ມັດທາຍ9
ພຣະເຢຊູເຈົ້າຮັກສາຄົນເປ້ຍ
1ພຣະເຢຊູເຈົ້າໄດ້ລົງເຮືອ, ຂ້າມຟາກໄປຍັງເມືອງຂອງພຣະອົງເອງ.2ພວກເຂົາໄດ້ຫາມຄົນເປ້ຍຜູ້ໜຶ່ງທີ່ນອນຢູ່ເທິງບ່ອນນອນມາຫາພຣະອົງ. ເມື່ອພຣະເຢຊູເຈົ້າໄດ້ເຫັນຄວາມເຊື່ອຂອງພວກເຂົາ ພຣະອົງຈຶ່ງກ່າວຕໍ່ຄົນເປ້ຍນັ້ນວ່າ, “ລູກເອີຍ ຈົ່ງຊື່ນໃຈສາ, ບາບຂອງເຈົ້າໄດ້ຮັບອະໄພແລ້ວ”.3ພວກຄູສອນກົດບັນຍັດບາງຄົນໄດ້ຍິນດັ່ງນັ້ນກໍຄິດໃນໃຈວ່າ, “ຊາຍຄົນນີ້ກຳລັງເວົ້າໝິ່ນປະໝາດພຣະເຈົ້າ!”4ພຣະເຢຊູເຈົ້າຮູ້ຈັກຄວາມຄິດຂອງພວກເຂົາຈຶ່ງກ່າວວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດຊົ່ວຢູ່ໃນໃຈ?5ອັນໃດຈະງ່າຍກວ່າກັນ ທີ່ຈະກ່າວວ່າ, ‘ບາບຂອງເຈົ້າໄດ້ຮັບອະໄພແລ້ວ’ ຫລື ຈະກ່າວວ່າ, ‘ຈົ່ງລຸກຂຶ້ນ ແລະ ຍ່າງໄປ’?6ແຕ່ເຮົາຢາກໃຫ້ພວກເຈົ້າທັງຫລາຍຮູ້ວ່າ, ບຸດມະນຸດມີສິດອຳນາດໃນໂລກທີ່ຈະອະໄພຄວາມບາບ”. ດັ່ງນັ້ນ ພຣະອົງຈຶ່ງກ່າວກັບຄົນເປ້ຍນັ້ນວ່າ, “ຈົ່ງລຸກຂຶ້ນ ຍົກເອົາບ່ອນນອນຂອງເຈົ້າ ແລະ ກັບເມືອເຮືອນສາ”.7ແລະ ຊາຍຄົນນັ້ນຈຶ່ງລຸກຂຶ້ນ ແລະ ກັບເມືອເຮືອນ.8ເມື່ອປະຊາຊົນໄດ້ເຫັນດັ່ງນີ້ແລ້ວພວກເຂົາກໍເຕັມໄປດ້ວຍຄວາມຢ້ານ ແລະ ພວກເຂົາໄດ້ສັນລະເສີນພຣະເຈົ້າຜູ້ໃຫ້ສິດອຳນາດຢ່າງນີ້ແກ່ມະນຸດ.ພຣະເຢຊູເຈົ້າເອີ້ນເອົາມັດທາຍ
9ເມື່ອພຣະເຢຊູເຈົ້າອອກຈາກທີ່ນັ້ນໄປແລ້ວ, ພຣະອົງເຫັນຊາຍຄົນໜຶ່ງຊື່ວ່າມັດທາຍ ກຳລັງນັ່ງຢູ່ທີ່ດ່ານເກັບພາສີ, ພຣະອົງຈຶ່ງກ່າວກັບລາວວ່າ, “ຈົ່ງຕາມເຮົາມາ”. ມັດທາຍກໍລຸກຂຶ້ນ ແລະ ຕິດຕາມພຣະອົງໄປ.10ໃນຂະນະທີ່ພຣະເຢຊູເຈົ້າກຳລັງກິນອາຫານແລງຢູ່ທີ່ເຮືອນຂອງມັດທາຍ, ມີຄົນເກັບພາສີ ແລະ ຄົນບາບຫລາຍຄົນກໍໄດ້ມາຮ່ວມກິນອາຫານກັບພຣະອົງ ແລະ ພວກສາວົກຂອງພຣະອົງ.11ເມື່ອພວກຟາຣີຊາຍເຫັນດັ່ງນັ້ນ ຈຶ່ງຖາມພວກສາວົກຂອງພຣະອົງວ່າ, “ເປັນຫຍັງອາຈານຂອງພວກເຈົ້າຈຶ່ງກິນອາຫານຮ່ວມກັບຄົນເກັບພາສີ ແລະ ຄົນບາບ?”12ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນີ້ຈຶ່ງກ່າວວ່າ, “ຄົນສຸຂະພາບດີບໍ່ຕ້ອງການໝໍ ແຕ່ຄົນເຈັບຕ້ອງການໝໍ.13ແຕ່ຈົ່ງໄປ ແລະ ສຶກສາໃຫ້ເຂົ້າໃຈຄວາມໝາຍຂອງຖ້ອຍຄຳທີ່ວ່າ, ‘ເຮົາປະສົງຄວາມເມດຕາ ບໍ່ແມ່ນເຄື່ອງບູຊາ’. ເພາະເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນຊອບທຳ, ແຕ່ມາເພື່ອເອີ້ນເອົາຄົນບາບທັງຫລາຍ”.ຖາມພຣະເຢຊູເຈົ້າເລື່ອງການຖືສິນອົດອາຫານ
14ຝ່າຍພວກລູກສິດຂອງໂຢຮັນໄດ້ມາຫາພຣະອົງ ແລະ ຖາມວ່າ, “ດ້ວຍເຫດໃດ ພວກຂ້ານ້ອຍ ແລະ ພວກຟາຣີຊາຍຖືສິນອົດອາຫານຢູ່ສະເໝີ, ແຕ່ພວກສາວົກຂອງທ່ານບໍ່ຖືສິນອົດອາຫານ?”15ພຣະເຢຊູເຈົ້າຕອບວ່າ, “ຈະໃຫ້ແຂກຂອງເຈົ້າບ່າວໂສກເສົ້າໃນຂະນະທີ່ເຈົ້າບ່າວຢູ່ນຳໄດ້ຢ່າງໃດ? ແຕ່ເວລານັ້ນຈະມາເຖິງ ຄືເມື່ອເຈົ້າບ່າວຈະຖືກນຳໂຕໄປຈາກພວກເຂົາ ແລ້ວພວກເຂົາຈະຖືສິນອົດອາຫານ.16“ບໍ່ມີຜູ້ໃດເອົາຕ່ອນຜ້າໃໝ່ໄປຕາບເສື້ອເກົ່າ ເພາະເມື່ອຕ່ອນຜ້າໃໝ່ຫົດກໍຈະດຶງເສື້ອເກົ່າໃຫ້ຂາດຫລາຍຂຶ້ນອີກ.17ແລະ ບໍ່ມີຜູ້ໃດຖອກເຫລົ້າອະງຸ່ນໃໝ່ໃສ່ຖົງໜັງເກົ່າ. ຖ້າພວກເຂົາເຮັດຢ່າງນັ້ນຖົງໜັງກໍຈະແຕກ, ເຫລົ້າອະງຸ່ນຈະໄຫລອອກມາໝົດ ແລະ ຖົງໜັງກໍຈະເສຍຫາຍ. ບໍ່ດອກ, ພວກເຂົາຕ້ອງຖອກເຫລົ້າອະງຸ່ນໃໝ່ໃສ່ໃນຖົງໜັງໃໝ່ ແລະ ເກັບຮັກສາໄວ້ໄດ້ທັງສອງຢ່າງ”.ພຣະເຢຊູເຈົ້າເຮັດໃຫ້ເດັກຍິງທີ່ຕາຍແລ້ວຄືນມາ ແລະ ຮັກສາຍິງເລືອດຕົກ
18ໃນຂະນະທີ່ພຣະອົງກ່າວຢູ່ນັ້ນ, ກໍມີຫົວໜ້າທຳມະສາລາຄົນໜຶ່ງມາຄຸເຂົ່າລົງ ແລະ ເວົ້າຕໍ່ພຣະອົງວ່າ, “ລູກສາວຂອງຂ້ານ້ອຍຫາກໍຕາຍໄປ. ແຕ່ຂໍພຣະອົງໄປວາງມືໃສ່ນາງ, ແລ້ວນາງຈະຄືນມາມີຊີວິດອີກ”.19ພຣະເຢຊູເຈົ້າລຸກຂຶ້ນ ແລະ ໄປກັບລາວ, ແລ້ວພວກສາວົກກໍໄປນຳ.20ຂະນະນັ້ນ ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກຊຳເຮື້ອມາໄດ້ສິບສອງປີແລ້ວ ໄດ້ເຂົ້າມາທາງຫລັງພຣະອົງ ແລະ ບາຍຂອບເສື້ອຄຸມຂອງພຣະອົງ.21ນາງຄິດໃນໃຈວ່າ, “ຖ້າຂ້ານ້ອຍພຽງແຕ່ໄດ້ບາຍເສື້ອຄຸມຂອງພຣະອົງເທົ່ານັ້ນ, ຂ້ານ້ອຍກໍຈະດີພະຍາດ”.22ພຣະເຢຊູເຈົ້າຫັນຫລັງມາເຫັນນາງຈຶ່ງກ່າວວ່າ, “ລູກຍິງເອີຍ, ຈົ່ງຊື່ນໃຈສາ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ”. ໃນເວລາດຽວກັນນັ້ນນາງກໍດີພະຍາດ.23ເມື່ອພຣະເຢຊູເຈົ້າເຂົ້າໄປໃນເຮືອນຂອງຫົວໜ້າທຳມະສາລາແລ້ວໄດ້ເຫັນຄົນເປົ່າປີ່ ແລະ ຄົນສົ່ງສຽງອຶກກະທຶກຢູ່.24ພຣະອົງກ່າວວ່າ, “ຈົ່ງອອກໄປສາ, ເດັກຍິງຜູ້ນີ້ຍັງບໍ່ຕາຍ ນາງພຽງແຕ່ນອນຫລັບຢູ່”. ແຕ່ພວກເຂົາພາກັນຫົວຂວັນພຣະອົງ.25ເມື່ອປະຊາຊົນອອກໄປໝົດແລ້ວ, ພຣະອົງເຂົ້າໄປຈັບມືຂອງນາງ, ນາງນັ້ນກໍລຸກຂຶ້ນ.26ຂ່າວນີ້ຈຶ່ງແຜ່ກະຈາຍໄປທົ່ວຂົງເຂດນັ້ນ.ພຣະເຢຊູເຈົ້າຮັກສາຄົນຕາບອດ ແລະ ຄົນປາກກືກ
27ຂະນະທີ່ພຣະເຢຊູເຈົ້າອອກໄປຈາກທີ່ນັ້ນ, ກໍມີຊາຍຕາບອດສອງຄົນຍ່າງຕາມພຣະອົງໄປ ແລະ ຮ້ອງຂຶ້ນວ່າ, “ບຸດດາວິດເອີຍ ຂໍເມດຕາພວກຂ້ານ້ອຍດ້ວຍ!”28ເມື່ອພຣະອົງໄດ້ເຂົ້າໄປໃນເຮືອນແລ້ວ, ຊາຍຕາບອດທັງສອງຄົນນັ້ນກໍເຂົ້າມາຫາພຣະອົງ. ພຣະອົງຖາມພວກເຂົາວ່າ, “ພວກເຈົ້າເຊື່ອວ່າເຮົາສາມາດຮັກສາພວກເຈົ້າໃຫ້ຫາຍດີໄດ້ບໍ?”ພວກເຂົາຕອບວ່າ, “ເຊື່ອ ອົງພຣະຜູ້ເປັນເຈົ້າເອີຍ”.29ພຣະອົງຈຶ່ງບາຍຕາຂອງພວກເຂົາ ແລະ ກ່າວວ່າ, “ໃຫ້ເປັນໄປຕາມຄວາມເຊື່ອຂອງພວກເຈົ້າສາ”.30ແລ້ວຕາຂອງພວກເຂົາກໍກັບເຫັນຮຸ່ງອີກ. ພຣະເຢຊູເຈົ້າເຕືອນພວກເຂົາຢ່າງໜັກແໜ້ນວ່າ, “ຢ່າບອກເລື່ອງນີ້ໃຫ້ຜູ້ໃດຮູ້”.31ແຕ່ເມື່ອພວກເຂົາຈາກໄປແລ້ວ ກໍປະກາດຂ່າວກ່ຽວກັບພຣະອົງທົ່ວຂົງເຂດນັ້ນ.32ໃນຂະນະທີ່ພວກເຂົາກຳລັງອອກໄປນັ້ນ, ກໍມີຄົນນຳຊາຍຜູ້ໜຶ່ງທີ່ຖືກຜີມານຮ້າຍເຂົ້າສິງ ແລະ ເວົ້າບໍ່ໄດ້ມາຫາພຣະເຢຊູເຈົ້າ.33ແລະ ເມື່ອພຣະອົງຂັບໄລ່ຜີມານຮ້າຍນັ້ນອອກແລ້ວ, ຊາຍທີ່ເຄີຍປາກກືກນັ້ນກໍເວົ້າໄດ້. ປະຊາຊົນພາກັນປະຫລາດໃຈ ແລະ ເວົ້າກັນວ່າ, “ບໍ່ເຄີຍເຫັນເຫດການຢ່າງນີ້ຈັກເທື່ອໃນອິດສະຣາເອນ”.34ແຕ່ພວກຟາຣີຊາຍເວົ້າວ່າ, “ໂດຍອຳນາດຂອງນາຍຜີມານຮ້າຍ ລາວຈຶ່ງຂັບໄລ່ພວກຜີມານຮ້າຍອອກໄດ້”.
ຄົນງານຍັງໜ້ອຍຢູ່
35ພຣະເຢຊູເຈົ້າໄດ້ເດີນທາງຜ່ານໄປຕາມທຸກເມືອງ ແລະ ບ້ານ, ສັ່ງສອນຕາມທຳມະສາລາຕ່າງໆຂອງພວກເຂົາ, ໄດ້ປະກາດຂ່າວປະເສີດເລື່ອງອານາຈັກສະຫວັນ ແລະ ຮັກສາຄົນທີ່ມີພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍທຸກຊະນິດ.36ເມື່ອພຣະອົງແນມເຫັນປະຊາຊົນຈໍານວນຫລວງຫລາຍ ພຣະອົງກໍມີໃຈສົງສານພວກເຂົາ ເພາະພວກເຂົາຖືກລົບກວນ ແລະ ຂາດທີ່ເພິ່ງພາເໝືອນແກະທີ່ບໍ່ມີຜູ້ລ້ຽງ.37ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ພວກສາວົກຂອງພຣະອົງວ່າ, “ການເກັບກ່ຽວກໍມີຫລາຍ ແຕ່ຄົນງານກໍຍັງມີໜ້ອຍຢູ່38ເຫດສະນັ້ນ ຈົ່ງຂໍອົງພຣະຜູ້ເປັນເຈົ້າຜູ້ເປັນເຈົ້າຂອງການເກັບກ່ຽວ ເພື່ອໃຫ້ສົ່ງຄົນງານມາໃນທົ່ງນາແຫ່ງການເກັບກ່ຽວຂອງພຣະອົງ”.Biblica, Inc.