ລູກາ7

ຄວາມເຊື່ອ​ຂອງ​ນາຍຮ້ອຍ

1ເມື່ອ​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ໃຫ້​ປະຊາຊົນ​ຟັງ​ຈົນ​ຈົບ​ແລ້ວ, ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ.2ຢູ່​ທີ່​ນັ້ນ​ມີ​ຄົນຮັບໃຊ້​ຂອງ​ນາຍຮ້ອຍ​ຄົນ​ໜຶ່ງ, ເຊິ່ງ​ນາຍ​ຮັກ​ຫລາຍ, ລາວ​ປ່ວຍ​ໜັກ ແລະ ໃກ້​ຈະ​ຕາຍ.3ເມື່ອ​ນາຍຮ້ອຍ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະເຢຊູເຈົ້າ​ແລ້ວ ເພິ່ນ​ຈຶ່ງ​ໄດ້​ໃຊ້​ພວກ​ເຖົ້າແກ່​ບາງຄົນ​ຂອງ​ພວກ​ຢິວ​ໄປ​ເຊີນ​ພຣະເຢຊູເຈົ້າ​ໃຫ້​ມາ​ຮັກສາ​ຄົນຮັບໃຊ້​ຂອງ​ເພິ່ນ.4ເມື່ອ​ພວກເຂົາ​ມາ​ຮອດ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ກໍ​ຮ້ອງຂໍ​ພຣະເຢຊູເຈົ້າ​ດ້ວຍ​ໃຈ​ຮ້ອນຮົນ​ວ່າ, “ນາຍຮ້ອຍ​ຄົນ​ນີ້​ເປັນ​ຄົນ​ທີ່​ພຣະອົງ​ສົມຄວນ​ຈະ​ໄປ​ຊ່ວຍ​ແທ້,5ເພາະ​ເພິ່ນ​ຮັກ​ຊົນຊາດ​ຂອງ​ພວກເຮົາ ແລະ ໄດ້​ສ້າງ​ທຳມະສາລາ​ໃຫ້​ພວກເຮົາ”.6ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ໄປ​ກັບ​ພວກເຂົາ.
ເມື່ອ​ພຣະອົງ​ມາ​ໃກ້​ຈະ​ຮອດ​ເຮືອນ​ນັ້ນ​ແລ້ວ, ນາຍຮ້ອຍ​ໄດ້​ໃຊ້​ບັນດາ​ໝູ່​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຢ່າ​ໃຫ້​ເປັນ​ການ​ລຳບາກ​ພຣະອົງ​ເລີຍ, ເພາະ​ຂ້ານ້ອຍ​ບໍ່​ສົມຄວນ​ທີ່​ຈະ​ໃຫ້​ພຣະອົງ​ເຂົ້າ​ໄປ​ໃນ​ລຸ່ມ​ຫລັງຄາ​ເຮືອນ​ຂອງ​ຂ້ານ້ອຍ.
7ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ຄິດ​ວ່າ​ຕົນ​ເອງ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ມາ​ຫາ​ພຣະອົງ. ຂໍ​ພຽງ​ແຕ່​ພຣະອົງ​ກ່າວ​ເທົ່ານັ້ນ ແລະ ຄົນຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍດີ.8ເພາະວ່າ​ຂ້ານ້ອຍ​ເອງ​ມີ​ທັງ​ຜູ້​ບັງຄັບບັນຊາ ແລະ ມີ​ທະຫານ​ທີ່​ຢູ່​ໃຕ້​ບັງຄັບບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ. ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ແລ້ວ​ລາວ​ກໍ​ໄປ, ສັ່ງ​ຄົນ​ນັ້ນ​ວ່າ, ‘ມາ’ ແລ້ວ​ລາວ​ກໍ​ມາ, ຂ້ານ້ອຍ​ສັ່ງ​ຄົນຮັບໃຊ້​ວ່າ, ‘ຈົ່ງ​ເຮັດ​ສິ່ງ​ນີ້’ ແລ້ວ​ລາວ​ກໍ​ເຮັດ​ຕາມ”.
9ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນັ້ນ ພຣະອົງ​ກໍ​ປະຫລາດໃຈ​ໃນ​ລາວ ແລ້ວ​ຫັນ​ມາ​ກ່າວ​ກັບ​ປະຊາຊົນ​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ວ່າ​ເຮົາ​ບໍ່​ເຄີຍ​ພົບ​ຄວາມເຊື່ອ​ໃຫຍ່​ເທົ່າ​ນີ້​ແມ່ນແຕ່​ໃນ​ອິດສະຣາເອນ”.10ແລ້ວ​ຄົນ​ເຫລົ່ານັ້ນ​ທີ່​ຖືກ​ໃຊ້​ມາ​ກໍ​ກັບ​ຄືນ​ໄປ​ເຮືອນ ແລະ ພົບ​ວ່າ​ຄົນຮັບໃຊ້​ຜູ້​ນັ້ນ​ຫາຍດີ​ແລ້ວ.

ພຣະເຢຊູເຈົ້າ​ເຮັດ​ໃຫ້​ລູກຊາຍ​ຂອງ​ແມ່ໝ້າຍ​ເປັນຄືນມາຈາກຕາຍ

11ຫລັງຈາກ​ນັ້ນ​ບໍ່​ດົນ, ພຣະເຢຊູເຈົ້າ​ໄດ້​ໄປ​ໃນ​ເມືອງ​ໜຶ່ງ​ຊື່​ວ່າ​ນາອິນ, ພວກສາວົກ ແລະ ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ.12ເມື່ອ​ພຣະອົງ​ມາ​ເກືອບ​ຮອດ​ປະຕູ​ເມືອງ, ກໍ​ມີ​ຄົນ​ຫາມ​ສົບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ອອກ​ມາ ລາວ​ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ແມ່ໝ້າຍ. ແລະ ປະຊາຊົນ​ຈຳນວນ​ຫລວງຫລາຍ​ກໍ​ມາ​ຈາກ​ເມືອງ​ພ້ອມ​ກັບ​ຍິງ​ນັ້ນ.13ເມື່ອ​ອົງພຣະຜູ້ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ, ພຣະອົງ​ກໍ​ສົງສານ​ນາງ​ຫລາຍ ແລະ ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ”.
14ແລ້ວ​ພຣະອົງ​ກໍ​ໄດ້​ເຂົ້າ​ໄປ​ໃກ້ ແລະ ແຕະ​ຫີບສົບ​ທີ່​ພວກເຂົາ​ກຳລັງ​ຫາມ​ຢູ່​ນັ້ນ ບັນດາ​ຄົນ​ທີ່​ຫາມ​ຫີບສົບ​ກໍ​ຢຸດ​ຢືນ​ຢູ່. ພຣະອົງ​ກ່າວ​ວ່າ, “ຊາຍໜຸ່ມ​ເອີຍ, ເຮົາ​ສັ່ງ​ເຈົ້າ​ວ່າ​ຈົ່ງ​ລຸກຂຶ້ນ!”15ແລ້ວ​ຄົນ​ທີ່​ຕາຍ​ນັ້ນ​ກໍ​ລຸກຂຶ້ນ​ນັ່ງ ແລະ ເລີ່ມ​ເວົ້າ, ພຣະເຢຊູເຈົ້າ​ຈຶ່ງ​ມອບ​ຊາຍ​ຄົນ​ນັ້ນ​ຄືນ​ໃຫ້​ແມ່​ຂອງ​ລາວ.
16ຄົນ​ທັງຫລາຍ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານກົວ ແລະ ສັນລະເສີນ​ພຣະເຈົ້າ. ພວກເຂົາ​ເວົ້າ​ວ່າ, “ຜູ້ທຳນວາຍ​ຍິ່ງໃຫຍ່​ຜູ້​ໜຶ່ງ​ໄດ້​ມາ​ປາກົດ​ໃນ​ທ່າມກາງ​ພວກເຮົາ​ແລ້ວ. ພຣະເຈົ້າ​ໄດ້​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ”.17ຂ່າວ​ກ່ຽວກັບ​ພຣະເຢຊູເຈົ້າ​ນີ້​ກໍ​ໄດ້​ແຜ່ລາມ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ ຂົງເຂດ​ທີ່​ຢູ່​ອ້ອມຮອບ​ນັ້ນ.

ພຣະເຢຊູເຈົ້າ​ກັບ​ໂຢຮັນ​ຜູ້​ໃຫ້​ບັບຕິສະມາ

18ພວກລູກສິດ​ຂອງ​ໂຢຮັນ​ກໍ​ໄດ້​ເລົ່າ​ສິ່ງ​ທັງໝົດ​ເຫລົ່ານີ້​ໃຫ້​ເພິ່ນ​ຟັງ. ໂຢຮັນ​ຈຶ່ງ​ເອີ້ນ​ລູກສິດ​ສອງ​ຄົນ​ມາ19ແລະ ໃຊ້​ພວກເຂົາ​ໄປ​ພົບ​ອົງພຣະຜູ້ເປັນເຈົ້າ ເພື່ອ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?”
20ເມື່ອ​ພວກເຂົາ​ພົບ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ໂຢຮັນ​ບັບຕິສະໂຕ​ໄດ້​ໃຊ້​ພວກຂ້ານ້ອຍ​ມາ​ຖາມ​ທ່ານ​ວ່າ, ‘ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?’ ”
21ໃນ​ເວລາ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍ​ຄົນ​ທີ່​ເປັນ​ພະຍາດ​ຕ່າງໆ, ຄົນເຈັບປ່ວຍ ແລະ ຄົນ​ທີ່​ມີ​ວິນຍານຊົ່ວຮ້າຍ​ເຂົ້າ​ສິງ ແລະ ເຮັດ​ໃຫ້​ຄົນຕາບອດ​ຫລາຍ​ຄົນ​ເບິ່ງເຫັນ.22ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ສອງ​ຄົນ​ນັ້ນ​ວ່າ, “ຈົ່ງ​ກັບ​ໄປ​ລາຍງານ​ຕໍ່​ໂຢຮັນ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຄື: ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ ​ກໍ​ໄດ້​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ໄດ້​ປະກາດ​ແກ່​ຄົນຍາກຈົນ.23ພຣະພອນ​ມີ​ແກ່​ຄົນ​ທີ່​ບໍ່​ສະດຸດ​ກ່ຽວກັບ​ເລື່ອງ​ຂອງ​ເຮົາ”.
24ຫລັງຈາກ​ຄົນ​ທີ່​ໂຢຮັນ​ໄດ້​ໃຊ້​ມາ​ນັ້ນ​ກັບ​ໄປ​ແລ້ວ ພຣະເຢຊູເຈົ້າ​ຈຶ່ງ​ເລີ່ມ​ກ່າວ​ກັບ​ປະຊາຊົນ​ກ່ຽວກັບ​ໂຢຮັນ​ວ່າ: “ພວກເຈົ້າ​ທັງຫລາຍ​ອອກ​ໄປ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ຢາກ​ເບິ່ງ​ຫຍັງ? ຢາກ​ເບິ່ງ​ຕົ້ນອໍ້​ໄຫວ​ໄປ​ມາ​ຕາມ​ລົມ​ພັດ​ບໍ?25ຖ້າ​ບໍ່​ແມ່ນ, ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ນຸ່ງເຄື່ອງ​ທີ່​ລະອຽດ​ຈົບງາມ​ບໍ? ບໍ່​ແມ່ນ, ບັນດາ​ຄົນ​ທີ່​ນຸ່ງເຄື່ອງ​ລາຄາ​ແພງ ແລະ ຢູ່​ກິນ​ດ້ວຍ​ຂອງ​ປານີດ​ນັ້ນ​ກໍ​ຢູ່​ໃນ​ວັງ.26ແຕ່​ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ໄປ​ເບິ່ງ​ຜູ້ທຳນວາຍ​ບໍ? ແມ່ນ​ແລ້ວ, ເຮົາ​ບອກ​ພວກເຈົ້າ​ວ່າ​ທ່ານ​ຜູ້​ນັ້ນ​ຍິ່ງໃຫຍ່​ກວ່າ​ຜູ້ທຳນວາຍ​ອີກ.27ແມ່ນ​ຜູ້​ນີ້​ແຫລະ​ທີ່​ພຣະຄຳພີ​ຂຽນ​ໄວ້​ເຖິງ​ເພິ່ນ​ວ່າ:“ ‘ເຮົາ​ຈະ​ໃຊ້​ທູດ​ຂອງ​ເຮົາ​ມາ​ກ່ອນ​ທ່ານເພື່ອ​ຈັດຕຽມ​ຫົນທາງ​ໄວ້​ສຳລັບ​ທ່ານ​ລ່ວງໜ້າ’. 
28ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ບັນດາ​ຜູ້​ທີ່​ເກີດ​ຈາກ​ແມ່ຍິງ​ບໍ່​ມີ​ຜູ້ໃດ​ຍິ່ງໃຫຍ່​ກວ່າ​ໂຢຮັນ; ດັ່ງນັ້ນ ຜູ້ຕໍ່າຕ້ອຍ​ທີ່ສຸດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ຍິ່ງໃຫຍ່​ກວ່າ​ເພິ່ນ”.
29(ປະຊາຊົນ​ທັງໝົດ​ແມ່ນ​ແຕ່​ຄົນເກັບພາສີ​ເມື່ອ​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະເຢຊູເຈົ້າ​ກໍ​ຍອມຮັບ​ວ່າ​ທາງ​ຂອງ​ພຣະເຈົ້າ​ຖືກຕ້ອງ ເພາະ​ພວກເຂົາ​ໄດ້​ຮັບ​ບັບຕິສະມາ​ຈາກ​ໂຢຮັນ​ແລ້ວ.30ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ບໍ່​ຍອມຮັບ​ເຈດຕະນາ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ພວກເຂົາ, ເພາະ​ພວກເຂົາ​ບໍ່​ໄດ້​ບັບຕິສະມາ​ຈາກ​ໂຢຮັນ.)
31ພຣະເຢຊູເຈົ້າ​ກ່າວ​ຕໍ່ໄປ​ວ່າ, “ດັ່ງນັ້ນ ເຮົາ​ຈະ​ປຽບທຽບ​ຄົນ​ໃນ​ສະໄໝ​ນີ້​ຄື​ກັບ​ອັນໃດ​ດີ? ພວກເຂົາ​ເປັນ​ເໝືອນ​ຫຍັງ?32ພວກເຂົາ​ກໍ​ປຽບເໝືອນ​ເດັກນ້ອຍ​ທີ່​ກຳລັງ​ນັ່ງ​ຢູ່​ກາງ​ຕະຫລາດ ແລະ ຮ້ອງ​ໃສ່​ກັນ​ວ່າ:“ ‘ພວກເຮົາ​ເປົ່າປີ່​ໃຫ້​ພວກເຈົ້າ,ແລະ ພວກເຈົ້າ​ກໍ​ບໍ່​ຟ້ອນລຳ;ພວກເຮົາ​ຮ້ອງເພງ​ໄວ້ອາໄລ,ພວກເຈົ້າ​ກໍ​ບໍ່​ຮ້ອງໄຫ້’.
33ເພາະວ່າ​ໂຢຮັນ​ບັບຕິສະໂຕ​ມາ ເພິ່ນ​ບໍ່​ກິນ​ເຂົ້າຈີ່ ຫລື ບໍ່​ດື່ມ​ເຫລົ້າອະງຸ່ນ, ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ເພິ່ນ​ມີ​ຜີມານຮ້າຍ​ສິງ​ຢູ່’.34ສ່ວນ​ບຸດມະນຸດ​ມາ​ທັງ​ກິນ ແລະ ດື່ມ ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ເບິ່ງ​ແມ ລາວ​ເປັນ​ຄົນ​ກິນ​ຫລາຍ ແລະ ຄົນມັກເມົາ, ທັງ​ເປັນ​ເພື່ອນ​ຂອງ​ຄົນເກັບພາສີ ແລະ ຄົນບາບ​ທັງຫລາຍ’.35ແຕ່​ສະຕິປັນຍາ​ຂອງ​ພຣະອົງ​ກໍ​ໄດ້​ຮັບ​ການພິສູດ​ແລ້ວ​ວ່າ​ຖືກຕ້ອງ​ໂດຍ​ຄົນ​ທັງຫລາຍ​ທີ່​ປະຕິບັດ​ຕາມ​ປັນຍາ​ນັ້ນ ”.

ພຣະເຢຊູເຈົ້າ​ຮັບ​ການ​ຫົດສົງ​ຈາກ​ຍິງ​ບາບ

36ມີ​ຄົນ​ຟາຣີຊາຍ​ຄົນ​ໜຶ່ງ​ໄດ້​ເຊີນ​ພຣະເຢຊູເຈົ້າ​ໄປ​ຮັບປະທານ​ອາຫານຄໍ່າ​ກັບ​ຕົນ, ພຣະອົງ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຟາຣີຊາຍ​ຄົນ​ນັ້ນ ແລະ ນັ່ງ​ເອນ​ໂຕ​ຢູ່​ທີ່​ໂຕະ.37ມີ​ຍິງ​ຄົນ​ໜຶ່ງ​ໃນ​ເມືອງ​ນັ້ນ​ທີ່​ໄດ້​ດຳເນີນຊີວິດ​ຢູ່​ໃນ​ຄວາມບາບ ເມື່ອ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ຮັບປະທານ​ອາຫານ​ຢູ່​ທີ່​ເຮືອນ​ຂອງ​ຟາຣີຊາຍ​ຄົນ​ນັ້ນ, ນາງ​ຈຶ່ງ​ໄດ້​ໄປ​ທີ່​ນັ້ນ​ພ້ອມດ້ວຍ​ເຕົ້າຫີນຂາວ​ທີ່​ບັນຈຸ​ນ້ຳຫອມ.38ໃນ​ຂະນະ​ທີ່​ນາງ​ຢືນ​ຢູ່​ທາງຫລັງ​ໃກ້​ຕີນ​ຂອງ​ພຣະອົງ​ຮ້ອງໄຫ້, ນາງ​ກໍ​ເລີ່ມ​ເຮັດ​ໃຫ້​ຕີນ​ຂອງ​ພຣະອົງ​ປຽກ​ດ້ວຍ​ນໍ້າຕາ​ຂອງ​ນາງ, ແລ້ວ​ນາງ​ກໍ​ເຊັດ​ຕີນ​ຂອງ​ພຣະອົງ​ດ້ວຍ​ຜົມ​ຂອງ​ຕົນ, ທັງ​ຈູບ ແລະ ຖອກ​ນ້ຳຫອມ​ຫົດ​ຕີນ​ຂອງ​ພຣະອົງ.
39ເມື່ອ​ຄົນ​ຟາຣີຊາຍ​ຜູ້​ທີ່​ເຊີນ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຢ່າງ​ນັ້ນ​ກໍ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ຜູ້​ນີ້​ເປັນ​ຜູ້ທຳນວາຍ​ແທ້ ເພິ່ນ​ຄົງ​ຮູ້​ວ່າ​ຜູ້​ທີ່​ມາ​ແຕະຕ້ອງ​ເພິ່ນ​ນັ້ນ​ເປັນ​ຜູ້ໃດ ແລະ ເປັນ​ຍິງ​ປະເພດ​ໃດ ນາງ​ເປັນ​ຄົນບາບ”.
40ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຊີໂມນ​ເອີຍ, ເຮົາ​ມີ​ສິ່ງ​ໜຶ່ງ​ຈະ​ບອກ​ເຈົ້າ”.
ລາວ​ຕອບ​ວ່າ, “ທ່ານ​ອາຈານ​ເອີຍ, ເຊີນ​ກ່າວ​ມາ​ເລີຍ”.
41ພຣະອົງ​ກ່າວ​ວ່າ, “ມີ​ຊາຍ​ສອງ​ຄົນ​ທີ່​ເປັນໜີ້​ເງິນ​ຂອງ​ເຈົ້າໜີ້​ຄົນ​ໜຶ່ງ, ຄົນ​ໜຶ່ງ​ເປັນໜີ້​ເງິນ​ຢູ່​ຫ້າຮ້ອຍ​ຫລຽນ​ເດນາຣິອົນ ແລະ ອີກ​ຄົນ​ໜຶ່ງ​ເປັນໜີ້​ເງິນ​ຢູ່​ຫ້າສິບ​ຫລຽນ.42ເມື່ອ​ທັງ​ສອງ​ຄົນ​ບໍ່​ມີ​ເງິນ​ຈະ​ໃຊ້​ໜີ້ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ພວກເຂົາ​ທັງ​ສອງ. ໃນ​ສອງ​ຄົນ​ນີ້​ແມ່ນ​ຜູ້ໃດ​ຈະ​ຮັກ​ເຈົ້າໜີ້​ຫລາຍ​ກວ່າ​ກັນ?”
43ຊີໂມນ​ຕອບ​ວ່າ, “ຂ້ານ້ອຍ​ຄິດ​ວ່າ​ຄົນ​ທີ່​ເປັນໜີ້​ຫລາຍ​ແລ້ວ​ໄດ້​ຮັບ​ການຍົກໜີ້​ໃຫ້”.
ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຈົ້າ​ຕັດສິນ​ຖືກຕ້ອງ​ແລ້ວ”.
44ແລ້ວ​ພຣະອົງ​ກໍ​ຫລຽວ​ໄປ​ເບິ່ງ​ຍິງ​ຄົນ​ນັ້ນ ແລະ ກ່າວ​ກັບ​ຊີໂມນ​ວ່າ, “ເຈົ້າ​ເຫັນ​ຍິງ​ຄົນ​ນີ້ ຫລື ບໍ່? ເຮົາ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ຂອງ​ເຈົ້າ. ເຈົ້າ​ບໍ່​ໄດ້​ເອົາ​ນ້ຳ​ມາ​ໃຫ້​ເຮົາ​ລ້າງ​ຕີນ, ສ່ວນ​ນາງ​ໄດ້​ລ້າງ​ຕີນ​ຂອງ​ເຮົາ​ດ້ວຍ​ນໍ້າຕາ ແລະ ເຊັດ​ຕີນ​ຂອງ​ເຮົາ​ດ້ວຍ​ຜົມ​ຂອງ​ນາງ.45ເຈົ້າ​ບໍ່​ໄດ້​ຈູບ​ເຮົາ ແຕ່​ຍິງ​ຜູ້​ນີ້ ຕັ້ງແຕ່​ເຮົາ​ເຂົ້າ​ມາ​ໃນ​ເຮືອນ ນາງ​ຈູບ​ຕີນ​ຂອງ​ເຮົາ​ບໍ່​ຢຸດ​ເລີຍ.46ເຈົ້າ​ບໍ່​ໄດ້​ເອົາ​ນ້ຳມັນ​ຫົດ​ຫົວ​ຂອງ​ເຮົາ, ແຕ່​ນາງ​ໄດ້​ເອົາ​ນ້ຳຫອມ​ຫົດ​ຕີນ​ຂອງ​ເຮົາ.47ເຫດສະນັ້ນ ເຮົາ​ຈຶ່ງ​ບອກ​ເຈົ້າ​ວ່າ, ຄວາມບາບ​ທັງຫລາຍ​ຂອງ​ນາງ​ໄດ້​ຮັບ​ການ​ອະໄພ​ແລ້ວ​ຕາມ​ທີ່​ໄດ້​ເຫັນ​ຈາກ​ຄວາມຮັກ​ອັນ​ຫລວງຫລາຍ​ຂອງ​ນາງ ແຕ່​ຜູ້​ທີ່​ໄດ້​ຮັບ​ການ​ອະໄພ​ໜ້ອຍ​ກໍ​ຮັກ​ໜ້ອຍ”.
48ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ຍິງ​ນັ້ນ​ວ່າ, “ຄວາມບາບ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະໄພ​ແລ້ວ”.
49ບັນດາ​ແຂກ​ຮັບ​ເຊີນ​ທັງຫລາຍ​ກໍ​ເລີ່ມ​ເວົ້າ​ກັນ​ວ່າ, “ຜູ້​ນີ້​ແມ່ນ​ຜູ້ໃດ ຈຶ່ງ​ໃຫ້​ອະໄພ​ຄວາມບາບ​ໄດ້?”
50ພຣະເຢຊູເຈົ້າ​ກ່າວ​ກັບ​ຍິງ​ຄົນ​ນັ້ນ​ວ່າ, “ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ພົ້ນ​ແລ້ວ, ຈົ່ງ​ໄປ​ດ້ວຍ​ສັນຕິສຸກ​ເທີ້ນ”.

Biblica, Inc.

https://app.library.bible/content/eab9312f9f16b3a2