ມັດທາຍ11
ພຣະເຢຊູເຈົ້າ ແລະ ໂຢຮັນບັບຕິສະໂຕ
1ຫລັງຈາກພຣະເຢຊູເຈົ້າສັ່ງສອນສາວົກສິບສອງຄົນຂອງພຣະອົງຈົບແລ້ວ, ພຣະອົງກໍໄດ້ຈາກທີ່ນັ້ນໄປສັ່ງສອນ ແລະ ເທດສະໜາໃນເມືອງຕ່າງໆຂອງແຂວງຄາລີເລ. 2ເມື່ອໂຢຮັນຜູ້ທີ່ໄດ້ຖືກຂັງຢູ່ໃນຄຸກ ໄດ້ຍິນຂ່າວກ່ຽວກັບກິດຈະການຂອງພຣະຄຣິດເຈົ້າແລ້ວ, ເພິ່ນຈຶ່ງໄດ້ໃຊ້ພວກລູກສິດຂອງເພິ່ນໄປ3ຖາມພຣະອົງວ່າ, “ທ່ານແມ່ນຜູ້ທີ່ຈະມານັ້ນບໍ, ຫລື ພວກຂ້ານ້ອຍຈະຕ້ອງຄອຍຖ້າຜູ້ອື່ນອີກ?”4ພຣະເຢຊູເຈົ້າຕອບວ່າ, “ຈົ່ງກັບໄປລາຍງານຕໍ່ໂຢຮັນຕາມສິ່ງທີ່ພວກເຈົ້າໄດ້ຍິນ ແລະ ໄດ້ເຫັນຄື:5ຄົນຕາບອດເບິ່ງເຫັນໄດ້, ຄົນເປ້ຍຍ່າງໄດ້, ຄົນຂີ້ທູດ ຖືກຊຳລະໃຫ້ສະອາດ, ຄົນຫູໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະ ຂ່າວປະເສີດກໍໄດ້ປະກາດແກ່ຄົນຍາກຈົນ.6ຜູ້ໃດທີ່ບໍ່ສະດຸດກ່ຽວກັບເລື່ອງຂອງເຮົາກໍເປັນສຸກ”.7ຂະນະທີ່ພວກລູກສິດຂອງໂຢຮັນກຳລັງຈະຈາກໄປ, ພຣະເຢຊູເຈົ້າກໍເລີ່ມກ່າວເຖິງເລື່ອງໂຢຮັນແກ່ປະຊາຊົນວ່າ: “ພວກເຈົ້າທັງຫລາຍອອກໄປຖິ່ນແຫ້ງແລ້ງກັນດານເພື່ອຢາກເບິ່ງຫຍັງ? ຢາກເບິ່ງຕົ້ນອໍ້ໄຫວໄປມາຕາມລົມພັດບໍ?8ຖ້າບໍ່ແມ່ນ, ພວກເຈົ້າອອກໄປເບິ່ງຫຍັງ? ເບິ່ງຄົນນຸ່ງເຄື່ອງທີ່ລະອຽດຈົບງາມບໍ? ບໍ່ແມ່ນ, ບັນດາຄົນທີ່ນຸ່ງເຄື່ອງທີ່ຈົບງາມກໍຢູ່ໃນວັງຂອງກະສັດ.9ດັ່ງນັ້ນ ພວກເຈົ້າອອກໄປເບິ່ງຫຍັງ? ໄປເບິ່ງຜູ້ທຳນວາຍບໍ? ແມ່ນແລ້ວ, ເຮົາບອກພວກເຈົ້າວ່າທ່ານຜູ້ນັ້ນຍິ່ງໃຫຍ່ກວ່າຜູ້ທຳນວາຍອີກ.10ເພິ່ນແມ່ນຜູ້ທີ່ພຣະຄຳພີຂຽນໄວ້ເຖິງວ່າ:“ ‘ເຮົາຈະໃຊ້ທູດຂອງເຮົາໄປກ່ອນໜ້າທ່ານ,ເພື່ອຈັດຕຽມຫົນທາງໄວ້ລ່ວງໜ້າສຳລັບທ່ານ’. 11ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ໃນບັນດາຜູ້ທີ່ເກີດຈາກແມ່ຍິງ ບໍ່ມີຜູ້ໃດຍິ່ງໃຫຍ່ກວ່າໂຢຮັນບັບຕິສະໂຕ; ແຕ່ຜູ້ຕໍ່າຕ້ອຍທີ່ສຸດໃນອານາຈັກສະຫວັນກໍຍິ່ງໃຫຍ່ກວ່າເພິ່ນ.12ຕັ້ງແຕ່ສະໄໝໂຢຮັນບັບຕິສະໂຕ ຈົນເຖິງທຸກວັນນີ້, ອານາຈັກສະຫວັນກໍກຳລັງຖືກຍາດຊີງເອົາຢ່າງຮຸນແຮງ ແລະ ຄົນທີ່ມີໃຈຮຸນແຮງກໍເປັນຜູ້ຍາດຊີງເອົາໄດ້. 13ເພາະວ່າພວກຜູ້ທຳນວາຍທຸກຄົນ ແລະ ກົດບັນຍັດທັງປວງໄດ້ທຳນວາຍມາຈົນເຖິງໂຢຮັນ.14ແລະ ຖ້າພວກເຈົ້າເຕັມໃຈຍອມຮັບເອົາຖ້ອຍຄຳນີ້, ໂຢຮັນກໍຄືເອລີຢາຜູ້ທີ່ຈະມາ.15ຜູ້ໃດມີຫູ, ກໍຈົ່ງຟັງເອົາ.16“ເຮົາຈະປຽບທຽບຄົນໃນສະໄໝນີ້ຄືກັບອັນໃດດີ? ພວກເຂົາກໍປຽບເໝືອນເດັກນ້ອຍທີ່ກຳລັງນັ່ງຢູ່ກາງຕະຫລາດ ແລະ ຮ້ອງໃສ່ກັນວ່າ:17“ ‘ພວກເຮົາເປົ່າປີ່ໃຫ້ພວກເຈົ້າ,ແລະ ພວກເຈົ້າກໍບໍ່ຟ້ອນລຳ,ພວກເຮົາຮ້ອງເພງໄວ້ອາໄລ,ແລະ ພວກເຈົ້າກໍບໍ່ໂສກເສົ້າ’.18ເພາະວ່າໂຢຮັນມາທັງບໍ່ກິນ ຫລື ບໍ່ດື່ມ, ແລະ ພວກເຂົາກໍເວົ້າວ່າ, ‘ເພິ່ນມີຜີມານຮ້າຍສິງຢູ່’.19ບຸດມະນຸດມາທັງກິນ ແລະ ດື່ມ ແລະ ພວກເຂົາກໍເວົ້າວ່າ, ‘ເບິ່ງແມ ລາວເປັນຄົນກິນຫລາຍ ແລະ ຄົນມັກເມົາ, ທັງເປັນເພື່ອນຂອງຄົນເກັບພາສີ ແລະ ຄົນບາບທັງຫລາຍ’. ແຕ່ສະຕິປັນຍາຂອງພຣະອົງກໍໄດ້ຮັບການພິສູດແລ້ວວ່າຖືກຕ້ອງໂດຍຜົນຂອງປັນຍານັ້ນເອງ”.ວິບັດແກ່ເມືອງທີ່ບໍ່ຖິ້ມໃຈເກົ່າເອົາໃຈໃໝ່
20ແລ້ວພຣະເຢຊູເຈົ້າເລີ່ມຕິຕຽນເມືອງຕ່າງໆທີ່ສ່ວນຫລາຍພຣະອົງໄດ້ສະແດງການອັດສະຈັນ, ເພາະວ່າພວກເຂົາບໍ່ໄດ້ຖິ້ມໃຈເກົ່າເອົາໃຈໃໝ່.21“ວິບັດແກ່ເຈົ້າ, ເມືອງໂຂຣາຊິນ! ວິບັດແກ່ເຈົ້າ, ເມືອງເບັດຊາອີດາ! ເພາະຖ້າການອັດສະຈັນທີ່ສະແດງໃນພວກເຈົ້າໄດ້ຖືກສະແດງທີ່ເມືອງຕີເຣ ແລະ ເມືອງຊີໂດນແລ້ວ, ພວກເຂົາກໍຄົງຖິ້ມໃຈເກົ່າເອົາໃຈໃໝ່ແຕ່ດົນ ແລະ ນຸ່ງຜ້າກະສອບເຂົ້າແລ້ວນັ່ງເທິງຂີ້ເຖົ່າ.22ແຕ່ເຮົາບອກພວກເຈົ້າວ່າ, ໃນວັນພິພາກສາ ໂທດເມືອງຕີເຣ ແລະ ເມືອງຊີໂດນຈະເບົາກວ່າໂທດຂອງພວກເຈົ້າ.23ສ່ວນເຈົ້າ, ເມືອງກາເປນາອູມເອີຍ, ເຈົ້າຈະຖືກຍົກຂຶ້ນພຽງຟ້າສະຫວັນບໍ? ບໍ່ເລີຍ, ເຈົ້າຈະຕ້ອງລົງໄປນະລົກ . ເພາະຖ້າການອັດສະຈັນທີ່ໄດ້ສະແດງໃນພວກເຈົ້າໄດ້ຖືກສະແດງທີ່ເມືອງໂຊໂດມແລ້ວ, ເມືອງນັ້ນກໍຄົງຍັງຕັ້ງຢູ່ມາຈົນເຖິງທຸກວັນນີ້.24ແຕ່ເຮົາບອກພວກເຈົ້າວ່າ, ໃນວັນພິພາກສາ ໂທດຂອງເມືອງໂຊໂດມຈະເບົາກວ່າໂທດຂອງພວກເຈົ້າ”.ຈົ່ງມາຫາເຮົາ ແລະ ຮັບການພັກຜ່ອນ
25ໃນເວລານັ້ນ ພຣະເຢຊູເຈົ້າໄດ້ກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າແຫ່ງສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍຂໍສັນລະເສີນພຣະອົງ ເພາະພຣະອົງໄດ້ປິດບັງສິ່ງເຫລົ່ານີ້ໄວ້ຈາກຜູ້ສະຫລາດ ແລະ ຜູ້ມີສະຕິປັນຍາ, ແຕ່ໄດ້ເປີດເຜີຍໃຫ້ແກ່ບັນດາເດັກນ້ອຍຮູ້.26ແມ່ນແລ້ວ ພຣະບິດາເຈົ້າເອີຍ, ເພາະພຣະອົງພໍໃຈຢ່າງນັ້ນ.27“ພຣະບິດາເຈົ້າຂອງເຮົາມອບທຸກສິ່ງໃຫ້ແກ່ເຮົາ. ບໍ່ມີຜູ້ໃດຮູ້ຈັກພຣະບຸດນອກຈາກພຣະບິດາເຈົ້າ ແລະ ບໍ່ມີຜູ້ໃດຮູ້ຈັກພຣະບິດາເຈົ້ານອກຈາກພຣະບຸດ ແລະ ບັນດາຜູ້ທີ່ພຣະບຸດໄດ້ເລືອກທີ່ຈະເປີດເຜີຍພຣະອົງ.28“ບັນດາຜູ້ທີ່ອິດເມື່ອຍ ແລະ ແບກພາລະໜັກຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.29ຈົ່ງເອົາແອກຂອງເຮົາແບກໄວ້ ແລະ ຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບ ແລະ ຖ່ອມລົງ, ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ.30ເພາະແອກຂອງເຮົານັ້ນກໍພໍເໝາະ ແລະ ພາລະຂອງເຮົາກໍເບົາ”.Biblica, Inc.