ມັດທາຍ10
ພຣະເຢຊູເຈົ້າໃຊ້ອັກຄະສາວົກສິບສອງຄົນອອກໄປ
1ພຣະເຢຊູເຈົ້າເອີ້ນສາວົກສິບສອງຄົນຂອງພຣະອົງມາ ແລະ ໄດ້ມອບສິດອຳນາດໃຫ້ແກ່ພວກເພິ່ນເພື່ອຂັບໄລ່ວິນຍານສົກກະປົກ ແລະ ຮັກສາພະຍາດພ້ອມທັງຄວາມເຈັບໄຂ້ໄດ້ປ່ວຍທຸກຢ່າງ.2ລາຍຊື່ຂອງອັກຄະສາວົກສິບສອງຄົນແມ່ນມີດັ່ງນີ້:ຄົນທຳອິດຊື່ວ່າ: ຊີໂມນ (ຜູ້ທີ່ເອີ້ນວ່າເປໂຕ) ແລະ ອັນເດອານ້ອງຊາຍຂອງເພິ່ນ, ຢາໂກໂບ ລູກຊາຍຂອງເຊເບດາຍ ແລະ ໂຢຮັນນ້ອງຊາຍຂອງເພິ່ນ,3ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍຄົນເກັບພາສີ, ຢາໂກໂບ ລູກຊາຍຂອງອາລະຟາຍ ແລະ ທາດາຍ,4ຊີໂມນພັກຊາດນິຍົມ ແລະ ຢູດາອິດສະກາຣີອົດ, ຜູ້ທໍລະຍົດຕໍ່ພຣະອົງ.5ພຣະເຢຊູເຈົ້າໃຊ້ສິບສອງຄົນນີ້ອອກໄປພ້ອມກັບໃຫ້ຄຳແນະນໍາດັ່ງນີ້: “ຢ່າໄປໃນທ່າມກາງຄົນຕ່າງຊາດ ຫລື ຢ່າເຂົ້າໄປໃນເມືອງໃດຂອງຊາວຊາມາເຣຍ.6ແຕ່ຈົ່ງໄປຫາແກະທີ່ຫລົງເສຍຂອງອິດສະຣາເອນ.7ຄະນະທີ່ເດີນທາງໄປ, ຈົ່ງປະກາດຂໍ້ຄວາມນີ້ວ່າ, ‘ອານາຈັກສະຫວັນມາໃກ້ແລ້ວ’.8ຈົ່ງຮັກສາຄົນເຈັບໄຂ້ໃຫ້ຫາຍດີ, ຈົ່ງເຮັດໃຫ້ຄົນຕາຍຟື້ນຄືນມາ, ຈົ່ງເຮັດໃຫ້ຄົນທີ່ເປັນພະຍາດຂີ້ທູດ ຫາຍດີ ແລະ ຂັບໄລ່ຜີມານຮ້າຍອອກ. ພວກເຈົ້າທັງຫລາຍໄດ້ຮັບລ້າໆກໍຈົ່ງໃຫ້ລ້າໆ.9ຢ່າຖືເງິນ ຫລື ຄຳ ຫລື ຫລຽນທອງແດງໄວ້ໃນສາຍແອວໄປນໍາ10ຢ່າເອົາຖົງ ຫລື ເສື້ອອີກໂຕໜຶ່ງ ຫລື ເກີບ ຫລື ໄມ້ຄ້ອນເທົ້າໄປນຳ ເພາະຄົນງານກໍສົມຄວນໄດ້ຮັບການລ້ຽງດູ.11“ເມື່ອພວກເຈົ້າເຂົ້າໄປໃນເມືອງໃດ ຫລື ບ້ານໃດ, ຈົ່ງຊອກຫາຄົນທີ່ເໝາະສົມຢູ່ທີ່ນັ້ນ ແລະ ໃຫ້ພັກຢູ່ທີ່ເຮືອນຂອງພວກເຂົາຈົນກວ່າພວກເຈົ້າຈະຈາກໄປ.12ເມື່ອພວກເຈົ້າເຂົ້າໄປໃນເຮືອນຫລັງໃດ, ຈົ່ງອວຍພອນພວກເຂົາ.13ຖ້າເຮືອນນັ້ນຕ້ອນຮັບພວກເຈົ້າຢ່າງດີ ກໍຂໍໃຫ້ສັນຕິສຸກຂອງພວກເຈົ້າຢູ່ກັບເຮືອນນັ້ນ, ຖ້າບໍ່ເປັນຢ່າງນັ້ນ, ສັນຕິສຸກນັ້ນກໍຈະກັບຄືນມາຫາພວກເຈົ້າ.14ຖ້າຜູ້ໃດບໍ່ຕ້ອນຮັບ ຫລື ບໍ່ຟັງຄຳຂອງພວກເຈົ້າ, ຈົ່ງອອກໄປຈາກບ້ານ ຫລື ເມືອງນັ້ນ ແລະ ສັ່ນຂີ້ຝຸ່ນອອກຈາກຕີນຂອງພວກເຈົ້າ.15ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ໃນວັນພິພາກສາໂທດຂອງເມືອງໂຊໂດມ ແລະ ໂກໂມຣາກໍຈະເບົາກວ່າໂທດຂອງເມືອງນີ້.16ເຮົາກຳລັງໃຊ້ພວກເຈົ້າໄປເໝືອນດັ່ງແກະຢູ່ທ່າມກາງຝູງໝາໄນ. ເຫດສະນັ້ນ ຈົ່ງສະຫລາດເໝືອນງູ ແລະ ອ່ອນສຸພາບເໝືອນນົກເຂົາ.17“ຈົ່ງລະວັງໂຕໃຫ້ດີ ພວກເຈົ້າຈະຖືກມອບໃຫ້ສະພາທ້ອງຖິ່ນ ແລະ ຈະຖືກຂ້ຽນຕີໃນທຳມະສາລາ.18ພວກເຈົ້າຈະຖືກນຳໄປຢູ່ຕໍ່ໜ້າບັນດາຜູ້ປົກຄອງ ແລະ ບັນດາກະສັດເພື່ອຈະເປັນພະຍານແກ່ພວກເຂົາ ແລະ ຄົນຕ່າງຊາດເພາະເຫັນແກ່ເຮົາ.19ແຕ່ເມື່ອພວກເຂົາຈັບກຸມພວກເຈົ້າ, ຢ່າກັງວົນວ່າຈະເວົ້າສິ່ງໃດ ຫລື ຈະເວົ້າຢ່າງໃດ. ໃນເວລານັ້ນພວກເຈົ້າຈະໄດ້ຮັບຖ້ອຍຄຳທີ່ຈະຕ້ອງເວົ້າ,20ເພາະບໍ່ແມ່ນພວກເຈົ້າເອງທີ່ກຳລັງເວົ້າ, ແຕ່ແມ່ນພຣະວິນຍານຂອງພຣະບິດາເຈົ້າຂອງພວກເຈົ້າກຳລັງກ່າວຜ່ານພວກເຈົ້າ.21“ອ້າຍເອື້ອຍນ້ອງຈະທໍລະຍົດກັນໃຫ້ເຖິງຕາຍ ແລະ ພໍ່ຈະທໍລະຍົດລູກຂອງຕົນ, ລູກຈະລຸກຂຶ້ນຕໍ່ສູ້ພໍ່ແມ່ຂອງຕົນຈົນເຖິງແກ່ຄວາມຕາຍ.22ຄົນທັງຫລາຍຈະກຽດຊັງພວກເຈົ້າເພາະເຫັນແກ່ເຮົາ, ແຕ່ຜູ້ໃດທີ່ຕັ້ງໝັ້ນຄົງໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ພົ້ນ.23ເມື່ອພວກເຈົ້າຖືກຂົ່ມເຫັງໃນບ່ອນໜຶ່ງ, ຈົ່ງໜີໄປຍັງອີກບ່ອນໜຶ່ງ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຈົ້າຈະບໍ່ທັນໜີໄປຄົບທຸກເມືອງຂອງອິດສະຣາເອນກ່ອນທີ່ບຸດມະນຸດມາ.24“ລູກສິດບໍ່ຫ່ອນໃຫຍ່ກວ່າຄູຂອງຕົນ, ຜູ້ຮັບໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ.25ໃຫ້ລູກສິດສະເໝີກັບຄູ ແລະ ຜູ້ຮັບໃຊ້ສະເໝີກັບນາຍຂອງຕົນກໍພໍແລ້ວ. ຖ້າຫົວໜ້າຄອບຄົວຖືກເອີ້ນວ່າເບເອນເຊບູນ ສະມາຊິກໃນຄອບຄົວຂອງເຂົາກໍຈະຖືກເອີ້ນຍິ່ງກວ່ານັ້ນຫລາຍເທົ່າໃດນໍ!26“ດັ່ງນັ້ນ ຢ່າຢ້ານພວກເຂົາເລີຍ, ເພາະວ່າບໍ່ມີສິ່ງໃດທີ່ຖືກປິດບັງໄວ້ຈະບໍ່ໄດ້ຮັບການເປີດເຜີຍ, ຫລື ເຊື່ອງຊ້ອນໄວ້ຈະບໍ່ຖືກເປີດເຜີຍໃຫ້ຮູ້.27ສິ່ງທີ່ເຮົາກ່າວກັບພວກເຈົ້າໃນບ່ອນມືດ, ພວກເຈົ້າຈົ່ງກ່າວໃນບ່ອນແຈ້ງ. ສິ່ງທີ່ຊິ່ມໃສ່ຫູຂອງພວກເຈົ້າ, ຈົ່ງປະກາດເທິງຫລັງຄາ.28ຢ່າຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍແຕ່ບໍ່ສາມາດຂ້າຈິດວິນຍານໄດ້. ແຕ່ຈົ່ງຢ້ານພຣະອົງຜູ້ທີ່ສາມາດທຳລາຍໄດ້ທັງຈິດວິນຍານ ແລະ ຮ່າງກາຍໃນນະລົກ.29ນົກຈອກສອງໂຕຂາຍລາຄາອັດໜຶ່ງ ບໍ່ແມ່ນບໍ? ເຖິງປານນັ້ນກໍບໍ່ມີຈັກໂຕຈະຕົກລົງພື້ນດິນ ຖ້າພຣະບິດາຂອງພວກເຈົ້າບໍ່ເຫັນພ້ອມ.30ແລະ ແມ່ນແຕ່ຜົມທຸກເສັ້ນຢູ່ເທິງຫົວຂອງພວກເຈົ້າກໍຖືກນັບໄວ້ທັງໝົດແລ້ວ.31ດັ່ງນັ້ນ ຢ່າຢ້ານເລີຍ; ພວກເຈົ້າກໍມີຄ່າຫລາຍກວ່ານົກຈອກຫລາຍໂຕ.32“ຜູ້ໃດກໍຕາມຍອມຮັບເຮົາຕໍ່ໜ້າມະນຸດ, ເຮົາກໍຈະຍອມຮັບຜູ້ນັ້ນຕໍ່ໜ້າພຣະບິດາເຈົ້າຂອງເຮົາໃນສະຫວັນເໝືອນກັນ.33ແຕ່ຜູ້ໃດທີ່ປະຕິເສດເຮົາຕໍ່ໜ້າມະນຸດ, ເຮົາກໍຈະປະຕິເສດຜູ້ນັ້ນຕໍ່ໜ້າພຣະບິດາເຈົ້າຂອງເຮົາໃນສະຫວັນ.34“ຢ່າຄິດວ່າເຮົາມາເພື່ອນຳສັນຕິສຸກມາສູ່ໂລກ, ເຮົາບໍ່ໄດ້ນຳສັນຕິສຸກມາ, ແຕ່ນຳດາບມາ.35ເພາະເຮົາໄດ້ມາເພື່ອຈະເຮັດໃຫ້,“ ‘ລູກຊາຍບໍ່ຖືກກັນກັບພໍ່,ລູກສາວບໍ່ຖືກກັນກັບແມ່,ລູກໃພ້ບໍ່ຖືກກັນກັບແມ່ຍ່າ,36ສັດຕູຂອງພວກເຂົາຈະເປັນຄົນໃນຄອບຄົວຂອງພວກເຂົາເອງ’. 37“ຜູ້ໃດທີ່ຮັກພໍ່ ຫລື ແມ່ຂອງຕົນເອງຫລາຍກວ່າຮັກເຮົາ ກໍບໍ່ສົມຄວນກັບເຮົາ, ຜູ້ໃດທີ່ຮັກລູກຊາຍລູກສາວຫລາຍກວ່າຮັກເຮົາ ກໍບໍ່ສົມຄວນຈະຢູ່ກັບເຮົາ.38ຜູ້ໃດທີ່ບໍ່ຮັບເອົາໄມ້ກາງແຂນຂອງຕົນ ແລະ ຕາມເຮົາມາ ກໍບໍ່ສົມກັບເຮົາ.39ຜູ້ໃດກໍຕາມທີ່ສະແຫວງຫາຊີວິດຂອງຕົນກໍຈະເສຍຊີວິດ ແລະ ຜູ້ໃດທີ່ຍອມສະຫລະຊີວິດຂອງຕົນເພື່ອເຫັນແກ່ເຮົາກໍຈະພົບຊີວິດ.40“ຜູ້ໃດທີ່ຕ້ອນຮັບພວກເຈົ້າກໍຕ້ອນຮັບເຮົາ, ແລະ ຜູ້ໃດທີ່ຕ້ອນຮັບເຮົາກໍຕ້ອນຮັບພຣະອົງຜູ້ທີ່ໃຊ້ເຮົາມາ.41ຜູ້ໃດທີ່ຕ້ອນຮັບຜູ້ທຳນວາຍເພາະເປັນຜູ້ທຳນວາຍ ກໍຈະໄດ້ຮັບບຳເໜັດເໝືອນຜູ້ທຳນວາຍ, ແລະ ຜູ້ໃດທີ່ຕ້ອນຮັບຄົນຊອບທຳເພາະເປັນຄົນຊອບທຳ ກໍຈະໄດ້ຮັບບຳເໜັດເໝືອນຄົນຊອບທຳ.42ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດທີ່ເອົານ້ຳເຢັນແມ່ນແຕ່ຈອກໜຶ່ງໃຫ້ຜູ້ໜຶ່ງໃນບັນດາຄົນຕໍ່າຕ້ອຍເຫລົ່ານີ້ເພາະລາວເປັນສາວົກຂອງເຮົາ, ຜູ້ນັ້ນກໍຈະບໍ່ຂາດບຳເໜັດຂອງຕົນແນ່ນອນ”.
Biblica, Inc.