ມັດທາຍ15
ສິ່ງທີ່ເປັນມົນທິນ
1ແລ້ວພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດບາງຄົນໄດ້ອອກຈາກນະຄອນເຢຣູຊາເລັມມາພົບພຣະເຢຊູເຈົ້າ ແລະ ຖາມພຣະອົງວ່າ,2“ເປັນຫຍັງພວກສາວົກຂອງທ່ານຈຶ່ງບໍ່ປະຕິບັດຕາມຄຳສັ່ງສອນຂອງພວກເຖົ້າແກ່? ພວກເຂົາບໍ່ໄດ້ລ້າງມືກ່ອນກິນອາຫານ!”3ພຣະເຢຊູເຈົ້າຈຶ່ງຕອບພວກເຂົາວ່າ, “ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ປະຕິບັດຕາມຄຳສັ່ງຂອງພຣະເຈົ້າໂດຍເຫັນແກ່ທຳນຽມຂອງພວກເຈົ້າ?4ເພາະພຣະເຈົ້າກ່າວວ່າ, ‘ຈົ່ງນັບຖືພໍ່ ແລະ ແມ່ຂອງຕົນ’ ແລະ ‘ຜູ້ໃດທີ່ສາບແຊ່ງພໍ່ແມ່ຂອງຕົນຈະຕ້ອງຖືກໂທດເຖິງຕາຍ’ 5ແຕ່ຝ່າຍພວກເຈົ້າກັບເວົ້າວ່າຖ້າຄົນໃດປະກາດວ່າ, ‘ສິ່ງໃດທີ່ເຄີຍໃຊ້ເພື່ອຊ່ວຍເຫລືອພໍ່ແມ່ຂອງຕົນ ກໍເປັນສິ່ງທີ່ອຸທິດຖວາຍແກ່ພຣະເຈົ້າແລ້ວ,’6ພວກເຂົາຈຶ່ງບໍ່ຕ້ອງ ‘ນັບຖືພໍ່ແມ່ຂອງຕົນ’ ດ້ວຍສິ່ງນັ້ນ. ດ້ວຍເຫດນີ້ ພວກເຈົ້າໄດ້ລຶບລ້າງພຣະຄຳຂອງພຣະເຈົ້າເພາະເຫັນແກ່ທຳນຽມຂອງພວກເຈົ້າ.7ພວກເຈົ້າຄົນໜ້າຊື່ໃຈຄົດ! ເອຊາຢາຜູ້ທີ່ໄດ້ທຳນວາຍກ່ຽວກັບພວກເຈົ້າກໍຖືກຕ້ອງແລ້ວທີ່ວ່າ:8“ ‘ປະຊາຊົນເຫລົ່ານີ້ໃຫ້ກຽດເຮົາແຕ່ປາກ,ສ່ວນໃຈຂອງພວກເຂົາຫ່າງໄກຈາກເຮົາ.9ພວກເຂົານະມັດສະການເຮົາໂດຍບໍ່ມີປະໂຫຍດ,ຄຳສອນຂອງພວກເຂົາເປັນພຽງກົດເກນທີ່ມະນຸດສອນຕໍ່ກັນມາ’ ”.10ພຣະເຢຊູເຈົ້າກໍໄດ້ເອີ້ນປະຊາຊົນໃຫ້ມາຫາພຣະອົງ ແລະ ກ່າວແກ່ພວກເຂົາວ່າ, “ຈົ່ງຟັງ ແລະ ເຂົ້າໃຈເອົາສາວ່າ,11ບໍ່ແມ່ນສິ່ງທີ່ກິນເຂົ້າໄປໃນປາກທີ່ເຮັດໃຫ້ມະນຸດ ‘ເປັນມົນທິນ’ ແຕ່ແມ່ນສິ່ງທີ່ອອກຈາກປາກຂອງພວກເຂົານັ້ນທີ່ທີ່ເຮັດໃຫ້ມະນຸດ ‘ເປັນມົນທິນ’ ”.12ແລ້ວພວກສາວົກກໍມາຫາພຣະອົງ ແລະ ຖາມວ່າ, “ພຣະອົງຮູ້ບໍ່ວ່າພວກຟາຣີຊາຍເຄືອງໃຈຫລາຍທີ່ພວກເຂົາໄດ້ຍິນຢ່າງນີ້?”13ພຣະອົງຕອບວ່າ, “ຕົ້ນໄມ້ທຸກຕົ້ນທີ່ພຣະບິດາຂອງເຮົາຜູ້ສະຖິດຢູ່ໃນສະຫວັນບໍ່ໄດ້ປູກໄວ້ ກໍຈະຖືກຂຸດຮາກຖອນເຫງົ້າ.14ຢ່າສົນນໍາພວກເຂົາເທາະ, ພວກເຂົາເປັນຄົນນຳທາງທີ່ຕາບອດ. ຖ້າຄົນຕາບອດນຳທາງໃຫ້ຄົນຕາບອດ ທັງສອງກໍຈະຕົກລົງໃນຂຸມ”.15ເປໂຕເວົ້າວ່າ, “ຂໍອະທິບາຍຄຳອຸປະມານີ້ໃຫ້ພວກຂ້ານ້ອຍແດ່”.16ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າຍັງບໍ່ເຂົ້າໃຈອີກບໍ?17ພວກເຈົ້າບໍ່ເຫັນບໍວ່າສິ່ງໃດກໍຕາມທີ່ເຂົ້າໄປໃນປາກມະນຸດກໍລົງໄປໃນທ້ອງແລ້ວກໍຖ່າຍອອກມາ?18ແຕ່ສິ່ງທີ່ອອກມາຈາກປາກນັ້ນກໍອອກມາຈາກໃຈ ແລະ ສິ່ງເຫລົ່ານີ້ທີ່ເຮັດໃຫ້ມະນຸດ ‘ເປັນມົນທິນ’19ເພາະວ່າຄວາມຄິດຊົ່ວຮ້າຍ, ການຂ້າຄົນ, ການຫລິ້ນຊູ້, ການຜິດສິນທຳທາງເພດ, ການລັກ, ການກ່າວຄຳພະຍານບໍ່ຈິງ, ໃສ່ຮ້າຍປ້າຍສີ ລ້ວນແຕ່ອອກມາຈາກຈິດໃຈ.20ສິ່ງເຫລົ່ານີ້ທີ່ເຮັດໃຫ້ມະນຸດ ‘ເປັນມົນທິນ’ ແຕ່ການກິນອາຫານໂດຍບໍ່ໄດ້ລ້າງມືນັ້ນ ບໍ່ໄດ້ເຮັດໃຫ້ມະນຸດ ‘ເປັນມົນທິນ’ ”.ຄວາມເຊື່ອຂອງຍິງຊາວການາອານ
21ຕໍ່ມາ ພຣະເຢຊູເຈົ້າໄດ້ເຂົ້າໄປຍັງຂົງເຂດເມືອງຕີເຣ ແລະ ເມືອງຊີໂດນ.22ມີຍິງຊາວການາອານຄົນໜຶ່ງຈາກຂົງເຂດໃກ້ຄຽງນັ້ນໄດ້ມາຂໍຮ້ອງພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ ບຸດດາວິດເອີຍ, ຂໍເມດຕາຂ້ານ້ອຍດ້ວຍ! ລູກສາວຂອງຂ້ານ້ອຍຖືກຜີມານຮ້າຍເຂົ້າສິງຢູ່ ແລະ ທຸກທໍລະມານຫລາຍ”.23ພຣະເຢຊູເຈົ້າບໍ່ຕອບນາງຈັກຄຳ. ພວກສາວົກໄດ້ມາຫາພຣະອົງ ແລະ ຮ້ອງຂໍວ່າ, “ບອກນາງໜີສາເພາະນາງຮ້ອງຕາມພວກເຮົາມາ”.24ພຣະອົງຕອບວ່າ, “ເຮົາຖືກໃຊ້ມາຫາແກະທີ່ເສຍໄປຂອງອິດສະຣາເອນເທົ່ານັ້ນ”.25ຍິງນັ້ນມາຄຸເຂົ່າຕໍ່ໜ້າພຣະອົງແລ້ວເວົ້າວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂໍຊ່ວຍຂ້ານ້ອຍດ້ວຍ!”26ພຣະອົງຕອບວ່າ, “ບໍ່ເປັນການສົມຄວນທີ່ຈະເອົາອາຫານຂອງລູກໂຍນໃຫ້ໝາ”.27ນາງຕອບວ່າ, “ແມ່ນແລ້ວ ອົງພຣະຜູ້ເປັນເຈົ້າເອີຍ, ແມ່ນແຕ່ໝາກໍຍັງໄດ້ກິນເສດອາຫານທີ່ຕົກຈາກໂຕະນາຍຂອງມັນ”.28ພຣະເຢຊູເຈົ້າຈຶ່ງຕອບນາງວ່າ, “ນາງເອີຍ, ເຈົ້າມີຄວາມເຊື່ອຍິ່ງໃຫຍ່ຫລາຍ! ຈົ່ງໃຫ້ເປັນໄປຕາມທີ່ເຈົ້າຂໍນັ້ນ”. ແລະ ໃນເວລາດຽວກັນນັ້ນລູກສາວຂອງນາງກໍຫາຍດີແລ້ວ.ພຣະເຢຊູເຈົ້າລ້ຽງສີ່ພັນຄົນ
29ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນ ແລະ ລຽບໄປຕາມແຄມຝັ່ງທະເລຄາລີເລ ແລ້ວພຣະອົງໄດ້ຂຶ້ນໄປເທິງໂນນພູ ແລະ ນັ່ງລົງທີ່ນັ້ນ.30ປະຊາຊົນຢ່າງຫລວງຫລາຍໄດ້ມາຫາພຣະອົງ, ພວກເຂົາໄດ້ນໍາຄົນຂາຫ້ານ, ຄົນຕາບອດ, ຄົນພິການ, ຄົນປາກກືກ ແລະ ຄົນເຈັບປ່ວຍຊະນິດອື່ນໆຫລາຍຄົນມາວາງລົງທີ່ຕີນຂອງພຣະອົງ ແລ້ວພຣະອົງກໍຮັກສາພວກເຂົາທຸກຄົນໃຫ້ຫາຍດີ.31ປະຊາຊົນຕ່າງກໍພາກັນປະຫລາດໃຈເມື່ອພວກເຂົາເຫັນຄົນປາກກືກເວົ້າໄດ້, ຄົນພິການຫາຍດີເປັນປົກກະຕິ, ຄົນຂາຫ້ານຍ່າງໄດ້ ແລະ ຄົນຕາບອດເບິ່ງເຫັນ. ແລ້ວພວກເຂົາທັງຫລາຍຕ່າງກໍພາກັນສັນລະເສີນພຣະເຈົ້າຂອງອິດສະຣາເອນ.32ພຣະເຢຊູເຈົ້າໄດ້ເອີ້ນພວກສາວົກຂອງພຣະອົງມາ ແລະ ກ່າວວ່າ, “ເຮົາສົງສານຄົນເຫລົ່ານີ້ ເພາະພວກເຂົາມາຢູ່ກັບເຮົາໄດ້ສາມວັນແລ້ວ ແລະ ບໍ່ມີຫຍັງກິນ. ເຮົາບໍ່ຢາກໃຫ້ພວກເຂົາກັບໄປທັງທີ່ຍັງຫິວຢູ່, ເພາະພວກເຂົາອາດຈະໝົດແຮງກາງທາງກໍໄດ້”.33ພວກສາວົກຂອງພຣະອົງຕອບວ່າ, “ໃນບ່ອນທີ່ຫ່າງໄກເຊັ່ນນີ້ຈະຫາເຂົ້າຈີ່ຢູ່ໃສມາພໍລ້ຽງຄົນຈຳນວນຫລວງຫລາຍຢ່າງນີ້?”34ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ?”ພວກເພິ່ນຕອບວ່າ, “ເຈັດກ້ອນ ແລະ ປານ້ອຍສອງສາມໂຕ”.35ພຣະອົງຈຶ່ງບອກປະຊາຊົນໃຫ້ນັ່ງລົງຕາມພື້ນດິນ.36ແລ້ວພຣະອົງຮັບເອົາເຂົ້າຈີ່ເຈັດກ້ອນ ແລະ ປານ້ອຍມາ, ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ ພຣະອົງກໍຫັກເຂົ້າຈີ່ຍື່ນເຂົ້າຈີ່ນັ້ນໃຫ້ພວກສາວົກ, ພວກເພິ່ນຈຶ່ງແຈກຢາຍໃຫ້ແກ່ປະຊາຊົນ.37ພວກເຂົາທຸກຄົນໄດ້ກິນຈົນອີ່ມ. ຫລັງຈາກນັ້ນ ພວກສາວົກໄດ້ເກັບເອົາຕ່ອນຫັກທີ່ເຫລືອໄວ້ໄດ້ເຕັມເຈັດກະບຸງ.38ຈຳນວນຜູ້ທີ່ກິນອາຫານນັ້ນມີສີ່ພັນຄົນໂດຍບໍ່ໄດ້ນັບແມ່ຍິງ ແລະ ເດັກນ້ອຍ.39ຫລັງຈາກທີ່ພຣະເຢຊູເຈົ້າບອກໃຫ້ປະຊາຊົນເລີກເມືອແລ້ວ, ພຣະອົງກໍຂຶ້ນເຮືອ ແລະ ໄປສູ່ຂົງເຂດມາຄາດານ.
Biblica, Inc.