ມັດທາຍ25
ຄຳອຸປະມາເລື່ອງສາວບໍລິສຸດສິບຄົນ
1“ໃນເວລານັ້ນ ອານາຈັກສະຫວັນປຽບເໝືອນສາວບໍລິສຸດສິບຄົນທີ່ຖືຕະກຽງຂອງຕົນອອກໄປຮັບເຈົ້າບ່າວ.2ຫ້າຄົນໃນພວກເຂົາເປັນຄົນໂງ່ ແລະ ອີກຫ້າຄົນເປັນຄົນສະຫລາດ.3ຝ່າຍພວກຄົນໂງ່ນັ້ນໄດ້ຖືເອົາຕະກຽງຂອງພວກເຂົາໄປແຕ່ບໍ່ໄດ້ເອົານ້ຳມັນໄປນໍາ.4ສ່ວນພວກຄົນສະຫລາດນັ້ນໄດ້ເອົານ້ຳມັນໃສ່ຂວດຖືໄປພ້ອມກັບຕະກຽງຂອງພວກເຂົາ.5ເປັນເວລາດົນນານທີ່ເຈົ້າບ່າວຈະມາ, ພວກເຂົາທັງໝົດຕ່າງກໍເຫງົານອນ ແລະ ຫລັບໄປ.6“ພໍເຖິງເວລາທ່ຽງຄືນກໍມີສຽງຮ້ອງຂຶ້ນວ່າ: ‘ເຈົ້າບ່າວມາແລ້ວ! ຈົ່ງອອກມາຮັບເພິ່ນເທີ້ນ!’7“ແລ້ວສາວບໍລິສຸດທັງໝົດຈຶ່ງຕື່ນຂຶ້ນ ແລະ ຈັດຕຽມຕະກຽງຂອງຕົນ.8ແລ້ວພວກຄົນໂງ່ກໍເວົ້າກັບພວກຄົນສະຫລາດວ່າ, ‘ຂໍນ້ຳມັນຂອງພວກເຈົ້າໃຫ້ພວກຂ້ອຍແດ່ ຕະກຽງຂອງພວກຂ້ອຍໃກ້ຈະມອດແລ້ວ’.9“ແຕ່ພວກເຂົາຕອບວ່າ, ‘ບໍ່ໄດ້ດອກ ນ້ຳມັນມີບໍ່ພຽງພໍສຳລັບພວກຂ້ອຍ ແລະ ພວກເຈົ້າ, ຈົ່ງໄປຫາຄົນຂາຍນໍ້າມັນ ແລະ ຊື້ເອົາສຳລັບພວກເຈົ້າສາ’.10“ແຕ່ໃນຂະນະທີ່ພວກເຂົາກຳລັງອອກໄປຊື້ນໍ້າມັນຢູ່ນັ້ນ, ເຈົ້າບ່າວກໍມາຮອດ. ພວກສາວບໍລິສຸດທີ່ຕຽມພ້ອມຢູ່ແລ້ວກໍເຂົ້າໄປກັບເຈົ້າບ່າວໃນງານກິນລ້ຽງສົມລົດ ແລະ ປະຕູກໍອັດ.11“ຫລັງຈາກນັ້ນ ພວກສາວບໍລິສຸດອີກຫ້າຄົນກໍມາຮອດ ແລະ ຮ້ອງວ່າ, ‘ອົງພຣະຜູ້ເປັນເຈົ້າ! ອົງພຣະຜູ້ເປັນເຈົ້າເອີຍ! ຂໍເປີດປະຕູໃຫ້ພວກຂ້ານ້ອຍແດ່ທ້ອນ’.12“ແຕ່ເພິ່ນໄດ້ຕອບວ່າ, ‘ເຮົາບອກພວກເຈົ້າທັງຫລາຍຕາມຄວາມຈິງວ່າ, ເຮົາບໍ່ຮູ້ຈັກພວກເຈົ້າ’.13“ເຫດສະນັ້ນ ຈົ່ງເຝົ້າລະວັງຢູ່ ເພາະວ່າພວກເຈົ້າບໍ່ຮູ້ຈັກວັນ ຫລື ໂມງນັ້ນ.ຄຳອຸປະມາເລື່ອງຖົງຄຳ
14“ອີກເທື່ອໜຶ່ງ, ອານາຈັກສະຫວັນຍັງປຽບເໝືອນຊາຍຄົນໜຶ່ງທີ່ກຳລັງຈະອອກເດີນທາງໄປ ເພິ່ນຈຶ່ງເອີ້ນພວກຄົນຮັບໃຊ້ຂອງຕົນມາ ແລະ ມອບໝາຍໃຫ້ພວກເຂົາຮັບຜິດຊອບຊັບສິນຂອງຕົນ.15ເພິ່ນໄດ້ມອບຄຳຫ້າຖົງ ໃຫ້ຄົນໜຶ່ງ, ສອງຖົງໃຫ້ຄົນໜຶ່ງ ແລະ ໜຶ່ງຖົງໃຫ້ອີກຄົນໜຶ່ງ, ຕາມຄວາມສາມາດຂອງແຕ່ລະຄົນ ແລ້ວເພິ່ນກໍອອກເດີນທາງໄປ.16ຄົນທີ່ໄດ້ຮັບຄຳຫ້າຖົງກໍນຳໄປລົງທຶນທັນທີ ແລະ ໄດ້ກຳໄລມາອີກຫ້າຖົງ.17ຄົນທີ່ໄດ້ຮັບສອງຖົງກໍເໝືອນກັນໄດ້ກຳໄລມາອີກສອງຖົງ.18ສ່ວນຄົນທີ່ໄດ້ຮັບໜຶ່ງຖົງໄດ້ໄປຂຸດຂຸມ ແລະ ເອົາຄຳຂອງນາຍເຊື່ອງໄວ້.19“ຫລັງຈາກຜ່ານໄປດົນນານຕໍ່ມາ ນາຍຂອງຄົນຮັບໃຊ້ເຫລົ່ານັ້ນກໍກັບມາ ແລະ ຄິດບັນຊີກັບພວກເຂົາ.20ຄົນທີ່ໄດ້ຮັບຄຳຫ້າຖົງກໍ່ໄດ້ເຂົ້າມາພ້ອມກັບກຳໄລອີກຫ້າຖົງ ແລະ ກ່າວວ່າ, ‘ນາຍເອີຍ! ທ່ານໄດ້ມອບຄຳຫ້າຖົງໃຫ້ຂ້ານ້ອຍ ເບິ່ງແມ, ຂ້ານ້ອຍໄດ້ກຳໄລຫ້າຖົງຕື່ມອີກ’.21“ນາຍຂອງລາວຕອບວ່າ, ‘ດີຫລາຍ ເຈົ້າເປັນຄົນຮັບໃຊ້ທີ່ດີ ແລະ ສັດຊື່! ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍເຮົາຈະຕັ້ງເຈົ້າໃຫ້ເປັນຜູ້ເບິ່ງແຍງສິ່ງຂອງຫລາຍຢ່າງ, ຈົ່ງມາຮ່ວມຊື່ນຊົມຍິນດີກັບເຮົາ!’22“ຄົນທີ່ໄດ້ຮັບສອງຖົງກໍເຂົ້າມາເໝືອນກັນ ແລະ ກ່າວວ່າ, ‘ນາຍເອີຍ, ທ່ານໄດ້ມອບຄຳສອງຖົງໃຫ້ຂ້ານ້ອຍ. ເບິ່ງແມ, ຂ້ານ້ອຍໄດ້ກຳໄລສອງຖົງຕື່ມອີກ’.23“ນາຍຂອງລາວຕອບວ່າ, ‘ດີຫລາຍ ເຈົ້າເປັນຄົນຮັບໃຊ້ທີ່ດີ ແລະ ສັດຊື່! ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍເຮົາຈະຕັ້ງເຈົ້າໃຫ້ເປັນຜູ້ເບິ່ງແຍງສິ່ງຂອງຫລາຍຢ່າງ. ຈົ່ງມາຮ່ວມຊື່ນຊົມຍິນດີກັບເຮົາ!’24“ແລ້ວຄົນທີ່ໄດ້ຮັບຄຳໜຶ່ງຖົງກໍເຂົ້າມາ ແລະ ເວົ້າວ່າ, ‘ນາຍເອີຍ, ຂ້ານ້ອຍຮູ້ວ່າທ່ານເປັນຄົນເຄັ່ງຄັດ ທ່ານເກັບກ່ຽວຜົນໃນບ່ອນທີ່ທ່ານບໍ່ໄດ້ປູກ ແລະ ທ່ານຮວບຮວມຜົນລະປູກໃນບ່ອນທີ່ທ່ານບໍ່ໄດ້ຫວ່ານເມັດພືດ.25ຂ້ານ້ອຍຢ້ານຈຶ່ງໄດ້ເອົາຄຳທີ່ທ່ານມອບໃຫ້ໄປຝັງດິນໄວ້. ເບິ່ງແມ, ນີ້ຄືຄຳຂອງທ່ານ’.26“ນາຍຂອງລາວຕອບວ່າ, ‘ເຈົ້າຄົນຊົ່ວຊ້າ ແລະ ຜູ້ຮັບໃຊ້ທີ່ກຽດຄ້ານເອີຍ! ເຈົ້າກໍຮູ້ວ່າເຮົາເກັບກ່ຽວເອົາຜົນໃນບ່ອນທີ່ເຮົາບໍ່ໄດ້ຫວ່ານ ແລະ ຮວບຮວມເອົາຜົນລະປູກໃນບ່ອນທີ່ເຮົາບໍ່ໄດ້ຫວ່ານເມັດພືດ.27ດັ່ງນັ້ນ ເຈົ້າຄວນເອົາຄຳຂອງເຮົາໄປຝາກທະນາຄານໄວ້, ເພື່ອວ່າເມື່ອເຮົາກັບມາເຮົາກໍຈະໄດ້ຄຳນັ້ນຄືນພ້ອມກັບດອກເບ້ຍ.28“ ‘ດັ່ງນັ້ນ ຈົ່ງເອົາຄຳໜຶ່ງຖົງນັ້ນໄປຈາກມັນ ແລະ ມອບໃຫ້ຄົນທີ່ມີສິບຖົງ.29ເພາະຜູ້ໃດກໍຕາມທີ່ມີຢູ່ແລ້ວກໍຈະໄດ້ຮັບເພີ່ມເຕີມຂຶ້ນອີກ ແລະ ພວກເຂົາຈະມີຢ່າງອຸດົມສົມບູນ. ຜູ້ໃດກໍຕາມທີ່ບໍ່ມີ ແມ່ນແຕ່ສິ່ງທີ່ພວກເຂົາມີຢູ່ນັ້ນ ກໍຈະຖືກຍົກເອົາໄປຈາກພວກເຂົາ.30ແລະ ໂຍນຄົນຮັບໃຊ້ຜູ້ບໍ່ມີປະໂຫຍດຄົນນີ້ຖິ້ມອອກໄປຂ້າງນອກໃນທີ່ມືດ ບ່ອນທີ່ມີການຮ້ອງໄຫ້ ແລະ ຂົບແຂ້ວຢູ່’.ແກະ ແລະ ຝູງແບ້
31“ເມື່ອບຸດມະນຸດມາດ້ວຍສະຫງ່າລາສີຂອງພຣະອົງພ້ອມດ້ວຍເທວະດາທັງໝົດ, ພຣະອົງຈະນັ່ງເທິງບັນລັງອັນຮຸ່ງເຮືອງຂອງພຣະອົງ.32ປະຊາຊາດທັງໝົດຈະມາເຕົ້າໂຮມກັນຢູ່ຕໍ່ໜ້າພຣະອົງ ແລະ ພຣະອົງຈະແຍກພວກເຂົາອອກຈາກກັນເໝືອນກັບຄົນລ້ຽງສັດແຍກແກະອອກຈາກຝູງແບ້.33ພຣະອົງຈະຈັດໃຫ້ແກະຢູ່ເບື້ອງຂວາຂອງພຣະອົງ ສ່ວນຝູງແບ້ນັ້ນຈະໃຫ້ຢູ່ເບື້ອງຊ້າຍຂອງພຣະອົງ.34“ແລ້ວກະສັດກໍຈະກ່າວກັບບັນດາຜູ້ທີ່ຢູ່ເບື້ອງຂວາຂອງພຣະອົງວ່າ, ‘ມາເທີ້ນ, ພວກເຈົ້າຜູ້ທີ່ໄດ້ຮັບພອນຈາກພຣະບິດາຂອງເຮົາ ຈົ່ງມາຮັບເອົາມໍລະດົກຂອງເຈົ້າ, ອານາຈັກທີ່ໄດ້ຈັດຕຽມໄວ້ສຳລັບພວກເຈົ້າຕັ້ງແຕ່ສ້າງໂລກ.35ເພາະເມື່ອເຮົາຫິວເຂົ້າພວກເຈົ້າກໍເອົາໃຫ້ເຮົາກິນ, ເມື່ອເຮົາຫິວນໍ້າພວກເຈົ້າກໍເອົາໃຫ້ເຮົາດື່ມ, ເຮົາເປັນຄົນແປກໜ້າ ພວກເຈົ້າກໍໄດ້ຕ້ອນຮັບເຮົາໄວ້,36ເຮົາຕ້ອງການເຄື່ອງນຸ່ງຫົ່ມ ພວກເຈົ້າກໍເອົາໃຫ້ເຮົານຸ່ງຫົ່ມ, ເມື່ອເຮົາເຈັບປ່ວຍພວກເຈົ້າກໍໄດ້ເບິ່ງແຍງເຮົາ, ເຮົາຢູ່ໃນຄຸກພວກເຈົ້າກໍໄດ້ມາຢ້ຽມຢາມເຮົາ’.37“ແລ້ວຝ່າຍພວກຜູ້ຊອບທຳຈະຕອບພຣະອົງວ່າ, ‘ອົງພຣະຜູ້ເປັນເຈົ້າເອີຍ, ເມື່ອໃດທີ່ພວກຂ້ານ້ອຍເຫັນພຣະອົງຫິວເຂົ້າ ແລະ ໄດ້ເອົາເຂົ້າໃຫ້ພຣະອົງກິນ ຫລື ເຫັນພຣະອົງຫິວນ້ຳ ແລະ ໄດ້ເອົານໍ້າໃຫ້ພຣະອົງດື່ມ?38ເມື່ອໃດທີ່ພວກຂ້ານ້ອຍເຫັນພຣະອົງເປັນຄົນແປກໜ້າ ແລະ ໄດ້ຕ້ອນຮັບພຣະອົງໄວ້ ຫລື ຖວາຍເຄື່ອງນຸ່ງຫົ່ມເມື່ອພຣະອົງຕ້ອງການ?39ເມື່ອໃດທີ່ພວກຂ້ານ້ອຍເຫັນພຣະອົງເຈັບປ່ວຍ ຫລື ຢູ່ໃນຄຸກ ແລະ ໄດ້ໄປຢ້ຽມຢາມພຣະອົງ?’40“ກະສັດຈະຕອບວ່າ, ‘ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ສິ່ງໃດກໍຕາມທີ່ພວກເຈົ້າໄດ້ເຮັດແກ່ຜູ້ຕໍ່າຕ້ອຍທີ່ສຸດຄົນໜຶ່ງໃນບັນດາພີ່ນ້ອງເຫລົ່ານີ້ຂອງເຮົາ ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ’.41“ແລ້ວພຣະອົງຈະກ່າວຕໍ່ບັນດາຜູ້ທີ່ຢູ່ເບື້ອງຊ້າຍຂອງພຣະອົງວ່າ, ‘ພວກເຈົ້າທັງຫລາຍທີ່ຖືກສາບແຊ່ງ ຈົ່ງໄປຈາກເຮົາ, ຈົ່ງລົງໄປໃນບຶງໄຟທີ່ໄໝ້ຢູ່ເປັນນິດທີ່ໄດ້ຈັດຕຽມໄວ້ສຳລັບມານຮ້າຍ ແລະ ບໍລິວານຂອງມັນ.42ເພາະເມື່ອເຮົາຫິວເຂົ້າ ພວກເຈົ້າກໍບໍ່ໄດ້ເອົາໃຫ້ເຮົາກິນ, ເມື່ອເຮົາຫິວນ້ຳ ພວກເຈົ້າກໍບໍ່ໄດ້ເອົາໃຫ້ເຮົາດື່ມ,43ເມື່ອເຮົາເປັນຄົນແປກໜ້າມາ ພວກເຈົ້າກໍບໍ່ໄດ້ຕ້ອນຮັບເຮົາໄວ້, ເມື່ອເຮົາຕ້ອງການເຄື່ອງນຸ່ງຫົ່ມ ພວກເຈົ້າກໍບໍ່ໄດ້ເອົາໃຫ້ເຮົານຸ່ງຫົ່ມ, ເມື່ອເຮົາເຈັບປ່ວຍ ແລະ ຢູ່ໃນຄຸກ ພວກເຈົ້າກໍບໍ່ໄດ້ມາຢ້ຽມຢາມເຮົາ’.44“ແລ້ວພວກເຂົາກໍຈະຕອບພຣະອົງວ່າ, ‘ອົງພຣະຜູ້ເປັນເຈົ້າເອີຍ, ເມື່ອໃດທີ່ພວກຂ້ານ້ອຍເຫັນພຣະອົງຫິວເຂົ້າ ຫລື ຫິວນ້ຳ ຫລື ເປັນຄົນແປກໜ້າ ຫລື ຕ້ອງການເຄື່ອງນຸ່ງຫົ່ມ ຫລື ເຈັບປ່ວຍ ຫລື ຢູ່ໃນຄຸກ ແລ້ວພວກຂ້ານ້ອຍບໍ່ໄດ້ບົວລະບັດພຣະອົງ?’45“ພຣະອົງກໍຈະຕອບພວກເຂົາວ່າ, ‘ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ສິ່ງໃດກໍຕາມທີ່ພວກເຈົ້າບໍ່ໄດ້ເຮັດແກ່ຜູ້ຕໍ່າຕ້ອຍທີ່ສຸດຄົນໜຶ່ງໃນຄົນເຫລົ່ານີ້ ພວກເຈົ້າກໍບໍ່ໄດ້ເຮັດແກ່ເຮົາເໝືອນກັນ’.46“ແລ້ວຄົນເຫລົ່ານີ້ກໍຕ້ອງອອກໄປຮັບໂທດອັນຕະຫລອດໄປເປັນນິດ ແຕ່ຜູ້ຊອບທຳຈະເຂົ້າສູ່ຊີວິດນິລັນດອນ”.Biblica, Inc.