ລູກາ20
ບັນຫາເລື່ອງສິດອຳນາດຂອງພຣະເຢຊູເຈົ້າ
1ມື້ໜຶ່ງໃນຂະນະທີ່ພຣະເຢຊູເຈົ້າກຳລັງສັ່ງສອນປະຊາຊົນຢູ່ໃນເດີ່ນວິຫານ ແລະ ກຳລັງປະກາດຂ່າວປະເສີດຢູ່ນັ້ນ, ພວກຫົວໜ້າປະໂລຫິດ, ພວກຄູສອນກົດບັນຍັດ ແລະ ພວກເຖົ້າແກ່ກໍມາຫາພຣະອົງ.2ພວກເຂົາເວົ້າວ່າ, “ຈົ່ງບອກພວກເຮົາມາວ່າເຈົ້າມີສິດອຳນາດອັນໃດທີ່ເຮັດສິ່ງເຫລົ່ານີ້? ຜູ້ໃດໃຫ້ສິດອຳນາດນີ້ແກ່ເຈົ້າ?”3ພຣະອົງຕອບວ່າ, “ເຮົາຈະຖາມພວກເຈົ້າຂໍ້ໜຶ່ງເໝືອນກັນ. ຈົ່ງບອກເຮົາມາວ່າ:4ບັບຕິສະມາຂອງໂຢຮັນນັ້ນມາຈາກສະຫວັນ ຫລື ຈາກມະນຸດ?”5ພວກເຂົາໄດ້ປຶກສາກັນ ແລະ ເວົ້າວ່າ, “ຖ້າພວກເຮົາຕອບວ່າ, ‘ມາຈາກສະຫວັນ’ ລາວກໍຈະຖາມວ່າ, ‘ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອໂຢຮັນ?’6ແຕ່ຖ້າພວກເຮົາເວົ້າວ່າ, ‘ມາຈາກມະນຸດ’ ປະຊາຊົນທັງຫລາຍກໍຈະເອົາຫີນແກວ່ງໃສ່ພວກເຮົາ ເພາະພວກເຂົາຖືວ່າໂຢຮັນເປັນຜູ້ທຳນວາຍ”.7ດັ່ງນັ້ນ ພວກເຂົາຈຶ່ງຕອບວ່າ, “ພວກເຮົາບໍ່ຮູ້ຈັກວ່າມາຈາກໃສ”.8ແລ້ວພຣະເຢຊູເຈົ້າຈຶ່ງກ່າວວ່າ, “ເຮົາກໍຈະບໍ່ບອກພວກເຈົ້າເໝືອນກັນວ່າເຮົາເຮັດສິ່ງເຫລົ່ານີ້ດ້ວຍສິດອຳນາດໃດ”.ຄຳອຸປະມາເລື່ອງຜູ້ເຊົ່າສວນ
9ແລ້ວພຣະອົງໄດ້ເຫລົ່າຄຳອຸປະມານີ້ໃຫ້ປະຊາຊົນຟັງວ່າ: “ມີຊາຍຄົນໜຶ່ງເຮັດສວນອະງຸ່ນ ແລ້ວເອົາສວນນັ້ນໃຫ້ພວກຊາວສວນເຊົ່າ ແລະ ກໍຍ້າຍໄປບ່ອນອື່ນເປັນເວລາດົນນານ.10ເມື່ອເຖິງລະດູເກັບກ່ຽວ ເພິ່ນກໍສົ່ງຜູ້ຮັບໃຊ້ໄປຫາພວກຄົນເຊົ່າສວນເພື່ອຮັບສ່ວນແບ່ງຂອງຜົນລະປູກຈາກສວນອະງຸ່ນ. ແຕ່ພວກຄົນເຊົ່າສວນໄດ້ຂ້ຽນຕີ ແລະ ສົ່ງລາວກັບໄປມືເປົ່າ.11ເພິ່ນຈຶ່ງສົ່ງຜູ້ຮັບໃຊ້ຄົນອື່ນໄປອີກ, ພວກເຂົາກໍຂ້ຽນຕີຜູ້ຮັບໃຊ້ຄົນນັ້ນເຮັດໃຫ້ອັບອາຍຂາຍໜ້າ ແລະ ສົ່ງລາວກັບໄປມືເປົ່າອີກ.12ເພິ່ນຈຶ່ງສົ່ງຜູ້ຮັບໃຊ້ຄົນທີສາມໄປອີກ, ພວກເຂົາກໍທຳຮ້າຍຜູ້ຮັບໃຊ້ຄົນນັ້ນ ແລະ ໂຍນລາວຖິ້ມອອກນອກສວນ.13“ແລ້ວເຈົ້າຂອງສວນອະງຸ່ນຈຶ່ງກ່າວວ່າ, ‘ເຮົາຈະເຮັດຢ່າງໃດດີ? ເຮົາຈະສົ່ງລູກຊາຍຂອງເຮົາ ຜູ້ທີ່ເຮົາຮັກໄປ ບາງເທື່ອພວກເຂົາຈະໃຫ້ຄວາມເຄົາລົບນັບຖືລາວ’.14“ແຕ່ເມື່ອພວກຄົນເຊົ່າສວນເຫັນລາວແລ້ວ, ພວກເຂົາກໍປຶກສາກັນວ່າ, ‘ຄົນນີ້ເປັນຜູ້ສືບທອດມໍລະດົກ. ໃຫ້ພວກເຮົາຂ້າລາວແລ້ວມໍລະດົກຈະຕົກເປັນຂອງພວກເຮົາ’.15ດັ່ງນັ້ນ ພວກເຂົາຈຶ່ງໂຍນລາວຖິ້ມອອກໄປນອກສວນອະງຸ່ນແລ້ວຂ້າລາວ.“ແລ້ວເຈົ້າຂອງສວນອະງຸ່ນຈະເຮັດຢ່າງໃດກັບພວກຄົນເຊົ່າສວນ?16ເພິ່ນຈະມາ ແລະ ຂ້າພວກຄົນເຊົ່າສວນ ແລະ ເອົາສວນອະງຸ່ນນັ້ນໃຫ້ຄົນອື່ນເຊົ່າ”.
ເມື່ອປະຊາຊົນໄດ້ຍິນດັ່ງນີ້ ພວກເຂົາກໍເວົ້າວ່າ, “ຂໍຢ່າໃຫ້ເປັນຢ່າງນັ້ນເລີຍ!”17ພຣະເຢຊູເຈົ້າແນມໄປເບິ່ງທີ່ພວກເຂົາ ແລະ ຖາມວ່າ, “ແລ້ວຄຳທີ່ຂຽນໄວ້ໃນພຣະຄຳພີນັ້ນໝາຍຄວາມວ່າຢ່າງໃດທີ່ວ່າ:“ ‘ຫີນທີ່ຊ່າງກໍ່ໄດ້ຖິ້ມແລ້ວໄດ້ກາຍເປັນຫີນເສົາເອກ ’ .18ຜູ້ໃດທີ່ລົ້ມທັບຫີນນີ້ ຜູ້ນັ້ນຈະຕ້ອງແຕກໝຸ່ນໄປ ແຕ່ຖ້າຫີນນີ້ຕົກທັບຜູ້ໃດ ຜູ້ນັ້ນກໍຈະແຫລກໝຸ່ນໄປເປັນຕ່ອນໆ”.19ພວກຄູສອນກົດບັນຍັດ ແລະ ພວກຫົວໜ້າປະໂລຫິດຊອກຫາທາງທີ່ຈະຈັບພຣະອົງທັນທີ ເພາະພວກເຂົາຮູ້ຈັກວ່າພຣະອົງກ່າວຄຳອຸປະມານີ້ຕໍ່ສູ້ພວກເຂົາ. ແຕ່ຍ້ອນພວກເຂົາຢ້ານປະຊາຊົນ.
ການເສຍພາສີແກ່ກາຍຊາ
20ພວກເຂົາໄດ້ຕິດຕາມເບິ່ງພຣະອົງຢ່າງໃກ້ຊິດ ໂດຍໃຊ້ພວກສອດແນມ ເຊິ່ງເຮັດຄືວ່າຈິງໃຈ. ພວກເຂົາຫວັງຈະຈັບຜິດຖ້ອຍຄຳຂອງພຣະເຢຊູເຈົ້າ ເພື່ອຈະມອບພຣະອົງໄວ້ໃນການປົກຄອງ ແລະ ສິດອຳນາດຂອງຜູ້ປົກຄອງ.21ດັ່ງນັ້ນ ພວກສອດແນມຈຶ່ງມາຖາມພຣະອົງວ່າ, “ທ່ານອາຈານ, ພວກເຮົາຮູ້ວ່າທ່ານກ່າວ ແລະ ສອນສິ່ງທີ່ຖືກຕ້ອງ ແລະ ທ່ານບໍ່ໄດ້ສະແດງຄວາມລຳອຽງ ແຕ່ສອນທາງຂອງພຣະເຈົ້າຕາມຄວາມຈິງ.22ທີ່ພວກເຮົາຈະເສຍພາສີໃຫ້ແກ່ກາຍຊານັ້ນເປັນການຖືກຕ້ອງບໍ?”23ພຣະເຢຊູເຈົ້າຮູ້ທັນກົນອຸບາຍຂອງພວກເຂົາ ແລະ ຈຶ່ງເວົ້າກັບພວກເຂົາວ່າ,24“ຈົ່ງເອົາເງິນໜຶ່ງຫລຽນເດນາຣິອົນມາໃຫ້ເຮົາເບິ່ງດູ. ຮູບ ແລະ ຄຳຈາລຶກໄວ້ໃນຫລຽນນັ້ນເປັນຂອງຜູ້ໃດ?”ພວກເຂົາຕອບວ່າ, “ເປັນຂອງກາຍຊາ”.25ແລ້ວພຣະອົງຈຶ່ງກ່າວແກ່ພວກເຂົາວ່າ, “ດັ່ງນັ້ນ ສິ່ງທີ່ເປັນຂອງກາຍຊາຈົ່ງຄືນໃຫ້ແກ່ກາຍຊາ ແລະ ສິ່ງທີ່ເປັນຂອງພຣະເຈົ້າກໍຄືນໃຫ້ແກ່ພຣະເຈົ້າ”.26ພວກເຂົາບໍ່ສາມາດຈັບຜິດສິ່ງທີ່ພຣະອົງກ່າວໃນທີ່ສາທະລະນະໄດ້. ແລ້ວພວກເຂົາຈຶ່ງມິດງຽບຢູ່ເພາະປະຫລາດໃຈໃນຄຳຕອບຂອງພຣະອົງ.
ການເປັນຄືນມາຈາກຕາຍ ແລະ ການແຕ່ງງານ
27ຍັງມີບາງຄົນໃນພວກຊາດູກາຍທີ່ເວົ້າວ່າບໍ່ມີການເປັນຄືນມາຈາກຕາຍໄດ້ມາຖາມພຣະເຢຊູເຈົ້າ.28ພວກເຂົາເວົ້າວ່າ, “ທ່ານອາຈານ, ໂມເຊໄດ້ຂຽນຄຳສັ່ງສຳລັບພວກເຮົາໄວ້ວ່າ, ຖ້າອ້າຍຂອງຊາຍຜູ້ໜຶ່ງຕາຍປະເມຍຂອງຕົນໂດຍບໍ່ມີລູກ ຊາຍຄົນນັ້ນຈະຕ້ອງແຕ່ງງານກັບຍິງໝ້າຍຄົນນັ້ນເພື່ອຈະມີລູກສືບເຊື້ອສາຍໃຫ້ອ້າຍຂອງຕົນ.29ບັດນີ້ ຍັງມີອ້າຍນ້ອງເຈັດຄົນ. ຜູ້ທີໜຶ່ງໄດ້ແຕ່ງງານກັບແມ່ຍິງຄົນໜຶ່ງ ແລະ ໄດ້ຕາຍໄປໂດຍບໍ່ມີລູກ.30ຜູ້ທີສອງ31ແລະ ຫລັງຈາກນັ້ນຜູ້ທີສາມກໍໄດ້ແຕ່ງງານກັບນາງ ແລະ ເຫດການດຽວກັນນີ້ໄດ້ເກີດຂຶ້ນກັບທັງເຈັດຄົນ, ຄືພວກເຂົາໄດ້ຕາຍໄປໂດຍບໍ່ມີລູກ.32ໃນທີ່ສຸດຍິງນັ້ນກໍໄດ້ຕາຍໄປເໝືອນກັນ.33ດັ່ງນັ້ນ ໃນວັນທີ່ເປັນຄືນມາຈາກຕາຍຍິງຄົນນີ້ຈະເປັນເມຍຂອງຜູ້ໃດ, ດ້ວຍວ່າຊາຍທັງເຈັດຄົນໄດ້ລ້ວນແຕ່ໄດ້ແຕ່ງງານກັບນາງ?”34ພຣະເຢຊູເຈົ້າຕອບວ່າ, “ຄົນໃນຍຸກນີ້ເຄີຍແຕ່ງງານ ແລະ ຍົກໃຫ້ເປັນຜົວເມຍກັນ.35ແຕ່ຄົນທີ່ຖືວ່າສົມຄວນມີສ່ວນໃນຍຸກທີ່ຈະມາເຖິງ ແລະ ໃນການເປັນຄືນມາຈາກຕາຍນັ້ນຈະບໍ່ມີການແຕ່ງງານ ຫລື ຍົກໃຫ້ເປັນຜົວເມຍກັນອີກ,36ແລະ ພວກເຂົາຈະເປັນເໝືອນເທວະດາທີ່ຕາຍບໍ່ເປັນ. ພວກເຂົາເປັນລູກຂອງພຣະເຈົ້າ ເພາະພວກເຂົາເປັນລູກແຫ່ງການເປັນຄືນມາຈາກຕາຍ.37ແຕ່ໃນເລື່ອງໄຟໄໝ້ພຸ່ມໄມ້ນັ້ນ ແມ່ນແຕ່ໂມເຊຍັງໄດ້ສະແດງໃຫ້ເຫັນວ່າຄົນຕາຍເປັນຄືນມາ, ເພາະເພິ່ນເອີ້ນອົງພຣະຜູ້ເປັນເຈົ້າວ່າ, ‘ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະ ພຣະເຈົ້າຂອງຢາໂຄບ’. 38ພຣະອົງບໍ່ແມ່ນພຣະເຈົ້າຂອງຄົນຕາຍ ແຕ່ເປັນພຣະເຈົ້າຂອງຄົນເປັນ ເພາະສຳລັບພຣະອົງແລ້ວທຸກຄົນຍັງມີຊີວິດຢູ່”.39ແລ້ວຄູສອນກົດບັນຍັດບາງຄົນໄດ້ຕອບວ່າ, “ທ່ານອາຈານ, ທ່ານເວົ້າດີຫລາຍ!”40ແລະ ບໍ່ມີຜູ້ໃດກ້າຖາມພຣະອົງອີກ.ພຣະຄຣິດເຈົ້າເປັນບຸດຂອງຜູ້ໃດ?
41ຫລັງຈາກນັ້ນ ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ດ້ວຍເຫດໃດຈຶ່ງເວົ້າວ່າພຣະຄຣິດເຈົ້າ ເປັນບຸດຂອງດາວິດ?42ດາວິດເອງໄດ້ປະກາດໄວ້ໃນພຣະທຳເພງສັນລະເສີນວ່າ:“ ‘ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບອົງເຈົ້ານາຍຂອງຂ້ານ້ອຍວ່າ:“ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ43ຈົນກວ່າເຮົາຈະເຮັດໃຫ້ສັດຕູທັງຫລາຍຂອງເຈົ້າເປັນບ່ອນຮອງຕີນຂອງເຈົ້າ” ’. 44ດາວິດເອີ້ນພຣະອົງວ່າ, ‘ອົງພຣະຜູ້ເປັນເຈົ້າ’. ແລ້ວພຣະອົງຈະເປັນບຸດຂອງດາວິດໄດ້ຢ່າງໃດ?”ຄຳເຕືອນກ່ຽວກັບພວກຄູສອນກົດບັນຍັດ
45ໃນຂະນະທີ່ປະຊາຊົນທັງຫລາຍກຳລັງຟັງຢູ່ນັ້ນ, ພຣະເຢຊູເຈົ້າກໍກ່າວກັບພວກສາວົກຂອງພຣະອົງວ່າ,46“ຈົ່ງລະວັງພວກຄູສອນກົດບັນຍັດໃຫ້ດີ. ພວກເຂົາມັກນຸ່ງເສື້ອຄຸມຍາວຍ່າງໄປມາ ແລະ ມັກໃຫ້ຄົນມາຄຳນັບທັກທາຍໃນບ່ອນຊຸມນຸມຊົນ, ມັກນັ່ງໃນບ່ອນນັ່ງທີ່ສຳຄັນໃນທຳມະສາລາ ແລະ ບ່ອນນັ່ງທີ່ມີກຽດໃນງານກິນລ້ຽງຕ່າງໆ.47ພວກເຂົາສໍ້ໂກງເອົາເຮືອນຂອງບັນດາແມ່ໝ້າຍ ແລະ ເຮັດທຳທ່າອະທິຖານຢ່າງຍືດຍາວເພື່ອໃຫ້ຄົນເຫັນ. ຄົນເຫລົ່ານີ້ຈະຖືກລົງໂທດໜັກທີ່ສຸດ”.Biblica, Inc.