ມາຣະໂກ15
ພຣະເຢຊູເຈົ້າຕໍ່ໜ້າປີລາດ
1ເມື່ອຮຸ່ງເຊົ້າມາ ພວກຫົວໜ້າປະໂລຫິດ, ພວກເຖົ້າແກ່, ພວກຄູສອນກົດບັນຍັດ ແລະ ບັນດາສະມາຊິກສະພາແຊນເຮດຣິນທັງໝົດໄດ້ປຶກສາຫາລືກັນເພື່ອວາງແຜນຂອງພວກເຂົາ. ດັ່ງນັ້ນ ພວກເຂົາໄດ້ມັດພຣະເຢຊູເຈົ້າ ແລະ ນໍາພຣະອົງໄປມອບໃຫ້ແກ່ປີລາດ.2ສ່ວນປີລາດໄດ້ຖາມພຣະເຢຊູເຈົ້າວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?”ພຣະເຢຊູເຈົ້າຕອບວ່າ, “ແມ່ນຕາມທີ່ທ່ານເວົ້ານັ້ນ”.3ພວກຫົວໜ້າປະໂລຫິດໄດ້ກ່າວໂທດໃສ່ພຣະເຢຊູເຈົ້າຫລາຍເລື່ອງ.4ດັ່ງນັ້ນ, ປີລາດຈຶ່ງຖາມພຣະອົງອີກວ່າ, “ເຈົ້າຈະບໍ່ຕອບຫຍັງບໍ? ເບິ່ງແມ ພວກເຂົາກ່າວຟ້ອງເຈົ້າຕັ້ງຫລາຍຢ່າງ”.5ແຕ່ພຣະເຢຊູເຈົ້າບໍ່ຕອບຫຍັງ ແລະ ປີລາດຈຶ່ງປະຫລາດໃຈຫລາຍ.6ບັດນີ້ ເປັນທຳນຽມໃນເທດສະການທີ່ຈະປ່ອຍນັກໂທດໜຶ່ງຄົນຕາມທີ່ປະຊາຊົນຂໍຮ້ອງ.7ມີຊາຍຄົນໜຶ່ງຊື່ວ່າບາຣາບາ ຖືກຂັງຄຸກຮ່ວມກັບພວກກະບົດທີ່ໄດ້ຂ້າຄົນໃນການກະບົດນັ້ນ.8ປະຊາຊົນໄດ້ຂຶ້ນໄປຫາປີລາດ ແລະ ໄດ້ຂໍໃຫ້ປີລາດເຮັດຕາມທີ່ເພິ່ນເຄີຍໄດ້ປະຕິບັດມາ.9ປີລາດຈຶ່ງຖາມພວກເຂົາວ່າ, “ພວກທ່ານຢາກໃຫ້ເຮົາປ່ອຍກະສັດຂອງຊາວຢິວໃຫ້ແກ່ພວກທ່ານບໍ?”10ປີລາດຮູ້ດີວ່າການທີ່ພວກຫົວໜ້າປະໂລຫິດໄດ້ນຳພຣະເຢຊູເຈົ້າມາມອບໃຫ້ແກ່ຕົນນັ້ນ ເພາະພວກເຂົາອິດສາ.11ແຕ່ພວກຫົວໜ້າປະໂລຫິດໄດ້ຍຸຍົງປະຊາຊົນໃຫ້ຮ້ອງຂໍປີລາດໃຫ້ປ່ອຍບາຣາບາແທນ.12ປີລາດຖາມພວກເຂົາອີກວ່າ, “ແລ້ວພວກທ່ານຈະໃຫ້ເຮົາເຮັດຢ່າງໃດກັບຜູ້ທີ່ພວກທ່ານເອີ້ນວ່າກະສັດຂອງຊາວຢິວ?”13ພວກເຂົາຮ້ອງຂຶ້ນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ”.14ປີລາດຈຶ່ງຖາມວ່າ, “ເປັນຫຍັງ? ລາວໄດ້ກໍ່ອາດຊະຍາກຳຫຍັງ?”
ແຕ່ພວກເຂົາຍິ່ງຮ້ອງດັງຂຶ້ນອີກວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ!”15ເພື່ອເອົາໃຈປະຊາຊົນ ປີລາດຈຶ່ງປ່ອຍບາຣາບາໃຫ້ພວກເຂົາ. ເພິ່ນໄດ້ໃຫ້ຄົນຂ້ຽນຕີພຣະເຢຊູເຈົ້າ ແລະ ມອບພຣະອົງໃຫ້ໄປຄຶງທີ່ໄມ້ກາງແຂນ.
ພວກທະຫານເຢາະເຢີ້ຍພຣະເຢຊູເຈົ້າ
16ພວກທະຫານໄດ້ນຳພຣະເຢຊູເຈົ້າເຂົ້າໄປໃນວັງຂອງຜູ້ປົກຄອງ (ຄືສານເພໂທຣຽມ) ແລ້ວກໍເອີ້ນກອງທັບທະຫານມາເຕົ້າໂຮມກັນໃນທີ່ນັ້ນ.17ພວກເຂົາໄດ້ເອົາເສື້ອຄຸມສີມ່ວງມານຸ່ງໃຫ້ພຣະອົງ. ຫລັງຈາກນັ້ນ ກໍສານມົງກຸດໜາມແລ້ວສຸບໃສ່ຫົວຂອງພຣະອົງ.18ແລ້ວພວກເຂົາກໍເລີ່ມຮ້ອງຂຶ້ນວ່າ, “ກະສັດແຫ່ງຊາວຢິວເອີຍ ຈົ່ງຈະເລີນ!”19ພວກເຂົາຟາດຫົວພຣະອົງດ້ວຍໄມ້ຄ້ອນ, ຟາດແລ້ວຟາດອີກ ແລະ ຖົ່ມນ້ຳລາຍໃສ່ພຣະອົງ. ພວກເຂົາໄດ້ຄຸເຂົ່າລົງເຮັດຄືວ່າຄຳນັບພຣະອົງ.20ແລະ ເມື່ອພວກເຂົາໄດ້ເຢາະເຢີ້ຍພຣະອົງແລ້ວ, ພວກເຂົາກໍແກ້ເສື້ອຄຸມສີມ່ວງອອກ ແລະ ເອົາເຄື່ອງນຸ່ງຂອງພຣະອົງເອງມານຸ່ງໃຫ້ພຣະອົງ. ຫລັງຈາກນັ້ນພວກເຂົາໄດ້ນຳພຣະອົງອອກໄປເພື່ອຄຶງພຣະອົງໄວ້ທີ່ໄມ້ກາງແຂນ.ພຣະເຢຊູເຈົ້າຖືກຄຶງທີ່ໄມ້ກາງແຂນ
21ຊາຍຄົນໜຶ່ງມາຈາກເມືອງກີເຣເນ ຊື່ວ່າຊີໂມນ, ເຊິ່ງເປັນພໍ່ຂອງອາເລັກຊັນເດີ ແລະ ຣູໂຟ, ລາວກຳລັງມາແຕ່ນອກເມືອງຜ່ານໄປທາງນັ້ນ ແລະ ພວກເຂົາໄດ້ບັງຄັບລາວໃຫ້ແບກໄມ້ກາງແຂນນັ້ນ.22ພວກເຂົາໄດ້ພາພຣະເຢຊູເຈົ້າໄປຍັງບ່ອນໜຶ່ງທີ່ເອີ້ນວ່າໂຄລະໂຄທາ (ເຊິ່ງແປວ່າສະຖານທີ່ແຫ່ງກະໂຫລກຫົວ).23ແລ້ວພວກເຂົາໄດ້ເອົາເຫລົ້າອະງຸ່ນປະສົມກັບຢາງໄມ້ຫອມຊະນິດໜຶ່ງໃຫ້ພຣະເຢຊູເຈົ້າດື່ມ, ແຕ່ພຣະອົງບໍ່ຍອມດື່ມ.24ພວກເຂົາໄດ້ຄຶງພຣະອົງທີ່ໄມ້ກາງແຂນໄວ້. ພວກເຂົາໄດ້ເອົາເຄື່ອງນຸ່ງຂອງພຣະອົງມາຈັບສະຫລາກແບ່ງປັນກັນເພື່ອເບິ່ງວ່າແຕ່ລະຄົນຈະໄດ້ອັນໃດ.25ເມື່ອພວກເຂົາຄຶງພຣະອົງທີ່ໄມ້ກາງແຂນນັ້ນແມ່ນເວລາເກົ້າໂມງເຊົ້າ.26ມີປ້າຍທີ່ພວກເຂົາຂຽນຂໍ້ກ່າວຫາທີ່ລົງໂທດພຣະອົງ ເຊິ່ງອ່ານວ່າ:“ກະສັດຂອງຊາວຢິວ”.27ພວກເຂົາຍັງໄດ້ຄຶງໂຈນສອງຄົນທີ່ໄມ້ກາງແຂນພ້ອມກັບພຣະອົງ, ຄົນໜຶ່ງຢູ່ເບື້ອງຂວາ ແລະ ອີກຄົນໜຶ່ງຢູ່ເບື້ອງຊ້າຍຂອງພຣະອົງ. 28ແລະ ຈຶ່ງເປັນຈິງຕາມພຣະຄຳພີທີ່ວ່າ, “ພວກເຂົາຖືກນັບເປັນຄົນທີ່ລ່ວງລະເມີດ”.29ບັນດາຄົນທີ່ຜ່ານໄປມາຕ່າງກໍດູຖູກພຣະອົງ, ພາກັນແກວ່ງຫົວ ແລະ ເວົ້າວ່າ, “ເປັນຢ່າງໃດ! ເຈົ້າຜູ້ທີ່ຈະທຳລາຍວິຫານແລ້ວສ້າງຂຶ້ນໃໝ່ໃນສາມວັນ,30ຈົ່ງລົງມາຈາກໄມ້ກາງແຂນ ແລະ ຊ່ວຍຕົນເອງໃຫ້ພົ້ນສາ!”31ໃນທຳນອງດຽວກັນນັ້ນ ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດກໍໄດ້ພາກັນເຢາະເຢີ້ຍພຣະອົງໃນທ່າມກາງພວກເຂົາເອງເໝືອນກັນວ່າ, “ລາວຊ່ວຍຄົນອື່ນໃຫ້ພົ້ນໄດ້ ແຕ່ລາວບໍ່ສາມາດຊ່ວຍຕົນເອງໄດ້!32ໃຫ້ພຣະຄຣິດເຈົ້າ, ກະສັດຂອງຊາວອິດສະຣາເອນ ລົງມາຈາກໄມ້ກາງແຂນດຽວນີ້, ເພື່ອພວກເຮົາຈະໄດ້ເຫັນ ແລະ ໄດ້ເຊື່ອ”. ບັນດາຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນພ້ອມກັບພຣະເຢຊູເຈົ້າກໍພາກັນເວົ້າດູຖູກພຣະອົງເໝືອນກັນ.
ການຕາຍຂອງພຣະເຢຊູເຈົ້າ
33ເມື່ອເຖິງເວລາຕອນທ່ຽງ ທົ່ວແຜ່ນດິນກໍເກີດຄວາມມືດມົວຈົນເຖິງບ່າຍສາມໂມງ.34ພໍເຖິງບ່າຍສາມໂມງ ພຣະເຢຊູເຈົ້າຮ້ອງຂຶ້ນດ້ວຍສຽງດັງວ່າ, “ເອໂລອີ, ເອໂລອີ, ແລມາ ຊາບັກທານີ?” ເຊິ່ງແປວ່າ: “ພຣະເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍ?” 35ເມື່ອບາງຄົນທີ່ຢືນຢູ່ໃກ້ທີ່ນັ້ນໄດ້ຍິນດັ່ງນີ້ ພວກເຂົາຈຶ່ງເວົ້າວ່າ, “ຟັງແມ, ລາວຮ້ອງຫາເອລີຢາ”.36ມີຄົນໜຶ່ງແລ່ນໄປເອົາຟອງນ້ຳຈຸ່ມເຫລົ້າອະງຸ່ນສົ້ມສຽບໃສ່ໄມ້ ແລ້ວຍື່ນໃຫ້ພຣະເຢຊູເຈົ້າດື່ມ ແລະ ເວົ້າວ່າ, “ຢ່າໄປຫຍຸ້ງກ່ຽວກັບລາວ. ໃຫ້ພວກເຮົາເບິ່ງວ່າເອລີຢາຈະມາຊ່ວຍລາວລົງຈາກໄມ້ກາງແຂນບໍ່”.37ເມື່ອພຣະເຢຊູເຈົ້າຮ້ອງດ້ວຍສຽງດັງແລ້ວກໍສິ້ນລົມຫາຍໃຈ.38ຜ້າກັ້ງໃນວິຫານກໍຈີກຂາດເປັນສອງຕ່ອນຕັ້ງແຕ່ເທິງຮອດລຸ່ມ.39ແລະ ເມື່ອນາຍທະຫານຜູ້ທີ່ຢືນຢູ່ຕໍ່ໜ້າພຣະເຢຊູເຈົ້າ ໄດ້ເຫັນວ່າພຣະອົງຕາຍຢ່າງໃດ , ລາວຈຶ່ງເວົ້າວ່າ, “ແທ້ຈິງແລ້ວ ທ່ານຜູ້ນີ້ເປັນພຣະບຸດ ຂອງພຣະເຈົ້າ!”40ມີແມ່ຍິງບາງຄົນທີ່ເຝົ້າເບິ່ງຢູ່ຫ່າງໆ. ໃນພວກເຂົານັ້ນມີມາຣີຊາວມັກດາລາ, ມາຣີແມ່ຂອງຢາໂກໂບຜູ້ເປັນນ້ອງຊາຍ, ໂຢເຊ ແລະ ນາງຊາໂລເມ.41ແມ່ຍິງເຫລົ່ານີ້ໄດ້ຕິດຕາມພຣະເຢຊູເຈົ້າ ແລະ ບົວລະບັດພຣະອົງໃນແຂວງຄາລີເລ. ຍັງມີແມ່ຍິງຄົນອື່ນໆອີກຫລາຍຄົນທີ່ໄດ້ຂຶ້ນໄປນະຄອນເຢຣູຊາເລັມກັບພຣະອົງ ກໍຢູ່ທີ່ນັ້ນເໝືອນກັນ.ການຝັງສົບຂອງພຣະເຢຊູເຈົ້າ
42ເນື່ອງຈາກວ່າວັນນັ້ນເປັນວັນຈັດຕຽມ (ເປັນວັນກ່ອນທີ່ຈະເຖິງວັນຊະບາໂຕ). ດັ່ງນັ້ນ ເມື່ອເວລາຄໍ່າມາ,43ໂຢເຊັບຈາກອາຣີມາທາຍ ເພິ່ນເປັນສະມາຊິກສະພາສູງສຸດທີ່ສຳຄັນຄົນໜຶ່ງ ເພິ່ນເປັນຜູ້ທີ່ລໍຖ້າການມາປາກົດແຫ່ງອານາຈັກຂອງພຣະເຈົ້າ, ເພິ່ນກ້າເຂົ້າໄປພົບປີລາດເພື່ອຂໍເອົາສົບຂອງພຣະເຢຊູເຈົ້າ.44ແຕ່ປີລາດປະຫລາດໃຈຫລາຍທີ່ໄດ້ຍິນວ່າພຣະເຢຊູເຈົ້າໄດ້ຕາຍແລ້ວ. ດັ່ງນັ້ນ ເພິ່ນຈຶ່ງເອີ້ນນາຍທະຫານເຂົ້າມາຖາມວ່າພຣະອົງຕາຍແລ້ວບໍ.45ເມື່ອຮູ້ຄຳຕອບຈາກນາຍທະຫານແລ້ວ ເພິ່ນກໍໄດ້ມອບສົບໃຫ້ແກ່ໂຢເຊັບ.46ດັ່ງນັ້ນ ໂຢເຊັບໄດ້ຊື້ຜ້າຝ້າຍລິນິນ ແລ້ວໄດ້ນໍາເອົາສົບລົງມາຈາກໄມ້ກາງແຂນ ແລະ ນຳໄປວາງໄວ້ໃນອຸບມຸງຫີນທີ່ເຈາະໄວ້ ແລະ ເພິ່ນກໍກຶ່ງກ້ອນຫີນໃຫຍ່ປິດທາງເຂົ້າອຸບມຸງໄວ້.47ສ່ວນມາຣີຊາວມັກດາລາ ແລະ ມາຣີແມ່ຂອງໂຢເຊັບ ກໍໄດ້ເຫັນບ່ອນທີ່ໄວ້ສົບຂອງພຣະເຢຊູເຈົ້າ.Biblica, Inc.