ມັດທາຍ13
ຄຳອຸປະມາເລື່ອງຜູ້ຫວ່ານ
1ໃນວັນດຽວກັນນັ້ນ ພຣະເຢຊູເຈົ້າໄດ້ອອກຈາກເຮືອນໄປນັ່ງຢູ່ແຄມຝັ່ງທະເລສາບ.2ມີປະຊາຊົນຈໍານວນຫລວງຫລາຍໄດ້ມາເຕົ້າໂຮມກັນອ້ອມພຣະອົງ ຈົນພຣະອົງຕ້ອງລົງໄປນັ່ງຢູ່ໃນເຮືອ, ສ່ວນປະຊາຊົນທັງໝົດຢືນຢູ່ເທິງຝັ່ງ.3ແລ້ວພຣະອົງໄດ້ກ່າວຫລາຍເລື່ອງກັບພວກເຂົາເປັນຄຳອຸປະມາ ໂດຍກ່າວວ່າ: “ມີຊາວນາຄົນໜຶ່ງອອກໄປຫວ່ານເມັດພືດ.4ຂະນະທີ່ລາວກຳລັງຫວ່ານເມັດພືດຢູ່ນັ້ນ, ບາງເມັດກໍຕົກຕາມທາງ ແລ້ວຝູງນົກກໍມາສັບກິນເມັດພືດນັ້ນຈົນໝົດ.5ບາງເມັດຕົກໃສ່ບ່ອນທີ່ມີຫີນ, ເຊິ່ງເປັນບ່ອນທີ່ມີດິນໜ້ອຍ. ເມັດເຫລົ່ານີ້ຈຶ່ງງອກຂຶ້ນໄດ້ໄວ, ເພາະພື້ນດິນບໍ່ເລິກ.6ແຕ່ເມື່ອຕາເວັນຂຶ້ນມາ, ພືດນັ້ນກໍຖືກແດດເຜົາ ແລະ ຫ່ຽວແຫ້ງໄປເພາະບໍ່ມີຮາກ.7ບາງເມັດກໍຕົກໃສ່ທ່າມກາງຟຸ່ມໜາມ, ເຊິ່ງຕົ້ນໜາມເຫລົ່ານີ້ກໍໃຫຍ່ຂຶ້ນ ແລະ ຫຸ້ມຮັດພືດເຫລົ່ານັ້ນ.8ຍັງມີບາງເມັດອີກທີ່ຕົກໃສ່ດິນດີຈຶ່ງເກີດຜົນຮ້ອຍເທົ່າ, ຫົກສິບເທົ່າ ຫລື ສາມສິບເທົ່າຂອງພືດທີ່ຫວ່ານ.9ຜູ້ໃດມີຫູ, ກໍຈົ່ງຟັງເອົາ”.10ບັນດາສາວົກຈຶ່ງມາຫາພຣະອົງ ແລະ ຖາມວ່າ, “ເປັນຫຍັງທ່ານຈຶ່ງໃຊ້ຄຳອຸປະມາເມື່ອທ່ານກ່າວກັບປະຊາຊົນ?”11ພຣະເຢຊູເຈົ້າຕອບວ່າ, “ເພາະວ່າຄວາມເລິກລັບແຫ່ງອານາຈັກສະຫວັນໃຫ້ພວກເຈົ້າຮູ້ໄດ້, ແຕ່ຄົນເຫລົ່ານັ້ນບໍ່ໃຫ້ຮູ້.12ຜູ້ໃດກໍຕາມມີຢູ່ແລ້ວກໍຈະໄດ້ເພີ່ມເຕີມອີກ ແລະ ພວກເຂົາຈະມີຢ່າງອຸດົມສົມບູນ. ຜູ້ໃດກໍຕາມທີ່ບໍ່ມີ, ແມ່ນແຕ່ສິ່ງທີ່ພວກເຂົາມີຢູ່ນັ້ນ ກໍຈະຖືກຍົກເອົາໄປຈາກພວກເຂົາ.13ດ້ວຍເຫດນີ້ ເຮົາຈຶ່ງກ່າວກັບພວກເຂົາເປັນຄຳອຸປະມາວ່າ:“ເຖິງແມ່ນວ່າພວກເຂົາເບິ່ງ ພວກເຂົາກໍບໍ່ເຫັນເຖິງແມ່ນວ່າພວກເຂົາຟັງ ພວກເຂົາກໍບໍ່ໄດ້ຍິນ ຫລື ເຂົ້າໃຈ.14ດັ່ງນັ້ນ ຈຶ່ງເປັນຈິງຕາມທີ່ຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ວ່າ:“ ‘ພວກເຈົ້າຈະຟັງແລ້ວຟັງອີກ ແຕ່ກໍຈະບໍ່ເຂົ້າໃຈຈັກເທື່ອພວກເຈົ້າຈະເບິ່ງແລ້ວເບິ່ງອີກ ແຕ່ກໍຈະສັງເກດບໍ່ໄດ້ຈັກເທື່ອ15ເພາະຈິດໃຈຂອງບັນດາຄົນເຫລົ່ານີ້ດື້ດ້ານພວກເຂົາບໍ່ຍອມເປີດຫູຂອງພວກເຂົາ,ແລະ ພວກເຂົາປິດຕາຂອງພວກເຂົາບໍ່ດັ່ງນັ້ນແລ້ວພວກເຂົາຈະໄດ້ເຫັນກັບຕາຂອງພວກເຂົາ,ໄດ້ຍິນກັບຫູຂອງພວກເຂົາ,ເຂົ້າໃຈດ້ວຍໃຈຂອງພວກເຂົາ.ແລະ ຫັນກັບມາ ແລ້ວເຮົາຈະຮັກສາພວກເຂົາໃຫ້ຫາຍດີ’. 16ແຕ່ຕາຂອງພວກເຈົ້າກໍເປັນສຸກເພາະໄດ້ເຫັນ ແລະ ຫູຂອງພວກເຈົ້າກໍເປັນສຸກເພາະໄດ້ຍິນ17ດ້ວຍວ່າ ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ບັນດາຜູ້ທຳນວາຍ ແລະ ຄົນຊອບທຳຫລາຍຄົນຢາກຈະເຫັນສິ່ງທີ່ພວກເຈົ້າເຫັນ ແຕ່ກໍບໍ່ໄດ້ເຫັນ ແລະ ຢາກຈະໄດ້ຍິນສິ່ງທີ່ພວກເຈົ້າໄດ້ຍິນແຕ່ກໍບໍ່ໄດ້ຍິນ.18“ຈົ່ງຟັງຄວາມໝາຍຂອງຄຳອຸປະມາເລື່ອງຜູ້ຫວ່ານຄື:19ເມື່ອຜູ້ໃດໄດ້ຍິນພຣະຄຳເລື່ອງອານາຈັກ ແລະ ບໍ່ເຂົ້າໃຈ ມານຊົ່ວຮ້າຍກໍມາຍາດເອົາພຣະທຳທີ່ຫວ່ານລົງໃນໃຈຂອງພວກເຂົາໄປ. ນີ້ຄືເມັດພືດທີ່ຫວ່ານຕາມທາງ.20ເມັດພືດທີ່ຕົກໃສ່ເທິງບ່ອນມີຫີນຫລາຍດິນໜ້ອຍ ຄືຄົນທີ່ໄດ້ຍິນພຣະຄຳແລ້ວກໍຮັບໄວ້ທັນທີດ້ວຍຄວາມຍິນດີ.21ແຕ່ຍ້ອນພວກເຂົາບໍ່ມີຮາກຈຶ່ງທົນຢູ່ບໍ່ໄດ້ດົນ, ເມື່ອມີຄວາມຍາກລຳບາກ ຫລື ຖືກຂົ່ມເຫັງເພາະພຣະຄຳ ພວກເຂົາກໍລົ້ມເລີກໄປທັນທີ.22ເມັດພືດທີ່ຕົກກາງຟຸ່ມໜາມ ຄືຜູ້ທີ່ໄດ້ຍິນພຣະຄຳແຕ່ມີຄວາມກັງວົນໃນຊີວິດນີ້ ແລະ ຄວາມຫລອກລວງຂອງຄວາມຮັ່ງມີເຂົ້າມາຫຸ້ມຮັດພຣະຄຳນັ້ນໄວ້ຈຶ່ງບໍ່ເກີດຜົນ.23ສ່ວນເມັດພືດທີ່ຕົກໃສ່ເທິງດິນດີນັ້ນຄືຜູ້ທີ່ໄດ້ຍິນພຣະຄຳ ແລະ ເຂົ້າໃຈພຣະຄຳ ຜູ້ນັ້ນຈຶ່ງເກີດຜົນຮ້ອຍເທົ່າ, ຫົກສິບເທົ່າ ຫລື ສາມສິບເທົ່າຂອງເມັດພືດທີ່ຫວ່ານລົງໄປ”.ຄຳອຸປະມາເລື່ອງເຂົ້ານົກ
24ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມາອີກວ່າ: “ອານາຈັກສະຫວັນປຽບເໝືອນຄົນຜູ້ໜຶ່ງທີ່ຫວ່ານເມັດພືດພັນດີໃນນາຂອງຕົນ25ແຕ່ໃນຂະນະທີ່ທຸກຄົນນອນຫລັບຢູ່ນັ້ນສັດຕູຂອງລາວກໍມາ ແລະ ຫວ່ານເຂົ້ານົກ ໃສ່ທ່າມກາງເຂົ້າຫວີດແລ້ວກໍໜີໄປ.26ເມື່ອເຂົ້າຫວີດງອກໃຫຍ່ຂຶ້ນ ແລະ ອອກຮວງແລ້ວ, ກໍມີເຂົ້ານົກປາກົດຂຶ້ນມານຳເໝືອນກັນ.27“ພວກຜູ້ຮັບໃຊ້ຂອງຊາຍຄົນນັ້ນຈຶ່ງມາຫາ ແລະ ບອກເຈົ້າຂອງນາວ່າ, ‘ນາຍເອີຍ, ທ່ານໄດ້ຫວ່ານເມັດພັນທີ່ດີໃນນາຂອງທ່ານບໍ່ແມ່ນບໍ? ແລ້ວເຂົ້ານົກນັ້ນມາແຕ່ໃສ?’28“ຝ່າຍນາຍໄດ້ຕອບວ່າ, ‘ນີ້ແມ່ນສັດຕູເປັນຜູ້ເຮັດ’.“ພວກຜູ້ຮັບໃຊ້ຈຶ່ງຖາມນາຍວ່າ, ‘ທ່ານຕ້ອງການໃຫ້ພວກຂ້ານ້ອຍໄປ ແລະ ຫລົກເຂົ້ານົກນັ້ນຖິ້ມບໍ?’29“ນາຍຕອບວ່າ, ‘ບໍ່ ເພາະວ່າໃນຂະນະທີ່ພວກເຈົ້າຫລົກເຂົ້ານົກຖິ້ມນັ້ນ ພວກເຈົ້າອາດຫລົກເຂົ້າຫວີດຂຶ້ນມານຳ.30ປະໃຫ້ເຂົ້າທັງສອງໃຫຍ່ຂຶ້ນນຳກັນຈົນເຖິງເວລາເກັບກ່ຽວ. ໃນເວລານັ້ນເຮົາຈະບອກຄົນງານເກັບກ່ຽວໃຫ້ກ່ຽວເຂົ້ານົກກ່ອນ ແລະ ໂຮມເປັນມັດເຜົາໄຟຖິ້ມເສຍ, ສ່ວນເຂົ້າຫວີດນັ້ນໃຫ້ໂຮມໄວ້ໃນເລົ້າຂອງເຮົາ’ ”.
ຄຳອຸປະມາເລື່ອງແກ່ນຜັກກາດ ແລະ ເຊື້ອແປ້ງ
31ພຣະອົງກ່າວຄຳອຸປະມາອີກເລື່ອງໜຶ່ງແກ່ພວກເຂົາຟັງວ່າ: “ອານາຈັກສະຫວັນປຽບເໝືອນແກ່ນຜັກກາດເມັດໜຶ່ງ ເຊິ່ງມີຊາຍຄົນໜຶ່ງເອົາໄປປູກໃນນາຂອງຕົນ,32ເຖິງແມ່ນວ່າເມັດນັ້ນນ້ອຍກວ່າເມັດທັງຫລາຍ ແຕ່ເມື່ອງອກຂຶ້ນແລ້ວກໍໃຫຍ່ກວ່າຜັກຊະນິດອື່ນໆໃນສວນ ແລະ ກາຍເປັນຕົ້ນ ເພື່ອໃຫ້ຝູງນົກມາງອຍ ແລະ ເຮັດຮັງຢູ່ຕາມງ່ານັ້ນ”.33ແລ້ວພຣະອົງກ່າວຄຳອຸປະມາອີກເລື່ອງໜຶ່ງແກ່ພວກເຂົາຟັງວ່າ: “ອານາຈັກສະຫວັນເປັນເໝືອນເຊື້ອແປ້ງທີ່ຍິງຄົນໜຶ່ງເອົາປະສົມໃສ່ໃນແປ້ງປະມານສາມສິບກິໂລກຣາມຈົນແປ້ງທັງໝົດຟູຂຶ້ນ”.34ພຣະເຢຊູເຈົ້າໄດ້ກ່າວສິ່ງທັງໝົດເຫລົ່ານີ້ແກ່ປະຊາຊົນເປັນຄຳອຸປະມາ, ນອກຈາກຄຳອຸປະມາແລ້ວພຣະອົງບໍ່ໄດ້ກ່າວສິ່ງໃດເລີຍແກ່ພວກເຂົາ.35ດັ່ງນັ້ນ ຈຶ່ງສຳເລັດຕາມທີ່ໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍວ່າ:“ເຮົາຈະອ້າປາກຂອງເຮົາກ່າວຄຳອຸປະມາ,ເຮົາຈະບອກຂໍ້ຄວາມທີ່ປົກບັງໄວ້ຕັ້ງແຕ່ເມື່ອສ້າງໂລກ”.ພຣະເຢຊູເຈົ້າອະທິບາຍຄຳອຸປະມາເລື່ອງເຂົ້ານົກ
36ຫລັງຈາກນັ້ນ ພຣະເຢຊູເຈົ້າອອກໄປຈາກປະຊາຊົນ ແລະ ເຂົ້າໄປໃນເຮືອນ. ບັນດາສາວົກຂອງພຣະອົງກໍມາຫາພຣະອົງ ແລະ ກ່າວວ່າ, “ຂໍທ່ານຊ່ວຍອະທິບາຍຄຳອຸປະມາເລື່ອງເຂົ້ານົກແກ່ພວກຂ້ານ້ອຍແດ່”.37ພຣະເຢຊູເຈົ້າຕອບວ່າ, “ຜູ້ທີ່ຫວ່ານເມັດພືດພັນດີນັ້ນແມ່ນບຸດມະນຸດ,38ສ່ວນນານັ້ນແມ່ນໂລກນີ້, ເມັດພືດພັນດີແມ່ນພົນລະເມືອງແຫ່ງອານາຈັກສະຫວັນ, ສ່ວນເຂົ້ານົກແມ່ນພົນລະເມືອງຂອງມານຊົ່ວຮ້າຍ,39ແລະ ສັດຕູຜູ້ທີ່ຫວ່ານເຂົ້ານົກນັ້ນແມ່ນມານຮ້າຍ. ເວລາເກັບກ່ຽວແມ່ນຄາວສຸດທ້າຍ ແລະ ຜູ້ເກັບກ່ຽວແມ່ນບັນດາເທວະດາ.40“ເຂົ້ານົກຖືກຫລົກເອົາໄປເຜົາໄຟຢ່າງໃດ ຄາວສຸດທ້າຍກໍຈະເປັນຢ່າງນັ້ນ.41ບຸດມະນຸດຈະໃຊ້ບັນດາເທວະດາຂອງພຣະອົງອອກໄປ ແລະ ກຳຈັດທຸກສິ່ງທີ່ເປັນຕົ້ນເຫດໃຫ້ມະນຸດເຮັດບາບ ແລະ ກຳຈັດທຸກຄົນທີ່ເຮັດຊົ່ວອອກຈາກອານາຈັກຂອງພຣະອົງ.42ແລ້ວຈະໂຍນພວກເຂົາຖິ້ມລົງໃນເຕົາໄຟອັນຮ້ອນກ້າ ບ່ອນທີ່ຈະມີການຮ້ອງໄຫ້ຄວນຄາງ ແລະ ຂົບແຂ້ວຄ້ຽວຟັນ.43ແລ້ວບັນດາຜູ້ຊອບທຳຈະສ່ອງສະຫວ່າງເໝືອນດັ່ງດວງຕາເວັນໃນອານາຈັກຂອງພຣະບິດາຂອງພວກເຂົາ. ຜູ້ໃດມີຫູ, ກໍຈົ່ງຟັງເອົາ”.ຄຳອຸປະມາເລື່ອງຊັບສົມບັດທີ່ເຊື່ອງໄວ້ ແລະ ໄຂ່ມຸກ
44“ອານາຈັກສະຫວັນປຽບເໝືອນຊັບສົມບັດທີ່ເຊື່ອງໄວ້ໃນທົ່ງນາ. ເມື່ອມີຊາຍຄົນໜຶ່ງພົບເຫັນແລ້ວກໍເຊື່ອງໄວ້ອີກ ແລະ ດ້ວຍຄວາມຕື່ນເຕັ້ນຍິນດີຫລາຍລາວຈຶ່ງໄປຂາຍທຸກສິ່ງທີ່ຕົນມີ ແລ້ວໄປຊື້ເອົານາທົ່ງນັ້ນ.45“ອີກປະການໜຶ່ງ, ອານາຈັກສະຫວັນປຽບເໝືອນພໍ່ຄ້າຄົນໜຶ່ງທີ່ຊອກຫາໄຂ່ມຸກຢ່າງງາມ,46ເມື່ອລາວໄດ້ພົບໄຂ່ມຸກທີ່ມີລາຄາແພງເມັດໜຶ່ງ ຈຶ່ງໄປຂາຍທຸກສິ່ງທີ່ຕົນມີຢູ່ ແລ້ວໄປຊື້ເອົາໄຂ່ມຸກນັ້ນ.ຄຳອຸປະມາເລື່ອງມອງ
47“ເຊັ່ນດຽວກັນ ອານາຈັກສະຫວັນຍັງປຽບເໝືອນກັບມອງທີ່ຢ່ອນລົງໃນທະເລ ແລະ ຈັບປາໄດ້ຫລາຍຊະນິດ.48ເມື່ອເຕັມແລ້ວຊາວຫາປາກໍດຶງມອງຂຶ້ນເທິງຝັ່ງແລ້ວນັ່ງລົງເລືອກເອົາແຕ່ປາໂຕດີໃສ່ກະຕ່າໄວ້, ສ່ວນໂຕທີ່ບໍ່ດີນັ້ນກໍຖິ້ມໄປ.49ເມື່ອສິ້ນຍຸກກໍຈະເປັນຢ່າງນີ້ ຄືບັນດາເທວະດາກໍຈະອອກມາແຍກຄົນຊົ່ວອອກຈາກຄົນຊອບທຳ50ແລະ ຈະໂຍນພວກເຂົາຖິ້ມລົງໃນເຕົາໄຟອັນຮ້ອນກ້າ ບ່ອນທີ່ຈະມີການຮ້ອງໄຫ້ຄວນຄາງ ແລະ ຂົບແຂ້ວຄ້ຽວຟັນ”.51ພຣະເຢຊູເຈົ້າຖາມວ່າ, “ພວກເຈົ້າເຂົ້າໃຈສິ່ງທັງໝົດເຫລົ່ານີ້ແລ້ວບໍ?”ພວກເພິ່ນຕອບວ່າ, “ເຂົ້າໃຈແລ້ວ”.52ພຣະອົງຈຶ່ງກ່າວແກ່ພວກເພິ່ນວ່າ, “ດ້ວຍເຫດນັ້ນ ຄູສອນກົດບັນຍັດທຸກຄົນທີ່ໄດ້ຮຽນຮູ້ເຖິງເລື່ອງອານາຈັກສະຫວັນ ກໍເປັນເໝືອນເຈົ້າຂອງເຮືອນຜູ້ໜຶ່ງທີ່ນຳຊັບສົມບັດໃໝ່ ແລະ ຊັບສົມບັດເກົ່າອອກມາຈາກຄັງຂອງຕົນ”.
ຜູ້ທຳນວາຍທີ່ບໍ່ມີຜູ້ໃດນັບຖື
53ເມື່ອພຣະເຢຊູເຈົ້າກ່າວຄຳອຸປະມາເຫລົ່ານີ້ຈົບແລ້ວ ກໍອອກຈາກທີ່ນັ້ນໄປ.54ເມື່ອມາເຖິງບ້ານເກີດຂອງພຣະອົງແລ້ວ ພຣະອົງໄດ້ສັ່ງສອນປະຊາຊົນທັງຫລາຍໃນທຳມະສາລາຂອງພວກເຂົາ ແລະ ພວກເຂົາກໍປະຫລາດໃຈ ແລະ ຖາມກັນວ່າ, “ຄົນນີ້ໄດ້ສະຕິປັນຍາ ແລະ ລິດອຳນາດອັນອັດສະຈັນເຫລົ່ານີ້ມາຈາກໃສ?55ລາວບໍ່ແມ່ນລູກຊາຍຂອງຊ່າງໄມ້ນັ້ນບໍ? ແມ່ຂອງລາວຊື່ວ່າມາຣີ ແລະ ນ້ອງຊາຍຂອງລາວແມ່ນຢາໂກໂບ, ໂຢເຊັບ, ຊີໂມນ ແລະ ຢູດາ ບໍ່ແມ່ນບໍ?56ນ້ອງສາວຂອງລາວທຸກຄົນກໍຢູ່ກັບເຮົາບໍ່ແມ່ນບໍ? ແລ້ວລາວໄດ້ສິ່ງທັງໝົດເຫລົ່ານີ້ມາຈາກໃສ?”57ພວກເຂົາທັງຫລາຍຈຶ່ງບໍ່ພໍໃຈພຣະອົງ.ຝ່າຍພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ຜູ້ທຳນວາຍບໍ່ໄດ້ຂາດຄວາມນັບຖືໃນທຸກບ່ອນ ເວັ້ນໄວ້ແຕ່ໃນບ້ານເມືອງ ແລະ ໃນຄອບຄົວຂອງຕົນເອງ”.58ແລະ ໃນທີ່ນັ້ນພຣະອົງບໍ່ໄດ້ກະທຳການອັດສະຈັນຫລາຍເພາະພວກເຂົາບໍ່ມີຄວາມເຊື່ອ.
Biblica, Inc.