ມັດທາຍ24
ການທຳລາຍວິຫານ ແລະ ໝາຍສຳຄັນຂອງເວລາສຸດທ້າຍ
1ພຣະເຢຊູເຈົ້າອອກຈາກວິຫານ ແລະ ກຳລັງຍ່າງໄປ ພວກສາວົກໄດ້ມາຫາພຣະອົງເພື່ອຮຽກຮ້ອງຄວາມສົນໃຈຂອງພຣະອົງໄປທີ່ອາຄານຕ່າງໆ.2ພຣະອົງໄດ້ຖາມວ່າ, “ພວກເຈົ້າເຫັນສິ່ງເຫລົ່ານີ້ທັງໝົດບໍ? ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຫີນຢູ່ທີ່ນີ້ຈະບໍ່ເຫລືອຊ້ອນທັບກັນຈັກກ້ອນ, ທຸກກ້ອນຈະຖືກໂຍນຖິ້ມລົງມາໝົດ”.3ຂະນະທີ່ພຣະເຢຊູເຈົ້ານັ່ງຢູ່ເທິງພູເຂົາໝາກກອກນັ້ນ, ພວກສາວົກໄດ້ມາຫາພຣະອົງເປັນການສ່ວນໂຕ. ແລະ ພວກເພິ່ນຖາມວ່າ, “ຂໍບອກພວກຂ້ານ້ອຍວ່າເຫດການນີ້ຈະເກີດຂຶ້ນເມື່ອໃດ ແລະ ສິ່ງໃດເປັນໝາຍສຳຄັນເຖິງການມາຂອງພຣະອົງ ແລະ ເປັນໝາຍສຳຄັນວ່າແມ່ນຍຸກສຸດທ້າຍ?”4ພຣະເຢຊູເຈົ້າຕອບວ່າ: “ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຜູ້ໜຶ່ງຫລອກລວງພວກເຈົ້າ.5ດ້ວຍວ່າ ຈະມີຫລາຍຄົນມາໃນນາມຂອງເຮົາ ແລະ ອ້າງວ່າ, ‘ເຮົາເປັນພຣະຄຣິດເຈົ້າ’ ແລະ ຈະຫລອກລວງຫລາຍຄົນ.6ພວກເຈົ້າຈະໄດ້ຍິນເຖິງເລື່ອງສົງຄາມ ແລະ ຂ່າວລືເລື່ອງການເຮັດສົງຄາມ, ຈົ່ງລະວັງຢ່າຕື່ນຕົກໃຈ. ເຫດການເຫລົ່ານີ້ຈະຕ້ອງເກີດຂຶ້ນ ແຕ່ວ່າເວລາສຸດທ້າຍຍັງບໍ່ມາເຖິງ.7ປະເທດຕໍ່ປະເທດ, ອານາຈັກຕໍ່ອານາຈັກຈະສູ້ຮົບກັນ, ຈະເກີດການອຶດຢາກອາຫານ ແລະ ແຜ່ນດິນໄຫວໃນບ່ອນຕ່າງໆ.8ເຫດການທັງໝົດເຫລົ່ານີ້ແມ່ນຂັ້ນເລີ່ມຕົ້ນຂອງຄວາມເຈັບປວດໃນການເກີດລູກ.9“ແລ້ວພວກເຈົ້າຈະຖືກມອບໄວ້ໃຫ້ຖືກຂົ່ມເຫັງ ແລະ ຂ້າ, ທຸກຊົນຊາດຈະກຽດຊັງພວກເຈົ້າເພາະເຫັນແກ່ເຮົາ.10ໃນເວລານັ້ນ ຫລາຍຄົນຈະຫັນໜີຈາກຄວາມເຊື່ອ, ຈະທໍລະຍົດຫັກຫລັງ ແລະ ກຽດຊັງກັນ11ແລະ ຈະມີຜູ້ທຳນວາຍປອມຫລາຍຄົນເກີດຂຶ້ນ ແລະ ຫລອກລວງຫລາຍຄົນ.12ຄວາມຮັກຂອງຄົນສ່ວນຫລາຍຈະເຢັນລົງ ເພາະຄວາມຊົ່ວຮ້າຍຈະເພີ່ມຂຶ້ນ,13ແຕ່ຜູ້ໃດທີ່ຕັ້ງໝັ້ນຄົງໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ພົ້ນ14ແລະ ຂ່າວປະເສີດເລື່ອງອານາຈັກນີ້ຈະໄດ້ປະກາດໄປທົ່ວໂລກ ເພື່ອເປັນພະຍານແກ່ຄົນທຸກຊາດ ແລ້ວຍຸກສຸດທ້າຍຈະມາເຖິງ.15“ດັ່ງນັ້ນ ເມື່ອພວກເຈົ້າເຫັນ, ‘ສິ່ງທີ່ໜ້າກຽດໜ້າຊັງອັນເປັນຕົ້ນເຫດຂອງວິບັດ’ ຕັ້ງຢູ່ໃນບ່ອນສັກສິດຕາມທີ່ໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍດານີເອນ (ໃຫ້ຜູ້ອ່ານເຂົ້າໃຈຄວາມໝາຍເອົາເອງ)16ແລ້ວໃຫ້ບັນດາຜູ້ທີ່ຢູ່ໃນແຂວງຢູດາຍໜີໄປທີ່ພູເຂົາທັງຫລາຍ,17ຜູ້ທີ່ຢູ່ເທິງຫລັງຄາກໍບໍ່ຕ້ອງລົງມາເກັບເອົາສິ່ງຂອງອອກຈາກເຮືອນ.18ຜູ້ທີ່ຢູ່ຕາມທົ່ງນານັ້ນ ບໍ່ຕ້ອງກັບມາເອົາເສື້ອຄຸມຂອງຕົນ.19ໃນວັນເຫລົ່ານັ້ນເປັນໜ້າຢ້ານກົວທີ່ສຸດສຳລັບແມ່ຍິງຖືພາ ແລະ ແມ່ລູກອ່ອນ.20ຈົ່ງອະທິຖານເພື່ອການປົບໜີຂອງພວກເຈົ້ານັ້ນຈະບໍ່ເກີດຂຶ້ນໃນລະດູໜາວ ຫລື ໃນວັນຊະບາໂຕ.21ເພາະໃນເວລານັ້ນຈະມີຄວາມທຸກລຳບາກຄັ້ງໃຫຍ່ທີ່ບໍ່ເຄີຍມີມາຕັ້ງແຕ່ການເລີ່ມຕົ້ນຂອງໂລກຈົນເຖິງທຸກວັນນີ້ ແລະ ຈະບໍ່ມີຄັ້ງໃດເທົ່າກັບຄັ້ງນີ້ອີກ.22“ຖ້າວັນເຫລົ່ານັ້ນບໍ່ໄດ້ຖືກຕັດໃຫ້ສັ້ນເຂົ້າແລ້ວ ກໍຈະບໍ່ມີຄົນໃດພົ້ນເລີຍ, ແຕ່ເພື່ອເຫັນແກ່ຜູ້ທີ່ໄດ້ເລືອກໄວ້ນັ້ນຈະເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າ.23ໃນເວລານັ້ນ ຖ້າມີຜູ້ໃດເວົ້າກັບພວກເຈົ້າວ່າ, ‘ເບິ່ງແມ ພຣະຄຣິດເຈົ້າຢູ່ທີ່ນີ້!’ ຫລື ‘ພຣະອົງຢູ່ທີ່ນັ້ນ!’ ຢ່າໄດ້ເຊື່ອ.24ດ້ວຍວ່າ ຈະມີພຣະຄຣິດປອມ ແລະ ຜູ້ທຳນວາຍປອມປາກົດຂຶ້ນ ພວກເຂົາຈະສະແດງໝາຍສຳຄັນ ແລະ ການອັດສະຈັນອັນຍິ່ງໃຫຍ່ຫລາຍປະການ, ຖ້າເປັນໄປໄດ້ຈະຫລອກລວງແມ່ນແຕ່ຜູ້ທີ່ໄດ້ເລືອກໄວ້.25ເບິ່ງແມ ເຮົາໄດ້ບອກພວກເຈົ້າທັງຫລາຍໃຫ້ຮູ້ໄວ້ລ່ວງໜ້າກ່ອນແລ້ວ.26“ດັ່ງນັ້ນ ຖ້າມີຄົນບອກພວກເຈົ້າວ່າ, ‘ເພິ່ນຢູ່ທີ່ນັ້ນໃນຖິ່ນແຫ້ງແລ້ງກັນດານ’ ຢ່າໄດ້ອອກໄປທີ່ນັ້ນ ຫລື ມີຄົນບອກວ່າ, ‘ເພິ່ນຢູ່ທີ່ນີ້ໃນຫ້ອງດ້ານໃນ’ ກໍຢ່າໄດ້ເຊື່ອ.27ດ້ວຍວ່າ ຟ້າແມບເຫລື້ອມອອກມາຈາກທິດຕາເວັນອອກເບິ່ງເຫັນໄດ້ແມ່ນແຕ່ຢູ່ທິດຕາເວັນຕົກຢ່າງໃດ ການມາຂອງບຸດມະນຸດກໍຈະເປັນຢ່າງນັ້ນ.28ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະເຕົ້າໂຮມກັນຢູ່ບ່ອນນັ້ນ.29“ໃນທັນໃດນັ້ນ ຫລັງຈາກວັນແຫ່ງຄວາມທຸກລຳບາກເຫລົ່ານີ້,“ ‘ດວງອາທິດຈະມືດໄປແລະ ດວງເດືອນຈະບໍ່ສ່ອງແສງດວງດາວທັງຫລາຍຈະຕົກຈາກທ້ອງຟ້າແລະ ສະຫວັນຈະສັ່ນສະເທືອນ’. 30“ເມື່ອນັ້ນໝາຍສຳຄັນຂອງບຸດມະນຸດຈະປາກົດຂຶ້ນໃນສະຫວັນ ແລະ ປະຊາຊາດທັງປວງແຫ່ງແຜ່ນດິນໂລກຈະຮ້ອງໄຫ້ຄວນຄາງເມື່ອພວກເຂົາຈະເຫັນບຸດມະນຸດກຳລັງມາເທິງເມກແຫ່ງສະຫວັນດ້ວຍລິດອຳນາດ ແລະ ສະຫງ່າລາສີອັນຍິ່ງໃຫຍ່.31ພຣະອົງຈະໃຊ້ບັນດາເທວະດາຂອງພຣະອົງມາພ້ອມກັບສຽງແກດັງກ້ອງສະໜັ່ນ, ເທວະດາເຫລົ່ານັ້ນຈະຮວບຮວມເອົາຜູ້ທີ່ເລືອກໄວ້ຈາກທັງສີ່ທິດ ຕັ້ງແຕ່ສຸດຂອບຟ້າສະຫວັນເບື້ອງໜຶ່ງຈົນເຖິງສຸດຂອບຟ້າສະຫວັນອີກເບື້ອງໜຶ່ງ.32“ບັດນີ້ ຈົ່ງຮຽນຮູ້ເອົາບົດຮຽນນີ້ຈາກຕົ້ນໝາກເດື່ອຄື: ທັນທີທີ່ກິ່ງອ່ອນ ແລະ ໃບຂອງມັນປົ່ງອອກມາ ພວກເຈົ້າກໍຮູ້ວ່າລະດູຮ້ອນໃກ້ຈະມາເຖິງແລ້ວ.33ຢ່າງດຽວກັນເມື່ອພວກເຈົ້າເຫັນສິ່ງທັງໝົດເຫລົ່ານີ້ ພວກເຈົ້າກໍຈະຮູ້ວ່າພຣະອົງເຂົ້າມາໃກ້ແລ້ວ, ຢູ່ທີ່ປະຕູແລ້ວ.34ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນໃນສະໄໝນີ້ຈະຍັງບໍ່ທັນລ່ວງລັບໄປກ່ອນຈົນກວ່າສິ່ງທັງໝົດເຫລົ່ານີ້ຈະເກີດຂຶ້ນ. 35ສະຫວັນ ແລະ ແຜ່ນດິນໂລກຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.ບໍ່ມີຜູ້ໃດຮູ້ວັນ ແລະ ເວລາ
36“ແຕ່ເລື່ອງວັນ ຫລື ເວລານັ້ນບໍ່ມີຜູ້ໃດຮູ້, ແມ່ນແຕ່ບັນດາເທວະດາໃນສະຫວັນ ຫລື ພຣະບຸດ ກໍບໍ່ຮູ້, ມີແຕ່ພຣະບິດາອົງດຽວເທົ່ານັ້ນທີ່ຮູ້.37ໃນສະໄໝຂອງໂນອາເປັນຢ່າງໃດ ເມື່ອບຸດມະນຸດມາກໍຈະເປັນຢ່າງນັ້ນ.38ເພາະວ່າກ່ອນວັນນ້ຳຖ້ວມໂລກຄົນທັງຫລາຍໄດ້ກິນ ແລະ ໄດ້ດື່ມ, ໄດ້ແຕ່ງງານ ແລະ ຍົກໃຫ້ເປັນຜົວເມຍກັນຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນເຮືອ,39ພວກເຂົາບໍ່ຮູ້ເລີຍວ່າຈະມີຫຍັງເກີດຂຶ້ນຈົນກວ່າຖືກນ້ຳຖ້ວມ ແລະ ກວາດລ້າງພວກເຂົາໄປໝົດ. ເມື່ອບຸດມະນຸດມາກໍຈະເປັນດັ່ງນີ້.40ຈະມີຊາຍສອງຄົນຢູ່ໃນທົ່ງນາ ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນໜຶ່ງຈະຖືກປະໄວ້.41ຈະມີຍິງສອງຄົນກຳລັງໂມ້ແປ້ງດ້ວຍເຄື່ອງໂມ້ທີ່ໃຊ້ມືຢູ່ ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນໜຶ່ງຈະຖືກປະໄວ້.42“ດັ່ງນັ້ນ ຈົ່ງເຝົ້າລະວັງຢູ່ ເພາະພວກເຈົ້າທັງຫລາຍບໍ່ຮູ້ວ່າອົງພຣະຜູ້ເປັນເຈົ້າຂອງພວກເຈົ້າຈະມາເວລາໃດ.43ແຕ່ຈົ່ງເຂົ້າໃຈດັ່ງນີ້ຄື: ຖ້າເຈົ້າຂອງເຮືອນຮູ້ກ່ອນວ່າຂະໂມຍຈະມາໃນຕອນກາງຄືນຈັກໂມງ ລາວກໍຄົງຈະເຝົ້າລະວັງຢູ່ ແລະ ບໍ່ປ່ອຍໃຫ້ຂະໂມຍງັດເຂົ້າໄປໃນເຮືອນຂອງຕົນໄດ້.44ດັ່ງນັ້ນ ພວກເຈົ້າຈະຕ້ອງຕຽມພ້ອມເໝືອນກັນ ເພາະວ່າບຸດມະນຸດຈະມາໃນເວລາທີ່ພວກເຈົ້າບໍ່ຄາດຄິດ.45“ແມ່ນຜູ້ໃດທີ່ເປັນຄົນຮັບໃຊ້ທີ່ສັດຊື່ ແລະ ສະຫລາດ, ຜູ້ທີ່ນາຍໄດ້ຕັ້ງໄວ້ໃຫ້ຮັບຜິດຊອບບັນດາຄົນຮັບໃຊ້ໃນເຮືອນຂອງເພິ່ນ ເພື່ອແຈກຢາຍອາຫານໃຫ້ພວກເຂົາຕາມເວລາ?46ຈະເປັນຜົນດີສຳລັບຄົນຮັບໃຊ້ຜູ້ນັ້ນເມື່ອນາຍກັບມາພົບວ່າລາວເຮັດຕາມໜ້າທີ່.47ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ນາຍຈະຕັ້ງລາວໃຫ້ເປັນຜູ້ຮັບຜິດຊອບຊັບສົມບັດທັງໝົດຂອງນາຍ.48ແຕ່ຖ້າຄົນຮັບໃຊ້ນັ້ນເປັນຄົນຊົ່ວຮ້າຍ ແລະ ຄິດໃນໃຈວ່າ, ‘ຍັງອີກດົນທີ່ນາຍຂອງຕົນຈະກັບມາ’49ແລະ ລາວຈຶ່ງເລີ່ມຂ້ຽນຕີຄົນຮັບໃຊ້ດ້ວຍກັນ ທັງກິນ ແລະ ດື່ມກັບຄົນຂີ້ເມົາດ້ວຍ50ນາຍຂອງຄົນຮັບໃຊ້ຜູ້ນັ້ນຈະກັບມາໃນວັນທີ່ລາວບໍ່ຄາດຄິດ ແລະ ໃນເວລາທີ່ລາວບໍ່ຮູ້.51ນາຍຈະຕັດລາວເປັນຕ່ອນໆ ແລະ ຈັດໃຫ້ລາວໄປຢູ່ໃນບ່ອນຂອງຄົນໜ້າຊື່ໃຈຄົດ, ທີ່ນັ້ນຈະມີການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ.Biblica, Inc.