນທີ່ຫາກໍກັບມາຈາກການສູ້ຮົບ.9ພວກເຈົ້າຂັບໄລ່ແມ່ຍິງໃນທ່າມກາງປະຊາຊົນຂອງຂ້ອຍໃຫ້ອອກໄປຈາກບ້ານອັນຜາສຸກຂອງພວກເຂົາ.ພວກເຈົ້າຢຶດເອົາພອນຂອງຂ້ອຍໄປຈາກລູກຫລານຂອງພວກເຂົາຕະຫລອດໄປ.10ຈົ່ງລຸກຂຶ້ນ, ໄປໃຫ້ພົ້ນ!ເພາະນີ້ບໍ່ແມ່ນບ່ອນພັກຂອງພວກເຈົ້າ,ເພາະມັນເປັນມົນທິນແລ້ວ,ມັນໄດ້ຫັກພັງແລ້ວ ເກີນກວ່າຈະແກ້ໄຂທັງໝົດ.11ຫາກຄົນຕົວະ ແລະ ຄົນຫລອກລວງມາ ແລະ ເວົ້າວ່າ,‘ຂ້ອຍຈະທຳນວາຍວ່າເຈົ້າຈະມີເຫລົ້າອະງຸ່ນ ແລະ ເບຍຢ່າງເຫລືອເຟືອ’,ລາວກໍຈະເປັນຜູ້ທຳນວາຍທີ່ຊົນຊາດນີ້ຕ້ອງການ!ສັນຍາຈະຊ່ວຍກອບກູ້
12“ຢາໂຄບ, ເຮົາຈະຮວບຮວມເຈົ້າທັງໝົດຢ່າງແນ່ນອນ,ເຮົາຈະເຕົ້າໂຮມຄົນຢິບມືໜຶ່ງທີ່ເຫລືອຂອງອິດສະຣາເອນກັບຄືນມາຢ່າງແນ່ນອນ.ເຮົາຈະພາພວກເຂົາມາເຕົ້າໂຮມກັນເໝືອນແກະທີ່ຢູ່ໃນຄອກ,ເໝືອນຝູງສັດໃນທົ່ງຫຍ້າ;ບ່ອນນັ້ນຈະເຕັມໄປດ້ວຍຄົນທັງຫລາຍ.13ອົງຜູ້ເບີກທາງຈະຂຶ້ນໜ້ານຳພວກເຂົາໄປ;ພວກເຂົາຈະທະລຸຜ່ານປະຕູ ແລະ ອອກໄປ.ກະສັດຂອງພວກເຂົາຈະຜ່ານຂຶ້ນໜ້າພວກເຂົາ,ພຣະເຈົ້າຢາເວນຳໜ້າພວກເຂົາໄປ”.Biblica, Inc.