ລູກາ21
ເງິນຖວາຍຂອງແມ່ໝ້າຍ
1ເມື່ອພຣະເຢຊູເຈົ້າເງີຍໜ້າຂຶ້ນ, ພຣະອົງເຫັນພວກຄົນຮັ່ງມີກຳລັງເອົາເງິນຖວາຍປ່ອນໃສ່ໃນຄັງຂອງວິຫານ.2ແລະ ພຣະອົງເຫັນແມ່ໝ້າຍທີ່ຍາກຈົນຄົນໜຶ່ງກຳລັງປ່ອນຫລຽນທອງແດງນ້ອຍໆສອງຫລຽນ ລົງໃສ່ເໝືອນກັນ.3ພຣະອົງກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ແມ່ໝ້າຍຍາກຈົນຄົນນີ້ໄດ້ຖວາຍຫລາຍກວ່າຄົນອື່ນທັງໝົດ.4ເພາະຄົນເຫລົ່ານັ້ນລ້ວນແຕ່ເອົາສ່ວນເລັກນ້ອຍຈາກຄວາມຮັ່ງມີຂອງພວກເຂົາມາຖວາຍ, ແຕ່ແມ່ໝ້າຍຄົນນີ້ເຖິງແມ່ນວ່ານາງຍາກຈົນທີ່ສຸດກໍຕາມ ນາງກໍຍັງເອົາທັງໝົດທີ່ນາງມີຢູ່ສຳລັບລ້ຽງຊີວິດນັ້ນມາຖວາຍ”.ການທຳລາຍວິຫານ ແລະ ໝາຍສຳຄັນແຫ່ງວາລະສຸດທ້າຍ
5ບາງຄົນໃນພວກສາວົກຂອງພຣະອົງເວົ້າເຖິງການປະດັບປະດາວິຫານດ້ວຍກ້ອນຫີນທີ່ງົດງາມ ແລະ ຂອງຖວາຍຕ່າງໆທີ່ອຸທິດແກ່ພຣະເຈົ້າ. ແຕ່ພຣະເຢຊູເຈົ້າກ່າວວ່າ,6“ສິ່ງຕ່າງໆທີ່ພວກເຈົ້າເຫັນຢູ່ທີ່ນີ້, ເມື່ອເວລານັ້ນມາເຖິງ ຫີນຢູ່ທີ່ນີ້ຈະບໍ່ເຫລືອຊ້ອນທັບກັນຈັກກ້ອນ, ທຸກກ້ອນຈະຖືກໂຍນຖິ້ມລົງມາໝົດ”.7ພວກເພິ່ນໄດ້ຖາມວ່າ, “ອາຈານ, ສິ່ງເຫລົ່ານີ້ຈະເກີດຂຶ້ນເມື່ອໃດ? ແລະ ສິ່ງໃດຈະເປັນໝາຍສຳຄັນວ່າສິ່ງເຫລົ່ານີ້ກຳລັງຈະເກີດຂຶ້ນ?”8ພຣະອົງກ່າວວ່າ, “ຈົ່ງລະວັງໃຫ້ດີເພື່ອພວກເຈົ້າຈະບໍ່ຖືກຫລອກລວງ. ດ້ວຍວ່າ ຈະມີຫລາຍຄົນມາໃນນາມຂອງເຮົາ, ອ້າງໂຕວ່າ, ‘ເຮົາເປັນຜູ້ນັ້ນ’ ແລະ ‘ເວລານັ້ນໃກ້ເຂົ້າມາແລ້ວ’. ຢ່າໄດ້ຕາມພວກເຂົາໄປ.9ເມື່ອພວກເຈົ້າໄດ້ຍິນເລື່ອງສົງຄາມ ແລະ ການກໍ່ຄວາມວຸ້ນວາຍ, ຢ່າຕື່ນຕົກໃຈ. ເຫດການເຫລົ່ານີ້ຕ້ອງເກີດຂຶ້ນກ່ອນ, ແຕ່ເວລາສຸດທ້າຍຈະຍັງບໍ່ມາທັນທີ”.10ແລ້ວພຣະອົງຈຶ່ງເວົ້າກັບພວກເຂົາວ່າ, “ປະເທດຕໍ່ປະເທດ, ອານາຈັກຕໍ່ອານາຈັກຈະສູ້ຮົບກັນ.11ຈະເກີດແຜ່ນດິນໄຫວຄັ້ງໃຫຍ່, ການອຶດຢາກອາຫານ ແລະ ເກີດໂລກລະບາດໃນບ່ອນຕ່າງໆ ຕະຫລອດຈົນເກີດເຫດການອັນໜ້າຢ້ານ ແລະ ໝາຍສຳຄັນອັນໃຫຍ່ຈາກສະຫວັນ.12“ແຕ່ກ່ອນເຫດການທັງປວງເຫລົ່ານີ້ຈະເກີດຂຶ້ນ ພວກເຂົາຈະຈັບກຸມພວກເຈົ້າ ແລະ ຂົ່ມເຫັງພວກເຈົ້າ. ພວກເຂົາຈະມອບພວກເຈົ້າໄວ້ໃນທຳມະສາລາ ແລະ ຂັງພວກເຈົ້າໄວ້ໃນຄຸກ. ພວກເຈົ້າຈະຖືກຄຸມໂຕໄປພົບບັນດາກະສັດ ແລະ ບັນດາຜູ້ປົກຄອງ ແລະ ທັງໝົດນີ້ເປັນເພາະເຫັນແກ່ນາມຂອງເຮົາ.13ແລະ ພວກເຈົ້າຈະໄດ້ເປັນພະຍານໃຫ້ແກ່ເຮົາ.14ແຕ່ພວກເຈົ້າຕ້ອງຕັ້ງໃຈຢ່າກັງວົນໄປກ່ອນລ່ວງໜ້າວ່າຈະກ່າວປ້ອງກັນຕົນເອງຢ່າງໃດ.15ເພາະເຮົາຈະໃຫ້ພວກເຈົ້າທັງຫລາຍມີຖ້ອຍຄຳ ແລະ ສະຕິປັນຍາທີ່ບັນດາຜູ້ທີ່ເປັນສັດຕູຂອງພວກເຈົ້າບໍ່ສາມາດຕໍ່ຕ້ານ ຫລື ໂຕ້ແຍ້ງໄດ້.16ແມ່ນແຕ່ພໍ່ແມ່, ອ້າຍເອື້ອຍນ້ອງ, ພີ່ນ້ອງ ແລະ ສະຫາຍຂອງພວກເຈົ້າກໍຈະທໍລະຍົດພວກເຈົ້າເໝືອນກັນ ແລະ ຈະໃຫ້ບາງຄົນໃນພວກເຈົ້າຖືກຂ້າ.17ຄົນທັງຫລາຍຈະກຽດຊັງພວກເຈົ້າເພາະເຫັນແກ່ນາມຂອງເຮົາ.18ແຕ່ຜົມເສັ້ນດຽວຢູ່ເທິງຫົວຂອງພວກເຈົ້າຈະບໍ່ຈິບຫາຍ.19ຈົ່ງຕັ້ງໝັ້ນຄົງ ແລ້ວພວກເຈົ້າຈະໄດ້ຮັບຊີວິດ.20“ເມື່ອພວກເຈົ້າເຫັນກອງທັບຕ່າງໆກຳລັງອ້ອມເຢຣູຊາເລັມ, ພວກເຈົ້າກໍຈະຮູ້ວ່າຄວາມຫາຍະນະໃກ້ເຂົ້າມາແລ້ວ.21ເມື່ອນັ້ນໃຫ້ບັນດາຄົນທີ່ຢູ່ໃນແຂວງຢູດາຍໜີໄປທີ່ພູເຂົາທັງຫລາຍ, ບັນດາຄົນທີ່ຢູ່ໃນເມືອງກໍໃຫ້ອອກໄປ ແລະ ບັນດາຄົນທີ່ຢູ່ນອກເມືອງກໍບໍ່ໃຫ້ເຂົ້າມາໃນເມືອງ.22ເພາະວ່ານີ້ເປັນເວລາແຫ່ງການລົງໂທດ ເພື່ອໃຫ້ສຳເລັດຕາມທີ່ມີຂຽນໄວ້ໃນພຣະຄຳພີທຸກປະການ.23ໃນວັນເຫລົ່ານັ້ນເປັນໜ້າຢ້ານກົວທີ່ສຸດສຳລັບແມ່ຍິງຖືພາ ແລະ ແມ່ລູກອ່ອນ! ຈະເກີດຄວາມທຸກລຳບາກຄັ້ງໃຫຍ່ໃນແຜ່ນດິນ ແລະ ຈະມີຄວາມໂກດຮ້າຍຕໍ່ປະຊາຊົນນີ້.24ພວກເຂົາທັງຫລາຍຈະລົ້ມຕາຍດ້ວຍຄົມດາບ ຈະຖືກຈັບໄປເປັນຊະເລີຍ ແລະ ຖືກນຳໄປຍັງທົ່ວທຸກປະເທດ. ຄົນຕ່າງຊາດຈະຢຽບຢ່ຳເຢຣູຊາເລັມຈົນຄົບເວລາທີ່ກຳນົດຂອງຄົນຕ່າງຊາດ.25“ຈະມີໝາຍສຳຄັນທີ່ດວງອາທິດ, ດວງເດືອນ ແລະ ດວງດາວທັງຫລາຍ. ຊົນຊາດຕ່າງໆໃນໂລກນີ້ຈະຕົກຢູ່ໃນຄວາມທຸກທໍລະມານ ແລະ ຄວາມວຸ້ນວາຍເພາະເກີດສຽງກ້ອງກັງວານ ແລະ ເກີດຄວາມປັ່ນປ່ວນໃນທ້ອງທະເລ.26ຄົນທັງຫລາຍຈະສະຫລົບໄປເພາະຄວາມຢ້ານ, ວິຕົກກັງວົນກັບສິ່ງທີ່ຈະເກີດຂຶ້ນໃນໂລກ ເພາະສະຫວັນຈະສັ່ນສະເທືອນ.27ໃນເວລານັ້ນພວກເຂົາທັງຫລາຍຈະເຫັນບຸດມະນຸດກຳລັງມາໃນເມກດ້ວຍລິດອຳນາດ ແລະ ສະຫງ່າລາສີອັນຍິ່ງໃຫຍ່.28ເມື່ອເຫດການເຫລົ່ານີ້ເລີ່ມຂຶ້ນ ພວກເຈົ້າຈົ່ງລຸກຂຶ້ນຢືນ ແລະ ເງີຍຫົວຂຶ້ນ ເພາະການໄຖ່ຂອງພວກເຈົ້າໃກ້ຈະມາເຖິງແລ້ວ”.29ພຣະອົງກ່າວຄຳອຸປະມານີ້ໃຫ້ພວກເຂົາຟັງວ່າ: “ຈົ່ງເບິ່ງຕົ້ນໝາກເດື່ອ ແລະ ຕົ້ນໄມ້ທັງໝົດ.30ເມື່ອໃບຂອງມັນເລີ່ມປົ່ງ ພວກເຈົ້າກໍສາມາດຮູ້ດ້ວຍຕົນເອງວ່າລະດູຮ້ອນໃກ້ຈະມາເຖິງແລ້ວ.31ຢ່າງດຽວກັນ, ເມື່ອພວກເຈົ້າເຫັນສິ່ງເຫລົ່ານີ້ເກີດຂຶ້ນ ພວກເຈົ້າກໍຈະຮູ້ວ່າອານາຈັກຂອງພຣະເຈົ້າໃກ້ເຂົ້າມາແລ້ວ.32“ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນໃນສະໄໝນີ້ ຈະຍັງບໍ່ທັນລ່ວງລັບໄປກ່ອນຈົນກວ່າສິ່ງທັງໝົດເຫລົ່ານີ້ຈະເກີດຂຶ້ນ.33ຟ້າ ແລະ ດິນຈະລ່ວງພົ້ນໄປ ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.34“ຈົ່ງລະວັງໃຫ້ດີ, ຢ່າໃຫ້ໃຈຂອງພວກເຈົ້າຈົມຢູ່ກັບການກິນລ້ຽງ, ດື່ມເຫລົ້າມຶນເມົາ ແລະ ຄວາມກັງວົນຂອງຊີວິດ ແລະ ວັນນັ້ນກໍຈະມາເຖິງພວກເຈົ້າຢ່າງໄວເໝືອນກັບບ້ວງແຮ້ວ.35ເພາະວັນນັ້ນຈະມາເຖິງທຸກຄົນທີ່ໃຊ້ຊີວິດຢູ່ເທິງແຜ່ນດິນໂລກ.36ດັ່ງນັ້ນ ຈົ່ງເຝົ້າລະວັງຢູ່ສະເໝີ ແລະ ອະທິຖານ ເພື່ອພວກເຈົ້າຈະສາມາດຫລຸດພົ້ນຈາກສິ່ງທັງປວງທີ່ກຳລັງຈະເກີດຂຶ້ນໄດ້, ເພື່ອວ່າພວກເຈົ້າຈະສາມາດຢືນຢູ່ຕໍ່ໜ້າບຸດມະນຸດໄດ້”.37ພຣະເຢຊູເຈົ້າສັ່ງສອນທີ່ວິຫານທຸກວັນ ແລະ ທຸກຄືນພຣະອົງກໍອອກໄປຢູ່ທີ່ເນີນພູເຂົາໝາກກອກ,38ປະຊາຊົນທັງຫລາຍກໍໄດ້ມາທີ່ວິຫານຕັ້ງແຕ່ຮຸ່ງເຊົ້າເພື່ອຟັງພຣະອົງ.Biblica, Inc.