ລູກາ9
ພຣະເຢຊູເຈົ້າໃຊ້ສາວົກສິບສອງຄົນອອກໄປ
1ເມື່ອພຣະເຢຊູເຈົ້າໄດ້ເອີ້ນສາວົກສິບສອງຄົນມາພ້ອມກັນ, ພຣະອົງໄດ້ມອບລິດອຳນາດ ແລະ ສິດອຳນາດໃຫ້ແກ່ພວກເພິ່ນເພື່ອຂັບໄລ່ຜີມານຮ້າຍທັງໝົດ ແລະ ເພື່ອຮັກສາພະຍາດຕ່າງໆ,2ແລະ ພຣະອົງໃຊ້ພວກເພິ່ນອອກໄປເພື່ອປະກາດເລື່ອງອານາຈັກຂອງພຣະເຈົ້າ ແລະ ເພື່ອຮັກສາຄົນເຈັບປ່ວຍ.3ພຣະອົງໄດ້ສັ່ງພວກເພິ່ນວ່າ: “ເມື່ອເດີນທາງໄປນັ້ນ ບໍ່ໃຫ້ນຳເອົາສິ່ງໃດຕິດໂຕໄປນຳ ບໍ່ວ່າຈະເປັນໄມ້ຄ້ອນເທົ້າ, ຖົງ, ອາຫານ, ເງິນ ຫລື ເສື້ອອີກຜືນໜຶ່ງ.4ເມື່ອພວກເຈົ້າເຂົ້າໄປໃນເຮືອນໃດ ຈົ່ງພັກຢູ່ທີ່ນັ້ນຈົນກວ່າພວກເຈົ້າຈະໄປຈາກເມືອງນັ້ນ.5ຖ້າປະຊາຊົນບໍ່ຕ້ອນຮັບພວກເຈົ້າ, ຈົ່ງອອກຈາກເມືອງຂອງພວກເຂົາໄປ ແລະ ຈົ່ງສັ່ນຂີ້ຝຸ່ນອອກຈາກຕີນຂອງພວກເຈົ້າເພື່ອເປັນພະຍານຕໍ່ສູ້ພວກເຂົາ”.6ແລ້ວພວກສາວົກຈຶ່ງອອກເດີນທາງໄປຕາມບ້ານຕ່າງໆ ເພື່ອປະກາດຂ່າວປະເສີດ ແລະ ເພື່ອຮັກສາຄົນເຈັບປ່ວຍທຸກບ່ອນໃຫ້ຫາຍດີ.7ຝ່າຍເຮໂຣດ ຜູ້ປົກຄອງແຂວງໄດ້ຍິນເລື່ອງທີ່ເກີດຂຶ້ນທັງໝົດ ເພິ່ນຈຶ່ງກັງວົນໃຈເພາະວ່າບາງຄົນກໍເວົ້າວ່າໂຢຮັນເປັນຄືນມາຈາກຕາຍ,8ສ່ວນຄົນອື່ນກໍເວົ້າວ່າເອລີຢາໄດ້ມາປາກົດໂຕ, ແລະ ທັງຍັງມີຄົນອື່ນໆອີກທີ່ບອກວ່າແມ່ນຜູ້ທຳນວາຍຄົນໜຶ່ງໃນສະໄໝກ່ອນໄດ້ເປັນຄືນມາຈາກຕາຍ.9ແຕ່ເຮໂຣດເວົ້າວ່າ, “ເຮົາໄດ້ຕັດຫົວໂຢຮັນແລ້ວ. ແຕ່ຄົນທີ່ເຮົາໄດ້ຍິນຊື່ສຽງນີ້ແມ່ນຜູ້ໃດ?” ແລ້ວເຮໂຣດຈຶ່ງຫາໂອກາດທີ່ຈະພົບພຣະອົງ.ພຣະເຢຊູເຈົ້າລ້ຽງຫ້າພັນຄົນ
10ເມື່ອພວກອັກຄະສາວົກກັບຄືນມາແລ້ວ, ພວກເພິ່ນກໍໄດ້ລາຍງານພຣະເຢຊູເຈົ້າເຖິງສິ່ງທີ່ພວກເພິ່ນໄດ້ເຮັດ. ແລ້ວພຣະອົງຈຶ່ງພາພວກເພິ່ນແຍກໂຕອອກໄປຕ່າງຫາກທີ່ເມືອງໜຶ່ງຊື່ວ່າເບັດຊາອີດາ,11ແຕ່ເມື່ອປະຊາຊົນຮູ້ເຖິງເລື່ອງນີ້ກໍໄດ້ຕິດຕາມພຣະອົງໄປ. ພຣະອົງກໍໄດ້ຕ້ອນຮັບພວກເຂົາ ແລະ ກ່າວກັບພວກເຂົາເຖິງເລື່ອງອານາຈັກຂອງພຣະເຈົ້າ ແລະ ຮັກສາບັນດາຜູ້ທີ່ຕ້ອງການການຮັກສາ.12ເມື່ອຕາເວັນກຳລັງຈະຕົກດິນ ພວກສາວົກທັງສິບສອງຄົນກໍມາຫາພຣະອົງ ແລະ ເວົ້າວ່າ, “ຂໍໃຫ້ປະຊາຊົນກັບເມືອເພື່ອພວກເຂົາຈະໄດ້ຊອກຫາອາຫານ ແລະ ຊອກຫາທີ່ພັກຕາມໝູ່ບ້ານຕ່າງໆ ແລະ ຕາມຊົນນະບົດໃນແຖບນີ້ ເພາະພວກເຮົາຢູ່ໃນບ່ອນຫ່າງໄກສອກຫລີກ”.13ພຣະອົງຕອບວ່າ, “ພວກເຈົ້າເອົາອາຫານໃຫ້ພວກເຂົາກິນສາ”.ພວກເພິ່ນຕອບວ່າ, “ພວກຂ້ານ້ອຍມີພຽງເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕເທົ່ານັ້ນ ນອກຈາກວ່າພວກຂ້ານ້ອຍຈະໄປຊື້ອາຫານມາໃຫ້ປະຊາຊົນທັງໝົດນີ້”.14(ໃນທີ່ນັ້ນມີຜູ້ຊາຍປະມານຫ້າພັນຄົນ.)
ແຕ່ພຣະອົງກ່າວກັບພວກສາວົກວ່າ, “ໃຫ້ພວກເຂົານັ່ງລົງເປັນກຸ່ມ ກຸ່ມລະປະມານຫ້າສິບຄົນ”.15ພວກສາວົກກໍເຮັດຕາມນັ້ນ, ທຸກຄົນຈຶ່ງນັ່ງລົງ.16ພຣະເຢຊູເຈົ້າກໍຮັບເອົາເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນມາ ແລ້ວເງີຍໜ້າຂຶ້ນເບິ່ງສະຫວັນ, ພຣະອົງໂມທະນາຂອບພຣະຄຸນພຣະເຈົ້າ ແລະ ຫັກເຂົ້າຈີ່ນັ້ນ ແລ້ວພຣະອົງກໍຍື່ນໃຫ້ພວກສາວົກເພື່ອແຈກຢາຍແກ່ປະຊາຊົນ.17ພວກເຂົາທຸກຄົນໄດ້ກິນອີ່ມ ແລະ ພວກສາວົກກໍເກັບເອົາຕ່ອນຫັກທີ່ເຫລືອນັ້ນໄວ້ໄດ້ເຕັມສິບສອງກະບຸງ.
ເປໂຕປະກາດວ່າພຣະເຢຊູເຈົ້າເປັນພຣະເມຊີອາ
18ຢູ່ມາມື້ໜຶ່ງ ຂະນະທີ່ພຣະເຢຊູເຈົ້າກຳລັງອະທິຖານເປັນການສ່ວນໂຕຢູ່ ແລະ ພວກສາວົກຂອງພຣະອົງກໍຢູ່ນຳພຣະອົງດ້ວຍ, ພຣະອົງຖາມພວກເພິ່ນວ່າ, “ປະຊາຊົນເວົ້າກັນວ່າເຮົາເປັນຜູ້ໃດ?”19ພວກເພິ່ນຕອບວ່າ, “ບາງຄົນເວົ້າວ່າທ່ານແມ່ນໂຢຮັນຜູ້ໃຫ້ບັບຕິສະມາ, ບາງຄົນເວົ້າວ່າທ່ານແມ່ນເອລີຢາ ແລະ ຍັງມີບາງຄົນເວົ້າວ່າທ່ານແມ່ນຜູ້ທຳນວາຍຄົນໜຶ່ງໃນສະໄໝກ່ອນໄດ້ຟື້ນຂຶ້ນມາ”.20ພຣະອົງຖາມວ່າ, “ແລ້ວພວກເຈົ້າເດ? ພວກເຈົ້າວ່າເຮົາເປັນຜູ້ໃດ?”ເປໂຕຕອບວ່າ, “ພຣະອົງເປັນພຣະເມຊີອາຂອງພຣະເຈົ້າ”.
ພຣະເຢຊູເຈົ້າທຳນວາຍເຖິງການຕາຍຂອງພຣະອົງ
21ພຣະເຢຊູເຈົ້າເຕືອນພວກເພິ່ນບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດ22ແລະກ່າວອີກວ່າ, “ບຸດມະນຸດຈະຕ້ອງທົນທຸກທໍລະມານຫລາຍຢ່າງ ແລະ ຖືກພວກເຖົ້າແກ່, ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດປະຕິເສດ, ພຣະອົງຈະຕ້ອງຖືກຂ້າ ແລະ ໃນວັນທີສາມຈະເປັນຄືນມາສູ່ຊີວິດ”.23ແລ້ວພຣະອົງກ່າວກັບພວກເພິ່ນທັງໝົດວ່າ, “ຖ້າຜູ້ໃດຢາກຕິດຕາມເຮົາມາ, ໃຫ້ຜູ້ນັ້ນປະຕິເສດຕົນເອງ ແລ້ວຮັບແບກໄມ້ກາງແຂນຂອງຕົນທຸກວັນ ແລະ ຕິດຕາມເຮົາມາ.24ເພາະຜູ້ໃດກໍຕາມທີ່ຢາກຮັກສາຊີວິດຂອງຕົນໄວ້ໃຫ້ພົ້ນ ຜູ້ນັ້ນຈະເສຍຊີວິດ, ແຕ່ຜູ້ໃດກໍຕາມທີ່ສະຫລະຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນກໍຈະຊ່ວຍຊີວິດຂອງຕົນໃຫ້ພົ້ນ.25ຈະມີປະໂຫຍດອັນໃດທີ່ຄົນໃດຄົນໜຶ່ງຈະໄດ້ໂລກນີ້ທັງໝົດ, ແຕ່ຕ້ອງສູນເສຍ ຫລື ສູນເສຍໂຕເອງໄປ?26ຜູ້ໃດກໍຕາມອັບອາຍໃນເລື່ອງເຮົາ ແລະ ຖ້ອຍຄຳຂອງເຮົາ, ບຸດມະນຸດກໍຈະອັບອາຍໃນເລື່ອງຜູ້ນັ້ນເມື່ອພຣະອົງມາດ້ວຍສະຫງ່າລາສີຂອງພຣະອົງ ແລະ ສະຫງ່າລາສີຂອງພຣະບິດາເຈົ້າພ້ອມທັງສະຫງ່າລາສີຂອງບັນດາເທວະດາບໍລິສຸດ.27“ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ບາງຄົນທີ່ຢືນຢູ່ໃນທີ່ນີ້ຈະບໍ່ຮູ້ລົດຄວາມຕາຍຈົນກວ່າພວກເຂົາຈະໄດ້ເຫັນອານາຈັກຂອງພຣະເຈົ້າ”.ການປ່ຽນລັກສະນະ
28ປະມານແປດວັນຫລັງຈາກທີ່ພຣະເຢຊູເຈົ້າກ່າວດັ່ງນັ້ນແລ້ວ, ພຣະອົງພາເປໂຕ ຢາໂກໂບ ແລະ ໂຢຮັນຂຶ້ນໄປເທິງພູກັບພຣະອົງເພື່ອອະທິຖານ.29ຂະນະທີ່ພຣະອົງກຳລັງອະທິຖານຢູ່ນັ້ນ, ໃບໜ້າຂອງພຣະອົງກໍປ່ຽນແປງໄປ ແລະ ເຄື່ອງນຸ່ງຂອງພຣະອົງກໍຮຸ່ງເຫລື້ອມດັ່ງແສງຟ້າແມບ.30ມີຊາຍສອງຄົນຄື: ໂມເຊ ແລະ ເອລີຢາ ມາປາກົດໂຕດ້ວຍສະຫງ່າລາສີເປັ່ງປະກາຍ ແລະ ກຳລັງສົນທະນາຢູ່ກັບພຣະເຢຊູເຈົ້າ.31ພວກເພິ່ນໄດ້ສົນທະນາເຖິງການຈາກໄປຂອງພຣະອົງ, ເຊິ່ງພຣະອົງກຳລັງຈະເຮັດໃຫ້ສຳເລັດທີ່ເຢຣູຊາເລັມ.32ເປໂຕ ແລະ ບັນດາເພື່ອນຂອງຕົນຕ່າງກໍເຫງົານອນຫລາຍ, ແຕ່ເມື່ອພວກເພິ່ນຕື່ນຂຶ້ນແລ້ວ, ພວກເພິ່ນກໍເຫັນສະຫງ່າລາສີຂອງພຣະອົງ ແລະ ເຫັນຊາຍສອງຄົນຢືນຢູ່ກັບພຣະອົງ.33ຂະນະທີ່ສອງຄົນນັ້ນກຳລັງຈະຈາກພຣະເຢຊູເຈົ້າໄປ, ເປໂຕຈຶ່ງເວົ້າກັບພຣະອົງວ່າ, “ນາຍເອີຍ, ດີແທ້ໆທີ່ພວກຂ້ານ້ອຍໄດ້ມາຢູ່ບ່ອນນີ້. ຂໍໃຫ້ພວກຂ້ານ້ອຍປຸກຕູບສາມຫລັງຂຶ້ນ ຫລັງໜຶ່ງສຳລັບພຣະອົງ, ຫລັງໜຶ່ງສຳລັບໂມເຊ ແລະ ອີກຫລັງໜຶ່ງສຳລັບເອລີຢາ”. (ເປໂຕບໍ່ຮູ້ວ່າຕົນເອງກຳລັງເວົ້າຫຍັງຢູ່.)34ໃນຂະນະທີ່ເປໂຕກຳລັງເວົ້າຢູ່ນັ້ນ, ກໍມີກ້ອນເມກມາປົກຄຸມພວກເພິ່ນໄວ້ ພວກເພິ່ນກໍຢ້ານຫລາຍເມື່ອຢູ່ໃນກ້ອນເມກນັ້ນ.35ແລ້ວກໍມີສຽງໜຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ນີ້ເປັນບຸດຂອງເຮົາ ຜູ້ທີ່ເຮົາໄດ້ເລືອກໄວ້ ຈົ່ງເຊື່ອຟັງເພິ່ນ”.36ເມື່ອສຽງນັ້ນສະຫງົບລົງແລ້ວ ພວກເພິ່ນກໍເຫັນວ່າມີແຕ່ພຣະເຢຊູເຈົ້າອົງດຽວ. ສ່ວນພວກສາວົກກໍເກັບເລື່ອງນີ້ໄວ້ໃນໃຈ ແລະ ພວກເພິ່ນບໍ່ໄດ້ບອກຜູ້ໃດເຖິງສິ່ງທີ່ພວກເພິ່ນໄດ້ເຫັນໃນເວລານັ້ນ.ພຣະເຢຊູເຈົ້າປິ່ນປົວເດັກຊາຍຄົນໜຶ່ງທີ່ຖືກຜີມານຮ້າຍເຂົ້າສິງ
37ວັນຕໍ່ມາ ເມື່ອພວກເພິ່ນໄດ້ລົງມາຈາກພູແລ້ວ, ກໍມີປະຊາຊົນຢ່າງຫລວງຫລາຍມາພົບພຣະອົງ.38ມີຊາຍຄົນໜຶ່ງໃນບັນດາປະຊາຊົນນັ້ນຮ້ອງຂຶ້ນວ່າ, “ອາຈານເອີຍ, ຂໍພຣະອົງມາເບິ່ງລູກຊາຍຂອງຂ້ານ້ອຍດ້ວຍ ເພາະລາວເປັນລູກຊາຍຄົນດຽວຂອງຂ້ານ້ອຍ.39ມີວິນຍານເຂົ້າສິງລາວ ແລະ ລາວກໍຮ້ອງຂຶ້ນທັນທີ, ມັນເຮັດໃຫ້ລາວຊັກດິ້ນຢ່າງແຮງຈົນນໍ້າລາຍຟູມປາກ. ມັນບໍ່ຍອມອອກຈາກໂຕລາວເລີຍ ແລະ ມັນທຳລາຍລາວ.40ຂ້ານ້ອຍໄດ້ຂໍຮ້ອງພວກສາວົກຂອງພຣະອົງໃຫ້ຂັບໄລ່ມັນອອກ ແຕ່ພວກເພິ່ນກໍເຮັດບໍ່ໄດ້”.41ພຣະເຢຊູເຈົ້າຕອບວ່າ, “ຄົນໃນສະໄໝທີ່ຂາດຄວາມເຊື່ອ ແລະ ຊົ່ວຊ້າ ເຮົາຈະຕ້ອງຢູ່ກັບພວກເຈົ້າອີກດົນປານໃດ? ແລະ ຈະຕ້ອງອົດທົນກັບພວກເຈົ້າອີກດົນປານໃດ? ຈົ່ງພາລູກຊາຍຂອງເຈົ້າມາທີ່ນີ້”.42ແມ່ນແຕ່ໃນຂະນະທີ່ເດັກນ້ອຍນັ້ນກຳລັງມາ ວິນຍານສົກກະປົກໄດ້ເຮັດໃຫ້ເດັກນ້ອຍນັ້ນລົ້ມຊັກດິ້ນລົງພື້ນດິນກິ້ງເກືອກໄປມາ. ແຕ່ພຣະເຢຊູເຈົ້າສັ່ງວິນຍານສົກກະປົກນັ້ນໃຫ້ອອກໄປ ແລະ ຮັກສາເດັກນ້ອຍຄົນນັ້ນໃຫ້ຫາຍດີ ແລ້ວສົ່ງຄືນໃຫ້ພໍ່ຂອງລາວ.43ພວກເຂົາທັງຫລາຍຕ່າງກໍປະຫລາດໃຈໃນຄວາມຍິ່ງໃຫຍ່ຂອງພຣະເຈົ້າ. ພຣະເຢຊູເຈົ້າທຳນວາຍເຖິງຄວາມຕາຍຂອງພຣະອົງຄັ້ງທີສອງໃນຂະນະທີ່ທຸກຄົນຍັງປະຫລາດໃຈໃນທຸກສິ່ງທີ່ພຣະເຢຊູເຈົ້າໄດ້ກະທຳຢູ່ນັ້ນ, ພຣະອົງກໍກ່າວແກ່ພວກສາວົກຂອງພຣະອົງວ່າ,44“ຈົ່ງຕັ້ງໃຈຟັງສິ່ງທີ່ເຮົາຈະບອກພວກເຈົ້າໃຫ້ດີຄື: ບຸດມະນຸດຈະຖືກມອບໄວ້ໃນມືຂອງມະນຸດ”.45ແຕ່ພວກເພິ່ນບໍ່ເຂົ້າໃຈຖ້ອຍຄຳເຫລົ່ານີ້. ເພາະຖ້ອຍຄຳນີ້ຖືກປິດບັງໄວ້ຈາກພວກເພິ່ນ ເພື່ອວ່າພວກເພິ່ນຈະບໍ່ເຂົ້າໃຈ ແລະ ພວກເພິ່ນກໍຢ້ານທີ່ຈະຖາມພຣະອົງເຖິງເລື່ອງນີ້.
ຜູ້ໃດຈະເປັນໃຫຍ່ກວ່າໝູ່?
46ການໂຕ້ຖຽງກັນໄດ້ເລີ່ມຂຶ້ນໃນທ່າມກາງພວກສາວົກວ່າຜູ້ໃດໃນພວກເພິ່ນຈະເປັນຜູ້ໃຫຍ່ທີ່ສຸດ.47ພຣະເຢຊູເຈົ້າຮູ້ຄວາມຄິດໃນໃຈຂອງພວກເພິ່ນ, ຈຶ່ງເອົາເດັກນ້ອຍຄົນໜຶ່ງມາຢືນຢູ່ທາງຂ້າງພຣະອົງ48ແລ້ວພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ຜູ້ໃດກໍຕາມທີ່ຕ້ອນຮັບເດັກນ້ອຍນີ້ໃນນາມຂອງເຮົາກໍຕ້ອນຮັບເຮົາ ແລະ ຜູ້ທີ່ຕ້ອນຮັບເຮົາກໍຕ້ອນຮັບພຣະອົງຜູ້ໃຊ້ເຮົາມາ ເພາະວ່າຜູ້ເລັກນ້ອຍທີ່ສຸດໃນພວກເຈົ້າທັງໝົດຄືຜູ້ຍິ່ງໃຫຍ່ທີ່ສຸດ”.49ແລ້ວໂຢຮັນເວົ້າວ່າ, “ນາຍເອີຍ ພວກຂ້ານ້ອຍເຫັນຊາຍຄົນໜຶ່ງຂັບໄລ່ພວກຜີມານຮ້າຍອອກໄດ້ໃນນາມຂອງທ່ານ ແລະ ພວກຂ້ານ້ອຍຈຶ່ງຫ້າມລາວເພາະລາວບໍ່ໄດ້ຢູ່ໃນກຸ່ມຂອງພວກເຮົາ”.50ພຣະເຢຊູເຈົ້າກ່າວວ່າ, “ຢ່າຫ້າມລາວເລີຍ, ເພາະຜູ້ໃດກໍຕາມທີ່ບໍ່ຕໍ່ສູ້ພວກທ່ານກໍເປັນຝ່າຍພວກທ່ານແລ້ວ”.ຊາວຊາມາເຣຍຕໍ່ຕ້ານພຣະເຢຊູເຈົ້າ
51ເມື່ອໃກ້ເຖິງເວລາທີ່ພຣະອົງຈະຖືກຮັບຂຶ້ນສູ່ສະຫວັນແລ້ວ, ພຣະເຢຊູເຈົ້າຕັ້ງໃຈຈະໄປທີ່ເຢຣູຊາເລັມ52ແລະ ພຣະອົງໄດ້ສົ່ງຜູ້ຮັບໃຊ້ລ່ວງໜ້າໄປກ່ອນ, ພວກເພິ່ນໄດ້ເຂົ້າໄປໃນບ້ານແຫ່ງໜຶ່ງຂອງຊາວຊາມາເຣຍ ເພື່ອຕຽມທຸກສິ່ງໄວ້ສຳລັບພຣະອົງ,53ແຕ່ປະຊາຊົນຢູ່ທີ່ນັ້ນບໍ່ຕ້ອນຮັບພຣະອົງ ເພາະພຣະອົງມຸ່ງໜ້າໄປທີ່ເຢຣູຊາເລັມ.54ເມື່ອສາວົກຂອງພຣະອົງ ຢາໂກໂບ ແລະ ໂຢຮັນເຫັນຢ່າງນັ້ນພວກເພິ່ນກໍຖາມວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງຢາກໃຫ້ພວກຂ້ານ້ອຍສັ່ງໄຟຈາກສະຫວັນລົງມາທຳລາຍພວກເຂົາ ບໍ?”55ແຕ່ພຣະເຢຊູເຈົ້າຫັນໜ້າມາກ່າວຕຳໜິພວກເພິ່ນ.56ແລ້ວ ພຣະອົງ ແລະ ພວກສາວົກຂອງພຣະອົງກໍໄປຍັງບ້ານອື່ນ.ຄຸນຄ່າຂອງການຕິດຕາມພຣະເຢຊູເຈົ້າ
57ຂະນະທີ່ພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງຍ່າງໄປຕາມທາງ, ກໍໄດ້ມີຊາຍຄົນໜຶ່ງເວົ້າກັບພຣະອົງວ່າ, “ຂ້ານ້ອຍຈະຕິດຕາມພຣະອົງບໍ່ວ່າພຣະອົງຈະໄປບ່ອນໃດ”.58ພຣະເຢຊູເຈົ້າຕອບວ່າ, “ໝາຈິ້ງຈອກກໍຍັງມີໂຜ້ງນອນ ແລະ ນົກກໍຍັງມີຮັງ, ແຕ່ບຸດມະນຸດບໍ່ມີບ່ອນທີ່ຈະວາງຫົວລົງ”.59ພຣະອົງກ່າວແກ່ຊາຍຄົນໜຶ່ງອີກວ່າ, “ຈົ່ງຕາມເຮົາມາ”.ແຕ່ລາວຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍໃຫ້ຂ້ານ້ອຍໄປຝັງສົບພໍ່ຂອງຂ້ານ້ອຍກ່ອນ”.60ພຣະເຢຊູເຈົ້າກ່າວກັບລາວວ່າ, “ຈົ່ງປ່ອຍໃຫ້ຄົນຕາຍຝັງກັນເອງສາ, ສ່ວນເຈົ້າຈົ່ງໄປປະກາດອານາຈັກຂອງພຣະເຈົ້າ”.61ມີຄົນອື່ນອີກໄດ້ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍຈະຕິດຕາມພຣະອົງໄປ ແຕ່ຂໍໃຫ້ຂ້ານ້ອຍກັບເມືອສັ່ງລາຄອບຄົວຂອງຂ້ານ້ອຍກ່ອນ”.62ພຣະເຢຊູເຈົ້າຕອບລາວວ່າ, “ຜູ້ໃດທີ່ເອົາມືຈັບງ້ອນໄຖແລ້ວຍັງຫລຽວຄືນຫລັງ ຜູ້ນັ້ນກໍບໍ່ສົມກັບການຮັບໃຊ້ໃນອານາຈັກຂອງພຣະເຈົ້າ”.
Biblica, Inc.