ໂຢນາ4
ໂຢນາໃຈຮ້າຍທີ່ພຣະເຈົ້າຢາເວເມດຕາ
1ແຕ່ສໍາລັບໂຢນາແລ້ວ ນີ້ແມ່ນສິ່ງທີ່ຜິດຫລາຍ ແລະ ລາວຈຶ່ງໃຈຮ້າຍ.2ລາວໄດ້ອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍໄດ້ບອກຕັ້ງແຕ່ຂ້ານ້ອຍຍັງຢູ່ເຮືອນແລ້ວບໍ່ແມ່ນບໍວ່າມັນຈະເປັນຢ່າງນີ້? ເພາະເຫດນີ້ແຫລະ ຂ້ານ້ອຍຈຶ່ງໄດ້ຟ້າວໜີໄປເມືອງຕາກຊິດ. ຂ້ານ້ອຍຮູ້ວ່າພຣະອົງເປັນພຣະເຈົ້າຜູ້ເຕັມດ້ວຍພຣະຄຸນ ແລະ ຄວາມເມດຕາສົງສານ, ຊ້າໃນການຮ້າຍ ແລະ ເຕັມດ້ວຍຄວາມຮັກ, ເປັນພຣະເຈົ້າຜູ້ທີ່ອົດກັ້ນໄວ້ບໍ່ລົງໂທດ.3ຂ້າແດ່ພຣະເຈົ້າຢາເວ, ບັດນີ້ ຂໍເອົາຊີວິດຂອງຂ້ານ້ອຍໄປ, ເພາະຂ້ານ້ອຍຕາຍໄປກໍດີກວ່າມີຊີວິດຢູ່”.4ແຕ່ພຣະເຈົ້າຢາເວໄດ້ຕອບວ່າ, “ເຈົ້າມີສິດຫຍັງທີ່ຈະໃຈຮ້າຍ?”5ໂຢນາໄດ້ອອກໄປ ແລະ ນັ່ງຢູ່ບ່ອນໜຶ່ງທາງຕາເວັນອອກຂອງເມືອງ. ລາວໄດ້ສ້າງຕູບຫລັງໜຶ່ງຂຶ້ນຢູ່ທີ່ນັ້ນ, ນັ່ງຢູ່ໃນຮົ່ມຂອງຕູບນັ້ນ ແລະ ລໍຖ້າເບິ່ງເຫດການທີ່ຈະເກີດຂຶ້ນກັບເມືອງນີເນເວ.6ແລ້ວພຣະເຈົ້າຢາເວ ພຣະເຈົ້າກໍໃຫ້ມີຕົ້ນໄມ້ໃບດົກຕົ້ນໜຶ່ງງອກຂຶ້ນສູງເໜືອໂຢນາ ເພື່ອເປັນຮົມໃຫ້ຫົວຂອງລາວ ເພື່ອບັນເທົາຄວາມຮ້ອນໃຈຂອງລາວ ແລະ ໂຢນາກໍດີໃຈຫລາຍທີ່ມີຕົ້ນໄມ້ນີ້.7ແຕ່ໃນຕອນເຊົ້າຂອງມື້ຕໍ່ມາ ພຣະເຈົ້າໄດ້ໃຫ້ມີໜອນ, ເຊິ່ງກັດກິນຕົ້ນໄມ້ນັ້ນຈົນມັນຫ່ຽວແຫ້ງໄປ.8ເມື່ອຕາເວັນຂຶ້ນ, ພຣະເຈົ້າໄດ້ໃຫ້ລົມຕາເວັນອອກອັນຮ້ອນກ້າພັດມາ ແລະ ຕາເວັນກໍສ່ອງແສງກ້າຢູ່ເໜືອຫົວຂອງໂຢນາ ຈົນລາວເກືອບເປັນລົມ. ລາວຢາກຕາຍ ແລະ ໄດ້ເວົ້າວ່າ, “ຖ້າຂ້ານ້ອຍຕາຍໄປກໍຄົງດີກວ່າມີຊີວິດຢູ່”.9ແຕ່ພຣະເຈົ້າໄດ້ກັບໂຢນາວ່າ, “ເຈົ້າມີສິດຫຍັງທີ່ຈະໃຈຮ້າຍເລື່ອງຕົ້ນໄມ້ນັ້ນ?”ໂຢນາໄດ້ຕອບວ່າ, “ຂ້ານ້ອຍມີສິດ ແລະ ຂ້ານ້ອຍກໍໃຈຮ້າຍຫລາຍຈົນຂ້ານ້ອຍຢາກຕາຍ”.10ແຕ່ພຣະເຈົ້າຢາເວໄດ້ເວົ້າວ່າ, “ເຈົ້າເສຍດາຍຕົ້ນໄມ້ນີ້ ທັງທີ່ເຈົ້າບໍ່ໄດ້ປູກ ຫລື ເບິ່ງແຍງມັນໃຫ້ໃຫຍ່. ມັນງອກຂຶ້ນໃນເວລາຂ້າມຄືນ ແລະ ຕາຍໄປໃນເວລາຂ້າມຄືນ.11ແລ້ວນີເນເວເມືອງໃຫຍ່ທີ່ມີຄົນຫລາຍກວ່າ 120.000 ຄົນ ເຊິ່ງບໍ່ຮູ້ຫຍັງເລີຍວ່າອັນໃດແມ່ນມືຊ້າຍອັນໃດແມ່ນມືຂວາ ແລະ ຍັງມີສັດລ້ຽງອີກຈຳນວນຫລວງຫລາຍ ບໍ່ສົມຄວນທີ່ເຮົາຈະຫ່ວງໃຍເມືອງນີ້ບໍ?”
Biblica, Inc.