ມາຣະໂກ9
1ແລະ ພຣະອົງກ່າວແກ່ພວກເພິ່ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ບາງຄົນທີ່ຢືນຢູ່ໃນທີ່ນີ້ຈະບໍ່ຮູ້ລົດຂອງຄວາມຕາຍຈົນກວ່າພວກເຂົາຈະໄດ້ເຫັນອານາຈັກຂອງພຣະເຈົ້າມາຕັ້ງຢູ່ດ້ວຍລິດອຳນາດ”.
ລາວຕອບວ່າ, “ເປັນມາຕັ້ງແຕ່ນ້ອຍພຸ້ນ22ຫລາຍເທື່ອແລ້ວທີ່ມັນຊຸກລາວໃຫ້ຕົກນ້ຳ ແລະ ຕົກໃສ່ໄຟເພື່ອຂ້າລາວ. ແຕ່ຖ້າທ່ານສາມາດຊ່ວຍໄດ້ ຂໍສົງສານພວກຂ້ານ້ອຍ ແລະ ຊ່ວຍພວກຂ້ານ້ອຍແດ່ທ້ອນ”.23ພຣະເຢຊູເຈົ້າກ່າວວ່າ, “ ‘ຖ້າສາມາດຊ່ວຍໄດ້’ ບໍ? ທຸກສິ່ງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ”.24ໃນທັນໃດນັ້ນ ພໍ່ຂອງເດັກນ້ອຍນັ້ນໄດ້ຮ້ອງຕອບທັນທີວ່າ, “ຂ້ານ້ອຍເຊື່ອ; ຂໍຊ່ວຍຂ້ານ້ອຍໃຫ້ມີຄວາມເຊື່ອຫລາຍກວ່ານີ້ແດ່ທ້ອນ!”25ເມື່ອພຣະເຢຊູເຈົ້າເຫັນປະຊາຊົນກຳລັງບຸບຽດກັນເຂົ້າມາໃກ້ ພຣະອົງຈຶ່ງສັ່ງວິນຍານສົກກະປົກ, “ວິນຍານປາກກືກ ແລະ ຫູໜວກ ເຮົາສັ່ງພວກເຈົ້າໃຫ້ອອກຈາກເດັກນ້ອຍ ແລະ ຢ່າກັບເຂົ້າໄປສິງລາວອີກຈັກເທື່ອ”.26ຜີມານຮ້າຍນັ້ນແຜດສຽງຂຶ້ນ ມັນເຮັດໃຫ້ເດັກນ້ອຍຊັກດິ້ນຢ່າງແຮງ ແລ້ວກໍອອກໜີໄປ. ເດັກນ້ອຍນັ້ນກາຍເປັນເໝືອນຄົນຕາຍ ຈົນຫລາຍຄົນທັງຫລາຍເວົ້າວ່າ, “ລາວຕາຍແລ້ວ”.27ແຕ່ພຣະເຢຊູເຈົ້າຈັບມືເດັກນ້ອຍ ແລະ ດຶງຂຶ້ນ ແລ້ວລາວກໍລຸກຢືນຂຶ້ນ.28ຫລັງຈາກທີ່ພຣະເຢຊູເຈົ້າເຂົ້າໄປໃນເຮືອນແລ້ວ, ພວກສາວົກຂອງພຣະອົງກໍຖາມພຣະອົງເປັນການສ່ວນໂຕວ່າ, “ເປັນຫຍັງພວກຂ້ານ້ອຍຈຶ່ງບໍ່ສາມາດຂັບໄລ່ຜີມານຮ້າຍນັ້ນອອກໄດ້?”29ພຣະອົງຕອບວ່າ, “ຜີຮ້າຍແບບນີ້ຈະຂັບໄລ່ອອກດ້ວຍວິທີອື່ນບໍ່ໄດ້ ເວັ້ນໄວ້ແຕ່ດ້ວຍການອະທິຖານເທົ່ານັ້ນ ”.
ພຣະເຢຊູເຈົ້າປ່ຽນລັກສະນະຮ່າງກາຍ
2ຫົກວັນຕໍ່ມາ ພຣະເຢຊູເຈົ້າໄດ້ພາເປໂຕ, ຢາໂກໂບ ແລະ ໂຢຮັນຂຶ້ນໄປເທິງພູສູງຢູ່ຕ່າງຫາກ. ຢູ່ທີ່ນັ້ນ ຮ່າງກາຍຂອງພຣະອົງກໍປ່ຽນແປງໄປຕໍ່ໜ້າພວກເພິ່ນ.3ເຄື່ອງນຸ່ງຂອງພຣະອົງກາຍເປັນສີຂາວສ່ອງແສງເຫລື້ອມໃສ, ຂາວກວ່າສິ່ງໃດໃນໂລກນີ້ຈະຟອກໃຫ້ຂາວເຊັ່ນນັ້ນໄດ້.4ແລ້ວໂມເຊ ແລະ ເອລີຢາກໍໄດ້ມາປາກົດໂຕຕໍ່ໜ້າພວກເພິ່ນ ແລະ ກຳລັງສົນທະນາຢູ່ກັບພຣະເຢຊູເຈົ້າ.5ເປໂຕຈຶ່ງເວົ້າກັບພຣະເຢຊູເຈົ້າວ່າ, “ອາຈານເອີຍ, ດີແທ້ໆທີ່ພວກຂ້ານ້ອຍໄດ້ມາຢູ່ບ່ອນນີ້. ຂໍໃຫ້ພວກຂ້ານ້ອຍປຸກຕູບສາມຫລັງຂຶ້ນ ຫລັງໜຶ່ງສຳລັບພຣະອົງ, ຫລັງໜຶ່ງສຳລັບໂມເຊ ແລະ ຫລັງໜຶ່ງສຳລັບເອລີຢາ”.6(ເປໂຕບໍ່ຮູ້ວ່າຈະເວົ້າສິ່ງໃດດີ ເພາະພວກເພິ່ນຕົກໃຈຢ້ານຫລາຍ.)7ແລ້ວກໍມີກ້ອນເມກປາກົດຂຶ້ນມາປົກຄຸມພວກເພິ່ນໄວ້, ແລະ ມີສຽງໜຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້, ເປັນບຸດທີ່ຮັກຂອງເຮົາ, ຈົ່ງເຊື່ອຟັງເພິ່ນ!”8ທັນໃດນັ້ນ ເມື່ອພວກເພິ່ນຫລຽວເບິ່ງອ້ອມຮອບໂຕກໍບໍ່ເຫັນຜູ້ໃດ ນອກຈາກພຣະເຢຊູເຈົ້າເທົ່ານັ້ນທີ່ຢູ່ກັບພວກເພິ່ນ.9ໃນຂະນະທີ່ກຳລັງລົງມາແຕ່ພູເຂົານັ້ນ, ພຣະເຢຊູເຈົ້າໄດ້ສັ່ງພວກເພິ່ນວ່າຢ່າບອກສິ່ງທີ່ພວກເຈົ້າໄດ້ເຫັນນີ້ໃຫ້ແກ່ຜູ້ໃດຈົນກວ່າບຸດມະນຸດຈະເປັນຄືນມາຈາກຕາຍ.10ພວກສາວົກທັງສາມໄດ້ຖືຮັກສາຂໍ້ຄຳສັ່ງນີ້ໄວ້ກັບຕົນເອງ ໂດຍປຶກສາກັນວ່າ, “ການເປັນຄືນມາຈາກຕາຍ” ໝາຍຄວາມວ່າແນວໃດ.11ແລະ ພວກເພິ່ນຈຶ່ງຖາມພຣະອົງວ່າ, “ເປັນຫຍັງພວກຄູສອນກົດບັນຍັດຈຶ່ງເວົ້າວ່າເອລີຢາຈະຕ້ອງມາກ່ອນ?”12ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ຖືກແລ້ວ, ເອລີຢາຕ້ອງມາກ່ອນ ແລະ ເຮັດໃຫ້ທຸກສິ່ງກັບຄືນສູ່ສະພາບເດີມ. ດ້ວຍເຫດໃດຈຶ່ງມີຄຳຂຽນໄວ້ໃນພຣະຄຳພີວ່າບຸດມະນຸດຈະຖືກທົນທຸກທໍລະມານຢ່າງໜັກໜ່ວງ ແລະ ຖືກປະຕິເສດ?13ແຕ່ເຮົາບອກພວກເຈົ້າວ່າ, ເອລີຢາໄດ້ມາແລ້ວ ແລະ ພວກເຂົາໄດ້ເຮັດກັບເພິ່ນຕາມໃຈມັກທຸກຢ່າງ ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີກ່ຽວກັບເພິ່ນ”.ພຣະເຢຊູເຈົ້າຮັກສາເດັກຊາຍຜູ້ໜຶ່ງທີ່ຖືກວິນຍານສົກກະປົກສິງ
14ເມື່ອພວກເພິ່ນໄດ້ມາຮອດສາວົກຄົນອື່ນໆແລ້ວ ພວກເພິ່ນກໍເຫັນປະຊາຊົນຢ່າງຫລວງຫລາຍຫຸ້ມອ້ອມພວກເຂົາຢູ່ ແລະ ພວກຄູສອນກົດບັນຍັດກຳລັງໂຕ້ຖຽງກັບພວກເຂົາຢູ່.15ໃນທັນໃດນັ້ນ ເມື່ອປະຊາຊົນທັງຫລາຍເຫັນພຣະເຢຊູເຈົ້າ, ພວກເຂົາກໍປະຫລາດໃຈຫລາຍ ແລະ ພາກັນຟ້າວແລ່ນເຂົ້າມາຄຳນັບພຣະອົງ.16ພຣະອົງຈຶ່ງຖາມວ່າ, “ພວກເຈົ້າກຳລັງໂຕ້ຖຽງກັນເຖິງເລື່ອງຫຍັງ?”17ມີຊາຍຄົນໜຶ່ງໃນບັນດາປະຊາຊົນນັ້ນຕອບວ່າ, “ອາຈານເອີຍ, ຂ້ານ້ອຍໄດ້ນໍາລູກຊາຍຂອງຂ້ານ້ອຍມາຫາທ່ານ, ລາວຖືກຜີມານຮ້າຍສິງຈົນເຮັດໃຫ້ລາວປາກກືກ.18ເມື່ອມັນເຂົ້າສິງລາວເທື່ອໃດ, ມັນກໍເຮັດໃຫ້ລາວລົ້ມລົງພື້ນ, ແລະ ມີນ້ຳລາຍຟູມປາກທັງກັດແຂ້ວ ແລະ ໂຕແຂງໄປໝົດທັງຮ່າງກາຍ. ຂ້ານ້ອຍຂໍໃຫ້ພວກສາວົກຂອງທ່ານຂັບໄລ່ຜີມານຮ້າຍນັ້ນອອກ, ແຕ່ພວກເພິ່ນບໍ່ສາມາດເຮັດໄດ້”.19ພຣະເຢຊູເຈົ້າຕອບວ່າ, “ຄົນໃນສະໄໝທີ່ຂາດຄວາມເຊື່ອເອີຍ, ເຮົາຈະຕ້ອງຢູ່ກັບພວກເຈົ້າອີກດົນປານໃດ? ເຮົາຈະອົດທົນກັບພວກເຈົ້າອີກດົນປານໃດ? ຈົ່ງພາເດັກຊາຍນັ້ນມາຫາເຮົາ”.20ພວກເຂົາກໍໄດ້ພາເດັກນ້ອຍມາຫາພຣະອົງ. ເມື່ອຜີມານຮ້າຍທີ່ສິງຢູ່ໃນໂຕເດັກນ້ອຍນັ້ນໄດ້ເຫັນພຣະເຢຊູເຈົ້າ, ທັນໃດນັ້ນ ມັນກໍເຮັດໃຫ້ເດັກນ້ອຍນັ້ນລົ້ມລົງພື້ນດິນ, ຊັກດິ້ນລົ້ມລົງກິ້ງໄປມາ ແລະ ມີນ້ຳລາຍຟູມປາກ.21ພຣະເຢຊູເຈົ້າໄດ້ຖາມພໍ່ຂອງເດັກນ້ອຍວ່າ, “ລາວເປັນຢ່າງນີ້ມາດົນປານໃດແລ້ວ?”ລາວຕອບວ່າ, “ເປັນມາຕັ້ງແຕ່ນ້ອຍພຸ້ນ22ຫລາຍເທື່ອແລ້ວທີ່ມັນຊຸກລາວໃຫ້ຕົກນ້ຳ ແລະ ຕົກໃສ່ໄຟເພື່ອຂ້າລາວ. ແຕ່ຖ້າທ່ານສາມາດຊ່ວຍໄດ້ ຂໍສົງສານພວກຂ້ານ້ອຍ ແລະ ຊ່ວຍພວກຂ້ານ້ອຍແດ່ທ້ອນ”.23ພຣະເຢຊູເຈົ້າກ່າວວ່າ, “ ‘ຖ້າສາມາດຊ່ວຍໄດ້’ ບໍ? ທຸກສິ່ງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ”.24ໃນທັນໃດນັ້ນ ພໍ່ຂອງເດັກນ້ອຍນັ້ນໄດ້ຮ້ອງຕອບທັນທີວ່າ, “ຂ້ານ້ອຍເຊື່ອ; ຂໍຊ່ວຍຂ້ານ້ອຍໃຫ້ມີຄວາມເຊື່ອຫລາຍກວ່ານີ້ແດ່ທ້ອນ!”25ເມື່ອພຣະເຢຊູເຈົ້າເຫັນປະຊາຊົນກຳລັງບຸບຽດກັນເຂົ້າມາໃກ້ ພຣະອົງຈຶ່ງສັ່ງວິນຍານສົກກະປົກ, “ວິນຍານປາກກືກ ແລະ ຫູໜວກ ເຮົາສັ່ງພວກເຈົ້າໃຫ້ອອກຈາກເດັກນ້ອຍ ແລະ ຢ່າກັບເຂົ້າໄປສິງລາວອີກຈັກເທື່ອ”.26ຜີມານຮ້າຍນັ້ນແຜດສຽງຂຶ້ນ ມັນເຮັດໃຫ້ເດັກນ້ອຍຊັກດິ້ນຢ່າງແຮງ ແລ້ວກໍອອກໜີໄປ. ເດັກນ້ອຍນັ້ນກາຍເປັນເໝືອນຄົນຕາຍ ຈົນຫລາຍຄົນທັງຫລາຍເວົ້າວ່າ, “ລາວຕາຍແລ້ວ”.27ແຕ່ພຣະເຢຊູເຈົ້າຈັບມືເດັກນ້ອຍ ແລະ ດຶງຂຶ້ນ ແລ້ວລາວກໍລຸກຢືນຂຶ້ນ.28ຫລັງຈາກທີ່ພຣະເຢຊູເຈົ້າເຂົ້າໄປໃນເຮືອນແລ້ວ, ພວກສາວົກຂອງພຣະອົງກໍຖາມພຣະອົງເປັນການສ່ວນໂຕວ່າ, “ເປັນຫຍັງພວກຂ້ານ້ອຍຈຶ່ງບໍ່ສາມາດຂັບໄລ່ຜີມານຮ້າຍນັ້ນອອກໄດ້?”29ພຣະອົງຕອບວ່າ, “ຜີຮ້າຍແບບນີ້ຈະຂັບໄລ່ອອກດ້ວຍວິທີອື່ນບໍ່ໄດ້ ເວັ້ນໄວ້ແຕ່ດ້ວຍການອະທິຖານເທົ່ານັ້ນ ”.
ພຣະເຢຊູເຈົ້າທຳນວາຍກ່ຽວກັບການຕາຍຂອງພຣະອົງຄັ້ງທີສອງ
30ພວກເພິ່ນໄດ້ຈາກທີ່ນັ້ນ ແລະ ຜ່ານແຂວງຄາລີເລໄປ. ພຣະເຢຊູເຈົ້າບໍ່ຕ້ອງການໃຫ້ຜູ້ໃດຮູ້ບ່ອນທີ່ພວກເພິ່ນຢູ່,31ເພາະພຣະອົງກຳລັງສັ່ງສອນພວກສາວົກຢູ່. ພຣະອົງກ່າວກັບພວກເພິ່ນວ່າ, “ບຸດມະນຸດຈະຖືກມອບໄວ້ໃນມືຂອງມະນຸດ. ພວກເຂົາຈະຂ້າເພິ່ນ, ແລະ ຫລັງຈາກສາມວັນພຣະອົງຈະເປັນຄືນມາຈາກຕາຍ”.32ແຕ່ພວກເພິ່ນບໍ່ເຂົ້າໃຈວ່າພຣະອົງໝາຍເຖິງສິ່ງໃດ ແລະ ພວກເພິ່ນກໍຢ້ານທີ່ຈະຖາມພຣະອົງເຖິງເລື່ອງນີ້.ຜູ້ໃດເປັນໃຫຍ່ທີ່ສຸດ?
33ເມື່ອພວກເພິ່ນມາຮອດເມືອງກາເປນາອູມ. ຂະນະທີ່ພຣະອົງຢູ່ໃນເຮືອນ ພຣະອົງຖາມພວກເພິ່ນວ່າ, “ໃນລະຫວ່າງທາງນັ້ນ ພວກເຈົ້າໄດ້ຖົກຖຽງກັນເຖິງເລື່ອງຫຍັງ?”34ແຕ່ພວກເພິ່ນມິດຢູ່ ເພາະໃນລະຫວ່າງທາງນັ້ນພວກເພິ່ນໄດ້ຖົກຖຽງກັນວ່າຜູ້ໃດເປັນໃຫຍ່ທີ່ສຸດ.35ພຣະເຢຊູເຈົ້າຈຶ່ງນັ່ງລົງ ແລ້ວເອີ້ນພວກສາວົກທັງສິບສອງຄົນມາ ແລະ ກ່າວວ່າ, “ຖ້າຜູ້ໃດຢາກເປັນຜູ້ຕົ້ນ ຜູ້ນັ້ນຕ້ອງເປັນຜູ້ປາຍ ແລະ ເປັນຜູ້ຮັບໃຊ້ຂອງຄົນທັງຫລາຍ”.36ພຣະອົງເອົາເດັກນ້ອຍຄົນໜຶ່ງມາຢືນຢູ່ທ່າມກາງພວກເພິ່ນ. ພຣະອົງອຸ້ມເດັກນ້ອຍນັ້ນໄວ້ ແລ້ວກ່າວກັບພວກເພິ່ນວ່າ,37“ຜູ້ໃດກໍຕາມທີ່ຕ້ອນຮັບເດັກນ້ອຍຄົນໜຶ່ງໃນບັນດາເດັກນ້ອຍເຫລົ່ານີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍບໍ່ໄດ້ຕ້ອນຮັບເຮົາເທົ່ານັ້ນ ແຕ່ຍັງຕ້ອນຮັບພຣະອົງຜູ້ທີ່ໄດ້ໃຊ້ເຮົາມາເໝືອນກັນ”.ຜູ້ໃດກໍຕາມທີ່ບໍ່ຕໍ່ສູ້ພວກເຮົາກໍຢູ່ຝ່າຍພວກເຮົາ
38ໂຢຮັນກ່າວວ່າ, “ອາຈານເອີຍ, ພວກຂ້ານ້ອຍເຫັນຊາຍຄົນໜຶ່ງ ຂັບໄລ່ພວກຜີມານຮ້າຍອອກໄດ້ໃນນາມຂອງທ່ານ ແລະ ພວກຂ້ານ້ອຍຈຶ່ງຫ້າມລາວ, ເພາະລາວບໍ່ໄດ້ຢູ່ໃນກຸ່ມຂອງພວກເຮົາ”.39ພຣະເຢຊູເຈົ້າໄດ້ຕອບວ່າ, “ຢ່າຫ້າມລາວເລີຍ, ເພາະບໍ່ມີຜູ້ໃດທີ່ເຮັດການອັດສະຈັນໃນນາມຂອງເຮົາ ແລະ ພາຍຫລັງມາຈະເວົ້າສິ່ງທີ່ບໍ່ດີກ່ຽວກັບເຮົາ,40ເພາະຜູ້ໃດກໍຕາມທີ່ບໍ່ຕໍ່ສູ້ພວກເຮົາກໍຢູ່ຝ່າຍພວກເຮົາ.41ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດທີ່ເອົານ້ຳຈອກໜຶ່ງໃຫ້ພວກເຈົ້າໃນນາມຂອງເຮົາ ເພາະພວກເຈົ້າເປັນຄົນຂອງພຣະຄຣິດເຈົ້າ ຜູ້ນັ້ນຈະບໍ່ຂາດບຳເໜັດຂອງຕົນ”.ຕົ້ນເຫດໃຫ້ເຮັດບາບ
42“ຖ້າຜູ້ໃດເປັນຕົ້ນເຫດພາໃຫ້ເດັກນ້ອຍຄົນໜຶ່ງໃນບັນດາເດັກນ້ອຍເຫລົ່ານີ້ທີ່ເຊື່ອໃນເຮົາຕົກໃນບາບ ໃຫ້ເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຄົນນັ້ນແລ້ວຖິ້ມລົງໃນທະເລເລິກກໍຍັງດີກວ່າ.43ຖ້າມືຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າສະດຸດ, ກໍຈົ່ງຕັດອອກເສຍ. ຈະເຂົ້າສູ່ຊີວິດໂດຍທີ່ມີມືເບື້ອງດຽວກໍຍັງດີກວ່າມີມືທັງສອງເບື້ອງແຕ່ຕ້ອງລົງໄປໃນນະລົກ, ບ່ອນທີ່ໄຟບໍ່ມອດຈັກເທື່ອ. 44ບ່ອນທີ່ ‘ໂຕໜອນຂອງຄົນເຫລົ່ານັ້ນບໍ່ມີມື້ຕາຍ ແລະ ໄຟກໍບໍ່ຮູ້ຈັກມອດ’45ແລະ ຖ້າຕີນຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າສະດຸດ, ກໍຈົ່ງຕັດອອກເສຍ. ຈະເຂົ້າສູ່ຊີວິດໂດຍທີ່ມີຕີນກຸດເບື້ອງດຽວກໍຍັງດີກວ່າມີຕີນທັງສອງເບື້ອງ ແຕ່ຕ້ອງຖືກໂຍນຖິ້ມລົງນະລົກ. 46ບ່ອນທີ່ ‘ໂຕໜອນຂອງຄົນເຫລົ່ານັ້ນບໍ່ມີມື້ຕາຍ ແລະ ໄຟກໍບໍ່ຮູ້ຈັກມອດ’47ແລະ ຖ້າຕາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າສະດຸດ, ຈົ່ງຄວັດຕານັ້ນອອກຖິ້ມເສຍ. ຈະເຂົ້າສູ່ອານາຈັກຂອງພຣະເຈົ້າໂດຍທີ່ມີຕາເບື້ອງດຽວກໍຍັງດີກວ່າມີຕາທັງສອງເບື້ອງແຕ່ຕ້ອງຖືກໂຍນລົງໄປໃນນະລົກ,48ບ່ອນທີ່“ ‘ໂຕໜອນທີ່ກັດກິນຄົນເຫລົ່ານັ້ນບໍ່ມີມື້ຕາຍ,ແລະ ໄຟກໍບໍ່ຮູ້ມອດຈັກເທື່ອ’. 49ທຸກຄົນຈະຕ້ອງຖືກເອືອບດ້ວຍເກືອແລ້ວຊຳລະດ້ວຍໄຟ.50“ເກືອເປັນຂອງດີ, ແຕ່ຖ້າເກືອໝົດຄວາມເຄັມແລ້ວພວກເຈົ້າຈະເຮັດໃຫ້ກັບຄືນມາເຄັມອີກໄດ້ຢ່າງໃດ? ພວກເຈົ້າທັງຫລາຍຈົ່ງມີເກືອໃນໂຕ ແລະ ຢູ່ຮ່ວມກັນຢ່າງສະຫງົບສຸກ”.Biblica, Inc.