ລະບຽບພວກເລວີ22
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,2“ຈົ່ງບອກອາໂຣນກັບລູກຊາຍຂອງລາວໃຫ້ປະຕິບັດຕໍ່ເຄື່ອງຖວາຍບູຊາອັນສັກສິດທີ່ຊາວອິດສະຣາເອນນຳມາຖວາຍແກ່ເຮົານັ້ນດ້ວຍຄວາມເຄົາລົບຢຳເກງ, ເພື່ອວ່າຈະບໍ່ເປັນການໝິ່ນປະໝາດນາມອັນບໍລິສຸດຂອງເຮົາ. ເຮົາຄືພຣະເຈົ້າຢາເວ.3“ຈົ່ງບອກກັບພວກເຂົາວ່າ: ‘ນັບແຕ່ນີ້ຕໍ່ໄປທຸກຊົ່ວອາຍຸທີ່ຈະມາເຖິງ, ຖ້າເຊື້ອສາຍຂອງເຈົ້າຄົນໃດທີ່ເປັນມົນທິນຕາມລະບຽບພິທີກຳແຕ່ຍັງເຂົ້າມາໃກ້ເຄື່ອງຖວາຍບູຊາອັນສັກສິດທີ່ຊາວອິດສະຣາເອນນຳມາຖວາຍແກ່ພຣະເຈົ້າຢາເວ, ຜູ້ນັ້ນຈະຕ້ອງຖືກຕັດຂາດຈາກການສະຖິດຂອງເຮົາ. ເຮົາຄືພຣະເຈົ້າຢາເວ.4“ ‘ຖ້າເຊື້ອສາຍຂອງອາໂຣນຄົນໃດທີ່ເປັນພະຍາດຜິວໜັງທີ່ເປັນມົນທິນ ຫລື ມີສິ່ງທີ່ໄຫລອອກຈາກຮ່າງກາຍ, ຜູ້ນັ້ນບໍ່ຄວນກິນເຄື່ອງຖວາຍບູຊາອັນສັກສິດຈົນກວ່າລາວຈະໄດ້ຮັບການຊຳລະໃຫ້ບໍລິສຸດເສຍກ່ອນ. ລາວກໍຈະເປັນມົນທິນເໝືອນກັນຖ້າລາວສຳພັດສິ່ງທີ່ເປັນມົນທິນຈາກຊາກສົບ ຫລື ຈາກຄົນທີ່ມີນ້ຳອະສຸຈິໄຫລອອກມາ,5ຫລື ຖ້າລາວສຳພັດສັດເລືອຄານທີ່ເຮັດໃຫ້ລາວເປັນມົນທິນ ຫລື ສຳພັດບຸກຄົນທີ່ເຮັດໃຫ້ລາວເປັນມົນທິນ, ບໍ່ວ່າຈະເປັນມົນທິນໃນລັກສະນະໃດກໍຕາມ.6ຜູ້ທີ່ສຳພັດສິ່ງເຫລົ່ານັ້ນຈະເປັນມົນທິນຈົນເຖິງຄ່ຳ. ຜູ້ນັ້ນຈະຕ້ອງບໍ່ກິນເຄື່ອງຖວາຍບູຊາອັນສັກສິດຈົນກວ່າຈະໄດ້ອາບນ້ຳຊຳລະຕົນເອງສາກ່ອນ.7ເມື່ອຕາເວັນຕົກດິນແລ້ວ, ລາວຈຶ່ງຈະບໍ່ເປັນມົນທິນ ແລະ ຫລັງຈາກນັ້ນລາວຈຶ່ງກິນເຄື່ອງບູຊາອັນສັກສິດນັ້ນໄດ້, ເພາະແມ່ນອາຫານຂອງລາວ.8ລາວຕ້ອງບໍ່ກິນສັດໂຕໃດທີ່ຕາຍເອງ ຫລື ຖືກສັດປ່າກັດຕາຍ, ເພາະຈະເຮັດໃຫ້ລາວເປັນມົນທິນຜ່ານສັດນັ້ນ. ເຮົາຄືພຣະເຈົ້າຢາເວ.9“ ‘ບັນດາປະໂລຫິດຕ້ອງດຳເນີນການຮັບໃຊ້ຕາມວິທີທາງທີ່ພວກເຂົາຈະບໍ່ກາຍເປັນຜູ້ມີຄວາມຜິດ ແລະ ຕາຍເພາະການປະຕິບັດສິ່ງເຫລົ່ານັ້ນດ້ວຍການຫລົບຫລູ່. ເຮົາຄືພຣະເຈົ້າຢາເວຜູ້ເຮັດໃຫ້ພວກເຂົາບໍລິສຸດ.10“ ‘ຜູ້ທີ່ບໍ່ແມ່ນຄົນໃນຄອບຄົວຂອງປະໂລຫິດບໍ່ສາມາດກິນເຄື່ອງຖວາຍບູຊາສັກສິດນັ້ນໄດ້, ຜູ້ມາຢ້ຽມຢາມປະໂລຫິດ ຫລື ລູກຈ້າງກໍບໍ່ສາມາດກິນສິ່ງນັ້ນບໍ່ໄດ້.11ແຕ່ຖ້າປະໂລຫິດຊື້ຂ້າທາດມາດ້ວຍເງິນ ຫລື ຂ້າທາດທີ່ເກີດໃນເຮືອນຂອງປະໂລຫິດ, ພວກເຂົາສາມາດກິນອາຫານດັ່ງກ່າວນັ້ນໄດ້.12ຖ້າລູກສາວຂອງປະໂລຫິດແຕ່ງງານກັບຄົນອື່ນທີ່ບໍ່ໄດ້ເປັນປະໂລຫິດ, ຫ້າມບໍ່ໃຫ້ນາງກິນເຄື່ອງຖວາຍບູຊາອັນສັກສິດທີ່ໄດ້ຮັບສ່ວນແບ່ງມານັ້ນ.13ແຕ່ຖ້າລູກສາວຂອງປະໂລຫິດເປັນແມ່ໝ້າຍ ຫລື ເປັນແມ່ຮ້າງ ແລະ ບໍ່ມີລູກ, ແລ້ວນາງກັບມາອາໄສຢູ່ເຮືອນກັບພໍ່ຂອງຕົນເໝືອນດັ່ງທີ່ຍັງເປັນສາວຢູ່ນັ້ນ, ນາງຈະກິນອາຫານຂອງພໍ່ໄດ້. ຜູ້ໃດກໍຕາມທີ່ບໍ່ໄດ້ຮັບອະນຸຍາດ, ຫ້າມກິນອາຫານນີ້.14“ ‘ຖ້າຜູ້ໃດກິນເຄື່ອງຖວາຍບູຊາສັກສິດໂດຍຮູ້ເທົ່າບໍ່ເຖິງການ ລາວຕ້ອງຊົດໃຊ້ເຄື່ອງຖວາຍບູຊາສັກສິດນັ້ນໃຫ້ແກ່ປະໂລຫິດຕາມຈຳນວນທີ່ລາວໄດ້ກິນໄປ ແລະ ເພີ່ມເຕີມອີກໜຶ່ງສ່ວນຫ້າຂອງມູນຄ່າຂອງສິ່ງນັ້ນ.15ປະໂລຫິດຈະຕ້ອງບໍ່ຫລົບຫລູ່ເຄື່ອງຖວາຍບູຊາສັກສິດທີ່ຊາວອິດສະຣາເອນນຳມາຖວາຍແກ່ພຣະເຈົ້າຢາເວ16ໂດຍອະນຸຍາດໃຫ້ພວກເຂົາກິນເຄື່ອງຖວາຍບູຊາສັກສິດ ຈຶ່ງເປັນເຫດໃຫ້ພວກເຂົາຕ້ອງຊົດໃຊ້ຄວາມຜິດນັ້ນ. ເຮົາຄືພຣະເຈົ້າຢາເວ, ຜູ້ເຮັດໃຫ້ພວກເຂົາບໍລິສຸດ’ ”.
ເຄື່ອງບູຊາບໍ່ເປັນທີ່ຍອມຮັບ
17ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,18“ຈົ່ງແຈ້ງອາໂຣນກັບລູກຊາຍຂອງລາວ ແລະ ຊາວອິດສະຣາເອນທັງໝົດ ແລະ ບອກພວກເຂົາວ່າ: ‘ຖ້າຊາວອິດສະຣາເອນ ຫລື ຊາວຕ່າງດ້າວຄົນໃດທີ່ອາໄສໃນປະເທດອິດສະຣາເອນຈະຖວາຍເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ, ບໍ່ວ່າຈະຖວາຍຕາມການບະບົນ ຫລື ເປັນເຄື່ອງຖວາຍບູຊາຕາມຄວາມສະໝັກໃຈ,19ພວກເຈົ້າຈະຕ້ອງຖວາຍສັດໂຕຜູ້ທີ່ບໍ່ມີຕຳໜິ, ບໍ່ວ່າຈະເປັນງົວ, ແກະ ຫລື ແບ້ເພື່ອໃຫ້ຂອງຖວາຍນັ້ນເປັນທີ່ຍອມຮັບໃນນາມຂອງພວກເຈົ້າ.20ຢ່ານຳສິ່ງໃດທີ່ມີຕຳໜິມາຖວາຍ, ເພາະວ່າສິ່ງນັ້ນຈະບໍ່ເປັນທີ່ຍອມຮັບໃນນາມຂອງພວກເຈົ້າ.21ເມື່ອຜູ້ໃດນຳສັດຈາກຝູງສັດເພື່ອເອົາມາເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວບໍ່ວ່າຈະຖວາຍຕາມການບະບົນ ຫລື ຖວາຍຕາມຄວາມສະໝັກໃຈ, ຜູ້ນັ້ນຈະຕ້ອງຖວາຍສັດທີ່ບໍ່ມີຕຳໜິ ຫລື ບໍ່ມີຮອຍດ່າງພອຍຈຶ່ງຈະເປັນທີ່ຍອມຮັບແກ່ພຣະອົງ.22ຢ່າຖວາຍສັດຕາບອດ, ຮັບບາດເຈັບ ຫລື ເຈັບປ່ວຍ, ຫລື ສິ່ງໃດກໍຕາມທີ່ເປັນຕຸ່ມ ຫລື ເປັນໜອງ ຫລື ມີບາດແຜແກ່ພຣະເຈົ້າຢາເວ. ຢ່ານຳເອົາສິ່ງເຫລົ່ານີ້ມາວາງເທິງແທ່ນບູຊາເພື່ອເປັນເຄື່ອງຖວາຍອາຫານແກ່ພຣະເຈົ້າຢາເວ.23ເຖິງຢ່າງໃດກໍຕາມ, ພວກເຈົ້າອາດຈະຖວາຍລູກງົວ ຫລື ລູກແກະທີ່ຜິດປົກກະຕິ ຫລື ບໍ່ສົມບູນເປັນເຄື່ອງຖວາຍຕາມຄວາມສະໝັກໃຈໄດ້, ແຕ່ຈະບໍ່ໄດ້ຮັບການຍອມຮັບວ່າເປັນຂອງຖວາຍຕາມການບະບົນ.24ພວກເຈົ້າຢ່ານຳເອົາສັດທີ່ມີອະໄວຍະວະເພດຜິດປົກກະຕິ, ລີບ, ຈີກຂາດ ຫລື ຖືກຕອນມາຖວາຍແກ່ພຣະເຈົ້າຢາເວ. ພວກເຈົ້າຢ່າເຮັດສິ່ງດັ່ງກ່າວນີ້ໃນດິນແດນຂອງພວກເຈົ້າເອງ,25ແລະ ພວກເຈົ້າຢ່າຮັບເອົາສັດດັ່ງກ່າວນີ້ຈາກມືຂອງຄົນຕ່າງດ້າວ ແລະ ຢ່າຖວາຍສັດເຫລົ່ານີ້ເປັນເຄື່ອງຖວາຍອາຫານແກ່ພຣະເຈົ້າຂອງພວກເຈົ້າ. ສັດເຫລົ່ານີ້ຈະບໍ່ເປັນທີ່ຍອມຮັບໃນນາມຂອງພວກເຈົ້າ, ເພາະເປັນສັດທີ່ຜິດປົກກະຕິ ແລະ ມີຕຳໜິ’ ”.26ພຣະເຈົ້າຢາເວກ່າວກັບໂມເຊວ່າ,27“ເມື່ອລູກງົວ ລູກແກະ ຫລື ລູກແບ້ເກີດມານັ້ນ, ຈົ່ງປ່ອຍມັນໄວ້ກັບແມ່ຂອງມັນເປັນເວລາເຈັດວັນ. ເລີ່ມຈາກວັນທີແປດເປັນຕົ້ນໄປ, ຈຶ່ງຈະເປັນທີ່ຍອມຮັບໃຫ້ເປັນເຄື່ອງຖວາຍບູຊາອາຫານທີ່ຖວາຍແກ່ພຣະເຈົ້າຢາເວໄດ້.28ຢ່າຂ້າງົວແມ່ ຫລື ແກະແມ່ ແລະ ລູກຂອງມັນໃນມື້ດຽວກັນ.29“ເມື່ອພວກເຈົ້າຖວາຍເຄື່ອງຖວາຍສຳລັບການຂອບພຣະຄຸນແກ່ພຣະເຈົ້າຢາເວ, ຈົ່ງຖວາຍຕາມວິທີທີ່ເປັນທີ່ຍອມຮັບໃນນາມຂອງພວກເຈົ້າ.30ຈົ່ງກິນໃຫ້ໝົດໃນວັນດຽວກັນນັ້ນ, ຢ່າປະໃຫ້ເຫລືອຄ້າງໄວ້ຈົນເຖິງຕອນເຊົ້າ. ເຮົາຄືອົງພຣະເຈົ້າຢາເວ.31“ຈົ່ງຖືຮັກສາ ແລະ ປະຕິບັດຕາມຄຳສັ່ງຂອງເຮົາ. ເຮົາຄືພຣະເຈົ້າຢາເວ.32ຢ່າໝິ່ນປະໝາດນາມອັນບໍລິສຸດຂອງເຮົາ, ຊາວອິດສະຣາເອນຈົ່ງຮັບຮູ້ວ່າເຮົາບໍລິສຸດ. ເຮົາຄືພຣະເຈົ້າຢາເວຜູ້ເຮັດໃຫ້ພວກເຈົ້າບໍລິສຸດ33ແລະ ເປັນຜູ້ນຳພວກເຈົ້າອອກຈາກປະເທດເອຢິບເປັນພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ”.Biblica, Inc.