ມັດທາຍ22
ຄຳອຸປະມາເລື່ອງງານກິນລ້ຽງສົມລົດ
1ພຣະເຢຊູເຈົ້າກ່າວແກ່ພວກເຂົາເປັນຄຳອຸປະມາອີກວ່າ:2“ອານາຈັກສະຫວັນປຽບເໝືອນກະສັດຜູ້ໜຶ່ງທີ່ຕຽມງານກິນລ້ຽງສົມລົດໃຫ້ແກ່ລູກຊາຍຂອງເພິ່ນ.3ເພິ່ນໄດ້ໃຊ້ພວກຜູ້ຮັບໃຊ້ຂອງຕົນໄປບອກບັນດາຜູ້ທີ່ຖືກເຊີນໃຫ້ມາຮ່ວມງານລ້ຽງ ແຕ່ພວກເຂົາບໍ່ຍອມມາ.4“ດັ່ງນັ້ນ ເພິ່ນຈຶ່ງໃຊ້ພວກຜູ້ຮັບໃຊ້ຄົນອື່ນໆອອກໄປອີກໂດຍສັ່ງວ່າ, ‘ຈົ່ງບອກບັນດາຄົນທີ່ຖືກເຊີນວ່າເຮົາໄດ້ຈັດຕຽມງານກິນລ້ຽງໄວ້ພ້ອມແລ້ວຄື: ງົວເຖິກ ແລະ ສັດໂຕອ້ວນພີກໍມີຄົນຂ້າໄວ້ແລ້ວ ແລະ ທຸກສິ່ງກໍຕຽມພ້ອມແລ້ວ. ຈົ່ງມາຮ່ວມງານລ້ຽງນີ້’.5“ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ຕໍ່ຄຳເຊີນນັ້ນເລີຍ ແລະ ກໍໄປທາງອື່ນ. ຄົນໜຶ່ງກໍໄປທົ່ງນາ, ອີກຄົນໜຶ່ງກໍໄປເຮັດທຸລະກິດຂອງຕົນ.6ສ່ວນຄົນອື່ນໆອີກກໍຈັບພວກຜູ້ຮັບໃຊ້ມາຂ້ຽນຕີ ແລະ ຂ້າພວກເຂົາຖິ້ມ.7ກະສັດຈຶ່ງໂກດຮ້າຍຫລາຍ ເພິ່ນໄດ້ສັ່ງທະຫານອອກໄປທຳລາຍຊີວິດພວກຄາດຕະກອນເຫລົ່ານັ້ນ ແລະ ຈູດເມືອງຂອງພວກເຂົາ.8“ແລ້ວເພິ່ນກ່າວກັບພວກຜູ້ຮັບໃຊ້ຂອງເພິ່ນວ່າ, ‘ງານກິນລ້ຽງສົມລົດກໍພ້ອມແລ້ວ, ແຕ່ບັນດາຜູ້ທີ່ເຮົາເຊີນໄວ້ນັ້ນບໍ່ສົມຄວນໃຫ້ມາ.9ດັ່ງນັ້ນ ຈົ່ງອອກໄປທີ່ແຈຖະໜົນ ແລະ ເມື່ອພົບຄົນໃດກໍໃຫ້ເຊີນມາໃນງານນີ້’.10ແລ້ວພວກຜູ້ຮັບໃຊ້ຈຶ່ງອອກໄປຕາມຖະໜົນຫົນທາງ ແລະ ຮວບຮວມເອົາຄົນທັງໝົດທີ່ພວກເຂົາພົບເຫັນ ບໍ່ວ່າຄົນດີ ຫລື ຄົນຊົ່ວເຂົ້າມາໃນງານນີ້ ແລະ ຫ້ອງງານສົມລົດນັ້ນກໍເຕັມໄປດ້ວຍແຂກຈໍານວນຫລວງຫລາຍ.11“ແຕ່ເມື່ອກະສັດອອກມາເບິ່ງບັນດາແຂກທີ່ມາໃນງານກໍເຫັນຊາຍຄົນໜຶ່ງບໍ່ໄດ້ນຸ່ງເຄື່ອງສຳລັບງານສົມລົດ12ກະສັດຈຶ່ງຖາມລາວວ່າ, ‘ສະຫາຍເອີຍ, ດ້ວຍເຫດໃດເຈົ້າເຂົ້າມາທີ່ນີ້ໂດຍບໍ່ໄດ້ນຸ່ງເຄື່ອງສຳລັບງານສົມລົດ?’ ຊາຍຄົນນັ້ນກໍມິດຢູ່ເວົ້າບໍ່ອອກ.13“ແລ້ວກະສັດຈຶ່ງສັ່ງພວກຜູ້ຮັບໃຊ້ວ່າ, ‘ຈົ່ງມັດມືມັດຕີນຂອງມັນໄວ້ ແລະ ໂຍນມັນຖິ້ມອອກໄປຍັງບ່ອນທີ່ມືດພາຍນອກ ທີ່ນັ້ນຈະມີການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ’.14“ດ້ວຍວ່າ ມີຫລາຍຄົນຖືກເຊີນ ແຕ່ມີໜ້ອຍຄົນທີ່ຖືກເລືອກ”.ການເສຍພາສີໃຫ້ແກ່ກາຍຊາ
15ແລ້ວພວກຟາຣີຊາຍຈຶ່ງອອກໄປວາງແຜນກັນເພື່ອຈັບຜິດຖ້ອຍຄຳຂອງພຣະອົງ.16ພວກເຂົາຈຶ່ງໃຊ້ພວກລູກສິດຂອງພວກເຂົາພ້ອມກັບກຸ່ມສະໜັບສະໜູນເຮໂຣດບາງຄົນໄປຫາພຣະອົງ. ພວກເຂົາເວົ້າວ່າ, “ອາຈານເອີຍ, ພວກເຮົາຮູ້ວ່າທ່ານເປັນຄົນສັດຊື່ ແລະ ທ່ານໄດ້ສອນທາງຂອງພຣະເຈົ້າຕາມຄວາມຈິງ. ທ່ານບໍ່ໄດ້ຖືກຊັກຈູງໂດຍຄົນອື່ນ, ເພາະທ່ານບໍ່ເຫັນແກ່ໜ້າຜູ້ໃດ.17ດັ່ງນັ້ນ ຈົ່ງບອກພວກເຮົາແດ່ວ່າທ່ານຄິດຢ່າງໃດກ່ຽວກັບເລື່ອງນີ້? ເປັນການຖືກຕ້ອງທີ່ຈະເສຍພາສີ ໃຫ້ແກ່ກາຍຊາບໍ?”18ແຕ່ພຣະເຢຊູເຈົ້າຮູ້ທັນເຈດຕະນາຊົ່ວຮ້າຍຂອງພວກເຂົາ ຈຶ່ງກ່າວວ່າ, “ຄົນໜ້າຊື່ໃຈຄົດ, ເປັນຫຍັງພວກເຈົ້າຈຶ່ງພະຍາຍາມຈະຈັບຜິດເຮົາ?19ຈົ່ງເອົາຫລຽນທີ່ໃຊ້ເສຍພາສີນັ້ນມາໃຫ້ເຮົາເບິ່ງດູ”. ພວກເຂົາຈຶ່ງນຳເອົາຫລຽນໜຶ່ງເດນາຣິອົນມາໃຫ້ພຣະອົງ,20ແລ້ວພຣະອົງກໍຖາມພວກເຂົາວ່າ, “ຮູບ ແລະ ຄຳຈາລຶກນີ້ເປັນຂອງຜູ້ໃດ?”21ພວກເຂົາຕອບວ່າ, “ເປັນຂອງກາຍຊາ”.ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ພວກເຂົາວ່າ, “ເຫດສະນັ້ນ ສິ່ງໃດທີ່ເປັນຂອງກາຍຊາ ຈົ່ງຄືນໃຫ້ແກ່ກາຍຊາ ແລະ ສິ່ງໃດເປັນຂອງພຣະເຈົ້າ ຈົ່ງຖວາຍຄືນໃຫ້ແກ່ພຣະເຈົ້າ”.22ເມື່ອພວກເຂົາໄດ້ຍິນເຊັ່ນນີ້ແລ້ວ ພວກເຂົາຕ່າງກໍປະຫລາດໃຈຈຶ່ງອອກໄປຈາກພຣະອົງ.
ບັນຫາເລື່ອງການເປັນຄືນຈາກຕາຍ
23ໃນວັນດຽວກັນນັ້ນ ພວກຊາດູກາຍຜູ້ທີ່ກ່າວວ່າບໍ່ມີການເປັນຄືນມາຈາກຕາຍໄດ້ມາຫາພຣະອົງດ້ວຍຄຳຖາມ.24ພວກເຂົາເວົ້າວ່າ, “ອາຈານເອີຍ, ໂມເຊໄດ້ບອກພວກເຮົາວ່າ, ຖ້າອ້າຍຂອງຊາຍຄົນໜຶ່ງຕາຍໄປໂດຍບໍ່ມີລູກ ນ້ອງຊາຍຂອງລາວຈະຕ້ອງແຕ່ງງານກັບຍິງໝ້າຍຄົນນັ້ນເພື່ອຈະມີລູກສືບເຊື້ອສາຍໃຫ້ລາວ.25ບັດນີ້ ຍັງມີອ້າຍນ້ອງເຈັດຄົນທີ່ຢູ່ໃນທ່າມກາງພວກເຮົາ ຜູ້ທີໜຶ່ງໄດ້ແຕ່ງງານ ແລະ ໄດ້ຕາຍໄປໂດຍບໍ່ມີລູກ, ດັ່ງນັ້ນ ລາວຈຶ່ງປະເມຍທີ່ເປັນໝ້າຍໄວ້ໃຫ້ນ້ອງຊາຍຂອງຕົນ.26ເຫດການນີ້ໄດ້ເກີດຂຶ້ນກັບນ້ອງຊາຍຜູ້ທີສອງ, ນ້ອງຊາຍຜູ້ທີສາມ ແລະ ຈົນເຖິງຜູ້ທີເຈັດ.27ໃນທີ່ສຸດ ແມ່ຍິງຄົນນັ້ນກໍໄດ້ຕາຍໄປເໝືອນກັນ.28ດັ່ງນັ້ນ ໃນວັນທີ່ເປັນຄືນມາຈາກຕາຍຍິງຄົນນີ້ຈະເປັນເມຍຂອງຜູ້ໃດ, ດ້ວຍວ່າ ຊາຍທັງເຈັດຄົນໄດ້ເປັນຜົວຂອງນາງແລ້ວ?”29ພຣະເຢຊູເຈົ້າຕອບວ່າ, “ພວກເຈົ້າຜິດເພາະວ່າພວກເຈົ້າບໍ່ຮູ້ຈັກພຣະຄຳພີ ຫລື ລິດອຳນາດຂອງພຣະເຈົ້າ.30ໃນວັນທີ່ມະນຸດເປັນຄືນມາຈາກຕາຍນັ້ນຈະບໍ່ມີການແຕ່ງງານ ຫລື ຍົກໃຫ້ເປັນຜົວເມຍກັນອີກ, ພວກເຂົາຈະເປັນເໝືອນເທວະດາໃນສະຫວັນ.31ສຳລັບເລື່ອງການເປັນຄືນມາຈາກຕາຍນັ້ນ ພວກເຈົ້າບໍ່ເຄີຍໄດ້ອ່ານຖ້ອຍຄຳທີ່ພຣະເຈົ້າບອກພວກເຈົ້າບໍວ່າ,32‘ເຮົາເປັນພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະ ພຣະເຈົ້າຂອງຢາໂຄບ’ ? ພຣະອົງເປັນພຣະເຈົ້າຂອງຄົນເປັນ ພຣະອົງບໍ່ແມ່ນພຣະເຈົ້າຂອງຄົນຕາຍ”.33ເມື່ອປະຊາຊົນໄດ້ຍິນດັ່ງນີ້ແລ້ວ ພວກເຂົາກໍປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ.ກົດບັນຍັດຂໍ້ທີ່ໃຫຍ່ທີ່ສຸດ
34ເມື່ອໄດ້ຍິນຂ່າວວ່າພຣະເຢຊູເຈົ້າເຮັດໃຫ້ພວກຊາດູກາຍມິດງຽບໄປ ພວກຟາຣີຊາຍຈຶ່ງພາກັນມາຮວມໂຕກັນ.35ຄົນໜຶ່ງໃນພວກເຂົາທີ່ເປັນຜູ້ຊຳນານດ້ານກົດບັນຍັດກໍໄດ້ທົດລອງພຣະອົງໂດຍຖາມວ່າ:36“ອາຈານເອີຍ, ກົດບັນຍັດຂໍ້ໃດໃນໜັງສືກົດບັນຍັດທີ່ໃຫຍ່ທີ່ສຸດ?”37ພຣະເຢຊູເຈົ້າຕອບວ່າ, “ ‘ຈົ່ງຮັກອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ ແລະ ດ້ວຍສຸດຄວາມຄິດຂອງພວກເຈົ້າ’. 38ນີ້ແມ່ນກົດບັນຍັດຂໍ້ຕົ້ນ ແລະ ຂໍ້ໃຫຍ່ທີ່ສຸດ.39ຂໍ້ທີສອງກໍເໝືອນກັນຄື ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ’. 40ໜັງສືກົດບັນຍັດ ແລະ ໜັງສືຜູ້ທຳນວາຍທັງໝົດກໍຂຶ້ນກັບກົດບັນຍັດສອງຂໍ້ນີ້”.ພຣະເມຊີອາເປັນບຸດຂອງຜູ້ໃດ
41ໃນຂະນະທີ່ພວກຟາຣີຊາຍຍັງເຕົ້າໂຮມກັນຢູ່ນັ້ນ, ພຣະເຢຊູເຈົ້າຖາມພວກເຂົາວ່າ,42“ພວກເຈົ້າຄິດຢ່າງໃດກ່ຽວກັບພຣະຄຣິດເຈົ້າ ? ເພິ່ນເປັນບຸດຂອງຜູ້ໃດ?”ພວກເຂົາຕອບວ່າ, “ເປັນບຸດຂອງດາວິດ”.43ພຣະອົງກ່າວແກ່ພວກເຂົາວ່າ, “ຖ້າຢ່າງນັ້ນ ດ້ວຍເຫດໃດພຣະວິນຍານບໍລິສຸດເຈົ້າຈຶ່ງດົນໃຈໃຫ້ດາວິດເອີ້ນພຣະອົງວ່າ, ‘ອົງພຣະຜູ້ເປັນເຈົ້າ’? ເພາະດາວິດໄດ້ກ່າວວ່າ,44“ ‘ພຣະເຈົ້າໄດ້ກ່າວກັບອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍວ່າ:“ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາຈົນກວ່າເຮົາຈະປາບສັດຕູຂອງເຈົ້າໃຫ້ຢູ່ໃຕ້ຕີນຂອງເຈົ້າ” ’. 45ດັ່ງນັ້ນ ຖ້າດາວິດເອີ້ນພຣະອົງວ່າ ‘ອົງພຣະຜູ້ເປັນເຈົ້າ’ ແລ້ວພຣະອົງຈະເປັນບຸດຂອງດາວິດໄດ້ຢ່າງໃດ?”46ບໍ່ມີຜູ້ໃດໃນພວກເຂົາສາມາດຕອບພຣະອົງໄດ້ຈັກຄຳ ແລະ ນັບແຕ່ວັນນັ້ນມາກໍບໍ່ມີຜູ້ໃດກ້າຖາມພຣະອົງອີກ.
Biblica, Inc.