ລູກາ10
ພຣະເຢຊູເຈົ້າໃຊ້ເຈັດສິບສອງຄົນອອກໄປ
1ຕໍ່ມາອົງພຣະຜູ້ເປັນເຈົ້າແຕ່ງຕັ້ງອີກເຈັດສິບສອງຄົນ ແລະ ສົ່ງພວກເພິ່ນອອກໄປເປັນຄູ່ລ່ວງໜ້າພຣະອົງໄປຍັງທຸກເມືອງ ແລະ ທຸກບ່ອນທີ່ພຣະອົງກຳລັງຈະໄປ.2ພຣະອົງກ່າວກັບພວກເພິ່ນວ່າ, “ການເກັບກ່ຽວກໍມີຫລາຍ, ແຕ່ຄົນງານກໍຍັງມີໜ້ອຍຢູ່. ເຫດສະນັ້ນ, ຈົ່ງຂໍອົງພຣະຜູ້ເປັນເຈົ້າແຫ່ງການເກັບກ່ຽວ, ເພື່ອໃຫ້ສົ່ງຄົນງານມາໃນທົ່ງນາແຫ່ງການເກັບກ່ຽວຂອງພຣະອົງ.3ຈົ່ງໄປ! ເຮົາກຳລັງໃຊ້ພວກເຈົ້າອອກໄປເໝືອນດັ່ງລູກແກະຢູ່ໃນທ່າມກາງຝູງໝາໄນ.4ຢ່າຖືຖົງເງິນ ຫລື ຖົງເຄື່ອງ ຫລື ເກີບໄປນຳ ແລະ ຢ່າແວ່ທັກທາຍຜູ້ໃດຕາມທາງ.5“ເມື່ອພວກເຈົ້າເຂົ້າໄປໃນເຮືອນຫລັງໃດກໍຕາມ ກ່ອນອື່ນໃຫ້ກ່າວວ່າ, ‘ສັນຕິສຸກຈົ່ງມີແກ່ເຮືອນຫລັງນີ້’.6ຖ້າມີຄົນຮັກສັນຕິສຸກຢູ່ໃນເຮືອນນັ້ນ, ສັນຕິສຸກຂອງພວກເຈົ້າກໍຈະຢູ່ກັບພວກເຂົາ, ຖ້າບໍ່ເປັນຢ່າງນັ້ນ ສັນຕິສຸກກໍຈະກັບຄືນມາຫາພວກເຈົ້າ.7ຈົ່ງພັກຢູ່ທີ່ເຮືອນນັ້ນ, ກິນ ແລະ ດື່ມຕາມທີ່ພວກເຂົາຈັດມາໃຫ້ພວກເຈົ້າ, ເພາະຄົນງານກໍສົມຄວນໄດ້ຮັບຄ່າຈ້າງຂອງຕົນ. ຢ່າຍ້າຍຈາກເຮືອນນີ້ໄປສູ່ເຮືອນອື່ນ.8“ເມື່ອພວກເຈົ້າຈະເຂົ້າໄປໃນເມືອງໃດກໍຕາມ ແລະ ໄດ້ຮັບການຕ້ອນຮັບ, ຈົ່ງກິນຕາມທີ່ພວກເຂົາຈັດຫາໃຫ້ພວກເຈົ້າ.9ຈົ່ງຮັກສາຄົນເຈັບປ່ວຍຢູ່ໃນເມືອງນັ້ນ ແລະ ບອກພວກເຂົາວ່າ, ‘ອານາຈັກຂອງພຣະເຈົ້າໄດ້ມາໃກ້ພວກເຈົ້າແລ້ວ’.10ແຕ່ເມື່ອພວກເຈົ້າເຂົ້າໄປໃນເມືອງໜຶ່ງ ແລະ ບໍ່ໄດ້ຮັບການຕ້ອນຮັບ, ຈົ່ງອອກໄປທີ່ກາງຖະໜົນຂອງເມືອງນັ້ນ ແລະ ເວົ້າວ່າ,11‘ແມ່ນແຕ່ຂີ້ຝຸ່ນຂອງເມືອງນີ້ທີ່ຕິດຕີນຂອງພວກເຮົາ ພວກເຮົາກໍຈະເຊັດອອກເພື່ອເປັນການເຕືອນພວກເຈົ້າ. ແຕ່ຈົ່ງຈຳໄວ້ໃນຂໍ້ນີ້ວ່າ: ອານາຈັກຂອງພຣະເຈົ້າໄດ້ມາໃກ້ແລ້ວ’.12ເຮົາບອກພວກເຈົ້າວ່າ, ໃນວັນນັ້ນໂທດຂອງເມືອງໂຊໂດມ ກໍຈະເບົາກວ່າໂທດຂອງເມືອງນີ້.13“ວິບັດແກ່ເຈົ້າ ເມືອງໂຂຣາຊິນ! ວິບັດແກ່ເຈົ້າ ເມືອງເບັດຊາອີດາ! ເພາະຖ້າການອັດສະຈັນທີ່ສະແດງໃນພວກເຈົ້າໄດ້ຖືກສະແດງທີ່ເມືອງຕີເຣ ແລະ ເມືອງຊີໂດນແລ້ວ, ພວກເຂົາກໍຄົງຖິ້ມໃຈເກົ່າເອົາໃຈໃໝ່ແຕ່ດົນ ແລະ ນຸ່ງຜ້າກະສອບເຂົ້າ ແລ້ວນັ່ງເທິງຂີ້ເຖົ່າ.14ແຕ່ໃນວັນພິພາກສານັ້ນ ໂທດຂອງເມືອງຕີເຣ ແລະ ເມືອງຊີໂດນຈະເບົາກວ່າໂທດຂອງພວກເຈົ້າ.15ສ່ວນເຈົ້າ ເມືອງກາເປນາອູມ, ເຈົ້າຈະຖືກຍົກຂຶ້ນສູງພຽງຟ້າສະຫວັນບໍ? ບໍ່ເລີຍ ເຈົ້າຈະຕ້ອງລົງໄປນະລົກ. 16“ຜູ້ໃດກໍຕາມທີ່ຟັງພວກເຈົ້າກໍໄດ້ຟັງເຮົາ, ຜູ້ໃດທີ່ບໍ່ຍອມຮັບພວກເຈົ້າກໍບໍ່ຍອມຮັບເຮົາ, ຜູ້ໃດທີ່ບໍ່ຍອມຮັບເຮົາກໍບໍ່ຍອມຮັບພຣະອົງຜູ້ໃຊ້ເຮົາມາ”.17ພວກເຈັດສິບສອງຄົນນັ້ນກໍກັບມາດ້ວຍຄວາມຊື່ນຊົມຍິນດີ ແລະ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ແມ່ນແຕ່ພວກຜີມານຮ້າຍກໍຍອມຟັງພວກຂ້ານ້ອຍ ເມື່ອພວກຂ້ານ້ອຍສັ່ງມັນໃນນາມຂອງພຣະອົງ”.18ພຣະເຢຊູເຈົ້າຕອບວ່າ, “ເຮົາໄດ້ເຫັນມານຊາຕານຕົກລົງຈາກສະຫວັນເໝືອນດັ່ງຟ້າແມບ.19ເຮົາໄດ້ໃຫ້ສິດອຳນາດແກ່ພວກເຈົ້າທີ່ຈະຢຽບງູ ແລະ ແມງງອດ ແລະ ໃຫ້ມີໄຊຊະນະເໜືອອຳນາດທັງໝົດຂອງສັດຕູ ແລະ ບໍ່ມີສິ່ງໃດຈະເຮັດອັນຕະລາຍແກ່ພວກເຈົ້າໄດ້.20ແຕ່ຢ່າຍິນດີທີ່ວິນຍານຕ່າງໆຍອມຟັງພວກເຈົ້າ, ແຕ່ຈົ່ງຍິນດີ ເພາະຊື່ຂອງພວກເຈົ້າຖືກຈົດໄວ້ແລ້ວໃນສະຫວັນ”.21ໃນເວລານັ້ນ ພຣະເຢຊູເຈົ້າເຕັມລົ້ນດ້ວຍຄວາມຊື່ນຊົມຍິນດີໂດຍທາງພຣະວິນຍານບໍລິສຸດເຈົ້າ ແລະ ຈຶ່ງກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າແຫ່ງສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍຂໍສັນລະເສີນພຣະອົງ ເພາະພຣະອົງໄດ້ປິດບັງສິ່ງເຫລົ່ານີ້ໄວ້ຈາກຄົນສະຫລາດ ແລະ ນັກຮຽນຮູ້, ແຕ່ໄດ້ເປີດເຜີຍໃຫ້ແກ່ບັນດາເດັກນ້ອຍ. ພຣະບິດາເຈົ້າເອີຍ, ແມ່ນແລ້ວ ເພາະນີ້ຄືສິ່ງທີ່ພຣະອົງຍິນດີຈະເຮັດ.22“ພຣະບິດາເຈົ້າຂອງເຮົາມອບທຸກສິ່ງໃຫ້ແກ່ເຮົາ. ບໍ່ມີຜູ້ໃດຮູ້ຈັກວ່າພຣະບຸດເປັນຜູ້ໃດນອກຈາກພຣະບິດາເຈົ້າ ແລະ ບໍ່ມີຜູ້ໃດຮູ້ຈັກວ່າພຣະບິດາເຈົ້າເປັນຜູ້ໃດນອກຈາກພຣະບຸດ ແລະ ບັນດາຜູ້ທີ່ພຣະບຸດໄດ້ເລືອກທີ່ຈະເປີດເຜີຍພຣະອົງແກ່ພວກເຂົາ”.23ຫລັງຈາກນັ້ນ ພຣະອົງຫັນໄປຫາພວກສາວົກ ແລະ ກ່າວກັບພວກເພິ່ນເປັນການສ່ວນໂຕວ່າ, “ພຣະພອນມີແກ່ຕາທັງຫລາຍທີ່ໄດ້ເຫັນສິ່ງທີ່ພວກເຈົ້າເຫັນ.24ເຮົາບອກພວກເຈົ້າວ່າ, ບັນດາຜູ້ທຳນວາຍ ແລະ ກະສັດທັງຫລາຍຢາກຈະເຫັນສິ່ງທີ່ພວກເຈົ້າເຫັນ ແຕ່ກໍບໍ່ໄດ້ເຫັນ, ແລະ ຢາກໄດ້ຍິນສິ່ງທີ່ພວກເຈົ້າໄດ້ຍິນ ແຕ່ກໍບໍ່ໄດ້ຍິນ”.ຄຳອຸປະມາເລື່ອງຊາວຊາມາເຣຍຜູ້ໃຈດີ
25ຄັ້ງໜຶ່ງ ມີຜູ້ຊຳນານດ້ານກົດບັນຍັດຄົນໜຶ່ງໄດ້ຢືນຂຶ້ນທົດລອງພຣະເຢຊູເຈົ້າໂດຍຖາມວ່າ, “ອາຈານເອີຍ ຂ້ານ້ອຍຈະຕ້ອງເຮັດຢ່າງໃດຈຶ່ງຈະໄດ້ຊີວິດນິລັນດອນເປັນມໍລະດົກ?”26ພຣະອົງຈຶ່ງຕອບວ່າ, “ກົດບັນຍັດມີຂຽນໄວ້ວ່າຢ່າງໃດ? ເມື່ອທ່ານອ່ານແລ້ວເຂົ້າໃຈວ່າຢ່າງໃດ?”27ລາວຕອບວ່າ, “ ‘ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າດ້ວຍສຸດໃຈ ແລະ ດ້ວຍສຸດຈິດ ແລະ ດ້ວຍສຸດກຳລັງ ແລະ ດ້ວຍສຸດຄວາມຄິດຂອງເຈົ້າ’ ແລະ ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ’ ”.28ພຣະເຢຊູເຈົ້າຕອບວ່າ, “ທ່ານຕອບຖືກແລ້ວ ຈົ່ງປະຕິບັດຕາມນີ້ແລ້ວທ່ານຈະໄດ້ຊີວິດ”.29ແຕ່ຄົນນັ້ນຢາກສະແດງຕົນວ່າເປັນຄົນມີສິນທຳ, ລາວຈຶ່ງຖາມພຣະເຢຊູເຈົ້າວ່າ, “ແລ້ວແມ່ນຜູ້ໃດເປັນເພື່ອນບ້ານຂອງຂ້ານ້ອຍ?”30ພຣະເຢຊູເຈົ້າຕອບວ່າ: “ມີຊາຍຄົນໜຶ່ງຈາກເຢຣູຊາເລັມລົງໄປສູ່ເມືອງເຢຣິໂກ, ເມື່ອລາວຖືກໂຈມຕີໂດຍພວກນັກປຸ້ນ. ພວກເຂົາໄດ້ແກ້ເອົາເຄື່ອງນຸ່ງຂອງລາວອອກ, ຕີລາວຈົນເກືອບຕາຍແລ້ວກໍຈາກໄປ, ປະຖິ້ມລາວໄວ້.31ມີປະໂລຫິດຄົນໜຶ່ງບັງເອີນໄດ້ລົງໄປທາງດຽວກັນນັ້ນ ແລະ ເມື່ອລາວໄດ້ເຫັນຊາຍຄົນນັ້ນລາວກໍຫລີກໄປອີກຟາກອື່ນ.32ມີຊາວເລວີຄົນໜຶ່ງກໍເຮັດເໝືອນກັນ ເມື່ອມາເຖິງບ່ອນນັ້ນ ແລະ ເຫັນຊາຍຄົນນັ້ນລາວກໍຍ່າງຫລີກໄປອີກຟາກອື່ນ.33ແຕ່ມີຊາວຊາມາເຣຍຄົນໜຶ່ງເດີນທາງມາເຖິງບ່ອນທີ່ຊາຍຄົນນັ້ນຢູ່, ເມື່ອຊາວຊາມາເຣຍຄົນນັ້ນເຫັນລາວແລ້ວກໍສົງສານລາວ.34ຊາວຊາມາເຣຍຄົນນັ້ນກໍເຂົ້າໄປຫາລາວ ແລ້ວເອົາເຫລົ້າອະງຸ່ນກັບນ້ຳມັນຖອກໃສ່ບາດແຜນັ້ນ ແລະ ເອົາຜ້າພັນບາດໃຫ້ ແລ້ວກໍໂຈມຊາຍຄົນນັ້ນຂຶ້ນຂີ່ລໍຂອງຕົນ, ພາລາວໄປທີ່ໂຮງແຮມ ແລະ ເບິ່ງແຍງລາວ.35ມື້ຕໍ່ມາລາວໄດ້ມອບເງິນສອງຫລຽນເດນາຣິອົນໃຫ້ເຈົ້າຂອງໂຮງແຮມພ້ອມກັບບອກວ່າ, ‘ຈົ່ງຊ່ວຍເບິ່ງແຍງຊາຍຄົນນີ້ໃຫ້ດີ ແລະ ເມື່ອຂ້ອຍກັບມາ ຖ້າມີສ່ວນເກີນຂ້ອຍຈະຈ່າຍຄືນໃຫ້’.36“ໃນສາມຄົນນີ້ ທ່ານຄິດວ່າຜູ້ໃດທີ່ເປັນເພື່ອນບ້ານຂອງຊາຍທີ່ຖືກພວກໂຈນປຸ້ນນັ້ນ?”37ຜູ້ຊຳນານດ້ານກົດບັນຍັດຄົນນັ້ນຕອບວ່າ, “ແມ່ນຜູ້ທີ່ໄດ້ສະແດງຄວາມເມດຕາຕໍ່ລາວ”.ພຣະເຢຊູເຈົ້າກ່າວກັບລາວວ່າ, “ທ່ານຈົ່ງໄປເຮັດຢ່າງນັ້ນເໝືອນກັນ”.
ທີ່ເຮືອນຂອງມາທາ ແລະ ມາຣີ
38ໃນຂະນະທີ່ພຣະເຢຊູເຈົ້າເດີນທາງໄປກັບພວກສາວົກຂອງພຣະອົງ, ພຣະອົງກໍມາເຖິງບ້ານແຫ່ງໜຶ່ງ ທີ່ນັ້ນມີຍິງຄົນໜຶ່ງຊື່ວ່າມາທາ ນາງໄດ້ເປີດບ້ານຂອງຕົນຕ້ອນຮັບພຣະອົງ.39ມາທາມີນ້ອງສາວຄົນໜຶ່ງຊື່ວ່າມາຣີ ຜູ້ທີ່ນັ່ງຢູ່ໃກ້ຕີນຂອງອົງພຣະຜູ້ເປັນເຈົ້າ ແລະ ຟັງຖ້ອຍຄຳຂອງພຣະອົງ.40ຝ່າຍມາທານັ້ນວຸ້ນວາຍຢູ່ກັບການຈັດຕຽມສິ່ງຕ່າງໆທີ່ຕ້ອງເຮັດ. ດັ່ງນັ້ນ ນາງຈຶ່ງມາຫາພຣະອົງ ແລະ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງບໍ່ສົນໃຈແດ່ບໍທີ່ນ້ອງສາວຂອງຂ້ານ້ອຍປະໃຫ້ຂ້ານ້ອຍເຮັດວຽກຢູ່ຄົນດຽວ, ບອກໃຫ້ນາງມາຊ່ວຍຂ້ານ້ອຍແດ່!”41ອົງພຣະຜູ້ເປັນເຈົ້າຕອບວ່າ, “ມາທາ ມາທາເອີຍ, ເຈົ້າກັງວົນ ແລະ ວຸ້ນວາຍນຳຫລາຍສິ່ງແທ້ນໍ,42ແຕ່ມີພຽງສິ່ງດຽວເທົ່ານັ້ນທີ່ຈຳເປັນ. ມາຣີໄດ້ເລືອກສິ່ງທີ່ດີກວ່າ ແລະ ບໍ່ມີຜູ້ໃດຈະເອົາສິ່ງນັ້ນໄປຈາກນາງໄດ້”.Biblica, Inc.