ມັດທາຍ12
ພຣະເຢຊູເຈົ້າເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ
1ໃນເວລານັ້ນ ພຣະເຢຊູເຈົ້າຍ່າງຜ່ານທົ່ງນາໃນວັນຊະບາໂຕ, ສາວົກຂອງພຣະອົງຫີວເຂົ້າ ແລະ ເລີ່ມເດັດຮວງເຂົ້າມາເກັດກິນ.2ເມື່ອພວກຟາຣີຊາຍເຫັນຢ່າງນັ້ນ, ພວກເຂົາຈຶ່ງເວົ້າກັບພຣະອົງວ່າ, “ເບິ່ງແມ! ພວກສາວົກຂອງທ່ານເຮັດສິ່ງທີ່ຜິດກົດບັນຍັດໃນວັນຊະບາໂຕ”.3ພຣະອົງຕອບວ່າ, “ພວກເຈົ້າບໍ່ເຄີຍອ່ານສິ່ງທີ່ດາວິດໄດ້ເຮັດເມື່ອເພິ່ນ ແລະ ຄົນຂອງເພິ່ນຫິວເຂົ້ານັ້ນບໍ?4ເພິ່ນໄດ້ເຂົ້າໄປໃນວິຫານຂອງພຣະເຈົ້າ ແລະ ເພິ່ນກັບຄົນຂອງເພິ່ນໄດ້ກິນເຂົ້າຈີ່ສັກສິດ ເຊິ່ງຕາມກົດບັນຍັດແລ້ວພວກເພິ່ນບໍ່ມີສິດທີ່ຈະກິນເຂົ້າຈີ່ນັ້ນ ມີແຕ່ປະໂລຫິດເທົ່ານັ້ນທີ່ມີສິດກິນ.5ຫລື ພວກເຈົ້າບໍ່ໄດ້ອ່ານໃນກົດບັນຍັດທີ່ວ່າບັນດາປະໂລຫິດໃນວິຫານໄດ້ເຮັດໜ້າທີ່ຂອງຕົນໃນວັນສະບາໂຕ ເຊິ່ງເປັນການລະເມີດກົດວັນຊະບາໂຕ ແລະ ຍັງບໍລິສຸດຢູ່ບໍ?6ເຮົາບອກພວກເຈົ້າວ່າ, ຜູ້ ທີ່ຍິ່ງໃຫຍ່ກວ່າວິຫານກໍຢູ່ທີ່ນີ້.7ຖ້າພວກເຈົ້າເຂົ້າໃຈຄວາມໝາຍຂອງຖ້ອຍຄຳທີ່ວ່າ, ‘ເຮົາປະສົງຄວາມເມດຕາ ບໍ່ແມ່ນເຄື່ອງບູຊາ’ ພວກເຈົ້າກໍຄົງຈະບໍ່ກ່າວໂທດໃສ່ຄົນທີ່ບໍລິສຸດ.8ດ້ວຍວ່າ ບຸດມະນຸດເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ”.9ພຣະອົງໄດ້ອອກຈາກທີ່ນັ້ນແລ້ວເຂົ້າໄປໃນທຳມະສາລາຂອງພວກເຂົາ,10ແລະ ຢູ່ທີ່ນັ້ນມີຊາຍມືລີບຄົນໜຶ່ງ. ພວກເຂົາຊອກຫາສາເຫດທີ່ຈະຈັບຜິດພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາຈຶ່ງຖາມພຣະອົງວ່າ, “ການຮັກສາພະຍາດໃນວັນຊະບາໂຕເປັນການຖືກຕ້ອງຕໍ່ກົດບັນຍັດບໍ?”11ພຣະອົງຕອບພວກເຂົາວ່າ, “ຖ້າຄົນໜຶ່ງໃນພວກເຈົ້າມີແກະໜຶ່ງໂຕ ແລະ ແກະນັ້ນຕົກຂຸມໃນວັນຊະບາໂຕ, ພວກເຈົ້າຈະບໍ່ຟ້າວດຶງເອົາແກະໂຕນັ້ນຂຶ້ນມາບໍ?12ມະນຸດຜູ້ໜຶ່ງກໍມີຄ່າຫລາຍກວ່າແກະໜຶ່ງໂຕຫລາຍເທົ່າໃດນໍ. ເຫດສະນັ້ນ, ການເຮັດຄວາມດີໃນວັນຊະບາໂຕກໍຖືກຕ້ອງຕາມກົດບັນຍັດແລ້ວ”.13ແລ້ວພຣະອົງກໍກ່າວກັບຊາຍມືລີບຄົນນັ້ນວ່າ, “ຈົ່ງຢຽດມືຂອງເຈົ້າອອກມາ”. ດັ່ງນັ້ນ ລາວຈຶ່ງຢຽດມືອອກ ແລະ ມືນັ້ນກໍດີເປັນປົກກະຕິເໝືອນກັນກັບມືອີກເບື້ອງໜຶ່ງ.14ແຕ່ພວກຟາຣີຊາຍຈຶ່ງໄດ້ອອກໄປ ແລະ ວາງແຜນວ່າພວກເຂົາຈະຂ້າພຣະເຢຊູເຈົ້າໄດ້ຢ່າງໃດ.ຜູ້ຮັບໃຊ້ທີ່ພຣະເຈົ້າໄດ້ເລືອກໄວ້
15ພຣະເຢຊູເຈົ້າຮູ້ກົນອຸບາຍນີ້ຈຶ່ງອອກໄປຈາກທີ່ນັ້ນ. ປະຊາຊົນເປັນຈຳນວນຫລວງຫລາຍໄດ້ຕິດຕາມພຣະອົງໄປ ແລະ ພຣະອົງໄດ້ຮັກສາທຸກຄົນທີ່ເຈັບປ່ວຍໃຫ້ດີພະຍາດ.16ພຣະອົງໄດ້ເຕືອນພວກເຂົາບໍ່ໃຫ້ບອກເລື່ອງພຣະອົງແກ່ຜູ້ໃດ.17ພຣະອົງເຮັດດັ່ງນີ້ກໍເພື່ອຈະໃຫ້ສຳເລັດຕາມທີ່ໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍເອຊາຢາວ່າ:18“ນີ້ແມ່ນຜູ້ຮັບໃຊ້ຂອງເຮົາທີ່ເຮົາໄດ້ເລືອກໄວ້,ຜູ້ທີ່ເຮົາຮັກ ແລະ ຜູ້ທີ່ເຮົາພໍໃຈ;ເຮົາຈະເອົາພຣະວິນຍານຂອງເຮົາໃສ່ໄວ້ເທິງເພິ່ນ,ແລະ ເພິ່ນຈະປະກາດຄວາມຍຸຕິທຳແກ່ບັນດາປະຊາຊາດ.19ເພິ່ນຈະບໍ່ໂຕ້ຖຽງ ຫລື ໃຊ້ສຽງດັງ;ຈະບໍ່ມີຜູ້ໃດໄດ້ຍິນສຽງຂອງເພິ່ນຕາມຫົນທາງ.20ໄມ້ອໍ້ທີ່ບວບແລ້ວເພິ່ນຈະບໍ່ຫັກ,ແລະ ໄສ້ຕະກຽງທີ່ໃກ້ຈະມອດ ເພິ່ນຈະບໍ່ມອດ,ຈົນກວ່າເພິ່ນຈະນຳຄວາມຍຸຕິທຳໄປສູ່ໄຊຊະນະ.21ບັນດາປະຊາຊາດຈະມອບຄວາມຫວັງຂອງພວກເຂົາໄວ້ໃນນາມຂອງເພິ່ນ”.ພຣະເຢຊູເຈົ້າ ແລະ ເບເອນເຊບູນ
22ແລ້ວພວກເຂົາກໍພາຊາຍຜູ້ໜຶ່ງທີ່ມີຜີມານຮ້າຍເຂົ້າສິງ ທັງຕາບອດ ແລະ ປາກກືກມາຫາພຣະອົງ ແລະ ພຣະເຢຊູເຈົ້າຮັກສາຊາຍຄົນນັ້ນ, ລາວຈຶ່ງເວົ້າໄດ້ ແລະ ເບິ່ງເຫັນໄດ້.23ປະຊາຊົນທັງໝົດກໍປະຫລາດໃຈ ແລະ ເວົ້າກັນວ່າ, “ເປັນໄປໄດ້ບໍທີ່ຄົນນີ້ຈະເປັນບຸດຂອງດາວິດ?”24ແຕ່ເມື່ອພວກຟາຣີຊາຍໄດ້ຍິນເລື່ອງນີ້, ພວກເຂົາກໍເວົ້າວ່າ, “ໂດຍອຳນາດຂອງເບເອນເຊບູນ ນາຍຂອງຜີມານຮ້າຍເທົ່ານັ້ນ ລູກສິດຜູ້ນີ້ຈຶ່ງຂັບໄລ່ພວກຜີມານຮ້າຍອອກໄດ້ ”.25ພຣະເຢຊູເຈົ້າຮູ້ຄວາມຄິດຂອງພວກເຂົາ ແລະ ຈຶ່ງກ່າວກັບພວກເຂົາວ່າ, “ອານາຈັກໃດແຕກແຍກຕໍ່ສູ້ກັນເອງກໍຈະຖືກທຳລາຍ ແລະ ເມືອງໃດ ຫລື ຄອບຄົວໃດແຕກແຍກກັນເອງກໍຈະຕັ້ງຢູ່ບໍ່ໄດ້.26ຖ້າມານຊາຕານຂັບໄລ່ມານຊາຕານ, ມັນກໍແຕກແຍກຕໍ່ສູ້ກັນເອງ. ແລ້ວອານາຈັກຂອງມັນຈະຕັ້ງຢູ່ໄດ້ຢ່າງໃດ?27ແລະ ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍອຳນາດຂອງເບເອນເຊບູນ, ແລ້ວຄົນຂອງພວກເຈົ້າຂັບໄລ່ຜີມານຮ້າຍອອກດ້ວຍອຳນາດຂອງຜູ້ໃດ? ດ້ວຍເຫດນີ້, ພວກເຂົາຈະເປັນຜູ້ຕັດສິນພວກເຈົ້າ.28ແຕ່ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍພຣະວິນຍານຂອງພຣະເຈົ້າ, ອານາຈັກຂອງພຣະເຈົ້າກໍມາເຖິງພວກເຈົ້າແລ້ວ.29“ຫລື ອີກເທື່ອໜຶ່ງ, ຜູ້ໃດຈະສາມາດເຂົ້າໄປໃນເຮືອນຂອງຄົນແຂງແຮງ ແລະ ຂົນເອົາຊັບສິນຂອງເພິ່ນໄປໄດ້ຢ່າງໃດຖ້າບໍ່ຈັບຄົນແຂງແຮງນັ້ນມັດໄວ້ກ່ອນ? ຫລັງຈາກນັ້ນຈຶ່ງປຸ້ນເຮືອນຂອງເພິ່ນໄດ້.30“ຜູ້ໃດບໍ່ຢູ່ຝ່າຍເຮົາກໍຕໍ່ສູ້ເຮົາ ແລະ ຜູ້ໃດບໍ່ຮວມເຂົ້າກັນກັບເຮົາ ກໍເປັນຜູ້ເຮັດໃຫ້ແຕກກະຈັດກະຈາຍໄປ.31ແລະ ດັ່ງນັ້ນ ເຮົາບອກພວກເຈົ້າວ່າ, ການບາບທຸກປະການ ແລະ ຄຳໝິ່ນປະໝາດທຸກຢ່າງສາມາດໃຫ້ອະໄພໄດ້, ແຕ່ຄຳເວົ້າທີ່ໝິ່ນປະໝາດຕໍ່ສູ້ພຣະວິນຍານບໍລິສຸດເຈົ້າຈະໃຫ້ອະໄພບໍ່ໄດ້.32ຜູ້ໃດທີ່ເວົ້າຄຳໜຶ່ງຕໍ່ສູ້ບຸດມະນຸດກໍຈະໄດ້ຮັບການອະໄພ, ແຕ່ຜູ້ໃດທີ່ເວົ້າຕໍ່ສູ້ພຣະວິນຍານບໍລິສຸດເຈົ້າ ຜູ້ນັ້ນຈະບໍ່ໄດ້ຮັບການອະໄພ, ທັງໃນຍຸກນີ້ ຫລື ໃນຍຸກໜ້າ.33“ປູກຕົ້ນໄມ້ດີ ຜົນຂອງມັນກໍຈະດີ, ຫລື ປູກຕົ້ນໄມ້ບໍ່ດີ ຜົນຂອງມັນກໍຈະບໍ່ດີ, ເພາະວ່າຈະຮູ້ຈັກຕົ້ນໄມ້ໄດ້ກໍດ້ວຍຜົນຂອງມັນ.34ພວກຊາດງູຮ້າຍເອີຍ, ພວກເຈົ້າຈະເວົ້າສິ່ງດີໄດ້ຢ່າງໃດເມື່ອພວກເຈົ້າເປັນຄົນຊົ່ວ? ເພາະໃຈເຕັມລົ້ນດ້ວຍສິ່ງໃດປາກກໍເວົ້າສິ່ງນັ້ນອອກມາ.35ຄົນດີຍ່ອມນໍາສິ່ງດີອອກມາຈາກຄັງແຫ່ງຄວາມດີຂອງຕົນ, ແລະ ຄົນຊົ່ວຍ່ອມນໍາສິ່ງຊົ່ວອອກມາຈາກຄັງແຫ່ງຄວາມຊົ່ວຂອງຕົນ.36ແຕ່ເຮົາບອກພວກເຈົ້າວ່າ, ໃນວັນພິພາກສາ ມະນຸດຈະຕ້ອງຮັບຜິດຊອບຕໍ່ຖ້ອຍຄຳເປົ່າໆທຸກຄຳທີ່ພວກເຂົາເວົ້າອອກມາ,37ເພາະເຈົ້າຈະພົ້ນໂທດໄດ້ກໍດ້ວຍຄຳເວົ້າຂອງເຈົ້າ ແລະ ເຈົ້າຈະຖືກໂທດກໍດ້ວຍຄຳເວົ້າຂອງເຈົ້າ”.ໝາຍສຳຄັນຂອງໂຢນາ
38ແລ້ວມີບາງຄົນໃນພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດກໍໄດ້ເວົ້າກັບພຣະອົງວ່າ, “ທ່ານອາຈານເອີຍ, ພວກເຮົາຢາກເຫັນໝາຍສຳຄັນຈາກທ່ານ”.39ພຣະອົງຕອບວ່າ, “ຄົນໃນຍຸກທີ່ຊົ່ວຮ້າຍ ແລະ ຫລິ້ນຊູ້ ຂໍແຕ່ໝາຍສຳຄັນ! ແຕ່ຈະບໍ່ໃຫ້ໝາຍສຳຄັນໃດນອກຈາກໝາຍສຳຄັນຂອງໂຢນາຜູ້ທຳນວາຍ.40ດ້ວຍວ່າ ໂຢນາຢູ່ໃນທ້ອງປາໃຫຍ່ສາມວັນສາມຄືນສັນໃດ, ບຸດມະນຸດກໍຈະຢູ່ໃນໃຈກາງແຜ່ນດິນໂລກສາມວັນສາມຄືນສັນນັ້ນ.41ໃນການພິພາກສາ, ຊາວເມືອງນີເນເວຈະຢືນຂຶ້ນພ້ອມກັບຄົນຍຸກນີ້ ແລະ ຈະກ່າວໂທດພວກເຂົາ ເພາະຊາວເມືອງນີເນເວໄດ້ຖິ້ມໃຈເກົ່າເອົາໃຈໃໝ່ເພາະຄຳເທດສະໜາຂອງໂຢນາ ແລະ ບັດນີ້ ຜູ້ ທີ່ຍິ່ງໃຫຍ່ກວ່າໂຢນາກໍຢູ່ທີ່ນີ້.42ໃນການພິພາກສາ, ລາຊີນີຈາກທິດໃຕ້ຈະລຸກຂຶ້ນພ້ອມກັບຄົນຍຸກນີ້ ແລະ ຈະກ່າວໂທດພວກເຂົາ ເພາະນາງໄດ້ເດີນທາງມາຈາກທີ່ສຸດປາຍແຜ່ນດິນໂລກເພື່ອມາຟັງສະຕິປັນຍາຂອງໂຊໂລໂມນ ແລະ ບັດນີ້ ຜູ້ທີ່ຍິ່ງໃຫຍ່ກວ່າໂຊໂລໂມນກໍຢູ່ທີ່ນີ້.43“ເມື່ອວິນຍານສົກກະປົກອອກຈາກຄົນແລ້ວ, ມັນກໍໄປທົ່ວບ່ອນແຫ້ງແລ້ງເພື່ອຊອກຫາບ່ອນຢູ່ ແລະ ເມື່ອຊອກຫາບໍ່ພົບ.44ມັນຈຶ່ງກ່າວວ່າ, ‘ເຮົາຈະກັບຄືນໄປເຮືອນທີ່ເຮົາໄດ້ອອກມາ’. ເມື່ອມັນມາເຖິງ, ມັນກໍພົບວ່າເຮືອນນັ້ນເປົ່າຫວ່າງຢູ່, ປັດກວາດສະອາດ ແລະ ຈັດເປັນລະບຽບຮຽບຮ້ອຍແລ້ວ.45ມັນຈຶ່ງອອກໄປນຳເອົາວິນຍານຊົ່ວອື່ນໆອີກເຈັດໂຕທີ່ຊົ່ວຮ້າຍກວ່າມັນອີກ ແລ້ວພວກມັນກໍໄດ້ເຂົ້າໄປອາໄສຢູ່ທີ່ເຮືອນນັ້ນ ແລະ ໃນທີ່ສຸດສະພາບຂອງຄົນນັ້ນກໍຊົ່ວຮ້າຍລົງກວ່າຕອນຕົ້ນອີກ. ຄົນໃນຍຸກທີ່ຊົ່ວຮ້າຍນີ້ກໍຈະເປັນຢ່າງນີ້”.ມານດາ ແລະ ບັນດານ້ອງຊາຍຂອງພຣະເຢຊູເຈົ້າ
46ໃນຂະນະທີ່ພຣະເຢຊູເຈົ້າກຳລັງກ່າວຢູ່ກັບປະຊາຊົນຢູ່ນັ້ນ, ມານດາ ແລະ ບັນດານ້ອງຊາຍຂອງພຣະອົງໄດ້ມາຢືນຢູ່ຂ້າງນອກ ເພື່ອຕ້ອງການຈະເວົ້າກັບພຣະອົງ.47ມີຄົນໜຶ່ງໄດ້ບອກພຣະເຢຊູເຈົ້າວ່າ, “ມານດາ ແລະ ບັນດານ້ອງຊາຍຂອງທ່ານຢືນຢູ່ທາງນອກຕ້ອງການຈະເວົ້າກັບທ່ານ”. 48ພຣະເຢຊູເຈົ້າຈຶ່ງຕອບລາວວ່າ, “ຜູ້ໃດເປັນມານດາ ແລະ ຜູ້ໃດເປັນນ້ອງຊາຍຂອງເຮົາ?”49ແລ້ວພຣະອົງກໍຊີ້ໄປທີ່ພວກສາວົກຂອງພຣະອົງ ແລະ ກ່າວວ່າ, “ນີ້ຄືແມ່ ແລະ ນ້ອງຊາຍຂອງເຮົາ.50ເພາະວ່າຜູ້ໃດທີ່ເຮັດຕາມຄວາມປະສົງຂອງພຣະບິດາຂອງເຮົາຜູ້ຢູ່ໃນສະຫວັນກໍເປັນນ້ອງຊາຍ, ນ້ອງສາວ ແລະ ແມ່ຂອງເຮົາ”.Biblica, Inc.