ມີກາ1
1ຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ມາເຖິງມີກາແຫ່ງໂມເຣເຊັດ ໃນສະໄໝຂອງກະສັດໂຢທາມ, ອາຮາດ ແລະ ເຮເຊກີຢາແຫ່ງຢູດາ ຕໍ່ໄປນີ້ຄືນິມິດທີ່ມີກາໄດ້ເຫັນກ່ຽວກັບຊາມາເຣຍ ແລະ ເຢຣູຊາເລັມ.2ປະຊາຊາດທັງຫລາຍ, ພວກເຈົ້າທຸກຄົນ, ຈົ່ງຟັງ,ໂລກ ແລະ ທຸກຄົນທີ່ຢູ່ໃນໂລກ, ຈົ່ງຟັງ,ພຣະເຈົ້າຢາເວ ອົງເຈົ້ານາຍຈະເປັນພະຍານກ່າວໂທດພວກເຈົ້າ,ອົງພຣະຜູ້ເປັນເຈົ້າຈາກວິຫານສັກສິດຂອງພຣະອົງ.
ຄຳພິພາກສາຊາມາເຣຍ ແລະ ເຢຣູຊາເລັມ
3ເບິ່ງແມ! ພຣະເຈົ້າຢາເວກຳລັງມາຈາກບ່ອນຢູ່ຂອງພຣະອົງ;ພຣະອົງລົງມາ ແລະ ຢຽບຢ່ຳຢູ່ເທິງທີ່ສູງຂອງໂລກ.4ພູເຂົາທັງຫລາຍຈະລະລາຍຢູ່ໃຕ້ພຣະອົງແລະ ຮ່ອມພູທັງຫລາຍຈະແຍກອອກ,ເໝືອນກັບຂີ້ເຜິ້ງທີ່ຢູ່ໃກ້ໄຟ,ແລະ ເໝືອນກັບນ້ຳທີ່ຫລັ່ງໄຫລລົງມາຕາມເປີ້ນພູ.5ທັງໝົດນີ້ແມ່ນເປັນເພາະການລ່ວງລະເມີດຂອງຢາໂຄບ,ເປັນເພາະບາບທັງຫລາຍຂອງຄົນອິດສະຣາເອນ.ຢາໂຄບລ່ວງລະເມີດຫຍັງ?ບໍ່ແມ່ນຊາມາເຣຍບໍ?ສະຖານບູຊາເທິງທີ່ສູງຂອງຢູດານັ້ນຄືຫຍັງ?ບໍ່ແມ່ນເຢຣູຊາເລັມບໍ?6“ເຫດສະນັ້ນ ເຮົາຈະເຮັດໃຫ້ຊາມາເຣຍເປັນກອງຂີ້ເຫຍື້ອ,ເປັນບ່ອນເຮັດສວນອະງຸ່ນເຮົາຈະເທຫີນທີ່ໃຊ້ສ້າງເມືອງນັ້ນລົງໃນຮ່ອມພູແລະ ຈະເຜີຍຮາກຖານຂອງເມືອງນັ້ນອອກມາ.7ຮູບເຄົາລົບທັງໝົດຂອງຊາມາເຣຍຈະຖືກທຸບແຕກເປັນປ່ຽງໆ;ເຄື່ອງຖວາຍທັງໝົດໃນວິຫານຂອງເມືອງນັ້ນຈະຖືກໄຟເຜົາ;ເຮົາຈະທຳລາຍຮູບເຄົາລົບທັງໝົດຂອງເມືອງນັ້ນ.ເນື່ອງຈາກຊາມາເຣຍໄດ້ຮວບຮວມເຄື່ອງຖວາຍຂອງຕົນມາຈາກຄ່າຈ້າງຂອງໂສເພນີ.ຄ່າຈ້າງຂອງໂສເພນີນັ້ນຈະຖືກໃຊ້ເປັນຄ່າຈ້າງໂສເພນີອີກ”.ຮ້ອງໄຫ້ ແລະ ຄ່ຳຄວນ
8ດ້ວຍເຫດນີ້ຂ້ອຍຈະຮ້ອງໄຫ້ ແລະ ຄ່ຳຄວນຂ້ອຍຈະຍ່າງໄປມາຕີນເປົ່າ ແລະ ເປືອຍກາຍ.ຂ້ອຍຈະຫອນເໝືອນກັບໝາໄນແລະ ຄວນຄາງເໝືອນນົກເຄົ້າແມວ.9ເພາະບາດແຜຂອງຊາມາເລຍຢຽວຢາບໍ່ໄດ້ແລະ ໄດ້ລາມມາເຖິງຢູດາແລ້ວ.ມາເຖິງປະຕູເມືອງຂອງພີ່ນ້ອງຮ່ວມຊາດຂອງຂ້ອຍ,ມາເຖິງເຢຣູຊາເລັມ.10ຢ່າບອກເລື່ອງນີ້ໃນເມືອງກາດ ;ຢ່າຮ້ອງໄຫ້ເລີຍ.ຢ່າບອກໃນເບດໂອຟຣາ ຈົ່ງເກືອກໂຕໃນຂີ້ຝຸ່ນ.11ພວກເຈົ້າຜູ້ອາໄສຢູ່ໃນຊານເຟຍ, ຈົ່ງໜີໄປຢ່າງເປືອຍກາຍ ແລະ ອັບອາຍຂາຍໜ້າ,ບັນດາຜູ້ທີ່ອາໄສຢູ່ໃນຊາອານານ ຈະບໍ່ອອກມາ.ເບັດເອເຊນກຳລັງໂສກເສົ້າການປົກປ້ອງຄຸ້ມຄອງຖືກຍົກໄປຈາກເຈົ້າແລ້ວ.12ບັນດາຜູ້ອາໄສຢູ່ໃນມາໂຣດ ດີ້ນດ້ວຍຄວາມເຈັບປວດ,ລໍຖ້າການບັນເທົາທຸກ,ເພາະໄພພິບັດທີ່ຈາກພຣະເຈົ້າຢາເວມາເຖິງປະຕູເຢຣູຊາເລັມແລ້ວ.13ພວກເຈົ້າຜູ້ອາໄສໃນລາກິດ, ຈົ່ງທຽມຝູງມ້າເຂົ້າກັບລົດມ້າໄວ.ພວກເຈົ້າເປັນຜູ້ທຳອິດທີ່ນຳລູກສາວແຫ່ງຊີໂອນ ໃຫ້ເຮັດບາບເພາະໄດ້ພົບການລ່ວງລະເມີດຂອງອິດສະຣາເອນໃນພວກເຈົ້າ.14ເຫດສະນັ້ນພວກເຈົ້າຈະໃຫ້ຂອງຂັວນອຳລາແກ່ໂມເຣເຊັດກັດ.ເມືອງອັກຊິບ ຈະຖືກຈັບໄດ້ວ່າຫລອກລວງບັນດາກະສັດອິດສະຣາເອນ.15ເຮົາຈະນຳຜູ້ພິຊິດມາຕໍ່ສູ້ພວກເຈົ້າຜູ້ທີ່ອາໄສຢູ່ໃນມາເຣຊາ. ບັນດາຂຸນນາງຂອງອິດສະຣາເອນຈະໜີໄປລີ້ຢູ່ທີ່ອາດຸນລຳ. 16ຈົ່ງແຖຫົວຂອງພວກເຈົ້າເພື່ອໄວ້ທຸກໃຫ້ບັນດາລູກທີ່ເຈົ້າຊື່ນໃຈນຳ;ຈົ່ງແຖຫົວໃຫ້ລ້ານເໝືອນແຮ້ງ,ເພາະບັນດາລູກຂອງພວກເຈົ້າຈະຖືກຈັບໄປເປັນຊະເລີຍ.Biblica, Inc.