ມາຣະໂກ10
ການຢ່າຮ້າງ
1ຕໍ່ມາ ພຣະເຢຊູເຈົ້າກໍອອກຈາກທີ່ນັ້ນໄປຍັງແຂວງຢູດາຍ ແລ້ວພຣະອົງກໍຂ້າມແມ່ນ້ຳຈໍແດນທາງຟາກເບື້ອງນັ້ນ. ມີປະຊາຊົນຈໍານວນຫລວງຫລາຍໄດ້ມາຫາພຣະອົງອີກ, ແລະ ພຣະອົງກໍໄດ້ສັ່ງສອນພວກເຂົາເໝືອນດັ່ງທີ່ພຣະອົງເຄີຍເຮັດມາ.2ພວກຟາຣີຊາຍບາງຄົນໄດ້ມາທົດລອງພຣະອົງໂດຍຖາມພຣະອົງວ່າ, “ເປັນການຖືກຕ້ອງຕາມກົດບັນຍັດທີ່ຜູ້ຊາຍຈະຢ່າຮ້າງເມຍຂອງຕົນແມ່ນບໍ?”3ພຣະເຢຊູເຈົ້າຕອບພວກເຂົາວ່າ, “ໂມເຊໄດ້ໃຫ້ຂໍ້ຄຳສັ່ງໄວ້ຢ່າງໃດ?”4ພວກເຂົາຕອບວ່າ, “ໂມເຊໄດ້ອະນຸຍາດໃຫ້ຜູ້ຊາຍຂຽນໜັງສືຢັ້ງຢືນການຢ່າຮ້າງ ແລະ ສົ່ງນາງໜີໄປ”.5ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເພາະໃຈຂອງພວກເຈົ້າທັງຫລາຍແຂງກະດ້າງ ໂມເຊຈຶ່ງໄດ້ຂຽນກົດບັນຍັດຂໍ້ນີ້ໃຫ້ພວກເຈົ້າ.6ຕັ້ງແຕ່ເລີ່ມຕົ້ນທີ່ສ້າງໂລກນັ້ນ ພຣະເຈົ້າ ‘ໄດ້ສ້າງພວກເຂົາໃຫ້ເປັນຊາຍ ແລະ ຍິງ’. 7‘ດ້ວຍເຫດນີ້ ຜູ້ຊາຍຈຶ່ງອອກຈາກພໍ່ແມ່ຂອງຕົນ ແລະ ໄປຜູກພັນຢູ່ກັບເມຍ ຂອງຕົນ8ແລະ ພວກເຂົາທັງສອງກໍເປັນກາຍດຽວກັນ’. ດັ່ງນັ້ນ, ພວກເຂົາຈຶ່ງບໍ່ໄດ້ເປັນສອງອີກຕໍ່ໄປ ແຕ່ເປັນກາຍດຽວກັນ.9ເຫດສະນັ້ນ ສິ່ງທີ່ພຣະເຈົ້າໄດ້ໃຫ້ເຂົ້າຮ່ວມກັນແລ້ວ ຢ່າໃຫ້ມະນຸດເຮັດໃຫ້ພາກຈາກກັນ”.10ເມື່ອພວກເພິ່ນກັບເຂົ້າໄປໃນເຮືອນອີກ, ພວກສາວົກກໍໄດ້ຖາມພຣະເຢຊູເຈົ້າກ່ຽວກັບເລື່ອງນີ້.11ພຣະອົງຈຶ່ງຕອບວ່າ, “ຜູ້ໃດທີ່ຢ່າຮ້າງເມຍຂອງຕົນແລ້ວໄປແຕ່ງງານກັບຍິງອື່ນ ຜູ້ນັ້ນກໍຫລິ້ນຊູ້.12ແລະ ຖ້ານາງຢ່າຮ້າງຜົວຂອງຕົນແລ້ວໄປແຕ່ງງານກັບຊາຍອື່ນ ນາງກໍຫລິ້ນຊູ້”.ເດັກນ້ອຍ ແລະ ພຣະເຢຊູເຈົ້າ
13ປະຊາຊົນໄດ້ນໍາເດັກນ້ອຍມາຫາພຣະເຢຊູເຈົ້າເພື່ອໃຫ້ພຣະອົງວາງມືໃສ່ພວກເຂົາ, ແຕ່ພວກສາວົກໄດ້ຫ້າມພວກເຂົາໄວ້.14ເມື່ອພຣະເຢຊູເຈົ້າເຫັນດັ່ງນັ້ນ, ພຣະອົງກໍບໍ່ພໍໃຈຈຶ່ງກ່າວແກ່ພວກສາວົກວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍເຫລົ່ານັ້ນມາຫາເຮົາ, ແລະ ຢ່າຂັດຂວາງພວກເຂົາ, ເພາະອານາຈັກຂອງພຣະເຈົ້າເປັນຂອງຄົນທີ່ເປັນເໝືອນເດັກນ້ອຍເຫລົ່ານີ້ແຫລະ.15ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດບໍ່ຮັບເອົາອານາຈັກຂອງພຣະເຈົ້າເໝືອນດັ່ງເດັກນ້ອຍ ຜູ້ນັ້ນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້ຈັກເທື່ອ”.16ແລ້ວພຣະອົງກໍໄດ້ອູ້ມເດັກນ້ອຍໄວ້ໃນແຂນຂອງພຣະອົງ, ວາງມືຂອງພຣະອົງເທິງພວກເຂົາ ແລະ ອວຍພອນພວກເຂົາ.ເສດຖີ ແລະ ອານາຈັກຂອງພຣະເຈົ້າ
17ເມື່ອພຣະເຢຊູເຈົ້າອອກເດີນທາງຕໍ່ໄປ, ມີຊາຍຄົນໜຶ່ງແລ່ນມາຫາພຣະອົງ ແລະ ຄຸເຂົ່າລົງຕໍ່ໜ້າພຣະອົງແລ້ວຖາມວ່າ, “ອາຈານຜູ້ປະເສີດເອີຍ, ຂ້ານ້ອຍຕ້ອງເຮັດຢ່າງໃດຈຶ່ງຈະໄດ້ຊີວິດນິລັນດອນ?”18ພຣະເຢຊູເຈົ້າຕອບວ່າ, “ເປັນຫຍັງເຈົ້າຈຶ່ງເອີ້ນເຮົາວ່າຜູ້ປະເສີດ? ບໍ່ມີຜູ້ໃດທີ່ປະເສີດນອກຈາກພຣະເຈົ້າອົງດຽວເທົ່ານັ້ນ.19ເຈົ້າກໍຮູ້ຈັກພຣະບັນຍັດແລ້ວວ່າ, ‘ຢ່າຂ້າຄົນ, ຢ່າຫລິ້ນຊູ້, ຢ່າລັກ, ຢ່າເປັນພະຍານບໍ່ຈິງ, ຢ່າສໍ້ໂກງ, ຈົ່ງໃຫ້ກຽດພໍ່ ແລະ ແມ່ຂອງຕົນ’ ”.20ຊາຍຄົນນັ້ນໄດ້ຕອບວ່າ, “ອາຈານເອີຍ, ທັງໝົດເຫລົ່ານີ້ ຂ້ານ້ອຍໄດ້ຖືຮັກສາຕັ້ງແຕ່ເປັນເດັກນ້ອຍ”.21ພຣະເຢຊູເຈົ້າແນມເບິ່ງລາວດ້ວຍຄວາມຮັກ ແລະ ກ່າວວ່າ, “ເຈົ້າຍັງຂາດຢູ່ສິ່ງໜຶ່ງຄື: ຈົ່ງໄປ, ຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ແຈກຢາຍໃຫ້ແກ່ຄົນຍາກຈົນ, ແລ້ວເຈົ້າຈະມີຊັບສົມບັດໃນສະຫວັນ. ຫລັງຈາກນັ້ນ ຈົ່ງຕາມເຮົາມາ”.22ເມື່ອໄດ້ຍິນດັ່ງນັ້ນໜ້າຂອງລາວກໍເສົ້າລົງ. ລາວຈາກໄປດ້ວຍຄວາມທຸກໃຈ ເພາະລາວເປັນຄົນຮັ່ງມີຫລາຍ.23ພຣະເຢຊູເຈົ້າແນມເບິ່ງອ້ອມຮອບແລ້ວກ່າວກັບພວກສາວົກວ່າ, “ມັນຍາກແທ້ທີ່ຄົນຮັ່ງມີຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ!”24ພວກສາວົກຕ່າງກໍປະຫລາດໃຈໃນຄຳເວົ້າຂອງພຣະອົງ. ແຕ່ພຣະເຢຊູເຈົ້າໄດ້ກ່າວອີກວ່າ, “ລູກເອີຍ, ຍາກຫລາຍ ທີ່ຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ!25ໃຫ້ອູດໂຕໜຶ່ງລອດຮູເຂັມຍັງງ່າຍກວ່າຄົນຮັ່ງມີຜູ້ໜຶ່ງຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ”.26ພວກສາວົກກໍຍິ່ງປະຫລາດໃຈຫລາຍຂຶ້ນ ຈຶ່ງເວົ້າກັນວ່າ, “ຖ້າຢ່າງນັ້ນ ຜູ້ໃດສາມາດພົ້ນໄດ້?”27ພຣະເຢຊູເຈົ້າແນມເບິ່ງພວກເພິ່ນ ແລະ ກ່າວວ່າ, “ສຳລັບມະນຸດກໍເປັນໄປບໍ່ໄດ້ ແຕ່ສຳລັບພຣະເຈົ້າທຸກສິ່ງເປັນໄປໄດ້”.28ແລ້ວເປໂຕກໍກ່າວຂຶ້ນວ່າ, “ພວກຂ້ານ້ອຍໄດ້ປະຖິ້ມທຸກສິ່ງເພື່ອຕິດຕາມພຣະອົງ!”29ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດທີ່ໄດ້ປະຖິ້ມເຮືອນ ຫລື ອ້າຍເອື້ອຍນ້ອງ ຫລື ພໍ່ແມ່ ຫລື ລູກ ຫລື ໄຮ່ນາຂອງຕົນເພື່ອເຮົາ ແລະ ເພື່ອຂ່າວປະເສີດ30ຜູ້ນັ້ນຈະໄດ້ຮັບຜົນຕອບແທນຮ້ອຍເທົ່າໃນຍຸກນີ້ຄື: ເຮືອນ, ອ້າຍເອື້ອຍນ້ອງ, ພໍ່ແມ່, ລູກ, ໄຮ່ນາ, ລວມທັງການຂົ່ມເຫັງ ແລະ ໃນຍຸກໜ້າຈະໄດ້ຊີວິດນິລັນດອນ.31ແຕ່ມີຫລາຍຄົນທີ່ເປັນຜູ້ຕົ້ນຈະກັບເປັນຜູ້ປາຍ ແລະ ຜູ້ປາຍຈະກັບເປັນຜູ້ຕົ້ນ”.ພຣະເຢຊູເຈົ້າທຳນວາຍການຕາຍຂອງພຣະອົງຄັ້ງທີສາມ
32ພວກເພິ່ນກຳລັງເດີນທາງຂຶ້ນໄປນະຄອນເຢຣູຊາເລັມ, ໂດຍມີພຣະເຢຊູເຈົ້ານຳໜ້າພວກເພິ່ນໄປ, ແລະ ພວກສາວົກກໍພາກັນປະຫລາດໃຈ, ສ່ວນຄົນທີ່ມາຕາມຫລັງນັ້ນຕ່າງກໍມີຄວາມຢ້ານ. ແລ້ວພຣະເຢຊູເຈົ້າກໍພາພວກສາວົກທັງສິບສອງຄົນແຍກອອກໄປຕ່າງຫາກອີກ ແລະ ກ່າວເຖິງສິ່ງທີ່ກຳລັງຈະເກີດຂຶ້ນກັບພຣະອົງວ່າ,33“ພວກເຮົາກຳລັງຂຶ້ນໄປນະຄອນເຢຣູຊາເລັມ ແລະ ບຸດມະນຸດຈະຖືກມອບໄວ້ກັບພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດ. ພວກເຂົາຈະລົງໂທດພຣະອົງໃຫ້ເຖິງຕາຍ ແລະ ຈະມອບພຣະອົງໃຫ້ກັບຄົນຕ່າງຊາດ,34ພວກເຂົາຈະເຢາະເຢີ້ຍພຣະອົງ ແລະ ຈະຖົ່ມນ້ຳລາຍໃສ່ພຣະອົງ, ຈະຂ້ຽນຕີພຣະອົງ ແລະ ຈະຂ້າພຣະອົງ. ສາມວັນຕໍ່ມາພຣະອົງຈະເປັນຄືນມາ”.ຄຳຂໍຂອງຢາໂກໂບ ແລະ ໂຢຮັນ
35ແລ້ວຢາໂກໂບ ແລະ ໂຢຮັນລູກຊາຍຂອງເຊເບດາຍໄດ້ມາຫາພຣະເຢຊູເຈົ້າ ແລະ ເວົ້າວ່າ, “ອາຈານເອີຍ, ພວກຂ້ານ້ອຍຢາກໃຫ້ທ່ານເຮັດຕາມຄຳຂໍຂອງພວກຂ້ານ້ອຍ”.36ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າຕ້ອງການໃຫ້ເຮົາເຮັດຫຍັງໃຫ້ພວກເຈົ້າ?”37ພວກເພິ່ນຕອບວ່າ, “ເມື່ອພຣະອົງໄດ້ຮັບສະຫງ່າລາສີ ຂໍໃຫ້ພວກຂ້ານ້ອຍໄດ້ນັ່ງທີ່ເບື້ອງຂວາຂອງພຣະອົງ ແລະ ອີກຄົນໜຶ່ງນັ່ງທີ່ເບື້ອງຊ້າຍຂອງພຣະອົງ”.38ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າບໍ່ຮູ້ຈັກໃນສິ່ງທີ່ພວກເຈົ້າກຳລັງຂໍນັ້ນ ຈອກທີ່ເຮົາຈະດື່ມນັ້ນພວກເຈົ້າຈະດື່ມໄດ້ບໍ? ແລະ ບັບຕິສະມາທີ່ເຮົາຮັບນັ້ນພວກເຈົ້າຈະຮັບໄດ້ບໍ?”39ພວກເພິ່ນຕອບວ່າ, “ໄດ້ພຣະອົງເຈົ້າ”.ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າຈະໄດ້ດື່ມຈາກຈອກທີ່ເຮົາດື່ມແທ້ ແລະ ບັບຕິສະມາທີ່ເຮົາຮັບ ພວກເຈົ້າກໍຕ້ອງໄດ້ຮັບແທ້,40ແຕ່ການນັ່ງທີ່ເບື້ອງຂວາ ຫລື ເບື້ອງຊ້າຍຂອງເຮົານັ້ນບໍ່ແມ່ນເຮົາຈະເປັນຜູ້ອະນຸຍາດ. ບ່ອນເຫລົ່ານັ້ນເປັນຂອງບັນດາຜູ້ທີ່ໄດ້ຖືກຈັດຕຽມໄວ້ແລ້ວ”.41ເມື່ອສາວົກອີກສິບຄົນໄດ້ຍິນເຖິງເລື່ອງນີ້ແລ້ວ ພວກເພິ່ນກໍບໍ່ພໍໃຈກັບຢາໂກໂບ ແລະ ໂຢຮັນ.42ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກມາພ້ອມໜ້າກັນ ແລະ ກ່າວວ່າ, “ພວກເຈົ້າທັງຫລາຍຕ່າງກໍຮູ້ດີວ່າບັນດາຜູ້ທີ່ຖືວ່າເປັນຜູ້ປົກຄອງຂອງຄົນຕ່າງຊາດຍ່ອມເປັນນາຍເໜືອພວກເຂົາ ແລະ ເຈົ້າໜ້າທີ່ຊັ້ນໃຫຍ່ກໍໃຊ້ສິດອຳນາດເໜືອພວກເຂົາ.43ແຕ່ສຳລັບພວກເຈົ້າບໍ່ເປັນດັ່ງນັ້ນ ກົງກັນຂ້າມ, ຖ້າຜູ້ໃດໃນພວກເຈົ້າຢາກເປັນໃຫຍ່ ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ພວກເຈົ້າທັງຫລາຍ,44ແລະ ຖ້າຜູ້ໃດໃນພວກເຈົ້າຢາກເປັນເອກ ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ຂອງທຸກຄົນ.45ເພາະແມ່ນແຕ່ບຸດມະນຸດບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້, ແຕ່ມາເພື່ອຮັບໃຊ້, ແລະ ສະຫລະຊີວິດຂອງພຣະອົງເປັນຄ່າໄຖ່ເພື່ອຄົນທັງຫລາຍ”.
ຊາຍຕາບອດຊື່ວ່າບາຣະຕີມາຍເບິ່ງເຫັນໄດ້
46ຫລັງຈາກນັ້ນ ພວກເພິ່ນກໍມາຮອດເມືອງເຢຣິໂກ. ຂະນະທີ່ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງພ້ອມກັບປະຊາຊົນກຸ່ມໃຫຍ່ກຳລັງຈະອອກຈາກເມືອງ, ມີຊາຍຕາບອດຄົນໜຶ່ງຊື່ວ່າບາຣະຕີມາຍ (ທີ່ເປັນລູກຊາຍຂອງຕີມາຍ) ນັ່ງຂໍທານຢູ່ແຄມທາງ.47ເມື່ອລາວໄດ້ຍິນວ່າພຣະເຢຊູເຈົ້າຊາວນາຊາເຣັດກຳລັງມາໃກ້, ລາວກໍຮ້ອງສຽງດັງຂຶ້ນວ່າ, “ພຣະເຢຊູເຈົ້າ ບຸດດາວິດ, ຂໍເມດຕາຂ້ານ້ອຍດ້ວຍ!”48ມີຫລາຍຄົນໄດ້ຫ້າມໄວ້ ແລະ ບອກລາວໃຫ້ມິດຢູ່, ແຕ່ລາວຍິ່ງຮ້ອງດັງຂຶ້ນກວ່າເກົ່າວ່າ, “ບຸດດາວິດເອີຍ, ຂໍເມດຕາຂ້ານ້ອຍດ້ວຍ!”49ພຣະເຢຊູເຈົ້າຈຶ່ງຢຸດ ແລະ ກ່າວວ່າ, “ຈົ່ງເອີ້ນລາວມາ”.ດັ່ງນັ້ນ ພວກເຂົາຈຶ່ງໄປເອີ້ນເອົາຊາຍຕາບອດນັ້ນມາ ແລະ ເວົ້າວ່າ, “ຈົ່ງດີໃຈ! ແລະ ລຸກຂຶ້ນ! ພຣະອົງກຳລັງເອີ້ນເຈົ້າ”.50ລາວຈຶ່ງໂຍນເສື້ອຄຸມຂອງຕົນຖິ້ມ ແລ້ວຟ້າວກະໂດດໄປຫາພຣະເຢຊູເຈົ້າ.51ພຣະອົງຖາມລາວວ່າ, “ເຈົ້າຕ້ອງການໃຫ້ເຮົາເຮັດຫຍັງໃຫ້ເຈົ້າ?”
ລາວຈຶ່ງຕອບວ່າ, “ອາຈານເອີຍ, ຂ້ານ້ອຍຢາກເບິ່ງເຫັນ”.52ພຣະເຢຊູເຈົ້າກ່າວວ່າ, “ໄປສາ, ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າຫາຍດີແລ້ວ”. ໃນທັນໃດນັ້ນລາວກໍເຫັນຮຸ່ງ ແລະ ຕິດຕາມພຣະເຢຊູເຈົ້າໄປຕາມທາງ.
Biblica, Inc.