ມາຣະໂກ8
ພຣະເຢຊູເຈົ້າລ້ຽງຄົນສີ່ພັນຄົນ
1ໃນຊ່ວງວັນເຫລົ່ານັ້ນ ມີປະຊາຊົນອີກຈໍານວນຫລວງຫລາຍໄດ້ມາເຕົ້າໂຮມກັນ. ເນື່ອງຈາກວ່າ ພວກເຂົາບໍ່ມີອາຫານກິນ, ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກຂອງພຣະອົງມາ ແລະ ກ່າວວ່າ,2“ເຮົາສົງສານຄົນເຫລົ່ານີ້ເພາະພວກເຂົາມາຢູ່ກັບເຮົາໄດ້ສາມວັນແລ້ວ ແລະ ບໍ່ມີຫຍັງກິນ.3ຖ້າເຮົາໃຫ້ພວກເຂົາກັບໄປທັງທີ່ຍັງຫິວຢູ່ພວກເຂົາອາດຈະໝົດແຮງກາງທາງກໍໄດ້ເພາະບາງຄົນກໍມາແຕ່ໄກ”.4ພວກສາວົກຈຶ່ງຕອບພຣະອົງວ່າ, “ແຕ່ໃນທີ່ຫ່າງໄກເຊັ່ນນີ້ຈະຫາເຂົ້າຈີ່ຢູ່ໃສມາພໍລ້ຽງພວກເຂົາ?”5ພຣະເຢຊູເຈົ້າຖາມພວກເພິ່ນວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ?”ພວກເພິ່ນຕອບວ່າ, “ເຈັດກ້ອນ”.6ພຣະອົງບອກປະຊາຊົນໃຫ້ນັ່ງລົງຕາມພື້ນດິນ. ເມື່ອພຣະອົງຮັບເອົາເຂົ້າຈີ່ເຈັດກ້ອນ ແລະ ໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ພຣະອົງກໍຫັກເຂົ້າຈີ່ຍື່ນໃຫ້ພວກສາວົກຂອງພຣະອົງເພື່ອແຈກຢາຍໃຫ້ແກ່ປະຊາຊົນ ແລະ ພວກເພິ່ນກໍເຮັດຕາມນັ້ນ.7ພວກເຂົາຍັງມີປານ້ອຍຈຳນວນໜຶ່ງ, ພຣະອົງໂມທະນາຂອບພຣະຄຸນພຣະເຈົ້າສຳລັບປາເຫລົ່ານີ້ ແລະ ໃຫ້ພວກສາວົກນຳໄປແຈກຢາຍເໝືອນກັນ.8ປະຊາຊົນຕ່າງກໍກິນຈົນອີ່ມ. ຫລັງຈາກນັ້ນ ພວກສາວົກໄດ້ເກັບເອົາຕ່ອນຫັກທີ່ເຫລືອໄວ້ໄດ້ເຕັມເຈັດກະບຸງ.9ໃນທີ່ນັ້ນ ມີຜູ້ຊາຍປະມານສີ່ພັນຄົນ. ຫລັງຈາກທີ່ພຣະອົງໃຫ້ພວກເຂົາກັບໄປແລ້ວ,10ພຣະອົງກໍລົງເຮືອໄປກັບພວກສາວົກຂອງພຣະອົງ ແລະ ໄປເຖິງຂົງເຂດເມືອງດານມານຸທາ.11ພວກຟາຣີຊາຍໄດ້ມາຫາ ແລະ ເລີ່ມຖາມພຣະເຢຊູເຈົ້າ. ເພື່ອທົດລອງພຣະອົງ ພວກເຂົາຂໍໃຫ້ພຣະອົງສະແດງໝາຍສຳຄັນຢ່າງໜຶ່ງຈາກສະຫວັນ.12ພຣະອົງຖອນຫາຍໃຈຍາວ ແລະ ກ່າວວ່າ, “ເປັນຫຍັງຄົນໃນຍຸກນີ້ຈຶ່ງຂໍແຕ່ໝາຍສຳຄັນ? ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຈະບໍ່ໃຫ້ໝາຍສຳຄັນໃດໆແກ່ພວກເຂົາ”.13ແລ້ວພຣະອົງກໍຈາກພວກເຂົາກັບລົງໄປໃນເຮືອ ແລະ ຂ້າມທະເລສາບໄປຍັງຟາກອື່ນ.
ເຊື້ອແປ້ງຂອງພວກຟາຣີຊາຍ ແລະ ຂອງເຮໂຣດ
14ພວກສາວົກໄດ້ລືມເອົາເຂົ້າຈີ່ມານຳ ແລະ ຢູ່ໃນເຮືອກໍມີເຂົ້າຈີ່ພຽງແຕ່ກ້ອນດຽວ.15ພຣະເຢຊູເຈົ້າກ່າວເຕືອນພວກເພິ່ນວ່າ, “ຈົ່ງລະວັງເຊື້ອແປ້ງຂອງພວກຟາຣີຊາຍ ແລະ ເຊື້ອແປ້ງຂອງເຮໂຣດໃຫ້ດີ”.16ພວກເພິ່ນຈຶ່ງສົນທະນາກັນ ແລະ ເວົ້າວ່າ, “ເປັນເພາະພວກເຮົາບໍ່ມີເຂົ້າຈີ່”.17ພຣະເຢຊູເຈົ້າຮູ້ເລື່ອງທີ່ພວກເພິ່ນເວົ້າກັນນັ້ນ ຈຶ່ງຖາມພວກເພິ່ນວ່າ, “ເປັນຫຍັງພວກເຈົ້າຈຶ່ງເວົ້າກັນເຖິງເລື່ອງບໍ່ມີເຂົ້າຈີ່? ພວກເຈົ້າຍັງບໍ່ເຫັນ ຫລື ຍັງບໍ່ເຂົ້າໃຈບໍ? ໃຈຂອງພວກເຈົ້າແຂງກະດ້າງແມ່ນບໍ?18ພວກເຈົ້າມີຕາແຕ່ເບິ່ງບໍ່ເຫັນ, ມີຫູແຕ່ບໍ່ໄດ້ຍິນບໍ? ແລະ ພວກເຈົ້າຈື່ບໍ່ໄດ້ບໍ?19ເມື່ອເຮົາຫັກເຂົ້າຈີ່ຫ້າກ້ອນລ້ຽງຄົນຫ້າພັນຄົນ, ພວກເຈົ້າເກັບສ່ວນທີ່ເຫລືອໄດ້ຈັກກະບຸງ?”ພວກເພິ່ນຕອບວ່າ, “ສິບສອງກະບຸງ”.20ພຣະອົງຖາມວ່າ, “ແລະ ເມື່ອເຮົາຫັກເຂົ້າຈີ່ເຈັດກ້ອນລ້ຽງຄົນສີ່ພັນຄົນ, ພວກເຈົ້າເກັບສ່ວນທີ່ເຫລືອໄວ້ໄດ້ຈັກກະບຸງ?”
ພວກເພິ່ນຕອບວ່າ, “ເຈັດກະບຸງ”.21ພຣະອົງກ່າວກັບພວກເພິ່ນວ່າ, “ພວກເຈົ້າຍັງບໍ່ເຂົ້າໃຈຢູ່ບໍ?”
ພຣະເຢຊູເຈົ້າຮັກສາຄົນຕາບອດຜູ້ໜຶ່ງທີ່ເບັດຊາອີດາໃຫ້ຫາຍດີ
22ເມື່ອພຣະເຢຊູເຈົ້າ ແລະ ພວກສາວົກມາຮອດເມືອງເບັດຊາອີດາ, ມີບາງຄົນໄດ້ພາຊາຍຕາບອດຜູ້ໜຶ່ງມາ ແລະ ຂໍຮ້ອງພຣະເຢຊູເຈົ້າໃຫ້ວາງມືໃສ່ລາວ.23ພຣະອົງຈູງມືຄົນຕາບອດອອກໄປນອກໝູ່ບ້ານ. ເມື່ອພຣະອົງຖົ່ມນ້ຳລາຍໃສ່ຕາທັງສອງຂອງຊາຍຜູ້ນີ້ ແລະ ວາງມືໃສ່ລາວແລ້ວ ພຣະອົງກໍຖາມລາວວ່າ, “ເຈົ້າເຫັນຫຍັງບໍ?”24ລາວໄດ້ເງີຍໜ້າຂຶ້ນເບິ່ງ ແລະ ຕອບວ່າ, “ຂ້ານ້ອຍເຫັນຄົນ, ພວກເຂົາເໝືອນຕົ້ນໄມ້ຍ່າງໄປຍ່າງມາ”.25ພຣະເຢຊູເຈົ້າວາງມືໃສ່ທີ່ຕາຂອງລາວອີກເທື່ອໜຶ່ງ. ແລ້ວຕາທັງສອງຂອງລາວກໍເປີດອອກ, ສາຍຕາຂອງລາວກໍດີເປັນປົກກະຕິ ແລະ ເບິ່ງເຫັນທຸກຢ່າງໄດ້ຊັດເຈນ.26ພຣະເຢຊູເຈົ້າຈຶ່ງໃຫ້ລາວກັບເມືອໂດຍສັ່ງວ່າ, “ຢ່າເຂົ້າໄປໃນໝູ່ບ້ານ ”.ເປໂຕປະກາດວ່າພຣະເຢຊູເຈົ້າເປັນພຣະຄຣິດເຈົ້າ
27ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງໄດ້ໄປຍັງໝູ່ບ້ານໃກ້ເຂດເມືອງກາຍຊາເຣຍ ຟີລິບປອຍ. ໃນລະຫວ່າງທາງພຣະອົງໄດ້ຖາມພວກເພິ່ນວ່າ, “ຄົນທັງຫລາຍເວົ້າກັນວ່າເຮົາເປັນຜູ້ໃດ?”28ພວກເພິ່ນຕອບວ່າ, “ບາງຄົນເວົ້າວ່າທ່ານແມ່ນໂຢຮັນບັບຕິສະໂຕ, ບາງຄົນເວົ້າວ່າທ່ານແມ່ນເອລີຢາ ແລະ ຍັງມີຄົນອື່ນໆອີກເວົ້າວ່າທ່ານເປັນຄົນໜຶ່ງໃນບັນດາຜູ້ທຳນວາຍ”.29ພຣະອົງຖາມວ່າ, “ແລ້ວພວກເຈົ້າເດ? ພວກເຈົ້າວ່າເຮົາເປັນຜູ້ໃດ?”ເປໂຕຕອບວ່າ, “ພຣະອົງເປັນພຣະຄຣິດເຈົ້າ ”.30ແລ້ວພຣະເຢຊູເຈົ້າເຕືອນພວກເພິ່ນບໍ່ໃຫ້ບອກຜູ້ໃດກ່ຽວກັບເລື່ອງຂອງພຣະອົງ.
ພຣະເຢຊູເຈົ້າທຳນວາຍເຖິງການຕາຍຂອງພຣະອົງ
31ຕັ້ງແຕ່ນັ້ນມາ ພຣະເຢຊູເຈົ້າກໍໄດ້ເລີ່ມສັ່ງສອນພວກສາວົກວ່າບຸດມະນຸດຈະຕ້ອງຖືກທົນທຸກທໍລະມານຫລາຍປະການ. ຖືກພວກເຖົ້າແກ່, ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດປະຕິເສດ, ພຣະອົງຈະຕ້ອງຖືກຂ້າ ແລະ ໃນວັນທີສາມພຣະອົງຈະເປັນຄືນມາອີກ.32ພຣະອົງໄດ້ກ່າວເລື່ອງນີ້ສູ່ພວກເພິ່ນຟັງຢ່າງຈະແຈ້ງ, ເປໂຕຈຶ່ງໄດ້ພາພຣະອົງຫລີກໄປຕ່າງຫາກ ແລະ ເລີ່ມຕຳໜິພຣະອົງ.33ແຕ່ເມື່ອພຣະເຢຊູເຈົ້າຫັນກັບມາເບິ່ງພວກສາວົກຂອງພຣະອົງ, ພຣະອົງຕຳໜິເປໂຕ, ພຣະອົງກ່າວວ່າ, “ມານຊາຕານເອີຍ! ຈົ່ງຖອຍໜີໄປຈາກເຮົາ ເຈົ້າບໍ່ໄດ້ມີຄວາມຄິດຫວ່ງໃຍເໝືອນດັ່ງພຣະເຈົ້າ ແຕ່ມີຄວາມຄິດຫ່ວງໃຍເໝືອນດັ່ງມະນຸດ”.34ແລ້ວພຣະອົງເອີ້ນປະຊາຊົນກັບພວກສາວົກເຂົ້າມາ ແລະ ກ່າວວ່າ: “ຖ້າຜູ້ໃດຢາກເປັນສາວົກຂອງເຮົາ, ໃຫ້ຜູ້ນັ້ນປະຕິເສດຕົນເອງ ແລະ ຮັບແບກໄມ້ກາງແຂນຂອງຕົນແລ້ວຕິດຕາມເຮົາມາ.35ເພາະຜູ້ໃດທີ່ຢາກຮັກສາຊີວິດ ຂອງຕົນໃຫ້ພົ້ນ ຜູ້ນັ້ນກໍຈະເສຍຊີວິດ, ເພາະຜູ້ໃດທີ່ຍອມສະຫລະຊີວິດຂອງຕົນເພື່ອເຫັນແກ່ເຮົາ ແລະ ຂ່າວປະເສີດ ຜູ້ນັ້ນກໍຈະຖືກຊ່ວຍຊີວິດໃຫ້ພົ້ນ.36ຈະມີປະໂຫຍດອັນໃດ ທີ່ຄົນໃດຄົນໜຶ່ງຈະໄດ້ໂລກນີ້ທັງໝົດ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ?37ຫລື ຄົນນັ້ນຈະເອົາສິ່ງໃດມາແລກປ່ຽນເອົາຈິດວິນຍານຂອງຕົນໄດ້?38ຖ້າຜູ້ໃດອັບອາຍໃນເລື່ອງເຮົາ ແລະ ໃນເລື່ອງຖ້ອຍຄຳຂອງເຮົາໃນຍຸກທີ່ບາບ ແລະ ຫລິ້ນຊູ້, ບຸດມະນຸດກໍຈະອັບອາຍໃນເລື່ອງຄົນນັ້ນ ເມື່ອພຣະອົງມາປາກົດໃນສະຫງ່າລາສີຂອງພຣະບິດາ ພ້ອມກັບບັນດາເທວະດາບໍລິສຸດ”.Biblica, Inc.