ມາຣະໂກ14

ພຣະເຢຊູເຈົ້າ​ໄດ້​ຮັບ​ການຫົດສົງ​ທີ່​ເບັດທານີ

1ບັດນີ້ ຍັງ​ອີກ​ສອງ​ວັນ​ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ຕ່າງ​ກໍ​ກຳລັງ​ຊອກຫາ​ກົນອຸບາຍ​ທີ່​ຈະ​ຈັບ​ພຣະເຢຊູເຈົ້າ ແລະ ຂ້າ​ພຣະອົງ.2ຄື​ພວກເຂົາ​ເວົ້າ​ວ່າ, “ແຕ່​ຢ່າ​ເຮັດ​ໃນ​ລະຫວ່າງ​ເທດສະການ ບໍ່​ດັ່ງນັ້ນ​ປະຊາຊົນ​ອາດ​ຈະ​ກໍ່​ຄວາມວຸ້ນວາຍ”.
3ໃນຂະນະ​ທີ່​ພຣະອົງ​ຢູ່​ທີ່​ບ້ານ​ເບັດທານີ, ກຳລັງ​ນັ່ງເອນໂຕ​ຢູ່​ທີ່​ໂຕະ​ອາຫານ​ທີ່​ຢູ່​ໃນ​ເຮືອນ​ຂອງ​ຊີໂມນ​ຜູ້​ທີ່​ເປັນ​ພະຍາດຂີ້ທູດ, ມີ​ຍິງ​ຄົນ​ໜຶ່ງ​ເຂົ້າ​ມາ​ພ້ອມດ້ວຍ​ເຕົ້າຫີນຂາວ ເຊິ່ງ​ບັນຈຸ​ນ້ຳຫອມ​ທີ່​ມີ​ລາຄາ​ແພງ, ນ້ຳຫອມ​ນັ້ນ​ເຮັດ​ຈາກ​ເຄື່ອງຫອມ​ບໍລິສຸດ. ນາງ​ໄດ້​ຫັກ​ຄໍ​ເຕົ້າ​ນັ້ນ ແລະ ຖອກ​ນ້ຳຫອມ​ຫົດສົງ​ຫົວ​ພຣະອົງ.
4ມີ​ບາງຄົນ​ໃນ​ທີ່​ນັ້ນ​ບໍ່​ພໍໃຈ ຈຶ່ງ​ເວົ້າ​ກັນ​ວ່າ, “ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ນ້ຳຫອມ​ນີ້​ເສຍ​ໄປ​ລ້າໆ?5ນ້ຳຫອມ​ນີ້​ສາມາດ​ຂາຍ​ໄດ້​ໃນ​ລາຄາ​ສູງ​ຫລາຍ​ກວ່າ​ຄ່າຈ້າງ​ຂອງ​ຄົນງານ​ຜູ້​ໜຶ່ງ​ໝົດ​ທັງ​ປີ ເພື່ອ​ຈະ​ໄດ້​ເອົາ​ເງິນ​ໄປ​ໃຫ້​ຄົນຍາກຈົນ”. ແລ້ວ​ພວກເຂົາ​ກໍ​ຕຳໜິ​ຍິງ​ຜູ້​ນີ້​ຢ່າງ​ໜັກ.
6ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ, “ປ່ອຍ​ນາງ​ເທາະ, ພວກເຈົ້າ​ໄປ​ກວນໃຈ​ນາງ​ເຮັດ​ຫຍັງ? ນາງ​ໄດ້​ເຮັດ​ສິ່ງ​ດີ​ງາມ​ໃຫ້​ແກ່​ເຮົາ.7ພວກເຈົ້າ​ຈະ​ມີ​ຄົນຍາກຈົນ​ຢູ່​ກັບ​ພວກເຈົ້າ​ສະເໝີ ແລະ ພວກເຈົ້າ​ສາມາດ​ຊ່ວຍ​ພວກເຂົາ​ໄດ້​ທຸກ​ເວລາ​ຕາມ​ທີ່​ພວກເຈົ້າ​ຕ້ອງການ. ແຕ່​ພວກເຈົ້າ​ຈະ​ບໍ່​ມີ​ເຮົາ​ຢູ່​ນໍາ​ສະເໝີ​ໄປ.8ນາງ​ເຮັດ​ເທົ່າ​ທີ່​ນາງ​ເຮັດ​ໄດ້. ນາງ​ຖອກ​ນ້ຳຫອມ​ໃສ່​ຮ່າງກາຍ​ຂອງ​ເຮົາ​ກໍ​ເພື່ອ​ເປັນ​ການ​ຕຽມ​ພິທີ​ຝັງສົບ​ຂອງ​ເຮົາ​ໄວ້​ລ່ວງໜ້າ.9ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຂ່າວປະເສີດ​ຖືກ​ປະກາດ​ໄປ​ທີ່​ໃດ​ກໍ​ຕາມ​ໃນ​ທົ່ວ​ໂລກ, ສິ່ງ​ທີ່​ຍິງ​ຜູ້​ນີ້​ໄດ້​ເຮັດ​ຈະ​ເປັນ​ທີ່​ກ່າວ​ອອກ​ໄປ​ເໝືອນກັນ, ເພື່ອ​ເປັນ​ການລະນຶກ​ເຖິງ​ນາງ”.
10ແລ້ວ​ຢູດາ​ອິດສະກາຣີອົດ, ຄົນ​ໜຶ່ງ​ໃນ​ພວກສາວົກ​ສິບສອງ​ຄົນ, ກໍ​ໄດ້​ໄປ​ພົບ​ພວກຫົວໜ້າ​ປະໂລຫິດ​ເພື່ອ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ.11ບັນດາ​ຫົວໜ້າ​ປະໂລຫິດ​ດີໃຈ​ຫລາຍ​ທີ່​ໄດ້​ຍິນ​ເລື່ອງ​ນີ້ ແລະ ສັນຍາ​ວ່າ​ຈະ​ເອົາ​ເງິນ​ໃຫ້​ລາວ. ດັ່ງນັ້ນ ຢູດາ​ຈຶ່ງ​ຊອກຫາ​ໂອກາດ​ທີ່​ຈະ​ມອບ​ພຣະເຢຊູເຈົ້າ​ແກ່​ພວກເຂົາ.

ພຣະເຢຊູເຈົ້າ​ຮັບປະທານ​ອາຫານ​ປັດສະຄາ​ກັບ​ສາວົກ

12ໃນ​ວັນ​ທີ​ໜຶ່ງ​ຂອງ​ເທດສະການ​ເຂົ້າຈີ່​ບໍ່ມີເຊື້ອແປ້ງ, ເຊິ່ງ​ຕາມ​ທຳນຽມ​ຈະ​ຖວາຍ​ລູກແກະ​ປັດສະຄາ, ບັນດາ​ສາວົກ​ຂອງ​ພຣະເຢຊູເຈົ້າ​ໄດ້​ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກຂ້ານ້ອຍ​ໄປ​ຈັດຕຽມ​ອາຫານ​ປັດສະຄາ​ໃຫ້​ທ່ານ​ຮັບປະທານ​ຢູ່​ທີ່​ໃດ?”
13ດັ່ງນັ້ນ ພຣະອົງ​ຈຶ່ງ​ໃຊ້​ສາວົກ​ສອງ​ຄົນ​ໃນ​ພວກເພິ່ນ​ໄປ​ພ້ອມ​ກັບ​ບອກ​ພວກເພິ່ນ​ວ່າ, “ຈົ່ງ​ເຂົ້າໄປ​ໃນ​ເມືອງ ແລະ ຈະ​ມີ​ຊາຍ​ຄົນ​ໜຶ່ງ​ແບກ​ໄຫນ້ຳ​ມາ​ພົບ​ພວກເຈົ້າ. ຈົ່ງ​ຕາມ​ລາວ​ໄປ.14ຈົ່ງ​ບອກ​ເຈົ້າຂອງ​ເຮືອນ​ທີ່​ລາວ​ເຂົ້າໄປ​ນັ້ນ​ວ່າ, ‘ອາຈານ​ຖາມ​ວ່າ: ຫ້ອງ​ຮັບແຂກ​ຂອງ​ເຮົາ ຢູ່​ທີ່​ໃດ, ບ່ອນ​ທີ່​ເຮົາ​ຈະ​ຮັບປະທານ​ອາຫານ​ປັດສະຄາ​ຮ່ວມ​ກັບ​ພວກສາວົກ​ຂອງ​ເຮົາ​ຢູ່​ທີ່​ໃດ?’15ແລ້ວ​ລາວ​ກໍ​ຈະ​ພາ​ພວກເຈົ້າ​ໄປ​ເບິ່ງ​ຫ້ອງ​ໃຫຍ່​ຊັ້ນເທິງ ເຊິ່ງ​ຕົບແຕ່ງ​ຕຽມ​ໄວ້​ຮຽບຮ້ອຍ​ແລ້ວ. ຈົ່ງ​ຕຽມ​ທຸກສິ່ງ​ໄວ້​ສຳລັບ​ພວກເຮົາ​ຢູ່​ບ່ອນ​ນັ້ນ”.
16ພວກສາວົກ​ກໍ​ໄປ ແລະ ໄດ້​ເຂົ້າໄປ​ໃນ​ເມືອງ ແລ້ວ​ກໍ​ພົບ​ສິ່ງ​ຕ່າງໆ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ​ພວກເພິ່ນ​ໄວ້. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ຈັດຕຽມ​ປັດສະຄາ​ໄວ້.
17ເມື່ອ​ເຖິງ​ຕອນຄ່ຳ​ມາ ພຣະເຢຊູເຈົ້າ​ກໍ​ມາ​ພ້ອມ​ກັບ​ພວກສາວົກ​ສິບສອງ​ຄົນ.18ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ນັ່ງເອນໂຕ​ຮັບປະທານ​ອາຫານ​ຢູ່​ທີ່​ໂຕະອາຫານ ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ ຄື​ຜູ້​ທີ່​ກຳລັງ​ຮັບປະທານ​ອາຫານ​ຮ່ວມ​ກັບ​ເຮົາ”.
19ພວກສາວົກ​ຕ່າງ​ກໍ​ເສຍໃຈ ແລະ ຖາມ​ພຣະອົງ​ເທື່ອລະຄົນ​ວ່າ, “ພຣະອົງ​ຄົງ​ບໍ່​ໝາຍ​ເຖິງ​ຂ້ານ້ອຍ​ແມ່ນ​ບໍ?”
20ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ສິບສອງ​ຄົນ​ນີ້​ແຫລະ ເປັນ​ຄົນ​ທີ່​ຢິບ​ອາຫານ​ຈຸ່ມ​ໃນ​ຖ້ວຍ​ດຽວ​ກັນ​ກັບ​ເຮົາ.21ບຸດມະນຸດ​ຈະ​ຕ້ອງ​ເປັນ​ໄປ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ. ແຕ່​ວິບັດ​ຈະ​ມີ​ແກ່​ຜູ້​ນັ້ນ​ທີ່​ທໍລະຍົດ​ຕໍ່​ບຸດມະນຸດ! ຖ້າ​ລາວ​ບໍ່​ໄດ້​ເກີດ​ມາ​ເລີຍ​ກໍ​ຈະ​ດີ​ຕໍ່​ລາວ​ຫລາຍ​ກວ່າ”.

ພິທີ​ສິນມະຫາສະໜິດ

22ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ​ແລ້ວ​ຍື່ນ​ໃຫ້​ພວກສາວົກ ແລະ ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ເຂົ້າຈີ່​ນີ້, ນີ້​ຄື​ກາຍ​ຂອງ​ເຮົາ”.
23ແລ້ວ​ພຣະອົງ​ກໍ​ຈັບ​ເອົາ​ຈອກ​ມາ ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ຍື່ນ​ຈອກ​ນັ້ນ​ໃຫ້​ພວກເພິ່ນ ແລະ ພວກເພິ່ນ​ທຸກຄົນ​ກໍ​ດື່ມ​ຈາກ​ຈອກ​ນັ້ນ.
24ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ເລືອດ​ຂອງ​ເຮົາ ເຊິ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ ທີ່​ຖອກ​ອອກ​ມາ​ເພື່ອ​ຄົນ​ທັງຫລາຍ.25ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຮົາ​ຈະ​ບໍ່​ດື່ມ​ນ້ຳ​ຈາກ​ໝາກອະງຸ່ນ​ນີ້​ອີກ​ຈົນ​ຈະ​ເຖິງ​ວັນ​ນັ້ນ​ທີ່​ເຮົາ​ຈະ​ດື່ມ​ນໍ້າອະງຸ່ນໃໝ່​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.
26ເມື່ອ​ພວກເພິ່ນ​ຮ້ອງເພງ​ສັນລະເສີນ​ບົດ​ໜຶ່ງ​ແລ້ວ ພວກເພິ່ນ​ກໍ​ພາກັນ​ອອກ​ໄປ​ທີ່​ພູເຂົາ​ໝາກກອກ.

ພຣະເຢຊູເຈົ້າ​ທຳນວາຍ​ວ່າ​ເປໂຕ​ຈະ​ປະຕິເສດ​ພຣະອົງ

27ພຣະເຢຊູເຈົ້າ​ກ່າວ​ແກ່​ພວກສາວົກ​ວ່າ, “ພວກເຈົ້າ​ທຸກຄົນ​ຈະ​ປະຖິ້ມ​ເຮົາ​ໄປ ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ:“ ‘ເຮົາ​ຈະ​ຟາດ​ຜູ້ລ້ຽງແກະແລະ ຝູງ​ແກະ​ຈະ​ກະຈັດກະຈາຍ​ໄປ’. 
28ແຕ່​ຫລັງຈາກ​ທີ່​ເຮົາ​ເປັນຄືນມາຈາກຕາຍ​ແລ້ວ ເຮົາ​ຈະ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ”.
29ເປໂຕ​ປະກາດ​ວ່າ, “ເຖິງ​ແມ່ນ​ວ່າ​ທຸກຄົນ​ຈະ​ປະຖິ້ມ​ພຣະອົງ​ໄປ​ກໍ​ຕາມ ຂ້ານ້ອຍ​ຈະ​ບໍ່​ໜີ​ໄປ​ຈາກ​ພຣະອົງ”.
30ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ວັນ​ນີ້, ຄືນ​ນີ້​ແຫລະ ກ່ອນ​ໄກ່​ຂັນ​ສອງ​ເທື່ອ ເຈົ້າ​ເອງ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ເຮົາ​ສາມ​ເທື່ອ”.
31ແຕ່​ເປໂຕ​ຍັງ​ຢືນຢັນ​ຢ່າງ​ໜັກແໜ້ນ​ວ່າ, “ເຖິງ​ແມ່ນ​ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ກັບ​ພຣະອົງ, ຂ້ານ້ອຍ​ກໍ​ຈະ​ບໍ່​ປະຕິເສດ​ພຣະອົງ”. ແລ້ວ​ພວກສາວົກ​ທຸກຄົນ​ກໍ​ເວົ້າ​ຢ່າງ​ນັ້ນ​ເໝືອນກັນ.

ເຄັດເຊມາເນ

32ແລ້ວ​ພວກເພິ່ນ​ໄດ້​ໄປ​ບ່ອນ​ໜຶ່ງ​ທີ່​ຊື່​ວ່າ​ເຄັດເຊມາເນ, ພຣະເຢຊູເຈົ້າ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້​ຂະນະ​ທີ່​ເຮົາ​ອະທິຖານ”.33ພຣະອົງ​ໄດ້​ເອົາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ໄປ​ກັບ​ພຣະອົງ, ພຣະອົງ​ເລີ່ມ​ໂສກເສົ້າ ແລະ ເປັນທຸກໃຈ​ຫລາຍ.34ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ. “ຈິດໃຈ​ຂອງ​ເຮົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມໂສກເສົ້າ​ໃກ້​ຈະ​ຕາຍ​ຢູ່​ແລ້ວ. ຈົ່ງ​ເຝົ້າ​ລະວັງ​ຢູ່​ທີ່​ນີ້”.
35ພຣະອົງ​ຍ່າງ​ໄປ​ອີກ​ໜ້ອຍໜຶ່ງ, ພຣະອົງ​ໝູບ​ລົງ​ພື້ນດິນ ແລະ ອະທິຖານ​ວ່າ​ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ຊົ່ວໂມງ​ນີ້​ຜ່ານພົ້ນ​ໄປ​ຈາກ​ພຣະອົງ.36ພຣະອົງ​ກ່າວ​ວ່າ, “ອັບບາ ພຣະບິດາເຈົ້າ​ເອີຍ, ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ພຣະອົງ. ຂໍ​ເອົາ​ຈອກ​ນີ້​ໄປ​ຈາກ​ລູກ​ດ້ວຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.
37ແລ້ວ​ພຣະອົງ​ກໍ​ກັບ​ຄືນ​ມາ​ຫາ​ພວກສາວົກ​ຂອງ​ພຣະອົງ ແລະ ພົບ​ວ່າ​ພວກເພິ່ນ​ກຳລັງ​ນອນຫລັບ​ຢູ່ ພຣະອົງ​ຈຶ່ງ​ກ່າວ​ກັບ​ເປໂຕ​ວ່າ, “ຊີໂມນ​ເອີຍ, ເຈົ້າ​ນອນຫລັບ​ຢູ່​ບໍ? ເຈົ້າ​ຈະ​ເຝົ້າລະວັງ​ຢູ່​ຈັກ​ຊົ່ວໂມງ​ດຽວ​ບໍ່​ໄດ້​ບໍ?38ຈົ່ງ​ເຝົ້າລະວັງ ແລະ ອະທິຖານ​ຢູ່ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ. ຈິດວິນຍານ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນກຳລັງ”.
39ພຣະອົງ​ໄດ້​ໄປ ແລະ ອະທິຖານ​ຢ່າງ​ດຽວ​ກັນ​ອີກ​ເທື່ອ​ໜຶ່ງ.40ເມື່ອ​ພຣະອົງ​ກັບ​ຄືນ​ມາ​ກໍ​ພົບ​ວ່າ​ພວກເພິ່ນ​ຍັງ​ນອນຫລັບ​ຢູ່​ຄືເກົ່າ ເພາະວ່າ​ພວກເພິ່ນ​ເຫງົານອນ​ຫລາຍ​ຈົນ​ມືນຕາ​ບໍ່​ຂຶ້ນ. ພວກເພິ່ນ​ກໍ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ກັບ​ພຣະອົງ​ຢ່າງໃດ.
41ເມື່ອ​ພຣະອົງ​ກັບ​ຄືນ​ມາ​ເປັນ​ເທື່ອ​ທີ​ສາມ ພຣະອົງ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ນອນຫລັບ ແລະ ພັກຜ່ອນ​ຢູ່​ບໍ? ພໍ​ແລ້ວ! ເວລາ​ມາ​ຮອດ​ແລ້ວ. ເບິ່ງ​ແມ, ບຸດມະນຸດ​ກຳລັງ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ຄົນບາບ​ທັງຫລາຍ.42ຈົ່ງ​ລຸກຂຶ້ນ! ພາກັນ​ໄປ​ເທາະ! ຜູ້​ທີ່​ທໍລະຍົດ​ເຮົາ​ກໍ​ມາ​ທີ່​ນີ້​ແລ້ວ!”

ພຣະເຢຊູເຈົ້າ​ຖືກ​ຈັບກຸມ

43ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຍັງ​ບໍ່​ທັນ​ສຸດ​ຄຳ, ຢູດາ ໜຶ່ງ​ໃນ​ພວກສາວົກ​ສິບສອງ​ຄົນ​ກໍ​ມາ​ປາກົດ. ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ຖື​ດາບ ແລະ ໄມ້ຄ້ອນ​ມາ​ກັບ​ລາວ​ດ້ວຍ, ເຊິ່ງ​ເປັນ​ຄົນ​ທີ່​ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ໃຊ້​ມາ.
44ຜູ້ທໍລະຍົດ​ໄດ້​ກຳນົດ​ສັນຍານ​ກັບ​ພວກເຂົາ​ວ່າ, “ຜູ້ໃດ​ທີ່​ເຮົາ​ຈູບຄຳນັບ​ແມ່ນ​ຜູ້​ນັ້ນ ຈົ່ງ​ໄປ​ຈັບກຸມ​ລາວ ແລະ ເອົາ​ລາວ​ອອກ​ໄປ​ໃຫ້​ຢູ່​ໃຕ້​ການຄວບຄຸມ”.45ຢູດາ​ກໍ​ເຂົ້າ​ໄປ​ຫາ​ພຣະເຢຊູເຈົ້າ​ທັນທີ ແລະ ເວົ້າ​ວ່າ, “ຣັບບີ​ເອີຍ!” ແລ້ວ​ກໍ​ຈູບ​ພຣະອົງ.46ດັ່ງນັ້ນ ພວກເຂົາ​ຈຶ່ງ​ຄວ້າຈັບ​ພຣະເຢຊູເຈົ້າ ແລະ ຈັບ​ພຣະອົງ​ໄວ້.47ແລ້ວ​ມີ​ຄົນ​ໜຶ່ງ​ໃນ​ຈຳນວນ​ຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນັ້ນ​ໄດ້​ຊັກ​ດາບ​ອອກມາ​ຟັນ​ຫູ​ຄົນຮັບໃຊ້​ຂອງ​ມະຫາ​ປະໂລຫິດ​ຂາດ​ເບື້ອງໜຶ່ງ.
48ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ເຮົາ​ກຳລັງ​ກໍ່​ການກະບົດ​ບໍ ພວກເຈົ້າ​ຖື​ດາບ​ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ?49ເຮົາ​ຢູ່​ກັບ​ພວກເຈົ້າ, ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ທຸກ​ວັນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ. ແຕ່​ຈະ​ຕ້ອງ​ສຳເລັດ​ຕາມ​ທີ່​ກ່າວ​ໄວ້​ໃນ​ພຣະຄຳພີ”.50ແລ້ວ​ທຸກຄົນ​ໄດ້​ປະຖິ້ມ​ພຣະອົງ ແລະ ໜີ​ໄປ.
51ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ນຸ່ງ​ຜ້າຝ້າຍລິນິນ​ແຕ່​ຜືນ​ດຽວ​ຕິດຕາມ​ພຣະເຢຊູເຈົ້າ​ໄປ. ພວກເຂົາ​ໄດ້​ຄວ້າຈັບ​ຊາຍ​ໜຸ່ມ​ນັ້ນ,52ລາວ​ໄດ້​ປະ​ຜ້າ​ຜືນ​ທີ່​ນຸ່ງ​ຢູ່​ນັ້ນ​ຖິ້ມ ແລະ ໜີ​ໄປ​ໂຕ​ເປົ່າ.

ພຣະເຢຊູເຈົ້າ​ຕໍ່ໜ້າ​ສະພາ​ແຊນເຮດຣິນ

53ພວກເຂົາ​ໄດ້​ພາ​ພຣະເຢຊູເຈົ້າ​ໄປ​ຫາ​ມະຫາ​ປະໂລຫິດ, ບ່ອນ​ທີ່​ພວກຫົວໜ້າ​ປະໂລຫິດ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ພາກັນ​ມາ​ເຕົ້າໂຮມກັນ​ຢູ່.54ສ່ວນ​ເປໂຕ​ໄດ້​ຕິດຕາມ​ພຣະອົງ​ໄປ​ໃນ​ໄລຍະ​ຫ່າງໆ ແລະ ເຂົ້າ​ໄປ​ໃນ​ເດີ່ນບ້ານ​ຂອງ​ມະຫາ​ປະໂລຫິດ. ແລ້ວ​ນັ່ງ​ຝີງໄຟ​ຢູ່​ກັບ​ພວກທະຫານຍາມ.
55ພວກຫົວໜ້າ​ປະໂລຫິດ ແລະ ສະມາຊິກ​ສະພາ​ແຊນເຮດຣິນ​ທັງໝົດ ໄດ້​ຊອກຫາ​ຫລັກຖານ​ມາ​ຕໍ່ສູ້​ພຣະເຢຊູເຈົ້າ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຂ້າ​ພຣະອົງ, ແຕ່​ພວກເຂົາ​ກໍ​ຊອກຫາ​ຫລັກຖານ​ບໍ່​ໄດ້.56ມີ​ຫລາຍ​ຄົນ​ກ່າວ​ຄຳພະຍານ​ບໍ່​ຈິງ​ຕໍ່ສູ້​ພຣະອົງ, ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ຂັດແຍ້ງ​ກັນ​ເອງ.
57ຕໍ່ມາ ມີ​ບາງຄົນ​ຢືນຂຶ້ນ​ກ່າວ​ຄຳພະຍານ​ບໍ່​ຈິງ​ຕໍ່ສູ້​ພຣະອົງ​ວ່າ:58“ພວກເຮົາ​ໄດ້​ຍິນ​ລາວ​ກ່າວ​ວ່າ, ‘ເຮົາ​ຈະ​ມ້າງ​ວິຫານ​ຫລັງ​ນີ້​ທີ່​ສ້າງຂຶ້ນ​ດ້ວຍ​ມື​ມະນຸດ ແລະ ໃນ​ສາມ​ວັນ​ເຮົາ​ຈະ​ສ້າງຂຶ້ນ​ໃໝ່ ເຊິ່ງ​ບໍ່​ໄດ້​ສ້າງ​ດ້ວຍ​ມື​ມະນຸດ’ ”.59ເຖິງ​ປານ​ນັ້ນ ຄຳພະຍານ​ຂອງ​ພວກເຂົາ​ກໍ​ຍັງ​ຂັດແຍ້ງ​ກັນ.
60ມະຫາ​ປະໂລຫິດ​ຈຶ່ງ​ລຸກ​ຂຶ້ນ​ຢືນ​ຕໍ່ໜ້າ​ພວກເຂົາ ແລະ ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ຈະ​ບໍ່​ຕອບ​ຫຍັງ​ບໍ? ຄຳພະຍານ​ທີ່​ຄົນ​ເຫລົ່ານີ້​ກ່າວ​ຕໍ່ສູ້​ເຈົ້າ​ເປັນ​ແນວໃດ?”61ແຕ່​ພຣະເຢຊູເຈົ້າ​ຍັງ​ມິດງຽບ​ຢູ່ ແລະ ບໍ່​ໄດ້​ຕອບ​ຫຍັງ.
ມະຫາ​ປະໂລຫິດ​ຈຶ່ງ​ຖາມ​ພຣະອົງ​ອີກ​ວ່າ, “ເຈົ້າ​ເປັນ​ພຣະຄຣິດເຈົ້າ ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ເປັນ​ທີ່​ໄດ້​ຮັບ​ການ​ຍົກຍ້ອງ​ສັນເສີນ​ບໍ?”
62ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ເປັນ ແລະ ພວກເຈົ້າ​ຈະ​ໄດ້​ເຫັນ​ບຸດມະນຸດ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ກຳລັງ​ມາ​ເທິງ​ເມກ​ແຫ່ງ​ສະຫວັນ”.
63ມະຫາ​ປະໂລຫິດ​ຈຶ່ງ​ຈີກ​ເສື້ອ​ຂອງ​ຕົນ ແລະ ຖາມ​ວ່າ, “ພວກເຮົາ​ຈະ​ຕ້ອງການ​ພະຍານ​ຕື່ມ​ອີກ​ເຮັດຫຍັງ?64ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຍິນ​ຄຳເວົ້າ​ໝິ່ນປະໝາດ​ແລ້ວ. ພວກເຈົ້າ​ຄິດ​ຢ່າງໃດ?”
ພວກເຂົາ​ທັງໝົດ​ເຫັນດີ​ພ້ອມກັນ​ວ່າ​ພຣະອົງ​ສົມຄວນ​ຕາຍ.
65ມີ​ບາງຄົນ​ໃນ​ພວກເຂົາ​ໄດ້​ເລີ່ມ​ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ, ພວກເຂົາ​ເອົາ​ຜ້າ​ປິດ​ຕາ​ພຣະອົງ ແລະ ທຸບຕີ​ພຣະອົງ​ດ້ວຍ​ກຳປັ້ນ​ຂອງ​ພວກເຂົາ ແລະ ເວົ້າ​ວ່າ, “ທວາຍ​ເບິ່ງ​ດູ” ແມ່ນ​ຜູ້ໃດ​ຕີ​ເຈົ້າ ແລ້ວ​ພວກ​ຍາມ​ກໍ​ເອົາ​ພຣະອົງ​ໄປ ແລະ ທຸບຕີ​ພຣະອົງ.

ເປໂຕ​ປະຕິເສດ​ພຣະເຢຊູເຈົ້າ

66ໃນ​ຂະນະ​ທີ່​ເປໂຕ​ຍັງ​ຢູ່​ທາງລຸ່ມ​ທີ່​ເດີ່ນບ້ານ​ນັ້ນ, ມີ​ຄົນຮັບໃຊ້​ຍິງ​ຄົນ​ໜຶ່ງ​ຂອງ​ມະຫາ​ປະໂລຫິດ​ໄດ້​ຜ່ານ​ມາ.67ເມື່ອ​ນາງ​ເຫັນ​ເປໂຕ​ຝີງໄຟ​ຢູ່, ນາງ​ກໍ​ຈ້ອງຕາ​ເບິ່ງ​ເພິ່ນ.
ນາງ​ເວົ້າ​ວ່າ, “ເຈົ້າ​ກໍ​ເຄີຍ​ຢູ່​ກັບ​ເຢຊູ​ຊາວ​ນາຊາເຣັດ​ເໝືອນກັນ”.
68ແຕ່​ເປໂຕ​ໄດ້​ປະຕິເສດ ແລະ ເພິ່ນ​ເວົ້າ​ວ່າ, “ຂ້ອຍ​ບໍ່​ຮູ້ ແລະ ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ເຈົ້າ​ກຳລັງ​ເວົ້າ,” ແລ້ວ​ກໍ​ຍ່າງ​ອອກ​ໄປ​ບ່ອນ​ປະຕູ​ທາງເຂົ້າ. 
69ເມື່ອ​ສາວໃຊ້​ຄົນ​ນັ້ນ​ໄດ້​ເຫັນ​ເພິ່ນ​ຢູ່​ທີ່​ນັ້ນ ນາງ​ຈຶ່ງ​ເວົ້າ​ກັບ​ບັນດາ​ຄົນ​ທີ່​ຢືນ​ຢູ່​ແຖບ​ນັ້ນ​ອີກ​ວ່າ, “ຄົນນີ້​ກໍ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຂົາ”.70ແຕ່​ເປໂຕ​ໄດ້​ປະຕິເສດ​ອີກ.
ຫລັງ​ຈາກ​ນັ້ນ​ໜ້ອຍ​ໜຶ່ງ ບັນດາ​ຄົນ​ທີ່​ຢືນ​ຢູ່​ໃກ້​ກໍ​ເວົ້າ​ຕໍ່​ເປໂຕ​ວ່າ, “ແມ່ນ​ແທ້ ເຈົ້າ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຂົາ, ເພາະ​ເຈົ້າ​ເປັນ​ຊາວ​ຄາລີເລ”.
71ເປໂຕ​ຈຶ່ງ​ເລີ່ມ​ສາບແຊ່ງ ແລະ ສາບານ​ຕໍ່​ພວກເຂົາ​ວ່າ, “ຂ້ອຍ​ບໍ່​ຮູ້ຈັກ​ຊາຍ​ຄົນ​ນີ້”.
72ໃນທັນໃດນັ້ນ ໄກ່​ກໍ​ຂັນ​ເປັນ​ເທື່ອ​ທີ​ສອງ. ເປໂຕ​ຈຶ່ງ​ຈື່​ໄດ້​ເຖິງ​ຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ລາວ​ວ່າ: “ກ່ອນ​ໄກ່​ຂັນ​ສອງ​ເທື່ອ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ”. ແລ້ວ​ເປໂຕ​ຈຶ່ງ​ຮ້ອງໄຫ້​ອອກມາ​ດ້ວຍ​ຄວາມເສຍໃຈ.

Biblica, Inc.

https://app.library.bible/content/eab9312f9f16b3a2