ມັດທາຍ14
ໂຢຮັນບັບຕິສະໂຕຖືກຕັດຫົວ
1ໃນເວລານັ້ນ ເຮໂຣດຜູ້ປົກຄອງແຂວງໄດ້ຍິນຊື່ສຽງຂອງພຣະເຢຊູເຈົ້າ2ແລະ ເພິ່ນຈຶ່ງເວົ້າຕໍ່ບັນດາຄົນຮັບໃຊ້ຂອງຕົນວ່າ, “ຜູ້ນີ້ແມ່ນໂຢຮັນບັບຕິສະໂຕ ລາວໄດ້ເປັນຄືນມາຈາກຕາຍ! ດ້ວຍເຫດນີ້ ຈຶ່ງເຮັດໃຫ້ລາວມີລິດອຳນາດເຮັດການອັດສະຈັນຕ່າງໆໄດ້”.3ເວລານີ້ເຮໂຣດໄດ້ຈັບ ແລະ ມັດໂຢຮັນແລ້ວຂັງເພິ່ນໄວ້ໃນຄຸກ ດ້ວຍສາເຫດທີ່ນາງເຮໂຣເດຍເມຍຂອງຟີລິບນ້ອງຊາຍຂອງຕົນ,4ເນື່ອງຈາກໂຢຮັນເຄີຍເວົ້າກັບເພິ່ນວ່າ, “ເປັນການຜິດກົດບັນຍັດທີ່ທ່ານເອົານາງມາເປັນເມຍ”.5ເຮໂຣດຢາກຈະຂ້າໂຢຮັນແຕ່ເພິ່ນກໍຢ້ານປະຊາຊົນ ເພາະພວກເຂົາຖືວ່າໂຢຮັນເປັນຜູ້ທຳນວາຍ.6ໃນງານສະຫລອງວັນເກີດຂອງເຮໂຣດ, ລູກສາວຂອງນາງເຮໂຣເດຍໄດ້ມາຟ້ອນຕໍ່ໜ້າບັນດາແຂກທີ່ຖືກເຊີນ ແລະ ເຮັດໃຫ້ເຮໂຣດພໍໃຈຫລາຍ.7ເພິ່ນຈຶ່ງສັນຍາໂດຍສາບານວ່າຈະໃຫ້ທຸກຢ່າງທີ່ນາງຂໍ.8ນາງຈຶ່ງຂໍຕາມຄຳແນະນຳຂອງແມ່ ແລະ ນາງກ່າວວ່າ, “ຂໍຫົວຂອງໂຢຮັນບັບຕິສະໂຕໃສ່ຖາດມາໃຫ້ຂ້ານ້ອຍໃນທີ່ນີ້”.9ຝ່າຍກະສັດກໍໜັກໃຈຫລາຍແຕ່ເພາະໄດ້ສັນຍາໄວ້ແລ້ວ ແລະ ເພາະເຫັນແກ່ໜ້າແຂກທັງຫລາຍຂອງຕົນ ເພິ່ນຈຶ່ງສັ່ງໃຫ້ເຮັດຕາມທີ່ນາງໄດ້ຂໍ.10ແລະ ໂຢຮັນຈຶ່ງຖືກຕັດຫົວໃນຄຸກ.11ພວກເຂົາກໍເອົາຫົວຂອງໂຢຮັນໃສ່ຖາດແລ້ວນຳມາມອບໃຫ້ຍິງນັ້ນ, ນາງກໍຍົກໄປໃຫ້ແມ່ຂອງຕົນ.12ພວກລູກສິດຂອງໂຢຮັນໄດ້ມາຮັບເອົາສົບຂອງເພິ່ນໄປຝັງ ແລ້ວພວກເຂົາກໍໄປບອກພຣະເຢຊູເຈົ້າໃຫ້ຮູ້.ພຣະເຢຊູເຈົ້າລ້ຽງຫ້າພັນຄົນ
13ເມື່ອພຣະເຢຊູເຈົ້າຮູ້ເຖິງສິ່ງທີ່ໄດ້ເກີດຂຶ້ນ ພຣະອົງກໍລົງເຮືອຈາກທີ່ນັ້ນໄປບ່ອນທີ່ງຽບສະຫງົບຢູ່ຕ່າງຫາກ. ເມື່ອປະຊາຊົນໄດ້ຍິນດັ່ງນີ້ ກໍອອກຈາກເມືອງຕ່າງໆຕິດຕາມພຣະອົງໄປ.14ເມື່ອພຣະເຢຊູເຈົ້າອອກຈາກເຮືອມາກໍເຫັນປະຊາຊົນຈໍານວນຫລວງຫລາຍ, ພຣະອົງກໍມີໃຈສົງສານພວກເຂົາ ແລະ ຮັກສາພະຍາດຂອງພວກເຂົາໃຫ້ຫາຍດີ.15ເມື່ອເວລາຄໍ່າມາແລ້ວ ພວກສາວົກກໍມາຫາພຣະອົງ ແລະ ເວົ້າວ່າ, “ບ່ອນນີ້ກໍເປັນບ່ອນຫ່າງໄກສອກຫລີກ ແລະ ໃກ້ຄ່ຳແລ້ວ, ຂໍໃຫ້ປະຊາຊົນເມືອສາ ເພື່ອໃຫ້ພວກເຂົາໄປຕາມໝູ່ບ້ານຕ່າງໆ ແລະ ຊອກຫາຊື້ອາຫານສຳລັບພວກເຂົາເອງ”.16ພຣະອົງກ່າວວ່າ, “ພວກເຂົາບໍ່ຈຳເປັນຕ້ອງເລີກເມືອດອກ. ໃຫ້ພວກເຈົ້າເອົາອາຫານໃຫ້ພວກເຂົາກິນສາ”.17ພວກເພິ່ນຕອບວ່າ, “ພວກຂ້ານ້ອຍມີພຽງແຕ່ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ”.18ພຣະອົງກ່າວວ່າ, “ຈົ່ງເອົາມາໃຫ້ເຮົາທີ່ນີ້”.19ແລ້ວພຣະອົງໄດ້ບອກໃຫ້ປະຊາຊົນນັ່ງລົງເທິງຫຍ້າ, ຮັບເອົາເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນແລ້ວເງີຍໜ້າຂຶ້ນເບິ່ງສະຫວັນ, ພຣະອົງໂມທະນາຂອບພຣະຄຸນພຣະເຈົ້າ ແລະ ຫັກເຂົ້າຈີ່ແລ້ວພຣະອົງກໍຍື່ນໃຫ້ພວກສາວົກ ແລະ ພວກສາວົກຈຶ່ງແຈກຢາຍເຂົ້າຈີ່ນັ້ນໃຫ້ແກ່ປະຊາຊົນ.20ພວກເຂົາທຸກຄົນໄດ້ກິນອີ່ມ ແລະ ພວກສາວົກກໍເກັບເອົາຕ່ອນຫັກທີ່ເຫລືອນັ້ນໄວ້ໄດ້ເຕັມສິບສອງກະບຸງ.21ຈຳນວນຄົນທີ່ໄດ້ກິນອາຫານນັ້ນມີຜູ້ຊາຍປະມານຫ້າພັນຄົນໂດຍບໍ່ໄດ້ນັບແມ່ຍິງ ແລະ ເດັກນ້ອຍ.ພຣະເຢຊູເຈົ້າຍ່າງຢູ່ເທິງໜ້ານ້ຳ
22ໃນທັນໃດນັ້ນ ພຣະເຢຊູເຈົ້າໄດ້ຈັດໃຫ້ພວກສາວົກເຂົ້າໄປໃນເຮືອ ແລະ ຂ້າມຟາກໄປລ່ວງໜ້າກ່ອນພຣະອົງ, ໃນຂະນະທີ່ພຣະອົງໄດ້ບອກປະຊາຊົນໃຫ້ເລີກເມືອ.23ຫລັງຈາກທີ່ປະຊາຊົນກັບເມືອໝົດແລ້ວ, ພຣະອົງກໍຂຶ້ນໄປເທິງພູແຕ່ຜູ້ດຽວເພື່ອອະທິຖານ ເມື່ອຄ່ຳມາພຣະອົງກໍຍັງຢູ່ທີ່ນັ້ນແຕ່ພຽງຜູ້ດຽວ24ສ່ວນເຮືອນັ້ນກໍອອກຈາກຝັ່ງໄປໄກພໍສົມຄວນ ແລະ ຖືກຄື້ນນໍ້າປະທະໃສ່ເພາະລົມພັດປະທະເຮືອ.25ເມື່ອໃກ້ແຈ້ງ ແລ້ວ ພຣະເຢຊູເຈົ້າຍ່າງເທິງໜ້ານ້ຳທະເລສາບມາຫາພວກສາວົກ.26ເມື່ອພວກສາວົກເຫັນພຣະອົງກຳລັງຍ່າງຢູ່ເທິງທະເລສາບ ພວກເພິ່ນຕ່າງກໍຕົກໃຈຢ້ານຫລາຍ. ພວກເພິ່ນເວົ້າວ່າ, “ຜີ” ແລະ ພວກເພິ່ນຈຶ່ງຮ້ອງຂຶ້ນດ້ວຍຄວາມຢ້ານ.27ແຕ່ໃນທັນໃດນັ້ນ ພຣະເຢຊູເຈົ້າໄດ້ກ່າວກັບພວກເພິ່ນວ່າ, “ຈົ່ງກ້າຫານ! ແມ່ນເຮົາເອງ. ຢ່າຢ້ານເລີຍ”.28ເປໂຕຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຖ້າແມ່ນພຣະອົງແທ້ ຂໍບອກໃຫ້ຂ້ານ້ອຍຍ່າງເທິງໜ້ານ້ຳໄປຫາທ່ານແດ່ທ້ອນ”.29ພຣະເຢຊູເຈົ້າກ່າວວ່າ, “ມາແມ”.ດັ່ງນັ້ນ ເປໂຕຈຶ່ງອອກຈາກເຮືອແລ້ວຍ່າງເທິງໜ້ານ້ຳໄປຫາພຣະເຢຊູເຈົ້າ.30ແຕ່ເມື່ອເພິ່ນເຫັນລົມພັດມາແຮງກໍຢ້ານ ແລະ ເມື່ອກຳລັງຈະຈົມກໍຮ້ອງຂຶ້ນວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຊ່ວຍຂ້ານ້ອຍແດ່ທ້ອນ!”31ໃນທັນໃດນັ້ນ ພຣະເຢຊູເຈົ້າຍື່ນມືຂອງພຣະອົງຈັບເພິ່ນໄວ້ ແລະ ກ່າວວ່າ, “ເຈົ້າຜູ້ມີຄວາມເຊື່ອນ້ອຍເອີຍ, ເປັນຫຍັງເຈົ້າຈຶ່ງສົງໄສ?”32ເມື່ອພຣະອົງ ແລະ ເປໂຕຂຶ້ນໄປໃນເຮືອແລ້ວ ລົມກໍສະຫງົບລົງ.33ແລ້ວພວກສາວົກທີ່ຢູ່ໃນເຮືອນັ້ນຈຶ່ງຂາບໄຫ້ວນະມັດສະການພຣະອົງພ້ອມທັງກ່າວວ່າ, “ພຣະອົງເປັນພຣະບຸດຂອງພຣະເຈົ້າແທ້”.34ເມື່ອພວກເພິ່ນໄດ້ຂ້າມຟາກແລ້ວ ພວກເພິ່ນກໍມາຂຶ້ນຝັ່ງທີ່ເຄັນເນຊາເຣັດ.35ແລະ ເມື່ອຄົນຢູ່ທີ່ນັ້ນຈື່ພຣະເຢຊູເຈົ້າໄດ້ແລ້ວ, ພວກເຂົາກໍສົ່ງຂ່າວໄປທົ່ວຂົງເຂດເມືອງນັ້ນ. ປະຊາຊົນຈຶ່ງນໍາບັນດາຄົນເຈັບປ່ວຍທຸກຄົນມາຫາພຣະອົງ36ແລະ ຂໍຮ້ອງນໍາພຣະອົງໃຫ້ຄົນເຈັບປ່ວຍນັ້ນໄດ້ບາຍຂອບເສື້ອຄຸມຂອງພຣະອົງກໍພໍ ແລະ ທຸກຄົນທີ່ໄດ້ບາຍກໍຫາຍດີ.
Biblica, Inc.