ມາຣະໂກ16
ພຣະເຢຊູເຈົ້າເປັນຄືນມາຈາກຕາຍ
1ເມື່ອວັນຊະບາໂຕຜ່ານພົ້ນໄປແລ້ວ ມາຣີຊາວມັກດາລາ, ມາຣີແມ່ຂອງຢາໂກໂບ ແລະ ນາງຊາໂລເມກໍຊື້ເຄື່ອງຫອມເພື່ອເອົາໄປຫົດສົງສົບຂອງພຣະເຢຊູເຈົ້າ.2ໃນວັນຕົ້ນສັບປະດາແຕ່ເຊົ້າ ພວກເຂົາກໍໄປເຖິງອຸບມຸງນັ້ນ3ແລະ ຖາມກັນວ່າ, “ຜູ້ໃດນໍຈະຊ່ວຍກຶ່ງກ້ອນຫີນນັ້ນອອກຈາກປາກອຸບມຸງໃຫ້ພວກເຮົາ?”4ແຕ່ພໍພວກເຂົາແນມເບິ່ງກໍເຫັນວ່າຫີນກ້ອນໃຫຍ່ນັ້ນຖືກກຶ່ງອອກແລ້ວ.5ເມື່ອພວກເຂົາເຂົ້າໄປໃນອຸບມຸງກໍໄດ້ເຫັນຊາຍໜຸ່ມຜູ້ໜຶ່ງນຸ່ງເສື້ອຄຸມຍາວສີຂາວ ນັ່ງຢູ່ເບື້ອງຂວາ ພວກນາງກໍຕົກໃຈຢ້ານຫລາຍ.6ຊາຍໜຸ່ມໄດ້ກ່າວແກ່ພວກເຂົາວ່າ, “ຢ່າຕື່ນຕົກໃຈເລີຍ, ພວກເຈົ້າມາຊອກຫາພຣະເຢຊູເຈົ້າຊາວນາຊາເຣັດ ຜູ້ຖືກຄຶງໄວ້ທີ່ໄມ້ກາງແຂນ. ພຣະອົງເປັນຄືນມາແລ້ວ! ພຣະອົງບໍ່ໄດ້ຢູ່ທີ່ນີ້. ຈົ່ງເບິ່ງບ່ອນທີ່ພວກເຂົາວາງຮ່າງກາຍຂອງພຣະອົງໄວ້ແມ.7ແຕ່ຈົ່ງໄປບອກພວກສາວົກຂອງພຣະອົງ ແລະ ເປໂຕວ່າ, ‘ພຣະອົງກຳລັງໄປແຂວງຄາລີເລກ່ອນໜ້າພວກເຈົ້າ. ພວກເຈົ້າຈະເຫັນພຣະອົງໃນທີ່ນັ້ນ ຕາມທີ່ພຣະອົງໄດ້ບອກພວກເຈົ້າໄວ້ແລ້ວ’ ”.8ພວກເຂົາຢ້ານຈົນໂຕສັ່ນ ແລະ ສັບສົນ ຈຶ່ງພາກັນຟ້າວອອກໜີໄປຈາກອຸບມຸງ. ພວກເຂົາບໍ່ໄດ້ເວົ້າອັນໃດກັບຜູ້ໃດ ເພາະວ່າພວກເຂົາຢ້ານ.9ເມື່ອຮຸ່ງເຊົ້າຂອງວັນຕົ້ນສັບປະດາ ຫລັງຈາກທີ່ພຣະເຢຊູເຈົ້າເປັນຄືນມາຈາກຕາຍແລ້ວ, ພຣະອົງໄດ້ປາກົດແກ່ນາງມາຣີຊາວມັກດາລາເປັນຜູ້ທຳອິດ ຄືຜູ້ທີ່ພຣະເຢຊູເຈົ້າໄດ້ຂັບໄລ່ຜີມານຮ້າຍເຈັດໂຕອອກນັ້ນ.10ມາຣີຈຶ່ງໄປບອກບັນດາຜູ້ທີ່ເຄີຍຢູ່ກັບພຣະອົງ, ຜູ້ທີ່ກຳລັງໄວ້ທຸກ ແລະ ຮ້ອງໄຫ້ຢູ່.11ເມື່ອພວກເຂົາໄດ້ຍິນວ່າພຣະເຢຊູເຈົ້າມີຊີວິດຢູ່ ແລະ ທັງໄດ້ຍິນນາງເວົ້າວ່າຕົນໄດ້ເຫັນພຣະອົງດ້ວຍ, ພວກເຂົາກໍບໍ່ເຊື່ອ.12ຫລັງຈາກນັ້ນແລ້ວ ພຣະເຢຊູເຈົ້າກໍໄດ້ປາກົດໃນລັກສະນະໜຶ່ງອີກແກ່ສາວົກສອງຄົນໃນຂະນະທີ່ພວກເພິ່ນເດີນທາງຢູ່ນອກເມືອງ.13ທັງສອງໄດ້ກັບມາເລົ່າໃຫ້ສາວົກຄົນອື່ນໆຟັງ ແຕ່ພວກເພິ່ນກໍຍັງບໍ່ເຊື່ອ.14ຕໍ່ມາ ພຣະເຢຊູເຈົ້າກໍໄດ້ປາກົດແກ່ສາວົກສິບເອັດຄົນໃນຂະນະທີ່ພວກເພິ່ນກຳລັງກິນເຂົ້າຢູ່, ພຣະອົງໄດ້ຕຳໜິພວກເພິ່ນທີ່ຂາດຄວາມເຊື່ອ ແລະ ດື້ດ້ານທີ່ບໍ່ຍອມເຊື່ອຜູ້ທີ່ໄດ້ເຫັນພຣະອົງຫລັງຈາກທີ່ພຣະອົງໄດ້ເປັນຄືນມາແລ້ວ.15ພຣະອົງກໍກ່າວແກ່ພວກເພິ່ນວ່າ, “ຈົ່ງອອກໄປທົ່ວໂລກ ປະກາດຂ່າວປະເສີດແກ່ມະນຸດທັງໝົດ.16ຜູ້ໃດກໍຕາມທີ່ເຊື່ອ ແລະ ຮັບບັບຕິສະມາກໍຈະໄດ້ພົ້ນ, ແຕ່ຜູ້ໃດກໍຕາມທີ່ບໍ່ເຊື່ອກໍຈະຖືກຕັດສິນລົງໂທດ.17ແລະ ໝາຍສຳຄັນເຫລົ່ານີ້ຈະຕິດຕາມຄົນທີ່ເຊື່ອດັ່ງນີ້ຄື: ພວກເຂົາຈະຂັບໄລ່ຜີມານຮ້າຍອອກໄດ້ໃນນາມຂອງເຮົາ, ພວກເຂົາຈະເວົ້າພາສາໃໝ່ໆໄດ້,18ພວກເຂົາຈະຈັບງູດ້ວຍມືເປົ່າ ແລະ ເມື່ອພວກເຂົາດື່ມຂອງທີ່ມີພິດ ສິ່ງເຫລົ່ານີ້ຈະບໍ່ເປັນອັນຕະລາຍແກ່ພວກເຂົາ, ເມື່ອພວກເຂົາວາງມືໃສ່ຄົນເຈັບປ່ວຍ ແລະ ຄົນເຫລົ່ານັ້ນກໍຈະຫາຍດີ”.19ເມື່ອພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ພວກເພິ່ນແລ້ວ ພຣະອົງກໍຖືກຮັບຂຶ້ນສູ່ສະຫວັນ ແລະ ນັ່ງຢູ່ເບື້ອງຂວາມືຂອງພຣະເຈົ້າ.20ຝ່າຍພວກສາວົກກໍອອກໄປເທດສະໜາທົ່ວທຸກບ່ອນ ແລະ ອົງພຣະຜູ້ເປັນເຈົ້າໄດ້ຮ່ວມງານກັບພວກເພິ່ນ ແລະ ພຣະອົງໄດ້ຢືນຢັນຖ້ອຍຄຳຂອງພຣະອົງດ້ວຍໝາຍສຳຄັນທີ່ເກີດຂຶ້ນ.Biblica, Inc.