ລູກາ8
ຄຳອຸປະມາເລື່ອງຜູ້ຫວ່ານ
1ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ເດີນທາງໄປຕາມເມືອງ ແລະ ບ້ານຕ່າງໆ, ໄດ້ປະກາດຂ່າວປະເສີດເລື່ອງອານາຈັກຂອງພຣະເຈົ້າ. ສາວົກທັງສິບສອງຄົນກໍໄປກັບພຣະອົງ2ພ້ອມກັບບັນດາແມ່ຍິງທີ່ພຣະອົງໄດ້ຮັກສາໃຫ້ພົ້ນຈາກວິນຍານຊົ່ວຮ້າຍ ແລະ ຫາຍດີຈາກພະຍາດຕ່າງໆຄື: ມາຣີ (ຜູ້ທີ່ເອີ້ນວ່າຊາວມັກດາລາ) ຜູ້ທີ່ພຣະອົງຂັບໄລ່ວິນຍານຊົ່ວຮ້າຍເຈັດໂຕອອກຈາກນາງ,3ໂຢຮັນນາເມຍຂອງຈູຊາ ຜູ້ທີ່ເປັນຜູ້ຈັດການດູແລໃນເຮືອນຂອງເຮໂຣດ, ນາງຊູຊັນນາ ແລະ ແມ່ຍິງຄົນອື່ນໆອີກຫລາຍຄົນ. ແມ່ຍິງເຫລົ່ານີ້ເຄີຍບົວລະບັດພວກເພິ່ນດ້ວຍຊັບສິນຂອງຕົນເອງ.4ໃນຂະນະທີ່ປະຊາຊົນຈຳນວນຫລວງຫລາຍມາເຕົ້າໂຮມກັນຢູ່ ແລະ ປະຊາຊົນຈາກເມືອງນັ້ນເມືອງນີ້ກຳລັງພາກັນມາຫາພຣະເຢຊູເຈົ້າ, ພຣະອົງກ່າວຄຳອຸປະມານີ້ວ່າ:5“ຊາວນາຄົນໜຶ່ງອອກໄປຫວ່ານເມັດພືດ. ຂະນະທີ່ລາວກຳລັງຫວ່ານເມັດພືດຢູ່ນັ້ນ ບາງເມັດກໍຕົກຕາມທາງ ແລ້ວເມັດພືດນັ້ນກໍຖືກຢຽບຢໍ່າ ແລະ ຝູງນົກກໍມາສັບກິນເມັດພືດນັ້ນຈົນໝົດ.6ບາງເມັດກໍຕົກໃສ່ພື້ນດິນທີ່ມີຫີນ ເມື່ອມັນງອກຂຶ້ນມາກໍຫ່ຽວແຫ້ງໄປເພາະຂາດຄວາມຊຸ່ມ.7ບາງເມັດກໍຕົກໃສ່ທ່າມກາງຟຸ່ມໜາມ ເຊິ່ງຕົ້ນໜາມເຫລົ່ານີ້ກໍໃຫຍ່ຂຶ້ນ ແລະ ຫຸ້ມຮັດພືດເຫລົ່ານັ້ນ.8ຍັງມີບາງເມັດທີ່ຕົກໃສ່ດິນດີ. ພືດກໍງອກຂຶ້ນມາແລ້ວກໍເກີດຜົນຫລາຍກວ່າທີ່ໄດ້ຫວ່ານຮ້ອຍເທົ່າ”.ເມື່ອພຣະອົງກ່າວດັ່ງນີ້ແລ້ວກໍຮ້ອງຂຶ້ນວ່າ, “ຜູ້ໃດມີຫູ, ກໍຈົ່ງຟັງເອົາ”.9ແລ້ວພວກສາວົກກໍຖາມພຣະອົງເຖິງຄວາມໝາຍຂອງຄຳອຸປະມານີ້.10ພຣະອົງກ່າວວ່າ, “ສິ່ງເລິກລັບເລື່ອງອານາຈັກຂອງພຣະເຈົ້າກໍໃຫ້ພວກເຈົ້າຮູ້ ແຕ່ສຳລັບຄົນອື່ນນັ້ນເຮົາໄດ້ກ່າວເປັນຄຳອຸປະມາ ເພື່ອວ່າ,“ ‘ເຖິງແມ່ນວ່າພວກເຂົາເບິ່ງ, ພວກເຂົາກໍບໍ່ເຫັນເຖິງແມ່ນວ່າພວກເຂົາຟັງ, ພວກເຂົາກໍບໍ່ເຂົ້າໃຈ’. 11“ຄວາມໝາຍຂອງຄຳອຸປະມາກໍຄື ເມັດພືດທີ່ຫວ່ານນັ້ນແມ່ນພຣະຄຳຂອງພຣະເຈົ້າ,12ເມັດພືດທີ່ຕົກໃສ່ຕາມທາງຄືຜູ້ທີ່ໄດ້ຍິນ ແລ້ວມານຮ້າຍກໍມາເອົາພຣະຄຳໄປຈາກໃຈຂອງພວກເຂົາ ເພື່ອບໍ່ໃຫ້ພວກເຂົາເຊື່ອ ແລະ ໄດ້ພົ້ນ.13ເມັດພືດທີ່ຕົກໃສ່ເທິງພື້ນຫີນຄືຜູ້ທີ່ໄດ້ຍິນ ແລ້ວຮັບເອົາພຣະຄຳດ້ວຍຄວາມຍິນດີ, ແຕ່ພວກເຂົາບໍ່ມີຮາກ. ພວກເຂົາເຊື່ອຢູ່ພຽງຊົ່ວໄລຍະໜຶ່ງ, ແຕ່ເມື່ອພວກເຂົາຖືກທົດລອງພວກເຂົາກໍລົ້ມເລີກໄປ.14ເມັດພືດທີ່ຕົກກາງຟຸ່ມໜາມຄືຜູ້ທີ່ໄດ້ຍິນ ແຕ່ໃນຂະນະທີ່ພວກເຂົາດຳເນີນຊີວິດໄປຕາມທາງຂອງພວກເຂົາເອງນັ້ນ ພວກເຂົາກໍຖືກຄວາມກັງວົນໃນຊີວິດ, ຄວາມຮັ່ງມີ ແລະ ຄວາມສະໜຸກສະໜານເຂົ້າມາຫຸ້ມຮັດພວກເຂົາໄວ້ ພວກເຂົາຈຶ່ງບໍ່ເປັນຜູ້ໃຫຍ່.15ສ່ວນເມັດພືດທີ່ຕົກໃສ່ດິນດີນັ້ນຄືບັນດາຜູ້ທີ່ມີຈິດໃຈດີ ແລະ ສູງສົ່ງ, ຜູ້ທີ່ໄດ້ຍິນພຣະຄຳແລ້ວຮັບໄວ້ ແລະ ດ້ວຍຄວາມອົດທົນຈຶ່ງເກີດຜົນໄດ້.
ຄຳອຸປະມາເລື່ອງຕະກຽງເທິງຫລັກຕະກຽງ
16“ບໍ່ມີຜູ້ໃດເມື່ອໄຕ້ຕະກຽງແລ້ວຈະເອົາເຂົ້າໄວ້ໃນໄຫ ຫລື ວາງໄວ້ກ້ອງຕຽງນອນ. ແຕ່ຈະຕັ້ງໄວ້ເທິງຫລັກຕະກຽງເພື່ອວ່າຄົນທັງຫລາຍທີ່ເຂົ້າມາຈະໄດ້ເຫັນແສງສະຫວ່າງ.17ເພາະບໍ່ມີສິ່ງໃດທີ່ເຊື່ອງໄວ້ແລ້ວຈະບໍ່ຖືກເປີດເຜີຍ ແລະ ບໍ່ມີສິ່ງໃດທີ່ປິດບັງໄວ້ແລ້ວຈະບໍ່ຮູ້ ຫລື ບໍ່ຖືກນຳອອກມາເປີດເຜີຍ.18ເຫດສະນັ້ນ ຈົ່ງພິຈາລະນາສິ່ງທີ່ພວກເຈົ້າໄດ້ຟັງໃຫ້ດີ. ດ້ວຍວ່າຜູ້ໃດທີ່ມີຢູ່ແລ້ວກໍຈະໄດ້ຮັບເພີ່ມຂຶ້ນອີກ; ສ່ວນຜູ້ທີ່ບໍ່ມີ ແມ່ນແຕ່ສິ່ງທີ່ພວກເຂົາຄິດວ່າພວກເຂົາມີຢູ່ນັ້ນກໍຈະຖືກເອົາໄປຈາກພວກເຂົາ”.ແມ່ ແລະ ພວກນ້ອງຊາຍຂອງພຣະເຢຊູເຈົ້າ
19ໃນຂະນະນັ້ນ ແມ່ ແລະ ພວກນ້ອງຊາຍຂອງພຣະເຢຊູເຈົ້າໄດ້ມາຫາພຣະອົງ, ແຕ່ບໍ່ສາມາດເຂົ້າໃກ້ພຣະອົງໄດ້ເພາະຄົນໜາແໜ້ນຫລາຍ.20ມີບາງຄົນໄດ້ບອກພຣະອົງວ່າ, “ແມ່ ແລະ ພວກນ້ອງຊາຍຂອງທ່ານຢືນຢູ່ທາງນອກຕ້ອງການພົບທ່ານ”.21ພຣະອົງຕອບວ່າ, “ແມ່ ແລະ ພວກນ້ອງຊາຍຂອງເຮົາຄືບັນດາຜູ້ທີ່ໄດ້ຍິນພຣະຄຳຂອງພຣະເຈົ້າ ແລະ ນຳໄປປະຕິບັດ”.ພຣະເຢຊູເຈົ້າຫ້າມລົມພະຍຸ
22ວັນໜຶ່ງພຣະເຢຊູເຈົ້າກ່າວກັບພວກສາວົກຂອງພຣະອົງວ່າ, “ໃຫ້ພວກເຮົາຂ້າມທະເລສາບໄປອີກຟາກໜຶ່ງເທາະ”. ດັ່ງນັ້ນ ພວກເພິ່ນຈຶ່ງພາກັນຂີ່ເຮືອອອກໄປ.23ໃນຂະນະທີ່ພວກເພິ່ນຂີ່ເຮືອຂ້າມໄປນັ້ນ ພຣະເຢຊູເຈົ້າໄດ້ນອນຫລັບ. ເກີດມີລົມພະຍຸຮຸນແຮງພັດລົງມາກາງທະເລສາບ ຈົນຄື້ນນໍ້າຊັດເຂົ້າເຮືອ ແລະ ພວກເພິ່ນກໍຕົກຢູ່ໃນອັນຕະລາຍຢ່າງໃຫຍ່.24ພວກສາວົກຈຶ່ງໄປຫາ ແລະ ປຸກພຣະອົງ ໂດຍເວົ້າວ່າ, “ນາຍ, ນາຍເອີຍ, ພວກຂ້ານ້ອຍກຳລັງຈະຈົມນ້ຳແລ້ວ!”ພຣະອົງກໍລຸກຂຶ້ນສັ່ງຫ້າມລົມພະຍຸ ແລະ ຄື້ນທະເລ, ລົມພະຍຸກໍຢຸດສະຫງົບລົງທັນທີ ແລະ ທຸກຢ່າງກໍມິດງຽບສະຫງົບ.25ພຣະອົງຖາມພວກສາວົກຂອງພຣະອົງວ່າ, “ຄວາມເຊື່ອຂອງພວກເຈົ້າຢູ່ໃສ?”
ພວກເພິ່ນຢ້ານ ແລະ ປະຫລາດໃຈຈຶ່ງຖາມກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດນໍ? ແມ່ນແຕ່ລົມພະຍຸ ແລະ ຄື້ນທະເລກໍຍັງຍອມເຊື່ອຟັງຄຳສັ່ງຂອງເພິ່ນ”.
ພຣະເຢຊູເຈົ້າຮັກສາຊາຍທີ່ຖືກຜີມານຮ້າຍເຂົ້າສິງ
26ເມື່ອພວກເພິ່ນຂີ່ເຮືອມາເຖິງເຂດແດນເຄຣາເຊນ, ເຊິ່ງຢູ່ຄົນລະຟາກກັບຄາລີເລ.27ເມື່ອພຣະເຢຊູເຈົ້າກ້າວຂຶ້ນໄປເທິງຝັ່ງ, ພຣະອົງກໍພົບຊາຍຄົນໜຶ່ງຈາກເມືອງນັ້ນທີ່ຖືກຜີມານຮ້າຍຫລາຍໂຕເຂົ້າສິງຢູ່. ເປັນເວລາດົນນານແລ້ວທີ່ຊາຍຄົນນີ້ບໍ່ໄດ້ນຸ່ງເຄື່ອງ ແລະ ບໍ່ໄດ້ຢູ່ໃນເຮືອນ ແຕ່ອາໄສຢູ່ຕາມອຸບມຸງຝັງສົບ.28ເມື່ອລາວເຫັນພຣະເຢຊູເຈົ້າ, ລາວກໍຮ້ອງຂຶ້ນ ແລະ ໝອບລົງທີ່ຕີນຂອງພຣະອົງແລ້ວຮ້ອງສຸດສຽງວ່າ, “ພຣະເຢຊູເຈົ້າ ພຣະບຸດຂອງພຣະເຈົ້າອົງສູງສຸດ, ພຣະອົງຕ້ອງການສິ່ງໃດຈາກຂ້ານ້ອຍ? ຂໍຢ່າທໍລະມານຂ້ານ້ອຍເລີຍ!”29ເພາະວ່າພຣະເຢຊູເຈົ້າໄດ້ສັ່ງວິນຍານສົກກະປົກໃຫ້ອອກມາຈາກຊາຍຄົນນີ້. ວິນຍານສົກກະປົກໄດ້ສິງລາວຫລາຍເທື່ອແລ້ວ ເຖິງວ່າເອົາໂສ້ລ່າມມືລ່າມຕີນຂອງມັນ ແລະ ຈັດຄົນເຝົ້າຍາມ, ມັນກໍຫັກໂສ້ຖິ້ມ ແລະ ຜີມານຮ້າຍໄດ້ບີບບັງຄັບລາວໃຫ້ອອກໄປຢູ່ໃນບ່ອນທີ່ປ່ຽວ.30ພຣະເຢຊູເຈົ້າໄດ້ຖາມມັນວ່າ, “ມຶງຊື່ຫຍັງ?”ມັນຕອບວ່າ, “ຊື່ກອງທັບ,” ເພາະມີຜີມານຮ້າຍຫລາຍໂຕສິງຢູ່ໃນລາວ.31ແລະ ພວກມັນຈຶ່ງອ້ອນວອນຂໍພຣະອົງບໍ່ໃຫ້ສັ່ງພວກມັນກັບໄປໃນເຫວເລິກ.32ຢູ່ທີ່ນັ້ນມີໝູຝູງໃຫຍ່ກຳລັງຫາກິນຢູ່ຕາມເນີນພູ, ພວກຜີມານຮ້າຍຈຶ່ງຂໍຮ້ອງພຣະເຢຊູເຈົ້າອະນຸຍາດໃຫ້ພວກມັນໄປສິງຢູ່ໃນຝູງໝູ ແລະ ພຣະອົງກໍອະນຸຍາດ.33ແລ້ວພວກຜີມານຮ້າຍຈຶ່ງອອກຈາກຊາຍຄົນນັ້ນເຂົ້າໄປສິງໃນໝູ ແລ້ວໝູທັງຝູງກໍຟ້າວແລ່ນລົງຕະລິ່ງຊັນໂຕນລົງທະເລສາບຈົມນ້ຳຕາຍໝົດ.34ເມື່ອບັນດາຄົນລ້ຽງໝູເຫັນສິ່ງທີ່ເກີດຂຶ້ນ, ພວກເຂົາກໍແລ່ນໜີ ແລະ ໄປເລົ່າເລື່ອງນີ້ຢູ່ໃນເມືອງ ແລະ ຢູ່ນອກເມືອງ,35ແລ້ວປະຊາຊົນກໍອອກມາເບິ່ງວ່າເກີດຫຍັງຂຶ້ນ. ເມື່ອພວກເຂົາມາຫາພຣະເຢຊູເຈົ້າກໍພົບວ່າຜີມານຮ້າຍໄດ້ອອກຈາກຊາຍຄົນນັ້ນໄປແລ້ວ, ລາວນັ່ງຢູ່ໃກ້ຕີນຂອງພຣະເຢຊູເຈົ້າ, ນຸ່ງເສື້ອຜ້າ ແລະ ມີສະຕິດີ ພວກເຂົາຈຶ່ງຢ້ານ.36ບັນດາຜູ້ທີ່ໄດ້ເຫັນເຫດການກໍໄດ້ເລົ່າໃຫ້ປະຊາຊົນຟັງວ່າຊາຍທີ່ຖືກຜີມານຮ້າຍສິງໄດ້ຫາຍດີເປັນປົກກະຕິໄດ້ຢ່າງໃດ.37ຊາວເມືອງເຄຣາເຊນ ແລະ ຄົນທັງໝົດຈຶ່ງຂໍຮ້ອງພຣະເຢຊູເຈົ້າໃຫ້ໄປຈາກພວກເຂົາ, ເພາະພວກເຂົາຢ້ານຫລາຍ. ດັ່ງນັ້ນ ພຣະອົງຈຶ່ງເຂົ້າໄປໃນເຮືອ ແລະ ຈາກໄປ.38ຊາຍຄົນທີ່ຜີມານຮ້າຍໄດ້ອອກໄປຈາກລາວແລ້ວນັ້ນໄດ້ຂໍໄປກັບພຣະອົງ, ແຕ່ພຣະເຢຊູເຈົ້າໄດ້ສົ່ງລາວກັບຄືນໄປ ແລະ ສັ່ງວ່າ,39“ຈົ່ງກັບຄືນເຮືອນ ແລະ ບອກສິ່ງທີ່ພຣະເຈົ້າໄດ້ກະທຳເພື່ອເຈົ້າ”. ແລ້ວຊາຍຄົນນັ້ນຈຶ່ງກັບໄປ ແລະ ບອກໃຫ້ຄົນທົ່ວທັງເມືອງຟັງເຖິງສິ່ງທີ່ພຣະເຢຊູເຈົ້າໄດ້ກະທຳເພື່ອລາວ.
ພຣະເຢຊູເຈົ້າເຮັດໃຫ້ເດັກຍິງທີ່ຕາຍແລ້ວຄືນມາ ແລະ ຮັກສາຍິງທີ່ເຈັບປ່ວຍ
40ເມື່ອພຣະເຢຊູເຈົ້າໄດ້ຂ້າມຟາກກັບມາແລ້ວ, ປະຊາຊົນກໍພາກັນຕ້ອນຮັບພຣະອົງເພາະພວກເຂົາກຳລັງຄອຍຖ້າພຣະອົງຢູ່.41ໃນຂະນະນັ້ນ ມີຊາຍຄົນໜຶ່ງຊື່ຢາອີໂຣທີ່ເປັນຫົວໜ້າທຳມະສາລາໄດ້ມາໝູບລົງທີ່ຕີນຂອງພຣະເຢຊູເຈົ້າ ແລະ ອ້ອນວອນຂໍໃຫ້ພຣະອົງໄປທີ່ເຮືອນຂອງຕົນ42ເພາະລູກສາວຄົນດຽວຂອງລາວອາຍຸປະມານສິບສອງປີ ກຳລັງໃກ້ຈະຕາຍ.ຂະນະທີ່ພຣະເຢຊູເຈົ້າກຳລັງເດີນທາງໄປນັ້ນ ກໍມີປະຊາຊົນມາບຸບຽດພຣະອົງໄປຢ່າງໜາແໜ້ນຫລາຍ.43ໃນທີ່ນັ້ນ ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກຊຳເຮື້ອມາໄດ້ສິບສອງປີ ແລ້ວ ແຕ່ບໍ່ມີຄົນໃດສາມາດຮັກສານາງໃຫ້ຫາຍດີໄດ້.44ນາງຈຶ່ງຫຍັບເຂົ້າມາທາງຫລັງພຣະອົງ ແລະ ບາຍຂອບເສື້ອຄຸມຂອງພຣະອົງ, ໃນທັນໃດນັ້ນເລືອດຂອງນາງກໍຢຸດໄຫລທັນທີ.45ພຣະເຢຊູເຈົ້າຖາມວ່າ, “ແມ່ນຜູ້ໃດໄດ້ບາຍເຮົາ?”
ຄົນທັງປວງຕ່າງກໍປະຕິເສດ. ເປໂຕຈຶ່ງຕອບວ່າ, “ນາຍເອີຍ, ກໍແມ່ນປະຊາຊົນທີ່ກຳລັງຫຸ້ມ ແລະ ບຸບຽດທ່ານ”.46ແຕ່ພຣະເຢຊູເຈົ້າກ່າວວ່າ, “ມີຜູ້ໜຶ່ງໄດ້ບາຍເຮົາ, ເຮົາຮູ້ສຶກວ່າລິດເດດໄດ້ຜ່ານອອກຈາກໂຕເຮົາ”.47ຝ່າຍຍິງຄົນນັ້ນເຫັນວ່າບໍ່ອາດຈະເຊື່ອງໂຕໄດ້ແລ້ວ ກໍຢ້ານຈົນໂຕສັ່ນ ແລະ ເຂົ້າມາໝອບລົງທີ່ຕີນຂອງພຣະອົງ. ນາງເວົ້າກັບພຣະອົງຕໍ່ໜ້າຄົນທັງປວງເຖິງສາເຫດທີ່ໄດ້ບາຍພຣະອົງ ແລະ ທີ່ຕົນດີພະຍາດທັນທີ.48ພຣະອົງຈຶ່ງກ່າວກັບນາງວ່າ, “ລູກຍິງ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ. ຈົ່ງກັບໄປດ້ວຍສັນຕິສຸກ”.49ໃນຂະນະທີ່ພຣະເຢຊູເຈົ້າຍັງກ່າວຢູ່ນັ້ນ ກໍມີຄົນມາຈາກເຮືອນຂອງຢາອີໂຣ ຫົວໜ້າທຳມະສາລາ. ລາວບອກວ່າ, “ລູກສາວຂອງທ່ານຕາຍແລ້ວ. ຢ່າລົບກວນອາຈານເລີຍ”.50ເມື່ອພຣະເຢຊູເຈົ້າໄດ້ຍິນກໍກ່າວກັບລາວວ່າ, “ຢ່າຢ້ານເລີຍ ຈົ່ງເຊື່ອເທົ່ານັ້ນ ແລ້ວນາງກໍຈະຫາຍດີ”.51ເມື່ອພຣະອົງມາເຖິງເຮືອນຂອງຢາອີໂຣ, ພຣະອົງບໍ່ອະນຸຍາດໃຫ້ຜູ້ໃດຕິດຕາມເຂົ້າໄປທາງໃນກັບພຣະອົງຍົກເວັ້ນເປໂຕ, ຢາໂກໂບ, ໂຢຮັນ ແລະ ພໍ່ແມ່ຂອງເດັກນ້ອຍເທົ່ານັ້ນ.52ໃນເວລາດຽວກັນນັ້ນ ຄົນທັງຫລາຍກໍກຳລັງຮ້ອງໄຫ້ ແລະ ໄວ້ທຸກໃຫ້ແກ່ນາງຢູ່ນັ້ນ, ພຣະເຢຊູເຈົ້າກ່າວວ່າ, “ຢຸດຮ້ອງໄຫ້ສາ, ລາວຍັງບໍ່ຕາຍພຽງແຕ່ນອນຫລັບຢູ່”.53ແລ້ວພວກເຂົາກໍພາກັນຫົວຂວັນພຣະອົງ ເພາະຮູ້ວ່ານາງຕາຍແລ້ວ.54ແຕ່ພຣະເຢຊູເຈົ້າຈັບມືເດັກນ້ອຍນັ້ນ ແລະ ກ່າວວ່າ, “ລູກຂອງເຮົາເອີຍ, ຈົ່ງລຸກຂຶ້ນ!”55ແລ້ວຈິດວິນຍານຂອງນາງກໍກັບຄືນມາ, ໃນທັນໃດນັ້ນນາງກໍລຸກຂຶ້ນຢືນ. ແລ້ວພຣະເຢຊູເຈົ້າກໍສັ່ງໃຫ້ເອົາອາຫານມາໃຫ້ນາງກິນ.56ພໍ່ແມ່ຂອງເດັກນ້ອຍນັ້ນຕ່າງກໍປະຫລາດໃຈຫລາຍ ແຕ່ພຣະອົງສັ່ງພວກເຂົາບໍ່ໃຫ້ບອກຜູ້ໃດເຖິງເຫດການທີ່ເກີດຂຶ້ນນີ້.
Biblica, Inc.