ລູກາ1
ຄຳນຳ
1ມີຫລາຍຄົນໄດ້ຮຽບຮຽງເລື່ອງລາວຕ່າງໆທີ່ເກີດຂຶ້ນ ໃນທ່າມກາງພວກເຮົາທັງຫລາຍ,2ຕາມທີ່ສົ່ງຕໍ່ມາເຖິງພວກເຮົາຈາກຄົນເຫລົ່ານັ້ນທີ່ໄດ້ເຫັນກັບຕາຕັ້ງແຕ່ຕົ້ນ ແລະ ເປັນຜູ້ຮັບໃຊ້ຖ້ອຍຄຳ.3ດັ່ງນັ້ນ ຫລັງຈາກທີ່ຂ້າພະເຈົ້າໄດ້ສືບສວນທຸກສິ່ງຢ່າງລະອຽດມາຕັ້ງແຕ່ຕົ້ນແລ້ວ, ຂ້າພະເຈົ້າຈຶ່ງຕັດສິນໃຈຂຽນລຳດັບເຫດການເພື່ອທ່ານ ເທໂອຟີໂລທີ່ນັບຖື,4ເພື່ອທ່ານຈະໄດ້ຮູ້ວ່າສິ່ງຕ່າງໆທີ່ທ່ານໄດ້ຮຽນຮູ້ມານັ້ນເຊື່ອຖືໄດ້ແນ່ນອນ.ທຳນວາຍເຖິງການເກີດຂອງໂຢຮັນຜູ້ໃຫ້ບັບຕິສະມາ
5ໃນສະໄໝຂອງກະສັດເຮໂຣດແຫ່ງຢູດາຍ ມີປະໂລຫິດຄົນໜຶ່ງຊື່ວ່າ ເຊກາຣີຢາ ຢູ່ໃນສັງກັດຂອງປະໂລຫິດອາບີຢາ, ເມຍຂອງເພິ່ນຊື່ ເອລີຊາເບັດ ກໍສືບເຊື້ອສາຍມາຈາກອາໂຣນເໝືອນກັນ.6ທັງສອງຄົນເປັນຄົນຊອບທຳໃນສາຍຕາຂອງພຣະເຈົ້າ, ຢຶດຖືຄຳສັ່ງ ແລະ ທຸກຂໍ້ຄຳສັ່ງຂອງອົງພຣະຜູ້ເປັນເຈົ້າຢ່າງບໍ່ມີຕຳໜິ.7ແຕ່ພວກເພິ່ນບໍ່ມີລູກເພາະນາງເອລີຊາເບັດເປັນໝັນ ແລະ ທັງສອງກໍເຖົ້າແກ່ແລ້ວ.8ຄັ້ງໜຶ່ງເມື່ອກອງເວນຂອງເຊກາຣີຢາຖືກເຂົ້າປະຕິບັດໜ້າທີ່ ແລະ ເພິ່ນກຳລັງປະຕິບັດໜ້າທີ່ໃນຖານະເປັນປະໂລຫິດຕໍ່ໜ້າພຣະເຈົ້າ,9ເພິ່ນໄດ້ຮັບເລືອກໂດຍການຈັບສະຫລາກຕາມທຳນຽມຂອງປະໂລຫິດເພື່ອເຂົ້າໄປເຜົາເຄື່ອງຫອມໃນວິຫານຂອງອົງພຣະຜູ້ເປັນເຈົ້າ.10ແລະ ເມື່ອເຖິງເວລາເຜົາເຄື່ອງຫອມ ຜູ້ນະມັດສະການທຸກຄົນທີ່ເຕົ້າໂຮມກັນກໍອະທິຖານຢູ່ຂ້າງນອກ.11ແລ້ວເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າກໍມາປາກົດແກ່ເພິ່ນໂດຍຢືນຢູ່ເບື້ອງຂວາຂອງແທ່ນເຜົາເຄື່ອງຫອມ.12ເມື່ອເຊກາຣີຢາເຫັນເທວະດານັ້ນກໍຕື່ນຕົກໃຈ ແລະ ມີຄວາມຢ້ານກົວ.13ແຕ່ເທວະດາຕົນນັ້ນກ່າວກັບເພິ່ນວ່າ: “ເຊກາຣີຢາ, ຢ່າຢ້ານເລີຍ, ພຣະເຈົ້າໄດ້ຍິນຄຳອະທິຖານຂອງເຈົ້າແລ້ວ. ເອລີຊາເບັດເມຍຂອງເຈົ້າຈະເກີດລູກຊາຍ, ຈົ່ງຕັ້ງຊື່ໃຫ້ເພິ່ນວ່າໂຢຮັນ.14ເພິ່ນຈະເປັນຄວາມຊື່ນຊົມຍິນດີ ແລະ ຄວາມສຸກໃຈຂອງເຈົ້າ ແລະ ຄົນທັງຫລາຍຈະຍິນດີເມື່ອເພິ່ນເກີດມາ,15ເພາະເພິ່ນຈະເປັນຜູ້ຍິ່ງໃຫຍ່ໃນສາຍຕາຂອງອົງພຣະຜູ້ເປັນເຈົ້າ. ເພິ່ນຈະບໍ່ດື່ມເຫລົ້າອະງຸ່ນ ແລະ ຂອງມຶນເມົາ ແລະ ເພິ່ນຈະເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າຕັ້ງແຕ່ກ່ອນທີ່ເພິ່ນເກີດມາ. 16ເພິ່ນຈະນຳປະຊາຊົນອິດສະຣາເອນຈຳນວນຫລວງຫລາຍກັບຄືນມາຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ.17ແລະ ເພິ່ນຈະອອກໜ້າກ່ອນອົງພຣະຜູ້ເປັນເຈົ້າດ້ວຍຈິດວິນຍານ ແລະ ລິດອຳນາດຂອງເອລີຢາ, ເພື່ອໃຫ້ຈິດໃຈຂອງພໍ່ຫັນມາຫາລູກ ແລະ ນຳຄົນບໍ່ເຊື່ອຟັງຫັນມາສູ່ປັນຍາຂອງຄົນຊອບທຳ ເພື່ອຈັດຕຽມຊົນຊາດໜຶ່ງໄວ້ສຳລັບອົງພຣະຜູ້ເປັນເຈົ້າ”.18ເຊກາຣີຢາຖາມເທວະດານັ້ນວ່າ, “ຂ້ານ້ອຍຈະແນ່ໃຈໃນເລື່ອງນີ້ໄດ້ແນວໃດ? ຂ້ານ້ອຍເປັນຊາຍທີ່ເຖົ້າແກ່ ແລະ ເມຍຂອງຂ້ານ້ອຍກໍມີອາຍຸຫລາຍແລ້ວ”.19ເທວະດານັ້ນໄດ້ກ່າວກັບເພິ່ນວ່າ, “ເຮົາແມ່ນຄັບຣີເອນ. ເຮົາຢືນຢູ່ຕໍ່ໜ້າພຣະເຈົ້າ, ພຣະອົງສົ່ງເຮົາມາເວົ້າກັບເຈົ້າ ແລະ ໃຫ້ມາບອກຂ່າວດີນີ້ແກ່ເຈົ້າ.20ແລະ ບັດນີ້ເຈົ້າຈະເປັນໃບ້ ແລະ ບໍ່ສາມາດເວົ້າໄດ້ຈົນເຖິງວັນທີ່ເຫດການເຫລົ່ານີ້ຈະເກີດຂຶ້ນ, ເພາະເຈົ້າບໍ່ເຊື່ອຖ້ອຍຄຳຂອງເຮົາ, ເຊິ່ງຈະເປັນຈິງຕາມເວລາທີ່ໄດ້ກຳນົດໄວ້”.21ໃນຂະນະນັ້ນ ປະຊາຊົນກໍກຳລັງລໍຖ້າເຊກາຣີຢາ ແລະ ກຳລັງສົງໄສວ່າເປັນຫຍັງເພິ່ນຈຶ່ງຢູ່ໃນວິຫານດົນແທ້.22ເມື່ອເພິ່ນອອກມາ ເພິ່ນກໍເວົ້າກັບພວກເຂົາບໍ່ໄດ້. ພວກເຂົາຈຶ່ງເຂົ້າໃຈວ່າເພິ່ນໄດ້ເຫັນນິມິດຢູ່ໃນວິຫານ, ເພາະເພິ່ນໄດ້ພະຍາຍາມໃຊ້ມືສື່ສານກັບພວກເຂົາ ແຕ່ກໍຍັງບໍ່ສາມາດເວົ້າໄດ້.23ເມື່ອເພິ່ນເຮັດໜ້າທີ່ຈົນຄົບກຳນົດເວລາແລ້ວ ເພິ່ນກໍກັບບ້ານ.24ຫລັງຈາກນັ້ນ ນາງເອລີຊາເບັດເມຍຂອງເພິ່ນກໍຖືພາ ແລະ ບໍ່ໄດ້ອອກໄປໃສເປັນເວລາຫ້າເດືອນ.25ນາງເວົ້າວ່າ, “ອົງພຣະຜູ້ເປັນເຈົ້າກະທຳການນີ້ເພື່ອຂ້ານ້ອຍ. ໃນວັນເຫລົ່ານີ້ພຣະອົງໄດ້ສະແດງຄວາມກະລຸນາຂອງພຣະອົງ ແລະ ເອົາຄວາມອັບອາຍຂອງຂ້ານ້ອຍທີ່ມີຢູ່ໃນທ່າມກາງຄົນທັງຫລາຍອອກໄປ”.ທຳນວາຍເຖິງການເກີດຂອງພຣະເຢຊູເຈົ້າ
26ໃນເດືອນທີຫົກທີ່ນາງເອລີຊາເບັດກຳລັງຖືພາຢູ່ນັ້ນ, ພຣະເຈົ້າໄດ້ສົ່ງເທວະດາຄັບຣີເອນມາຍັງເມືອງນາຊາເຣັດໃນແຂວງຄາລີເລ,27ໃຫ້ມາຫາສາວບໍລິສຸດຄົນໜຶ່ງທີ່ເປັນຄູ່ໝັ້ນຂອງໂຢເຊັບ, ຜູ້ສືບເຊື້ອສາຍມາຈາກດາວິດ. ສາວບໍລິສຸດຄົນນັ້ນມີຊື່ວ່າມາຣີ.28ເທວະດາຕົນນັ້ນໄດ້ໄປຫານາງ ແລະ ກ່າວວ່າ, “ນາງເອີຍ ເຈົ້າເປັນທີ່ພໍໃຈຫລາຍ! ອົງພຣະຜູ້ເປັນເຈົ້າຢູ່ກັບເຈົ້າ”.29ນາງມາຣີຈຶ່ງກະວົນກະວາຍໃຈຫລາຍໃນຖ້ອຍຄຳຂອງເພິ່ນ ແລະ ສົງໄສວ່າການທັກທາຍແບບນີ້ໝາຍເຖິງອັນໃດ.30ແຕ່ເທວະດານັ້ນໄດ້ກ່າວແກ່ນາງວ່າ, “ມາຣີເອີຍ, ຢ່າຢ້ານເລີຍ ເຈົ້າໄດ້ຮັບຄວາມພໍໃຈຈາກພຣະເຈົ້າ.31ເຈົ້າຈະຖືພາ ແລະ ເກີດລູກຊາຍ, ຈົ່ງຕັ້ງຊື່ລູກນັ້ນວ່າເຢຊູ.32ພຣະອົງຈະຍິ່ງໃຫຍ່ ແລະ ໄດ້ຊື່ວ່າເປັນພຣະບຸດຂອງພຣະເຈົ້າອົງສູງສຸດ. ອົງພຣະຜູ້ເປັນເຈົ້າພຣະເຈົ້າຈະມອບບັນລັງຂອງດາວິດຜູ້ເປັນບັນພະບຸລຸດຂອງພຣະອົງໃຫ້ແກ່ພຣະອົງ,33ແລະ ພຣະອົງຈະປົກຄອງເຊື້ອສາຍຂອງຢາໂຄບຕະຫລອດໄປ, ອານາຈັກຂອງພຣະອົງຈະບໍ່ມີວັນສິ້ນສຸດເລີຍ”.34ນາງມາຣີຈຶ່ງຖາມເທວະດານັ້ນວ່າ, “ຈະເປັນຢ່າງນັ້ນໄດ້ແນວໃດໃນເມື່ອຂ້ານ້ອຍຍັງເປັນສາວບໍລິສຸດຢູ່?”35ເທວະດານັ້ນໄດ້ຕອບວ່າ, “ພຣະວິນຍານບໍລິສຸດເຈົ້າຈະລົງມາເທິງເຈົ້າ ແລະ ລິດອຳນາດຂອງພຣະເຈົ້າສູງສຸດຈະປົກຄຸມເຈົ້າໄວ້. ດັ່ງນັ້ນ ອົງບໍລິສຸດທີ່ຈະເກີດມາຈະໄດ້ຊື່ວ່າ ເປັນພຣະບຸດຂອງພຣະເຈົ້າ.36ແມ່ນແຕ່ເອລີຊາເບັດພີ່ນ້ອງຂອງເຈົ້າ ກໍຈະໄດ້ລູກຊາຍໃນໄວເຖົ້າ ແລະ ຍິງທີ່ຄົນເວົ້າວ່າເປັນໝັນກໍຖືພາໄດ້ຫົກເດືອນແລ້ວ.37ເພາະຖ້ອຍຄຳຂອງພຣະເຈົ້າບໍ່ມີວັນລົ້ມເຫລວ”.38ນາງມາຣີກ່າວວ່າ, “ຂ້ານ້ອຍເປັນຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ, ຂໍໃຫ້ເປັນຈິງຕາມຄຳຂອງທ່ານ”. ແລ້ວເທວະດານັ້ນກໍຈາກນາງໄປ.ນາງມາຣີໄປຢ້ຽມຢາມເອລີຊາເບັດ
39ໃນເວລານັ້ນມາຣີໄດ້ຕຽມຕົວ ແລະ ຟ້າວໄປຍັງເມືອງໜຶ່ງທີ່ຢູ່ເນີນພູເຂົາຂອງແຂວງຢູດາຍ,40ນາງໄດ້ເຂົ້າໄປໃນເຮືອນຂອງເຊກາຣີຢາ ແລະ ກ່າວທັກທາຍນາງເອລີຊາເບັດ.41ເມື່ອນາງເອລີຊາເບັດໄດ້ຍິນຄຳທັກທາຍຂອງນາງມາຣີ, ລູກໃນທ້ອງຂອງນາງກໍດີ້ນ ແລະ ນາງເອລີຊາເບັດກໍເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ.42ນາງຈຶ່ງຮ້ອງຂຶ້ນດ້ວຍສຽງດັງວ່າ, “ເຈົ້າໄດ້ຮັບພອນຫລາຍທີ່ສຸດໃນທ່າມກາງແມ່ຍິງທັງຫລາຍ ແລະ ລູກທີ່ເຈົ້າຈະເກີດອອກມານັ້ນກໍໄດ້ຮັບພອນດ້ວຍ!43ແຕ່ດ້ວຍເຫດໃດຂ້ານ້ອຍຈຶ່ງໄດ້ຮັບຄວາມກະລຸນາຫລາຍເຊັ່ນນີ້ ທີ່ແມ່ຂອງອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍໄດ້ມາຢ້ຽມຢາມຂ້ານ້ອຍ?44ພໍແຕ່ຂ້ານ້ອຍໄດ້ຍິນສຽງທັກທາຍຂອງນາງ ລູກໃນທ້ອງຂອງຂ້ານ້ອຍກໍດີ້ນດ້ວຍຄວາມຊື່ນຊົມຍິນດີ.45ພອນນັ້ນເປັນຂອງນາງທີ່ເຊື່ອວ່າອົງພຣະຜູ້ເປັນເຈົ້າຈະເຮັດຕາມສັນຍາຂອງພຣະອົງທີ່ມີຕໍ່ນາງ!”ບົດເພງຂອງນາງມາຣີ
46ແລະ ນາງມາຣີຈຶ່ງກ່າວວ່າ:“ຈິດໃຈຂອງຂ້ານ້ອຍຍົກຍ້ອງອົງພຣະຜູ້ເປັນເຈົ້າ47ແລະ ຈິດວິນຍານຂອງຂ້ານ້ອຍກໍຊື່ນຊົມຍິນດີໃນພຣະເຈົ້າ ອົງພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ,48ເພາະພຣະອົງໄດ້ໃສ່ໃຈຕໍ່ຖານະອັນຕ່ຳຕ້ອຍຂອງຜູ້ຮັບໃຊ້ຂອງພຣະອົງ.ຈາກນີ້ໄປຄົນທຸກຍຸກຈະເອີ້ນຂ້ານ້ອຍວ່າຜູ້ໄດ້ຮັບພອນ,49ເພາະວ່າພຣະອົງຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ເຮັດສິ່ງຍິ່ງໃຫຍ່ເພື່ອຂ້ານ້ອຍນາມຂອງພຣະອົງບໍລິສຸດ.50ຄວາມເມດຕາຂອງພຣະອົງກໍແຜ່ມາເຖິງບັນດາຄົນທີ່ຢຳເກງພຣະອົງ,ຈາກຄົນຊົ່ວອາຍຸນີ້ໄປຫາຄົນຊົ່ວອາຍຸໜ້າ.51ພຣະອົງກະທຳການຍິ່ງໃຫຍ່ດ້ວຍແຂນຂອງພຣະອົງ,ພຣະອົງເຮັດໃຫ້ຄົນທີ່ມີໃຈອວດອ້າງຈອງຫອງກະຈັດກະຈາຍໄປ.52ພຣະອົງໄດ້ປົດບັນດາຜູ້ປົກຄອງລົງຈາກບັນລັງຂອງພວກເຂົາແຕ່ໄດ້ຍົກຄົນຕ່ຳຕ້ອຍຂຶ້ນ.53ພຣະອົງໃຫ້ຄົນອຶດຢາກເຕັມໄປດ້ວຍສິ່ງດີແຕ່ສົ່ງຄົນຮັ່ງມີໜີໄປມືເປົ່າ.54ພຣະອົງຊ່ວຍອິດສະຣາເອນຜູ້ຮັບໃຊ້ຂອງພຣະອົງໂດຍພຣະອົງບໍ່ລືມທີ່ຈະເມດຕາ55ຕໍ່ອັບຣາຮາມ ແລະ ເຊື້ອສາຍຂອງເພິ່ນຕະຫລອດໄປ,ຕາມທີ່ພຣະອົງໄດ້ສັນຍາໄວ້ກັບບັນດາບັນພະບຸລຸດຂອງພວກເຮົາ”.56ນາງມາຣີໄດ້ພັກເຊົາຢູ່ກັບເອລີຊາເບັດປະມານສາມເດືອນແລ້ວຈຶ່ງກັບເຮືອນ.ການເກີດຂອງໂຢຮັນບັບຕິສະໂຕ
57ເມື່ອເຖິງກຳນົດເວລາທີ່ນາງເອລີຊາເບັດຈະເກີດລູກ, ນາງກໍເກີດລູກຊາຍຄົນໜຶ່ງ.58ບັນດາເພື່ອນບ້ານ ແລະ ຍາດພີ່ນ້ອງຂອງນາງໄດ້ຍິນວ່າອົງພຣະຜູ້ເປັນເຈົ້າສະແດງຄວາມເມດຕາອັນຍິ່ງໃຫຍ່ແກ່ນາງ ແລະ ພວກເຂົາກໍໄດ້ມາຮ່ວມຍິນດີກັບນາງ.59ໃນວັນທີແປດ ພວກເພິ່ນກໍໃຫ້ເດັກນ້ອຍນັ້ນຮັບພິທີຕັດ ແລະ ພວກເພິ່ນກຳລັງຈະຕັ້ງຊື່ໃຫ້ເດັກນ້ອຍນັ້ນວ່າເຊກາຣີຢາຕາມຊື່ຂອງພໍ່,60ແຕ່ແມ່ຂອງເດັກນ້ອຍໄດ້ທ້ວງຂຶ້ນວ່າ, “ບໍ່ໄດ້! ລາວຕ້ອງມີຊື່ວ່າໂຢຮັນ”.61ພວກເຂົາກ່າວກັບນາງວ່າ, “ໃນບັນດາຍາດພີ່ນ້ອງຂອງເຈົ້າບໍ່ມີຜູ້ໃດທີ່ໃຊ້ຊື່ນັ້ນ”.62ແລ້ວພວກເຂົາໃຊ້ພາສາໃບ້ຖາມພໍ່ຂອງເດັກນ້ອຍເພື່ອຕ້ອງການຮູ້ວ່າເພິ່ນຢາກຕັ້ງຊື່ລູກວ່າແນວໃດ.63ເພິ່ນຈຶ່ງຂໍໃຫ້ເອົາແຜ່ນກະດານມາແລ້ວຂຽນລົງໄປວ່າ, “ຊື່ຂອງລາວແມ່ນໂຢຮັນ” ເຊິ່ງສ້າງຄວາມປະຫລາດໃຈແກ່ທຸກຄົນ.64ໃນທັນໃດນັ້ນ ປາກຂອງເພິ່ນກໍເປີດອອກ ແລະ ລີ້ນຂອງເພິ່ນກໍເຊົາຕິດຂັດ ແລ້ວເພິ່ນກໍເລີ່ມກ່າວ ແລະ ສັນລະເສີນພຣະເຈົ້າ.65ເພື່ອນບ້ານທຸກຄົນຕ່າງກໍເຕັມໄປດ້ວຍຄວາມຢ້ານ ແລະ ຄົນທັງຫລາຍກໍພາກັນເວົ້າເຖິງເລື່ອງເຫລົ່ານີ້ໄປທົ່ວເຂດເນີນພູເຂົາຂອງແຂວງຢູດາຍ.66ທຸກຄົນທີ່ໄດ້ຍິນເລື່ອງນີ້ຕ່າງກໍປະຫລາດໃຈ ແລະ ຖາມກັນວ່າ, “ແລ້ວເດັກນ້ອຍຄົນນີ້ຈະເປັນແນວໃດນໍ?” ເພາະມືຂອງອົງພຣະຜູ້ເປັນເຈົ້າຢູ່ນຳລາວ.ບົດເພງຂອງເຊກາຣີຢາ
67ຝ່າຍເຊກາຣີຢາຜູ້ເປັນພໍ່ກໍເຕັມດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ກ່າວທຳນວາຍວ່າ:68ສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອິດສະຣາເອນ,ເພາະພຣະອົງມາຢ້ຽມຢາມບັນດາຄົນຂອງພຣະອົງ ແລະ ໄຖ່ພວກເຂົາ.69ພຣະອົງຍົກຊູເຂົາສັດ ແຫ່ງຄວາມພົ້ນສຳລັບພວກເຮົາໃນເຊື້ອສາຍຂອງດາວິດຜູ້ຮັບໃຊ້ຂອງພຣະອົງ70(ຕາມທີ່ພຣະອົງໄດ້ກ່າວໄວ້ຜ່ານບັນດາຜູ້ທຳນວາຍບໍລິສຸດຂອງພຣະອົງຕັ້ງແຕ່ສະໄໝບູຮານ),71ໃຫ້ພົ້ນຈາກພວກສັດຕູຂອງພວກເຮົາແລະ ພົ້ນຈາກມືຂອງທຸກຄົນທີ່ກຽດຊັງພວກເຮົາ72ເພື່ອສະແດງຄວາມເມດຕາຕໍ່ບັນດາບັນພະບຸລຸດຂອງພວກເຮົາແລະ ເພື່ອເປັນການລະນຶກເຖິງພັນທະສັນຍາອັນບໍລິສຸດຂອງພຣະອົງ,73ຄຳສາບານທີ່ພຣະອົງໄດ້ສາບານໄວ້ກັບອັບຣາຮາມບັນພະບຸລຸດຂອງພວກເຮົາຄື:74ຈະກອບກູ້ພວກເຮົາໃຫ້ພົ້ນຈາກມືຂອງພວກສັດຕູຂອງພວກເຮົາ,ແລະ ໃຫ້ພວກເຮົາສາມາດຮັບໃຊ້ພຣະອົງໂດຍປາດສະຈາກຄວາມຢ້ານ75ໃນຄວາມບໍລິສຸດ ແລະ ຄວາມຊອບທຳຕໍ່ໜ້າພຣະອົງຕະຫລອດຊີວິດຂອງພວກເຮົາ.76“ແລະ ສ່ວນເຈົ້າ, ລູກຂອງພໍ່, ເຈົ້າຈະໄດ້ຊື່ວ່າຜູ້ທຳນວາຍຂອງອົງສູງສຸດ,ເພາະວ່າເຈົ້າຈະໄປກ່ອນໜ້າອົງພຣະຜູ້ເປັນເຈົ້າເພື່ອຈັດຕຽມທາງສຳລັບພຣະອົງ,77ເພື່ອຈະໃຫ້ຄົນຂອງພຣະອົງຮູ້ເຖິງຄວາມພົ້ນຜ່ານການອະໄພບາບຂອງພວກເຂົາ,78ເພາະໂດຍຄວາມເມດຕາອັນອ່ອນໂຍນຂອງພຣະເຈົ້າຂອງພວກເຮົາ,ແສງສະຫວ່າງໃນຍາມຮຸ່ງເຊົ້າຈາກສະຫວັນຈະມາຫາພວກເຮົາ79ເພື່ອສ່ອງສະຫວ່າງແກ່ບັນດາຄົນທັງຫລາຍທີ່ຢູ່ໃນຄວາມມືດແລະ ຢູ່ໃນເງົາຂອງຄວາມຕາຍ,ເພື່ອຈະນຳພາຕີນຂອງພວກເຮົາໄປສູ່ທາງແຫ່ງສັນຕິສຸກ”.80ແລ້ວເດັກນ້ອຍຄົນນັ້ນກໍເຕີບໃຫຍ່ຂຶ້ນ ແລະ ຝ່າຍວິນຍານກໍເຂັ້ມແຂງ, ເພິ່ນໄດ້ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານຈົນເຖິງວັນທີ່ຈະໄດ້ມາປາກົດແກ່ປະຊາຊົນອິດສະຣາເອນ.Biblica, Inc.