ມັດທາຍ8
ພຣະເຢຊູເຈົ້າຮັກສາຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດ
1ເມື່ອພຣະເຢຊູເຈົ້າລົງມາຈາກພູແລ້ວ, ຄົນເປັນຈຳນວນຫລວງຫລາຍໄດ້ຕິດຕາມພຣະອົງມາ.2ມີຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດ ໄດ້ມາຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຖ້າພຣະອົງພໍໃຈ, ພຣະອົງກໍສາມາດເຮັດໃຫ້ຂ້ານ້ອຍດີສະອາດໄດ້”.3ພຣະເຢຊູເຈົ້າເດ່ມືອອກໄປແຕະຕ້ອງລາວ ແລະ ກ່າວວ່າ, “ເຮົາພໍໃຈຈະຮັກສາ, ຈົ່ງດີສະອາດສາ!” ໃນທັນໃດນັ້ນ ຊາຍຜູ້ນັ້ນກໍດີຈາກພະຍາດຂີ້ທູດ.4ແລ້ວພຣະເຢຊູເຈົ້າໄດ້ກ່າວກັບລາວວ່າ, “ຈົ່ງລະວັງ ຢ່າບອກເລື່ອງນີ້ແກ່ຜູ້ໃດ. ແຕ່ຈົ່ງໄປສະແດງໂຕຕໍ່ປະໂລຫິດ ແລະ ຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້, ເພື່ອເປັນພະຍານແກ່ຄົນທັງຫລາຍວ່າເຈົ້າດີສະອາດແລ້ວ”.ຄວາມເຊື່ອຂອງນາຍຮ້ອຍ
5ເມື່ອພຣະເຢຊູເຈົ້າໄດ້ເຂົ້າໄປໃນເມືອງກາເປນາອູມແລ້ວ, ມີນາຍຮ້ອຍຜູ້ໜຶ່ງມາຫາພຣະອົງເພື່ອຂໍຄວາມຊ່ວຍເຫລືອ.6ລາວກ່າວວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຄົນຮັບໃຊ້ຂອງຂ້ານ້ອຍນອນປ່ວຍເປັນອຳມະພາດຢູ່ທີ່ເຮືອນ ທົນທຸກທໍລະມານຫລາຍ”.7ພຣະເຢຊູເຈົ້າກ່າວແກ່ນາຍຮ້ອຍນັ້ນວ່າ, “ຈະໃຫ້ເຮົາໄປຮັກສາລາວບໍ?”8ແຕ່ນາຍຮ້ອຍຜູ້ນັ້ນຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂ້ານ້ອຍບໍ່ສົມຄວນທີ່ຈະໃຫ້ພຣະອົງເຂົ້າໄປໃນລຸ່ມຫລັງຄາເຮືອນຂອງຂ້ານ້ອຍ. ຂໍພຽງແຕ່ພຣະອົງກ່າວເທົ່ານັ້ນ, ແລ້ວຄົນຮັບໃຊ້ຂອງຂ້ານ້ອຍກໍຈະຫາຍດີ.9ເພາະວ່າຂ້ານ້ອຍເອງຢູ່ໃຕ້ບັງຄັບບັນຊາ, ມີທະຫານທີ່ຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍດ້ວຍ. ຂ້ານ້ອຍສັ່ງຄົນນີ້ວ່າ, ‘ໄປ’ ແລ້ວລາວກໍໄປ, ສັ່ງຄົນນັ້ນວ່າ, ‘ມາ’ ແລ້ວລາວກໍມາ. ຂ້ານ້ອຍສັ່ງຄົນຮັບໃຊ້ວ່າ, ‘ຈົ່ງເຮັດສິ່ງນີ້’ ແລ້ວລາວກໍເຮັດຕາມ”.10ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນັ້ນ. ພຣະອົງກໍປະຫລາດໃຈ ແລະ ກ່າວກັບບັນດາຜູ້ທີ່ຕິດຕາມພຣະອົງມານັ້ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ເຮົາບໍ່ເຄີຍພົບຜູ້ໃດໃນອິດສະຣາເອນທີ່ມີຄວາມເຊື່ອໃຫຍ່ເທົ່ານີ້.11ເຮົາບອກພວກເຈົ້າທັງຫລາຍວ່າ, ຄົນເປັນຈຳນວນຫລາຍຈາກທິດຕາເວັນອອກ ແລະ ທິດຕາເວັນຕົກ ຈະເຂົ້າມານັ່ງປະຈຳທີ່ຂອງຕົນໃນງານລ້ຽງຮ່ວມກັບອັບຣາຮາມ, ອີຊາກ ແລະ ຢາໂຄບໃນອານາຈັກສະຫວັນ.12ແຕ່ພົນລະເມືອງຂອງອານາຈັກນັ້ນຈະຖືກໂຍນຖິ້ມອອກໄປຂ້າງນອກຢູ່ໃນຄວາມມືດ ບ່ອນທີ່ຈະມີການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ”.13ແລ້ວພຣະເຢຊູເຈົ້າກໍກ່າວກັບນາຍຮ້ອຍນັ້ນວ່າ, “ຈົ່ງໄປສາ, ໃຫ້ເປັນໄປຕາມທີ່ເຈົ້າໄດ້ເຊື່ອ”. ແລະ ຄົນຮັບໃຊ້ຂອງລາວກໍຫາຍດີໃນຊົ່ວໂມງນັ້ນ.ພຣະເຢຊູເຈົ້າຮັກສາຄົນເປັນຈຳນວນຫລວງຫລາຍ
14ເມື່ອພຣະເຢຊູເຈົ້າໄດ້ເຂົ້າໄປໃນເຮືອນຂອງເປໂຕ, ພຣະອົງໄດ້ເຫັນແມ່ເມຍຂອງເປໂຕນອນເປັນໄຂ້ຢູ່ເທິງຕຽງ.15ພຣະອົງຈັບມືຂອງນາງ ແລະ ໄຂ້ກໍຫາຍດີ, ແລ້ວນາງຈຶ່ງລຸກຂຶ້ນ ແລະ ເຝົ້າຮັບໃຊ້ພຣະອົງ.16ເມື່ອເວລາຄ່ຳມາ, ພວກເຂົາກໍໄດ້ພາບັນດາຄົນທີ່ມີຜີມານຮ້າຍເຂົ້າສິງມາຫາພຣະອົງ ແລະ ພຣະອົງໄດ້ຂັບໄລ່ຜີມານຮ້າຍເຫລົ່ານັ້ນອອກດ້ວຍຄຳສັ່ງຂອງພຣະອົງ ແລະ ໄດ້ຮັກສາຄົນເຈັບໄຂ້ທັງໝົດ.17ນີ້ແມ່ນເພື່ອໃຫ້ສຳເລັດຕາມທີ່ໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍເອຊາຢາວ່າ:“ພຣະອົງໄດ້ຮັບຄວາມເຈັບປ່ວຍທັງຫລາຍຂອງພວກເຮົາແລະ ແບກຮັບພະຍາດຕ່າງໆຂອງພວກເຮົາໄວ້”.ຄຸນຄ່າຂອງການຕິດຕາມພຣະເຢຊູເຈົ້າ
18ເມື່ອພຣະເຢຊູເຈົ້າເຫັນວ່າປະຊາຊົນມາອ້ອມຮອບພຣະອົງຢູ່, ພຣະອົງຈຶ່ງສັ່ງໃຫ້ຂ້າມທະເລສາບໄປອີກຟາກໜຶ່ງ.19ແລ້ວມີຄູສອນກົດບັນຍັດຄົນໜຶ່ງມາຫາພຣະອົງ ແລະ ເວົ້າວ່າ, “ອາຈານເອີຍ, ຂ້ານ້ອຍຈະຕິດຕາມພຣະອົງບໍ່ວ່າພຣະອົງຈະໄປບ່ອນໃດ”.20ພຣະເຢຊູເຈົ້າຕອບວ່າ, “ໝາຈິ້ງຈອກຍັງມີໂຜ້ງນອນ ແລະ ນົກກໍຍັງມີຮັງ, ແຕ່ບຸດມະນຸດບໍ່ມີບ່ອນທີ່ຈະວາງຫົວລົງ”.21ສາວົກອີກຄົນໜຶ່ງເວົ້າຕໍ່ພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ໃຫ້ຂ້ານ້ອຍໄປຝັງສົບພໍ່ຂອງຂ້ານ້ອຍກ່ອນ”.22ແຕ່ພຣະເຢຊູເຈົ້າບອກລາວວ່າ, “ຈົ່ງຕາມເຮົາມາ ແລະ ປ່ອຍໃຫ້ຄົນຕາຍຝັງກັນເອງສາ”.ພຣະເຢຊູເຈົ້າຫ້າມລົມພະຍຸ
23ແລ້ວພຣະອົງກໍລົງໄປທີ່ເຮືອ ແລະ ພວກສາວົກຂອງພຣະອົງກໍຕິດຕາມພຣະອົງໄປ.24ທັນໃດນັ້ນ ກໍເກີດມີລົມພະຍຸຮຸນແຮງພັດລົງມາກາງທະເລສາບ, ຈົນຄື້ນນ້ຳຊັດຖ້ວມເຮືອ. ແຕ່ພຣະເຢຊູເຈົ້ານອນຫລັບຢູ່.25ພວກສາວົກໄດ້ມາປຸກພຣະອົງພ້ອມທັງກ່າວວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຊ່ວຍພວກຂ້ານ້ອຍແດ່ທ້ອນ! ພວກຂ້ານ້ອຍກຳລັງຈະຈົມນໍ້າແລ້ວ!”26ພຣະເຢຊູເຈົ້າຕອບວ່າ, “ໂອ ຄົນຜູ້ມີຄວາມເຊື່ອນ້ອຍເອີຍ ເປັນຫຍັງພວກເຈົ້າຈຶ່ງຢ້ານ?” ແລ້ວພຣະອົງລຸກຂຶ້ນສັ່ງຫ້າມລົມ ແລະ ຄື້ນທະເລ, ແລ້ວລົມພະຍຸ ແລະ ຄື້ນທະເລກໍສະຫງົບລົງ.27ຄົນເຫລົ່ານັ້ນກໍພາກັນປະຫລາດໃຈ ແລະ ເວົ້າກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດ? ແມ່ນແຕ່ລົມພະຍຸ ແລະ ຄື້ນທະເລກໍຍັງເຊື່ອຟັງເພິ່ນ!”ພຣະເຢຊູເຈົ້າຮັກສາຊາຍທີ່ຖືກຜີມານຮ້າຍສິງສອງຄົນໃຫ້ຫາຍດີ
28ເມື່ອພຣະອົງຂ້າມຟາກມາເຖິງເຂດແດນກາດາຣາ, ຊາຍສອງຄົນທີ່ມີຜີມານຮ້າຍສິງຢູ່ອອກຈາກອຸບມຸງຝັງສົບມາຫາພຣະອົງ. ພວກເຂົາຮຸນແຮງຫລາຍຈົນບໍ່ມີຜູ້ໃດກ້າຜ່ານເຂົ້າໄປທາງນັ້ນ.29ພວກເຂົາຮ້ອງຂຶ້ນວ່າ, “ພຣະບຸດຂອງພຣະເຈົ້າເອີຍ, ທ່ານຕ້ອງການສິ່ງໃດຈາກພວກຂ້ານ້ອຍ? ທ່ານມາບ່ອນນີ້ເພື່ອຈະທໍລະມານພວກຂ້ານ້ອຍກ່ອນເຖິງເວລາກຳນົດບໍ?”30ບໍ່ໄກຈາກທີ່ນັ້ນ ມີໝູຝູງໃຫຍ່ກຳລັງຫາກິນຢູ່.31ຜີມານຮ້າຍຈຶ່ງຂໍຮ້ອງພຣະເຢຊູເຈົ້າວ່າ, “ຖ້າທ່ານຈະຂັບໄລ່ພວກຂ້ານ້ອຍອອກໄປ ຂໍໃຫ້ພວກຂ້ານ້ອຍໄປສິງຢູ່ໃນໝູຝູງນັ້ນ”.32ພຣະອົງໄດ້ກ່າວຕໍ່ພວກມັນວ່າ, “ໄປ!” ດັ່ງນັ້ນ ພວກມັນຈຶ່ງອອກໄປ ແລະ ເຂົ້າໄປສິງຢູ່ໃນໝູ, ແລ້ວໝູທັງຝູງກໍຟ້າວແລ່ນລົງຕາລິ່ງຊັນໂຕນລົງທະເລສາບຈົມນ້ຳຕາຍໝົດ.33ບັນດາຄົນລ້ຽງໝູຕ່າງກໍແລ່ນໜີ ແລະ ເຂົ້າໄປໃນເມືອງ ແລະ ໄດ້ເລົ່າເລື່ອງທັງໝົດກັບທັງເຫດການທີ່ໄດ້ເກີດຂຶ້ນແກ່ຄົນທີ່ມີຜີມານຮ້າຍສິງທັງສອງຄົນນັ້ນ.34ດັ່ງນັ້ນ ຄົນທົ່ວທັງເມືອງກໍພາກັນອອກມາພົບພຣະເຢຊູເຈົ້າ ແລະ ເມື່ອພວກເຂົາໄດ້ເຫັນພຣະອົງແລ້ວ ພວກເຂົາໄດ້ຂໍຮ້ອງໃຫ້ພຣະອົງໄປຈາກເຂດແດນຂອງພວກເຂົາ.Biblica, Inc.