ລູກາ19
ຊັກຂ່າຍຄົນເກັບພາສີ
1ພຣະເຢຊູເຈົ້າໄດ້ເຂົ້າໄປເມືອງເຢຣິໂກ ແລະ ກຳລັງຜ່ານເມືອງນັ້ນໄປ2ມີຊາຍຄົນໜຶ່ງຢູ່ທີ່ນັ້ນຊື່ຊັກຂ່າຍ, ລາວເປັນຫົວໜ້າຄົນເກັບພາສີ ແລະ ເປັນຄົນຮັ່ງມີ.3ລາວຢາກເຫັນພຣະເຢຊູເຈົ້າວ່າເປັນຄົນແນວໃດ, ແຕ່ວ່າລາວເປັນຄົນເຕ້ຍຈຶ່ງເບິ່ງບໍ່ເຫັນເພາະຄົນແໜ້ນຫລາຍ.4ລາວຈຶ່ງແລ່ນອອກໜ້າກ່ອນແລ້ວປີນຂຶ້ນຕົ້ນໝາກເດື່ອເພື່ອຈະໄດ້ເຫັນພຣະອົງ, ເພາະພຣະເຢຊູເຈົ້າກຳລັງຜ່ານໄປທາງນັ້ນ.5ເມື່ອພຣະເຢຊູເຈົ້າມາເຖິງທີ່ນັ້ນ ພຣະອົງກໍເງີຍໜ້າຂຶ້ນແລ້ວເວົ້າກັບລາວວ່າ, “ຊັກຂ່າຍ, ຟ້າວລົງມາສາ. ເພາະວັນນີ້ເຮົາຕ້ອງພັກຢູ່ເຮືອນຂອງເຈົ້າ”.6ດັ່ງນັ້ນລາວຈຶ່ງລົງມາທັນທີ ແລະ ຕ້ອນຮັບພຣະອົງດ້ວຍຄວາມຊື່ນຊົມຍິນດີ.7ເມື່ອຄົນທັງໝົດເຫັນດັ່ງນັ້ນກໍພາກັນເລີ່ມຈົ່ມວ່າ, “ພຣະອົງໄປພັກຢູ່ໃນເຮືອນຂອງຄົນບາບ”.8ແຕ່ຊັກຂ່າຍລຸກຂຶ້ນເວົ້າກັບອົງພຣະຜູ້ເປັນເຈົ້າວ່າ, “ເບິ່ງແມ! ອົງພຣະຜູ້ເປັນເຈົ້າ, ເວລານີ້ຂ້ານ້ອຍຂໍຍົກຊັບສົມບັດເຄິ່ງໜຶ່ງໃຫ້ແກ່ຄົນຍາກຈົນ ແລະ ຖ້າຂ້ານ້ອຍໄດ້ສໍ້ໂກງເອົາສິ່ງໃດຂອງຜູ້ໃດ, ຂ້ານ້ອຍກໍຂໍໃຊ້ຄືນໃຫ້ສີ່ເທົ່າ”.9ພຣະເຢຊູເຈົ້າກ່າວກັບລາວວ່າ, “ໃນວັນນີ້ຄວາມພົ້ນໄດ້ມາເຖິງເຮືອນຫລັງນີ້ແລ້ວ, ເພາະຊາຍຄົນນີ້ກໍເປັນລູກຫລານຂອງອັບຣາຮາມເໝືອນກັນ.10ດ້ວຍວ່າ ບຸດມະນຸດໄດ້ມາເພື່ອຊອກຫາ ແລະ ຊ່ວຍຄົນທີ່ຫລົງຫາຍໃຫ້ລອດພົ້ນ”.ຄຳອຸປະມາເລື່ອງເງິນສິບມີນາ
11ໃນຂະນະທີ່ຄົນທັງຫລາຍກຳລັງຟັງຢູ່ນັ້ນ, ພຣະອົງກໍກ່າວຄຳອຸປະມາໃຫ້ພວກເຂົາຟັງຕໍ່ໄປ ເພາະວ່າພຣະອົງມາໃກ້ຈະເຖິງນະຄອນເຢຣູຊາເລັມແລ້ວ ແລະ ຄົນທັງຫລາຍຄິດວ່າອານາຈັກຂອງພຣະເຈົ້າຈະປາກົດທັນທີ.12ພຣະອົງກ່າວວ່າ: “ມີຊາຍຄົນໜຶ່ງທີ່ເປັນເຈົ້ານາຍໄດ້ອອກໄປແດນໄກເພື່ອຮັບການແຕ່ງຕັ້ງໃຫ້ເປັນກະສັດແລ້ວຈະກັບຄືນມາ,13ເພິ່ນຈຶ່ງເອີ້ນຄົນຮັບໃຊ້ສິບຄົນມາແລ້ວມອບເງິນໃຫ້ຄົນລະໜຶ່ງມີນາ ແລະ ສັ່ງວ່າ, ‘ຈົ່ງນຳເງິນນີ້ໄປເປັນທຶນຄ້າຂາຍຈົນກວ່າເຮົາຈະກັບມາ’.14“ແຕ່ປະຊາຊົນທີ່ຢູ່ພາຍໃຕ້ການປົກຄອງຂອງເພິ່ນໄດ້ກຽດຊັງເພິ່ນ ພວກເຂົາຈຶ່ງໃຊ້ຜູ້ແທນໄປຫາເພິ່ນເພື່ອບອກວ່າ, ‘ພວກເຮົາບໍ່ຕ້ອງການໃຫ້ຊາຍຜູ້ນີ້ມາເປັນກະສັດປົກຄອງພວກເຮົາ’.15“ເຖິງຢ່າງໃດກໍຕາມ ເພິ່ນຜູ້ນີ້ກໍຍັງໄດ້ຮັບການແຕ່ງຕັ້ງເປັນກະສັດ ແລະ ໄດ້ກັບຄືນມາເຮືອນ, ແລ້ວເພິ່ນຈຶ່ງເອີ້ນເອົາຄົນຮັບໃຊ້ທີ່ເພິ່ນໄດ້ມອບເງິນໃຫ້ນັ້ນມາພົບ ເພື່ອຈະໄດ້ຮູ້ວ່າພວກເຂົາໄດ້ກຳໄລມາຫລາຍເທົ່າໃດ.16“ຄົນທຳອິດເຂົ້າມາ ແລະ ເວົ້າວ່າ, ‘ນາຍເອີຍ, ເງິນໜຶ່ງມີນາຂອງທ່ານໄດ້ກຳໄລມາອີກສິບມີນາ’.17“ນາຍຂອງລາວຕອບວ່າ, ‘ດີຫລາຍ ເຈົ້າເປັນຄົນຮັບໃຊ້ທີ່ດີຂອງເຮົາ! ເພາະເຈົ້າສັດຊື່ໄວ້ໃຈໄດ້ໃນສິ່ງເລັກນ້ອຍ, ຈົ່ງປົກຄອງສິບຫົວເມືອງ’.18“ຄົນທີສອງເຂົ້າມາ ແລະ ເວົ້າວ່າ, ‘ນາຍເອີຍ ເງິນໜຶ່ງມີນາຂອງທ່ານໄດ້ກຳໄລມາອີກຫ້າມີນາ’.19“ນາຍຂອງລາວຕອບວ່າ, ‘ໃຫ້ເຈົ້າປົກຄອງຫ້າຫົວເມືອງ’.20“ຫລັງຈາກນັ້ນຄົນຮັບໃຊ້ອີກຄົນໜຶ່ງເຂົ້າມາ ແລະ ເວົ້າວ່າ, ‘ນາຍເອີຍ ນີ້ຄືເງິນໜຶ່ງມີນາຂອງທ່ານ, ຂ້ານ້ອຍໄດ້ເອົາຜ້າຫໍ່ເກັບໄວ້.21ຂ້ານ້ອຍຢ້ານທ່ານ ເພາະທ່ານເປັນຄົນເຄັ່ງຄັດ, ທ່ານເກັບກຳໄລຈາກທຸລະກິດທີ່ທ່ານບໍ່ໄດ້ລົງທຶນ ແລະ ເກັບກ່ຽວຜົນທີ່ທ່ານບໍ່ໄດ້ຫວ່ານ’.22“ນາຍຂອງລາວຕອບວ່າ, ‘ເຈົ້າຄົນຮັບໃຊ້ຊົ່ວຊ້າ! ເຮົາຈະຕັດສິນລົງໂທດເຈົ້າຈາກຄຳເວົ້າຂອງເຈົ້າເອງ. ເຈົ້າຮູ້ຈັກວ່າເຮົາເປັນຄົນເຄັ່ງຄັດ, ເກັບກຳໄລຈາກທຸລະກິດທີ່ເຮົາເອງບໍ່ໄດ້ລົງທຶນ ແລະ ເກັບກ່ຽວຜົນທີ່ເຮົາບໍ່ໄດ້ຫວ່ານ?23ແລ້ວເປັນຫຍັງເຈົ້າບໍ່ນຳເງິນໄປຝາກໄວ້ ເພື່ອວ່າເມື່ອເຮົາກັບມາແລ້ວເຮົາຈະໄດ້ຮັບເງິນຄືນພ້ອມດ້ວຍດອກເບ້ຍ?’24“ແລ້ວເພິ່ນກໍສັ່ງຄົນທີ່ຢືນຢູ່ທີ່ນັ້ນວ່າ, ‘ຈົ່ງເອົາເງິນມີນານັ້ນໄປຈາກມັນ ແລະ ມອບໃຫ້ແກ່ຄົນທີ່ມີສິບມີນາ’.25“ແຕ່ພວກເຂົາເວົ້າວ່າ, ‘ນາຍເອີຍ ຄົນນັ້ນມີຢູ່ສິບມີນາແລ້ວ!’26“ເພິ່ນຕອບວ່າ, ‘ເຮົາບອກພວກເຈົ້າວ່າ, ທຸກຄົນທີ່ມີຢູ່ແລ້ວກໍຈະໄດ້ຮັບເພີ່ມເຕີມອີກ, ສ່ວນຜູ້ທີ່ບໍ່ມີ ແມ່ນແຕ່ສິ່ງທີ່ພວກເຂົາມີຢູ່ກໍຈະຖືກຍົກເອົາໄປ.27ຝ່າຍພວກສັດຕູຂອງເຮົາທີ່ບໍ່ຕ້ອງການໃຫ້ເຮົາເປັນກະສັດປົກຄອງພວກເຂົານັ້ນ ຈົ່ງພາພວກເຂົາມາທີ່ນີ້ ແລະ ຂ້າພວກເຂົາຕໍ່ໜ້າເຮົາ’ ”.ພຣະເຢຊູເຈົ້າເຂົ້າສູ່ເຢຣູຊາເລັມຢ່າງກະສັດ
28ຫລັງຈາກທີ່ພຣະເຢຊູເຈົ້າກ່າວດັ່ງນີ້ແລ້ວ ພຣະອົງກໍນຳໜ້າຂຶ້ນໄປຍັງເຢຣູຊາເລັມ.29ເມື່ອມາໃກ້ບ້ານເບັດຟາເຄ ແລະ ເບັດທານີທີ່ເນີນພູ ເຊິ່ງເອີ້ນວ່າພູເຂົາໝາກກອກ, ພຣະອົງໄດ້ໃຊ້ສາວົກສອງຄົນອອກໄປໂດຍສັ່ງພວກເພິ່ນວ່າ,30“ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ໜ້ານັ້ນ, ເມື່ອເຂົ້າໄປແລ້ວພວກເຈົ້າຈະພົບລໍນ້ອຍໂຕໜຶ່ງມັດຢູ່ ເຊິ່ງຍັງບໍ່ເຄີຍມີຜູ້ໃດໄດ້ຂຶ້ນຂີ່ຈັກເທື່ອ. ຈົ່ງແກ້ເຊືອກອອກ ແລ້ວຈູງມາທີ່ນີ້.31ຖ້າມີຜູ້ໃດຖາມພວກເຈົ້າວ່າ, ‘ແກ້ເອົາມັນໄປເຮັດຫຍັງ?’ ຈົ່ງບອກວ່າ, ‘ອົງພຣະຜູ້ເປັນເຈົ້າຕ້ອງການ’ ”.32ແລ້ວສາວົກທີ່ຖືກໃຊ້ນັ້ນກໍອອກໄປ ແລະ ພົບຕາມທີ່ພຣະອົງບອກພວກເພິ່ນໄວ້.33ຂະນະທີ່ພວກເພິ່ນກຳລັງແກ້ເຊືອກທີ່ຜູກລໍນ້ອຍອອກຢູ່ນັ້ນ ເຈົ້າຂອງລໍກໍຖາມວ່າ, “ພວກເຈົ້າແກ້ເອົາລໍນ້ອຍໄປເຮັດຫຍັງ?”34ພວກເພິ່ນຕອບວ່າ, “ອົງພຣະຜູ້ເປັນເຈົ້າຕ້ອງການ”.35ແລ້ວພວກເພິ່ນກໍຈູງລໍນ້ອຍມາຫາພຣະເຢຊູເຈົ້າ, ພວກເພິ່ນກໍເອົາເສື້ອຄຸມຂອງຕົນປູເທິງຫລັງລໍ ແລ້ວໃຫ້ພຣະເຢຊູເຈົ້າຂຶ້ນນັ່ງຢູ່ເທິງລໍນ້ອຍນັ້ນ.36ຂະນະທີ່ພຣະເຢຊູເຈົ້າຂີ່ໄປນັ້ນ, ປະຊາຊົນກໍເອົາເສື້ອຄຸມຂອງຕົນປູລົງຕາມທາງ.37ເມື່ອພຣະອົງມາໃກ້ບ່ອນທີ່ເປັນທາງລົງຈາກພູເຂົາໝາກກອກ, ປະຊາຊົນທີ່ເປັນສາວົກຂອງພຣະອົງຕ່າງກໍພາກັນສັນລະເສີນພຣະເຈົ້າສຽງດັງດ້ວຍຄວາມຊື່ນຊົມຍິນດີໃນການອັດສະຈັນທັງໝົດທີ່ພວກເຂົາໄດ້ເຫັນໂດຍເວົ້າວ່າ,38“ພຣະພອນມີແດ່ກະສັດຜູ້ທີ່ມາໃນນາມຂອງອົງພຣະຜູ້ເປັນເຈົ້າ!” “ສັນຕິສຸກຈົ່ງມີໃນສະຫວັນ ແລະ ສະຫງ່າລາສີຈົ່ງມີໃນທີ່ສູງສຸດ!”39ພວກຟາຣີຊາຍບາງຄົນໃນປະຊາຊົນໄດ້ເວົ້າກັບພຣະເຢຊູເຈົ້າວ່າ, “ອາຈານ, ຈົ່ງຫ້າມພວກສາວົກຂອງທ່ານດ້ວຍ!”40ພຣະອົງຕອບວ່າ, “ເຮົາບອກພວກເຈົ້າວ່າ ຖ້າພວກເຂົາມິດງຽບຢູ່ ກ້ອນຫີນທັງຫລາຍກໍຈະເປັ່ງສຽງຮ້ອງຂຶ້ນ”.41ເມື່ອພຣະອົງມາໃກ້ ແລະ ເຫັນເຢຣູຊາເລັມແລ້ວ, ພຣະອົງກໍຮ້ອງໄຫ້ເພາະສົງສານນະຄອນນັ້ນ42ແລະ ໄດ້ກ່າວວ່າ, “ຖ້າພຽງແຕ່ເຈົ້າໄດ້ຮູ້ໃນວັນນີ້ວ່າອັນໃດຈະນຳສັນຕິສຸກມາສູ່ເຈົ້າ ແຕ່ບັດນີ້ສິ່ງນັ້ນໄດ້ຖືກປິດບັງຈາກສາຍຕາຂອງເຈົ້າແລ້ວ.43ວັນເຫລົ່ານັ້ນຈະມາເຖິງເຈົ້າ ເມື່ອສັດຕູຂອງເຈົ້າຂຸດຄູກັ້ນເພື່ອໂຈມຕີເຈົ້າ ແລະ ອ້ອມເຈົ້າໄວ້ທຸກດ້ານ.44ພວກເຂົາຈະແກວ່ງເຈົ້າລົງພື້ນດິນ, ເຈົ້າກັບລູກຫລານພາຍໃນກຳແພງຂອງເຈົ້າ ພວກເຂົາຈະບໍ່ປ່ອຍໃຫ້ເຫລືອກ້ອນຫີນຊ້ອນທັບກັນຈັກກ້ອນ ເພາະວ່າເຈົ້າບໍ່ຮູ້ຈັກເວລາທີ່ພຣະເຈົ້າຈະມາຫາເຈົ້າ”.ພຣະເຢຊູເຈົ້າທີ່ວິຫານ
45ເມື່ອພຣະເຢຊູເຈົ້າເຂົ້າໄປໃນເດີ່ນວິຫານ ແລະ ເລີ່ມຂັບໄລ່ບັນດາຄົນທີ່ຊື້ຂາຍຢູ່ທີ່ນັ້ນອອກໄປ.46ພຣະອົງກ່າວຕໍ່ພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ວິຫານຂອງເຮົາຈະເປັນສະຖານທີ່ແຫ່ງການອະທິຖານ’ ແຕ່ພວກເຈົ້າໄດ້ເຮັດໃຫ້ກາຍເປັນ ‘ຖ້ຳໂຈນ’ ”.47ພຣະອົງໄດ້ສັ່ງສອນຢູ່ທີ່ວິຫານທຸກວັນ. ແຕ່ພວກຫົວໜ້າປະໂລຫິດ, ພວກຄູສອນກົດບັນຍັດ ແລະ ບັນດາຜູ້ນຳໃນທ່າມກາງປະຊາຊົນກໍພະຍາຍາມຊອກຫາທາງທີ່ຈະຂ້າພຣະອົງ48ແຕ່ພວກເຂົາບໍ່ເຫັນຊ່ອງທາງທີ່ຈະເຮັດໄດ້, ເພາະປະຊາຊົນທັງຫລາຍຕັ້ງໃຈຟັງຖ້ອຍຄຳຂອງພຣະອົງ.Biblica, Inc.