ລູກາ6
ພຣະເຢຊູເຈົ້າເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ
1ໃນວັນຊະບາໂຕວັນໜຶ່ງ ພຣະເຢຊູເຈົ້າກຳລັງຍ່າງຜ່ານທົ່ງນາ ແລະ ພວກສາວົກຂອງພຣະອົງກໍເລີ່ມເດັດຮວງເຂົ້າມາຖູໃນມື ແລະ ກິນເມັດເຂົ້ານັ້ນ.2ພວກຟາຣີຊາຍບາງຄົນຈຶ່ງຖາມວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດສິ່ງທີ່ຜິດກົດບັນຍັດໃນວັນຊະບາໂຕ?”3ພຣະເຢຊູເຈົ້າຕອບພວກເຂົາວ່າ, “ພວກເຈົ້າບໍ່ເຄີຍອ່ານໃນສິ່ງທີ່ດາວິດເຮັດເມື່ອເພິ່ນ ແລະ ຄົນຂອງເພິ່ນຫິວເຂົ້ານັ້ນບໍ?4ດາວິດໄດ້ເຂົ້າໄປໃນວິຫານຂອງພຣະເຈົ້າ ແລະ ເອົາເຂົ້າຈີ່ສັກສິດມາກິນ ເຊິ່ງຕາມກົດບັນຍັດແລ້ວມີແຕ່ປະໂລຫິດເທົ່ານັ້ນທີ່ຈະກິນໄດ້ ແລະ ດາວິດຍັງໄດ້ເອົາເຂົ້າຈີ່ນັ້ນໃຫ້ຄົນຂອງເພິ່ນກິນນຳດ້ວຍ”.5ແລ້ວພຣະເຢຊູເຈົ້າໄດ້ກ່າວແກ່ພວກເຂົາວ່າ, “ບຸດມະນຸດເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ”.6ໃນວັນຊະບາໂຕອີກວັນໜຶ່ງ ພຣະອົງໄດ້ເຂົ້າໄປໃນທຳມະສາລາ ແລະ ກຳລັງສັ່ງສອນຢູ່ ແລະ ທີ່ນັ້ນມີຊາຍຄົນໜຶ່ງມືເບື້ອງຂວາລີບ.7ພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດກຳລັງຈ້ອງຈັບຜິດພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາຈຶ່ງຕິດຕາມພຣະອົງຢ່າງໃກ້ຊິດເພື່ອເບິ່ງວ່າພຣະອົງຈະຮັກສາຄົນເຈັບໃນວັນຊະບາໂຕບໍ່.8ແຕ່ພຣະເຢຊູເຈົ້າຮູ້ວ່າພວກເຂົາກຳລັງຄິດສິ່ງໃດຢູ່ ຈຶ່ງກ່າວກັບຊາຍມືລີບວ່າ, “ຈົ່ງລຸກຂຶ້ນ ແລະ ຢືນຕໍ່ໜ້າທຸກຄົນ”. ດັ່ງນັ້ນລາວຈຶ່ງລຸກຂຶ້ນ ແລະ ໄປຢືນຢູ່ທີ່ນັ້ນ.9ແລ້ວພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ເຮົາຂໍຖາມພວກເຈົ້າວ່າ, ເຮັດດີ ຫລື ເຮັດຊົ່ວ, ຊ່ວຍຊີວິດ ຫລື ທຳລາຍຊີວິດ ອັນໃດທີ່ຖືກຕ້ອງຕາມກົດບັນຍັດໃນວັນຊະບາໂຕ?”10ພຣະອົງເບິ່ງໄປອ້ອມຮອບພວກເຂົາທຸກຄົນ ແລະ ກ່າວກັບຊາຍຄົນນັ້ນວ່າ, “ຈົ່ງຢຽດມືອອກມາ” ລາວກໍເຮັດຕາມ ແລະ ມືຂອງລາວກໍດີເປັນປົກກະຕິທຸກຢ່າງ.11ແຕ່ພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດກໍເຕັມໄປດ້ວຍຄວາມຄຽດແຄ້ນ ແລະ ເລີ່ມປຶກສາກັນວ່າຈະເຮັດຢ່າງໃດກັບພຣະເຢຊູເຈົ້າ.ອັກຄະສາວົກສິບສອງຄົນ
12ວັນໜຶ່ງພຣະເຢຊູເຈົ້າອອກໄປທີ່ພູໜ່ວຍໜຶ່ງເພື່ອອະທິຖານ ແລະ ໃຊ້ເວລາອະທິຖານຕໍ່ພຣະເຈົ້າຕະຫລອດຄືນ.13ເມື່ອຮຸ່ງເຊົ້າມາ, ພຣະອົງໄດ້ເອີ້ນພວກສາວົກມາຫາພຣະອົງ ແລະ ໄດ້ເລືອກເອົາພວກເພິ່ນສິບສອງຄົນ, ເຊິ່ງພຣະອົງແຕ່ງຕັ້ງໃຫ້ເປັນອັກຄະສາວົກຄື:14ຊີໂມນ (ເຊິ່ງພຣະອົງຕັ້ງຊື່ໃຫ້ວ່າເປໂຕ), ອັນເດອານ້ອງຊາຍຂອງເປໂຕ, ຢາໂກໂບ, ໂຢຮັນ, ຟີລິບ, ບາຣະໂທໂລມາຍ,15ມັດທາຍ, ໂທມາ, ຢາໂກໂບລູກຊາຍຂອງອາລະຟາຍ, ຊີໂມນຜູ້ທີ່ເອີ້ນວ່າພັກຊາດນິຍົມ,16ຢູດາລູກຊາຍຂອງຢາໂກໂບ, ແລະ ຢູດາ ອິດສະກາຣີອົດຜູ້ທີ່ກາຍເປັນຄົນທໍລະຍົດ.ພຣະພອນ ແລະ ວິບັດ
17ພຣະອົງລົງມາກັບພວກເພິ່ນ ແລະ ຢືນຢູ່ໃນທີ່ຮາບພຽງແຫ່ງໜຶ່ງ. ມີພວກສາວົກຂອງພຣະອົງກໍຢູ່ທີ່ນັ້ນ ແລະ ປະຊາຊົນຈຳນວນຫລວງຫລາຍມາຈາກທົ່ວແຂວງຢູດາຍ, ຈາກເຢຣູຊາເລັມ ແລະ ຈາກຝັ່ງທະເລເມືອງຕີເຣ ແລະ ເມືອງຊີໂດນ,18ພວກເຂົາມາເພື່ອຈະຟັງພຣະອົງ ແລະ ເພື່ອຈະຮັບການຮັກສາພະຍາດຕ່າງໆຂອງພວກເຂົາ. ຄົນທີ່ຖືກວິນຍານສົກກະປົກລົບກວນກໍໄດ້ຮັບການຮັກສາໃຫ້ຫາຍດີ,19ແລະ ປະຊາຊົນທັງຫລາຍໄດ້ພະຍາຍາມແຕະຕົວພຣະອົງ ເພາະລິດອຳນາດໄດ້ອອກມາຈາກພຣະອົງ ແລະ ຮັກສາພວກເຂົາທຸກຄົນໃຫ້ຫາຍດີ.20ພຣະເຢຊູເຈົ້າຫລຽວເບິ່ງພວກສາວົກຂອງພຣະອົງ ແລະ ກ່າວວ່າ:“ພຣະພອນມີແກ່ພວກເຈົ້າຜູ້ທີ່ຍາກຈົນ,ເພາະອານາຈັກຂອງພຣະເຈົ້າເປັນຂອງພວກເຈົ້າແລ້ວ.21ພຣະພອນມີແກ່ພວກເຈົ້າຜູ້ທີ່ອຶດຫິວໃນເວລານີ້ເພາະພວກເຈົ້າຈະໄດ້ອີ່ມບໍລິບູນ.ພຣະພອນມີແກ່ພວກເຈົ້າຜູ້ທີ່ຮ້ອງໄຫ້ຢູ່ໃນເວລານີ້ເພາະວ່າພວກເຈົ້າຈະໄດ້ຫົວຂັວນ.22ພຣະພອນມີແກ່ພວກເຈົ້າເມື່ອຄົນກຽດຊັງພວກເຈົ້າເມື່ອຄົນທັງຫລາຍຕັດພວກເຈົ້າອອກ ແລະ ດູຖູກພວກເຈົ້າແລະ ໃສ່ຮ້າຍພວກເຈົ້າວ່າຊົ່ວຊ້າເພາະເຫັນແກ່ບຸດມະນຸດ.23“ໃນວັນນັ້ນ ຈົ່ງຊື່ນຊົມຍິນດີ ແລະ ກະໂດດເຕັ້ນດ້ວຍຄວາມຍິນດີ ເພາະບຳເໜັດຂອງພວກເຈົ້າໃນສະຫວັນນັ້ນຍິ່ງໃຫຍ່. ເພາະວ່າບັນພະບຸລຸດຂອງພວກເຂົາ ກໍໄດ້ເຮັດຢ່າງດຽວກັນນັ້ນກັບບັນດາຜູ້ທຳນວາຍ.24“ແຕ່ວິບັດມີແກ່ພວກເຈົ້າຜູ້ຮັ່ງມີເພາະພວກເຈົ້າໄດ້ຮັບຄວາມສຸກສະບາຍແລ້ວ.25ວິບັດມີແກ່ພວກເຈົ້າທີ່ອີ່ມເຕັມຢູ່ເວລານີ້,ເພາະວ່າພວກເຈົ້າຈະອຶດຫິວ.ວິບັດມີແກ່ພວກເຈົ້າທີ່ກຳລັງຫົວຂວັນຢູ່ເວລານີ້ເພາະພວກເຈົ້າຈະໂສກເສົ້າ ແລະ ຮ້ອງໄຫ້.26ວິບັດມີແກ່ພວກເຈົ້າເມື່ອທຸກຄົນຍົກຍ້ອງພວກເຈົ້າເພາະບັນພະບຸລຸດຂອງພວກເຂົາກໍໄດ້ເຮັດຢ່າງດຽວກັນນີ້ກັບບັນດາຜູ້ທຳນວາຍປອມ.ຄວາມຮັກຕໍ່ສັດຕູ
27“ແຕ່ເຮົາບອກພວກເຈົ້າທີ່ກຳລັງຟັງເຮົາກ່າວຢູ່ວ່າ: ຈົ່ງຮັກສັດຕູຂອງພວກເຈົ້າ, ຈົ່ງເຮັດດີຕໍ່ຜູ້ທີ່ກຽດຊັງພວກເຈົ້າ,28ຈົ່ງອວຍພອນຜູ້ທີ່ປ້ອຍດ່າພວກເຈົ້າ, ຈົ່ງອະທິຖານເພື່ອຜູ້ທີ່ຂົ່ມເຫັງພວກເຈົ້າ.29ຖ້າຜູ້ໃດຕົບແກ້ມຂອງພວກເຈົ້າເບື້ອງໜຶ່ງ ຈົ່ງປິ່ນແກ້ມອີກເບື້ອງໜຶ່ງໃຫ້ພວກເຂົາ. ຖ້າຜູ້ໃດເອົາເສື້ອຊັ້ນນອກຂອງເຈົ້າໄປ ກໍຢ່າໄດ້ຫວງຫ້າມພວກເຂົາ.30ຈົ່ງໃຫ້ແກ່ທຸກຄົນທີ່ຂໍຈາກພວກເຈົ້າ ແລະ ຖ້າຜູ້ໃດເອົາສິ່ງທີ່ເປັນຂອງພວກເຈົ້າໄປ ຢ່າທວງເອົາສິ່ງນັ້ນກັບຄືນມາ.31ຖ້າພວກເຈົ້າຢາກໃຫ້ຄົນອື່ນເຮັດຢ່າງໃດແກ່ພວກເຈົ້າ ກໍຈົ່ງເຮັດຕໍ່ພວກເຂົາຢ່າງນັ້ນເໝືອນກັນ.32“ຖ້າພວກເຈົ້າຮັກແຕ່ຜູ້ທີ່ຮັກພວກເຈົ້າເທົ່ານັ້ນ ພວກເຈົ້າຈະໄດ້ປະໂຫຍດອັນໃດ? ແມ່ນແຕ່ບັນດາຄົນບາບກໍຍັງຮັກຄົນທີ່ຮັກພວກເຂົາເໝືອນກັນ.33ແລະ ຖ້າພວກເຈົ້າເຮັດດີຕໍ່ຄົນທີ່ດີຕໍ່ເຈົ້າເທົ່ານັ້ນ, ຈະເປັນຄຸນຫຍັງແກ່ພວກເຈົ້າ? ແມ່ນແຕ່ບັນດາຄົນບາບກໍຍັງເຮັດຢ່າງນັ້ນເໝືອນກັນ.34ແລະ ຖ້າພວກເຈົ້າໃຫ້ຄົນຢືມໂດຍຫວັງວ່າຈະໄດ້ຄືນຈາກພວກເຂົາ, ຈະເປັນຄຸນຫຍັງແກ່ພວກເຈົ້າ? ແມ່ນແຕ່ບັນດາຄົນບາບກໍຍັງໃຫ້ຄົນບາບຢືມ, ໂດຍຫວັງວ່າຈະໄດ້ຄືນຄົບຖ້ວນ.35ແຕ່ຈົ່ງຮັກສັດຕູຂອງພວກເຈົ້າ, ຈົ່ງເຮັດດີຕໍ່ພວກເຂົາ ແລະ ຈົ່ງໃຫ້ພວກເຂົາຢືມໂດຍບໍ່ຫວັງວ່າຈະໄດ້ສິ່ງໃດຄືນມາ. ແລ້ວພວກເຈົ້າກໍຈະໄດ້ຮັບບຳເໜັດອັນໃຫຍ່ ແລະ ພວກເຈົ້າຈະໄດ້ເປັນລູກຂອງພຣະເຈົ້າຜູ້ສູງສຸດ, ເພາະວ່າພຣະອົງຍັງກະລຸນາຕໍ່ຄົນເນລະຄຸນ ແລະ ຄົນຊົ່ວ.36ຈົ່ງມີຄວາມເມດຕາເໝືອນດັ່ງທີ່ພຣະບິດາເຈົ້າຂອງພວກເຈົ້າມີຄວາມເມດຕາ.ການຕັດສິນຄົນອື່ນ
37“ຢ່າຕັດສິນຄົນອື່ນ ແລ້ວພວກເຈົ້າຈະບໍ່ຖືກຕັດສິນ. ຢ່າກ່າວໂທດຄົນອື່ນ ແລ້ວພວກເຈົ້າຈະບໍ່ຖືກກ່າວໂທດ. ຈົ່ງຍົກໂທດໃຫ້ຄົນອື່ນ ເພື່ອພວກເຈົ້າຈະໄດ້ຮັບການຍົກໂທດ.38ຈົ່ງໃຫ້ແລ້ວພວກເຈົ້າຈະໄດ້ຮັບ. ດ້ວຍເຄື່ອງຜອງທີ່ຍັດສັ່ນລົງແໜ້ນເຕັມລົ້ນຈະຖືກເທລົງໃນຕັກຂອງພວກເຈົ້າ. ເພາະວ່າພວກເຈົ້າຈະໃຊ້ເຄື່ອງຜອງອັນໃດກໍຈະໃຊ້ເຄື່ອງຜອງອັນດຽວກັນນັ້ນຕວງໃຫ້ພວກເຈົ້າ”.39ພຣະອົງຍັງກ່າວຄຳອຸປະມານີ້ແກ່ພວກເຂົາອີກວ່າ, “ຄົນຕາບອດຈະນຳທາງຄົນຕາບອດໄດ້ບໍ? ພວກເຂົາຈະບໍ່ຕົກຂຸມບໍ?40ລູກສິດຈະບໍ່ເໜືອກວ່າຄູຂອງຕົນ ແຕ່ລູກສິດທຸກຄົນທີ່ໄດ້ຮັບການຝຶກອົບຮົມຢ່າງຄົບຖ້ວນສົມບູນແລ້ວ ກໍຈະເປັນເໝືອນຄູຂອງຕົນ.41“ເປັນຫຍັງເຈົ້າຈຶ່ງແນມເບິ່ງຜົງຂີ້ເລື່ອຍທີ່ຢູ່ໃນຕາຂອງພີ່ນ້ອງຂອງເຈົ້າ ແຕ່ບໍ່ສົນໃຈກັບໄມ້ທັງທ່ອນຢູ່ໃນຕາຂອງເຈົ້າເອງ?42ດ້ວຍເຫດໃດ ເຈົ້າຈຶ່ງເວົ້າຕໍ່ພີ່ນ້ອງຂອງເຈົ້າວ່າ, ‘ພີ່ນ້ອງ, ຈົ່ງໃຫ້ຂ້ອຍເຂ່ຍເອົາຂີ້ເຫຍື້ອອອກຈາກຕາຂອງເຈົ້າ’ ໃນເມື່ອໂຕເຈົ້າເອງກໍຍັງບໍ່ເຫັນໄມ້ທັງທ່ອນຢູ່ໃນຕາຂອງຕົນ? ພວກຄົນໜ້າຊື່ໃຈຄົດ, ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງຕົນເອງກ່ອນ ແລະ ຫລັງຈາກນັ້ນເຈົ້າກໍຈະເຫັນແຈ້ງດີ ຈຶ່ງຈະເຂ່ຍຜົງຂີ້ເລື່ອຍອອກຈາກຕາຂອງພີ່ນ້ອງຂອງເຈົ້າໄດ້.ຕົ້ນໄມ້ ແລະ ຜົນຂອງມັນ
43“ຕົ້ນໄມ້ດີຍ່ອມບໍ່ໃຫ້ຜົນຊົ່ວ ແລະ ຕົ້ນໄມ້ຊົ່ວຍ່ອມບໍ່ໃຫ້ຜົນດີ.44ເຮົາຈະຮູ້ຈັກຕົ້ນໄມ້ແຕ່ລະຕົ້ນໄດ້ດ້ວຍຜົນຂອງມັນ. ຄົນຈະບໍ່ເກັບໝາກເດື່ອຈາກຟຸ່ມໜາມ ຫລື ຈະບໍ່ເກັບໝາກອະງຸ່ນຈາກເຄືອໜາມ.45ຄົນດີຍ່ອມນຳສິ່ງດີອອກມາຈາກຄວາມດີທີ່ສະສົມໄວ້ໃນໃຈຂອງຕົນ, ສ່ວນຄົນຊົ່ວກໍນຳສິ່ງຊົ່ວອອກມາຈາກຄວາມຊົ່ວທີ່ສະສົມໄວ້ໃນໃຈຂອງຕົນ. ເພາະໃຈເຕັມລົ້ນດ້ວຍສິ່ງໃດປາກກໍເວົ້າສິ່ງນັ້ນອອກມາ.ຄົນໂງ່ ແລະ ຄົນສະຫລາດ
46“ດ້ວຍເຫດໃດພວກເຈົ້າຈຶ່ງເອີ້ນເຮົາວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ’ ແລະ ບໍ່ໄດ້ປະຕິບັດຕາມສິ່ງທີ່ເຮົາບອກ?47ທຸກຄົນທີ່ມາຫາເຮົາ ແລະ ໄດ້ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາ ແລະ ນຳເອົາໄປປະຕິບັດ, ເຮົາຈະສະແດງໃຫ້ພວກເຈົ້າຮູ້ວ່າພວກເຂົາປຽບເໝືອນຜູ້ໃດ.48ພວກເຂົາປຽບເໝືອນຄົນຜູ້ໜຶ່ງທີ່ກໍ່ສ້າງເຮືອນ, ລາວຂຸດດິນລົງເລິກ ແລະ ວາງຮາກຖານເຮືອນໃສ່ເທິງດານຫີນ. ເມື່ອນ້ຳມາຖ້ວມ, ແລ້ວກະແສນ້ຳໄຫລແຮງພັດໃສ່ເຮືອນ ແຕ່ບໍ່ສາມາດສັ່ນສະເທືອນເຮືອນໄດ້ເພາະເຮືອນນັ້ນສ້າງໄວ້ຢ່າງດີ.49ແຕ່ສ່ວນຜູ້ທີ່ໄດ້ຍິນຖ້ອຍຄຳທັງຫລາຍຂອງເຮົາ ແລະ ບໍ່ໄດ້ນຳເອົາໄປປະຕິບັດຕາມ ລາວກໍປຽບເໝືອນຄົນຜູ້ໜຶ່ງທີ່ກໍ່ສ້າງເຮືອນຂອງຕົນຢູ່ເທິງພື້ນດິນໂດຍບໍ່ໄດ້ວາງຮາກຖານ. ເມື່ອກະແສນ້ຳໄຫລແຮງພັດໃສ່ເຮືອນ, ເຮືອນນັ້ນກໍພັງທະລາຍລົງ ແລະ ຖືກທຳລາຍໝົດເລີຍ”.Biblica, Inc.