ມັດທາຍ23
ເຕືອນໃຫ້ລະວັງພວກໜ້າຊື່ໃຈຄົດ
1ແລ້ວພຣະເຢຊູເຈົ້າກໍກ່າວແກ່ປະຊາຊົນ ແລະ ພວກສາວົກຂອງພຣະອົງວ່າ,2“ພວກຄູສອນກົດບັນຍັດ ແລະ ພວກຟາຣີຊາຍນັ່ງຢູ່ເທິງບ່ອນນັ່ງຂອງໂມເຊ,3ດັ່ງນັ້ນ ພວກເຈົ້າຕ້ອງລະມັດວະວັງທີ່ຈະເຮັດທຸກຢ່າງຕາມທີ່ພວກເຂົາບອກພວກເຈົ້າ. ແຕ່ຢ່າເຮັດໃນສິ່ງທີ່ພວກເຂົາເຮັດ, ເພາະພວກເຂົາບໍ່ໄດ້ປະຕິບັດຕາມສິ່ງທີ່ພວກເຂົາໄດ້ສັ່ງສອນ.4ພວກເຂົາມັດພາລະໜັກ, ບັນທຸກເອົາສິ່ງຫຍຸ້ງຍາກແລ້ວເອົາວາງໄວ້ເທິງບ່າຂອງປະຊາຊົນ, ແຕ່ພວກເຂົາເອງແມ່ນແຕ່ມືນີ້ວດຽວກໍບໍ່ຍົກຍ້າຍສິ່ງເຫລົ່ານັ້ນໄປ.5“ພວກເຂົາເຮັດທຸກສິ່ງເພື່ອໃຫ້ຄົນເຫັນ ພວກເຂົາເຮັດແອບໜັງທີ່ບັນຈຸຂໍ້ພຣະຄຳພີ ຂະໜາດໃຫຍ່ ແລະ ຂອບເສື້ອຄຸມຂອງພວກເຂົາກໍເຮັດຍອຍຍາວອອກໄປ.6ພວກເຂົາມັກບ່ອນນັ່ງທີ່ສຳຄັນທີ່ສຸດໃນງານກິນລ້ຽງຕ່າງໆ ແລະ ມັກບ່ອນນັ່ງທີ່ສຳຄັນໃນທຳມະສາລາ;7ພວກເຂົາມັກໃຫ້ຄົນມາຄຳນັບທັກທາຍໃນບ່ອນຊຸມນຸມຊົນ ແລະ ມັກໃຫ້ເອີ້ນພວກເຂົາວ່າ, ‘ຣັບບີ’. 8“ສ່ວນພວກເຈົ້າຢ່າໃຫ້ຜູ້ໃດເອີ້ນວ່າ, ‘ຣັບບີ’ ເພາະພວກເຈົ້າມີອາຈານພຽງແຕ່ຜູ້ດຽວ ແລະ ພວກເຈົ້າທັງໝົດເປັນພີ່ນ້ອງກັນ,9ແລະ ຢ່າເອີ້ນຜູ້ໃດເທິງແຜ່ນດິນໂລກນີ້ວ່າ, ‘ບິດາ’ ເພາະພວກເຈົ້າມີພຣະບິດາເຈົ້າອົງດຽວ ແລະ ພຣະອົງສະຖິດຢູ່ໃນສະຫວັນ.10ຢ່າໃຫ້ຜູ້ໃດເອີ້ນພວກເຈົ້າວ່າ, ‘ຄູສອນ’ ເພາະວ່າພວກເຈົ້າມີຄູສອນພຽງຜູ້ດຽວຄືພຣະຄຣິດເຈົ້າ.11ຜູ້ເປັນໃຫຍ່ທີ່ສຸດທ່າມກາງພວກເຈົ້ານັ້ນ ຕ້ອງເປັນຜູ້ຮັບໃຊ້ພວກເຈົ້າ.12ດ້ວຍວ່າ ຜູ້ໃດທີ່ຍົກຕົນເອງຂຶ້ນຜູ້ນັ້ນຈະຖືກເຮັດໃຫ້ຖ່ອມໂຕລົງ ແລະ ຜູ້ໃດທີ່ຖ່ອມໂຕລົງຈະຖືກຍົກຂຶ້ນ.ວິບັດເຈັດຢ່າງສຳລັບພວກຄູສອນກົດບັນຍັດ ແລະ ພວກຟາຣີຊາຍ
13“ວິບັດແກ່ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ພວກຄົນໜ້າຊື່ໃຈຄົດ! ພວກເຈົ້າອັດປະຕູອານາຈັກສະຫວັນຕັນໜ້າຄົນ. ດ້ວຍວ່າ ພວກເຈົ້າເອງບໍ່ເຂົ້າໄປແລ້ວຍັງຂັດຂວາງຄົນທີ່ພະຍາຍາມຈະເຂົ້າໄປ.14ວິບັດແກ່ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍຄົນໜ້າຊື່ໃຈຄົດ! ພວກເຈົ້າເອົາສິ່ງຂອງ ຂອງບັນດາແມ່ໝ້າຍ ແລະ ທຳທ່າອະທິຖານຢ່າງຍືດຍາວ ດັ່ງນັ້ນ ພວກເຈົ້າຈະຖືກລົງໂທດໜັກທີ່ສຸດ. 15“ວິບັດແກ່ເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ຄົນໜ້າຊື່ໃຈຄົດ! ພວກເຈົ້າທຽວເດີນທາງໄປມາທັງທາງບົກ ແລະ ທາງນໍ້າເພື່ອຈະໄດ້ຜູ້ໜຶ່ງມາເຂົ້າສາສະໜາ ແລະ ເມື່ອໄດ້ມາເຂົ້າແລ້ວພວກເຈົ້າກໍເຮັດໃຫ້ຄົນນັ້ນເປັນເດັກຂອງນະລົກ ຊົ່ວຮ້າຍຫລາຍກວ່າພວກເຈົ້າອີກສອງເທົ່າ.16“ວິບັດແກ່ພວກເຈົ້າ ຜູ້ນຳທາງຕາບອດ! ພວກເຈົ້າເວົ້າວ່າ, ‘ຖ້າຜູ້ໃດສາບານໂດຍອ້າງໃສ່ວິຫານກໍບໍ່ມີຜົນຫຍັງ, ແຕ່ຖ້າຜູ້ໃດສາບານໂດຍອ້າງໃສ່ຄຳໃນວິຫານ ຜູ້ນັ້ນກໍຕ້ອງເຮັດຕາມທີ່ຕົນໄດ້ສາບານໄວ້’.17ພວກຕາບອດທີ່ໂງ່ຈ້າເອີຍ! ສິ່ງໃດທີ່ສຳຄັນກວ່າກັນ ຄຳ ຫລື ວິຫານທີ່ເຮັດໃຫ້ຄຳນັ້ນສັກສິດ?18ແລະ ພວກເຈົ້າຍັງເວົ້າອີກວ່າ, ‘ຖ້າຜູ້ໃດສາບານໂດຍອ້າງໃສ່ແທ່ນບູຊາກໍບໍ່ມີຜົນຫຍັງ, ແຕ່ຖ້າຜູ້ໃດສາບານໂດຍອ້າງໃສ່ເຄື່ອງຖວາຍເທິງແທ່ນບູຊາ ຜູ້ນັ້ນກໍຕ້ອງເຮັດຕາມທີ່ຕົນໄດ້ສາບານໄວ້’.19ພວກຄົນຕາບອດເອີຍ! ສິ່ງໃດທີ່ສຳຄັນກວ່າເຄື່ອງຖວາຍ ຫລື ແທ່ນບູຊາທີ່ເຮັດໃຫ້ເຄື່ອງຖວາຍນັ້ນສັກສິດ?20ເຫດສະນັ້ນ ເມື່ອຄົນໃດຈະສາບານໂດຍອ້າງໃສ່ແທ່ນບູຊາ ກໍໃຫ້ສາບານໂດຍອ້າງໃສ່ແທ່ນບູຊາ ແລະ ເຄື່ອງຖວາຍທັງໝົດເທິງແທ່ນບູຊານັ້ນເໝືອນກັນ,21ແລະ ເມື່ອຄົນໃດສາບານໂດຍອ້າງໃສ່ວິຫານ ກໍໃຫ້ສາບານໂດຍອ້າງໃສ່ວິຫານ ແລະ ພຣະເຈົ້າຜູ້ສະຖິດໃນວິຫານນັ້ນເໝືອນກັນ.22ແລະ ເມື່ອຄົນໃດສາບານໂດຍອ້າງໃສ່ສະຫວັນ ກໍໃຫ້ສາບານໂດຍອ້າງໃສ່ບັນລັງຂອງພຣະເຈົ້າ ແລະ ພຣະອົງຜູ້ທີ່ນັ່ງເທິງບັນລັງນັ້ນເໝືອນກັນ.23“ວິບັດແກ່ພວກເຈົ້າ ພວກຄູສອນກົດບັນຍັດ ແລະ ພວກຟາຣີຊາຍຄົນໜ້າຊື່ໃຈຄົດເອີຍ! ດ້ວຍວ່າ ພວກເຈົ້າຖວາຍໜຶ່ງສ່ວນສິບຂອງເຄື່ອງເທດຂອງເຈົ້າ ຄືຜັກຫອມລາບ, ແກ່ນຜັກຊີ ແລະ ຜັກຄູມິນ . ແຕ່ພວກເຈົ້າໄດ້ລະເລີຍສິ່ງທີ່ສຳຄັນກວ່ານັ້ນໃນກົດບັນຍັດ ຄືຄວາມຍຸຕິທຳ, ຄວາມເມດຕາ ແລະ ຄວາມສັດຊື່. ພວກເຈົ້າຄວນປະຕິບັດສິ່ງເຫລົ່ານີ້ໂດຍບໍ່ປະຖິ້ມສິ່ງອື່ນດ້ວຍ.24ພວກຜູ້ນຳທາງຕາບອດເອີຍ! ພວກເຈົ້າຕອງເອົາແມງມີ່ອອກແຕ່ກືນອູດທັງໂຕ.25“ວິບັດແກ່ພວກເຈົ້າ ພວກຄູສອນກົດບັນຍັດ ແລະ ພວກຟາຣີຊາຍຄົນໜ້າຊື່ໃຈຄົດເອີຍ! ພວກເຈົ້າລ້າງຈອກ ແລະ ຖ້ວຍຊາມໃຫ້ສະອາດແຕ່ພາຍນອກ ແຕ່ພາຍໃນນັ້ນເຕັມໄປດ້ວຍຄວາມໂລບ ແລະ ການເຮັດຕາມໃຈຕົນເອງ.26ຄົນຟາຣີຊາຍຕາບອດເອີຍ! ຈົ່ງລ້າງຈອກ ແລະ ຖ້ວຍຊາມພາຍໃນກ່ອນ ແລ້ວພາຍນອກກໍຈະສະອາດກ້ຽງດີເໝືອນກັນ.27“ວິບັດແກ່ພວກເຈົ້າ ພວກຄູສອນກົດບັນຍັດ ແລະ ພວກຟາຣີຊາຍຄົນໜ້າຊື່ໃຈຄົດເອີຍ! ພວກເຈົ້າເປັນເໝືອນອຸບມຸງຝັງສົບທີ່ທາດ້ວຍປູນຂາວ ເຊິ່ງເບິ່ງພາຍນອກງົດງາມແຕ່ພາຍໃນນັ້ນເຕັມໄປດ້ວຍກະດູກຄົນຕາຍ ແລະ ຄວາມບໍ່ສະອາດທຸກຢ່າງ.28ໃນທຳນອງດຽວກັນນັ້ນ ພາຍນອກພວກເຈົ້າກໍປາກົດໃຫ້ຄົນເຫັນວ່າເປັນຄົນຊອບທຳ ແຕ່ພາຍໃນພວກເຈົ້າເຕັມໄປດ້ວຍຄວາມໜ້າຊື່ໃຈຄົດ ແລະ ຄວາມຊົ່ວຮ້າຍ.29“ວິບັດແກ່ພວກເຈົ້າ ພວກຄູສອນກົດບັນຍັດ ແລະ ພວກຟາຣີຊາຍຄົນໜ້າຊື່ໃຈຄົດເອີຍ! ພວກເຈົ້າສ້າງອຸບມຸງຝັງສົບໃຫ້ບັນດາຜູ້ທຳນວາຍ ແລະ ຕົບແຕ່ງຂຸມຝັງສົບຂອງຄົນຊອບທຳໃຫ້ງົດງາມ30ແລະ ພວກເຈົ້າເວົ້າວ່າ, ‘ຖ້າພວກເຮົາໄດ້ຢູ່ໃນສະໄໝດຽວກັບບັນພະບຸລຸດຂອງພວກເຮົານັ້ນ ພວກເຮົາກໍຄົງຈະບໍ່ມີສ່ວນກັບພວກເຂົາໃນການຂ້າພວກຜູ້ທຳນວາຍ’.31ດັ່ງນັ້ນ ພວກເຈົ້າຈຶ່ງເປັນພະຍານຕໍ່ສູ້ຕົນເອງວ່າພວກເຈົ້າເປັນເຊື້ອສາຍຂອງບັນດາຜູ້ທີ່ຂ້າພວກຜູ້ທຳນວາຍເຫລົ່ານັ້ນ,32ເຫດສະນັ້ນ ຈົ່ງເຮັດສິ່ງທີ່ບັນພະບຸລຸດຂອງພວກເຈົ້າໄດ້ເຮັດ ແລະ ເຮັດໃຫ້ສຳເລັດຄົບຖ້ວນສາ!33“ພວກງູຮ້າຍ! ພວກງູພິດເອີຍ! ພວກເຈົ້າຈະຫລຸດພົ້ນຈາກການຕັດສິນລົງໂທດໃຫ້ລົງນະລົກໄດ້ຢ່າງໃດ?34ດ້ວຍເຫດນີ້ ເຮົາຈຶ່ງໃຊ້ພວກຜູ້ທຳນວາຍ, ນັກປັດຊະຍາ ແລະ ພວກອາຈານມາຫາພວກເຈົ້າ, ບາງຄົນໃນພວກເຂົາພວກເຈົ້າກໍຂ້າ ແລະ ຄຶງທີ່ໄມ້ກາງແຂນ, ຄົນອື່ນໆອີກພວກເຈົ້າກໍຈະຂ້ຽນຕີໃນທຳມະສາລາຂອງພວກເຈົ້າ ແລະ ຂົ່ມເຫັງພວກເຂົາໄລ່ຈາກເມືອງນີ້ໄປເມືອງນັ້ນ.35ດັ່ງນັ້ນ ເລືອດຂອງຄົນຊອບທຳທັງໝົດທີ່ຕົກໃສ່ແຜ່ນດິນໂລກ ແລະ ຈະຕົກຖືກພວກເຈົ້າ, ນັບຕັ້ງແຕ່ເລືອດຂອງອາເບັນຜູ້ຊອບທຳໄປຈົນເຖິງເລືອດຂອງເຊກາຣີຢາລູກຊາຍຂອງບາຣາຂີຢາທີ່ພວກເຈົ້າໄດ້ຂ້າລະຫວ່າງວິຫານ ແລະ ແທ່ນບູຊາ.36ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ເຫດການເຫລົ່ານີ້ຈະເກີດຂຶ້ນແກ່ຄົນສະໄໝນີ້.37“ເຢຣູຊາເລັມ, ເຢຣູຊາເລັມເອີຍ, ເຈົ້າຜູ້ຂ້າບັນດາຜູ້ທຳນວາຍ ແລະ ເອົາກ້ອນຫີນແກວ່ງໃສ່ບັນດາຜູ້ທີ່ຖືກໃຊ້ມາຫາເຈົ້າ, ເຮົາປາຖະໜາຫລາຍເທື່ອແລ້ວທີ່ຈະຮວບຮວມລູກຂອງເຈົ້າໄວ້ ເໝືອນດັ່ງໄກ່ແມ່ທີ່ຮວບຮວມລູກຂອງມັນໄວ້ໃຕ້ປີກ ແຕ່ເຈົ້າບໍ່ຍິນຍອມເລີຍ.38ເບິ່ງແມ, ເຮືອນຂອງພວກເຈົ້າຖືກປະຖິ້ມໃຫ້ຮ້າງເປົ່າ39ເພາະເຮົາບອກພວກເຈົ້າວ່າ, ພວກເຈົ້າຈະບໍ່ໄດ້ເຫັນເຮົາອີກຈົນກວ່າພວກເຈົ້າຈະເວົ້າວ່າ, ‘ສັນລະເສີນພຣະອົງຜູ້ມາໃນນາມຂອງອົງພຣະຜູ້ເປັນເຈົ້າ’ ”.Biblica, Inc.