ລະບຽບພວກເລວີ23
ເທດສະການຕ່າງໆທີ່ກຳນົດໄວ້
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,2“ຈົ່ງແຈ້ງຊາວອິດສະຣາເອນ ແລະ ບອກວ່າ: ຕໍ່ໄປນີ້ແມ່ນເທດສະການຕ່າງໆທີ່ເຮົາໄດ້ກຳນົດໄວ້, ເປັນເທດສະການທີ່ພຣະເຈົ້າຢາເວໄດ້ກຳນົດໄວ້, ເຊິ່ງພວກເຈົ້າຕ້ອງປະກາດວ່າເປັນການໂຮມຊຸມນຸມເພື່ອນະມັດສະການ.ວັນຊະບາໂຕ
3“ ‘ພວກເຈົ້າມີເວລາຫົກວັນສຳລັບເຮັດວຽກງານ, ແຕ່ວັນທີເຈັດເປັນວັນຊະບາໂຕແຫ່ງການພັກຜ່ອນ, ເປັນວັນໂຮມຊຸມນຸມເພື່ອນະມັດສະການ. ພວກເຈົ້າຢ່າເຮັດວຽກໃດໆ, ບໍ່ວ່າພວກເຈົ້າຈະອາໄສຢູ່ທີ່ໃດ, ວັນນັ້ນເປັນວັນຊະບາໂຕຂອງພຣະເຈົ້າຢາເວ.ເທດສະການປັດສະຄາ ແລະ ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ
4“ ‘ຕໍ່ໄປນີ້ຄືເທດສະການທີ່ພຣະເຈົ້າຢາເວໄດ້ກຳນົດໄວ້, ເປັນວັນໂຮມຊຸມນຸມເພື່ອນະມັດສະການ ໃຫ້ພວກເຈົ້າປະກາດໃນເວລາຂອງການໂຮມຊຸມນຸມວ່າ:5ເທດສະການປັດສະຄາຂອງພຣະເຈົ້າຢາເວເລີ່ມຕັ້ງແຕ່ດວງອາທິດຕົກດິນຂອງວັນທີສິບສີ່ເດືອນທີໜຶ່ງ.6ວັນທີສິບຫ້າຂອງເດືອນດຽວກັນແມ່ນເລີ່ມເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງຖວາຍແກ່ພຣະເຈົ້າຢາເວ; ພາຍໃນເຈັດວັນນີ້ພວກເຈົ້າຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງ.7ໃນວັນທຳອິດຈົ່ງຈັດການໂຮມຊຸມນຸມເພື່ອນະມັດສະການ ແລະ ຢ່າເຮັດວຽກປະຈຳວັນໃດໆ.8ພາຍໃນເຈັດວັນຕ້ອງໄດ້ຖວາຍເຄື່ອງຖວາຍບູຊາອາຫານແກ່ພຣະເຈົ້າຢາເວ ແລະ ໃນວັນທີເຈັດຈົ່ງຈັດການໂຮມຊຸມນຸມເພື່ອນະມັດສະການ ແລະ ຢ່າເຮັດວຽກໃດໆທັງນັ້ນ’ ”.ການຖວາຍຜົນລະປູກທຳອິດ
9ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,10“ຈົ່ງແຈ້ງຊາວອິດສະຣາເອນ ແລະ ບອກພວກເຂົາວ່າ: ເມື່ອພວກເຈົ້າເຂົ້າສູ່ດິນແດນທີ່ເຮົາກຳລັງຈະມອບໃຫ້ແກ່ພວກເຈົ້າ ແລະ ເມື່ອພວກເຈົ້າເກັບກ່ຽວຜົນລະປູກນັ້ນ, ຈົ່ງນຳເອົາຟ່ອນເຂົ້າຟ່ອນທຳອິດທີ່ເກັບກ່ຽວໄດ້ມາມອບໃຫ້ແກ່ປະໂລຫິດ.11ປະໂລຫິດຈະຕ້ອງນຳເອົາຟ່ອນເຂົ້າມາຍື່ນຖວາຍຕໍ່ໜ້າພຣະເຈົ້າຢາເວ ເພື່ອຈະເປັນສິ່ງຍອມຮັບໃນນາມພວກເຈົ້າ; ປະໂລຫິດຈະນຳມາຍື່ນຖວາຍພາຍຫລັງວັນຊະບາໂຕ.12ໃນວັນທີ່ພວກເຈົ້າຍື່ນຖວາຍຟ່ອນເຂົ້າ, ພວກເຈົ້າຈະຕ້ອງຖວາຍລູກແກະທີ່ມີອາຍຸໜຶ່ງປີບໍ່ມີຕຳໜິໜຶ່ງໂຕເປັນເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ,13ພ້ອມດ້ວຍເຄື່ອງຖວາຍພືດຜົນເປັນເມັດ ຄືແປ້ງບົດລະອຽດສອງສ່ວນສິບເອຟາ ປະສົມນ້ຳມັນໝາກກອກເປັນອາຫານບູຊາຖວາຍແກ່ພຣະເຈົ້າຢາເວ, ເປັນກິ່ນຫອມທີ່ພໍໃຈ ພ້ອມກັບເຄື່ອງດື່ມບູຊາ ຄືເຫລົ້າອະງຸ່ນໜຶ່ງໃນສີ່ຮິນ. 14ພວກເຈົ້າຢ່າກິນເຂົ້າຈີ່ ຫລື ເມັດເຂົ້າອົບ ຫລື ເມັດເຂົ້າໃໝ່, ຈົນກວ່າຈະເຖິງວັນທີ່ພວກເຈົ້າໄດ້ນຳເຄື່ອງຖວາຍບູຊາເຫລົ່ານີ້ມາຖວາຍແກ່ພຣະເຈົ້າຂອງພວກເຈົ້າ. ນີ້ເປັນຂໍ້ປະຕິບັດຖາວອນສືບໄປທຸກຊົ່ວອາຍຸບໍ່ວ່າເຈົ້າຈະອາໄສຢູ່ທີ່ໃດ.ເທດສະການປະຈຳອາທິດ
15“ ‘ຫລັງຈາກວັນຊະບາໂຕ, ຄືວັນທີ່ພວກເຈົ້າໄດ້ນຳຟ່ອນເຂົ້າມາເປັນເຄື່ອງຍື່ນຖວາຍ, ຈົ່ງນັບຈາກວັນນັ້ນໄປຈົນຄົບເຈັດອາທິດເຕັມ.16ນັບໃຫ້ຄົບຫ້າສິບວັນຫລັງຈາກວັນຊະບາໂຕເທື່ອທີເຈັດ ແລ້ວນຳເອົາເມັດເຂົ້າໃໝ່ມາຖວາຍແກ່ພຣະເຈົ້າຢາເວ.17ບໍ່ວ່າເຈົ້າຈະອາໄສຢູ່ທີ່ໃດ, ຈົ່ງນຳເອົາເຂົ້າຈີ່ສອງກ້ອນທີ່ເຮັດຈາກແປ້ງລະອຽດປະມານ 4,5 ລີດ, ໃສ່ເຊື້ອແປ້ງ, ເພື່ອເປັນເຄື່ອງຍື່ນຖວາຍຈາກຜົນລະປູກທຳອິດແກ່ພຣະເຈົ້າຢາເວ.18ພ້ອມກັບເຂົ້າຈີ່ໃຫ້ນຳເອົາລູກແກະໂຕຜູ້ເຈັດໂຕບໍ່ມີຕຳໜິ, ອາຍຸໜຶ່ງ, ງົວໜຸ່ມໜຶ່ງໂຕ ແລະ ແກະຜູ້ສອງໂຕ. ສັດເຫລົ່ານີ້ນຳມາເປັນເຄື່ອງເຜົາບູຊາແກ່ພຣະຜູ້ເຈົ້າຢາເວ, ພ້ອມດ້ວຍເຄື່ອງຖວາຍພືດຜົນເປັນເມັດຂອງພວກເຂົາ ແລະ ເຄື່ອງດື່ມຖວາຍບູຊາ, ເຄື່ອງຖວາຍອາຫານ, ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ.19ຫລັງຈາກນັ້ນ ຈົ່ງຖວາຍແບ້ຜູ້ໜຶ່ງໂຕເປັນເຄື່ອງບູຊາໄຖ່ບາບ ແລະ ລູກແກະອາຍຸໜຶ່ງປີສອງໂຕເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ.20ປະໂລຫິດຈະເອົາລູກແກະສອງໂຕຍື່ນແກ່ພຣະເຈົ້າຢາເວເພື່ອເປັນການຍື່ນຖວາຍພ້ອມກັບເຂົ້າຈີ່ຂອງຜົນລະປູກທຳອິດ. ສິ່ງເຫລົ່ານີ້ເປັນເຄື່ອງຖວາຍບູຊາສັກສິດແກ່ພຣະເຈົ້າຢາເວສຳລັບປະໂລຫິດ.21ຈົ່ງປະກາດໃຫ້ວັນນັ້ນມີການປະຊຸມອັນສັກສິດ ແລະ ຢ່າເຮັດວຽກໃນວັນນັ້ນ. ນີ້ເປັນຂໍ້ປະຕິບັດຖາວອນສືບໄປທຸກຊົ່ວອາຍຸ, ບໍ່ວ່າພວກເຈົ້າຈະອາໄສຢູ່ທີ່ໃດ.22“ ‘ເມື່ອເຈົ້າເກັບກ່ຽວຜົນລະປູກໃນທົ່ງນາຂອງພວກເຈົ້າ, ຢ່າເກັບກ່ຽວຈົນເຖິງຂອບນາ ແລະ ຢ່າເກັບສ່ວນທີ່ຕົກເຮັ່ຍຈາກການເກັບກ່ຽວຂອງພວກເຈົ້າ. ຈົ່ງປ່ອຍໄວ້ໃຫ້ເປັນສ່ວນຂອງຄົນຍາກຈົນ ແລະ ຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ’ ”.ເທດສະການເປົ່າແກ
23ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,24“ຈົ່ງບອກຊາວອິດສະຣາເອນວ່າ: ‘ໃຫ້ຖືວັນທີໜຶ່ງຂອງເດືອນທີເຈັດເປັນວັນຊະບາໂຕແຫ່ງການພັກຜ່ອນ, ມີການໂຮມຊຸມນຸມເພື່ອນະມັດສະການສະເຫລີມສະຫລອງດ້ວຍການເປົ່າແກ.25ໃຫ້ຢຸດເຮັດວຽກງານທຸກຢ່າງ, ແຕ່ຈົ່ງຖວາຍເຄື່ອງບູຊາອາຫານແກ່ພຣະເຈົ້າຢາເວ’ ”.ວັນລຶບລ້າງບາບ
26ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,27“ວັນທີສິບຂອງເດືອນທີເຈັດເປັນວັນລຶບລ້າງບາບ. ຈົ່ງຈັດໃຫ້ມີການໂຮມຊຸມນຸມເພື່ອນະມັດສະການ ຈົ່ງຕັດສິດຕົນເອງ ແລະ ຖວາຍເຄື່ອງບູຊາອາຫານແກ່ພຣະເຈົ້າຢາເວ.28ຢ່າເຮັດວຽກໃດໆໃນວັນນັ້ນ, ເພາະເປັນວັນລຶບລ້າງບາບ, ເມື່ອພິທີລຶບລ້າງບາບເຮັດຂຶ້ນສຳລັບພວກເຈົ້າຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້ານັ້ນ.29ຜູ້ໃດບໍ່ໄດ້ຕັດສິດຕົນເອງໃນວັນນັ້ນຕ້ອງໄດ້ຖືກຕັດອອກຈາກການເປັນປະຊາຊົນຂອງພວກເຂົາ.30ຜູ້ໃດທີ່ເຮັດວຽກໃນວັນນັ້ນເຮົາຈະທຳລາຍອອກຈາກທ່າມກາງປະຊາຊົນຂອງພວກເຂົາ.31ເຈົ້າຢ່າເຮັດວຽກໃດໆທັງນັ້ນ. ນີ້ເປັນຂໍ້ຄຳສັ່ງຖາວອນສືບໄປທຸກຊົ່ວອາຍຸບໍ່ວ່າເຈົ້າຈະຢູ່ບ່ອນໃດ.32ໃຫ້ຖືເປັນວັນຊະບາໂຕແຫ່ງການພັກຜ່ອນສຳລັບພວກເຈົ້າ ແລະ ພວກເຈົ້າຕ້ອງປະຕິເສດຕົນເອງ. ຕັ້ງແຕ່ຕອນແລງວັນທີເກົ້າເດືອນນັ້ນຈົນເຖິງຕອນແລງຂອງວັນຕໍ່ມາ ເຈົ້າຈະຕ້ອງຖືຮັກສາວັນຊະບາໂຕຂອງພວກເຈົ້າ”.ເທດສະການປຸກຕູບຢູ່
33ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,34“ຈົ່ງບອກຊາວອິດສະຣາເອນວ່າ: ‘ວັນທີສິບຫ້າຂອງເດືອນທີເຈັດເປັນວັນເລີ່ມຕົ້ນສະຫລອງເທດສະການປຸກຕູບຢູ່ຂອງພຣະເຈົ້າຢາເວ, ໃຫ້ສະຫລອງໄປຈົນຄົບເຈັດວັນ.35ໃນວັນທຳອິດເປັນວັນໂຮມຊຸມນຸມເພື່ອນະມັດສະການ, ຢ່າເຮັດວຽກງານໃດໆ.36ທຸກເຈັດວັນໃຫ້ມີການຖວາຍອາຫານບູຊາແກ່ພຣະເຈົ້າຢາເວ ແລະ ໃນວັນທີແປດໃຫ້ມີການປະຊຸມອັນສັກສິດ ແລະ ຖວາຍອາຫານບູຊາແກ່ພຣະເຈົ້າຢາເວ. ນີ້ເປັນພິທີປິດການການປະຊຸມ, ຢ່າໄດ້ເຮັດວຽກໃດໆ.37(“ ‘ຕໍ່ໄປນີ້ຄືເທດສະການທີ່ພຣະເຈົ້າຢາເວໄດ້ກຳນົດໄວ້, ເຊິ່ງພວກເຈົ້າຈະໄດ້ປະກາດໃຫ້ເປັນການປະຊຸມອັນສັກສິດເພື່ອນຳອາຫານບູຊາມາຖວາຍແກ່ພຣະເຈົ້າຢາເວຄື: ເຄື່ອງເຜົາບູຊາທັງໂຕ ແລະ ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຖວາຍບູຊາຕ່າງໆ ແລະ ເຄື່ອງດື່ມບູຊາຕາມທີ່ກຳນົດໄວ້ແຕ່ລະວັນ.38ເຄື່ອງຖວາຍບູຊາເຫລົ່ານີ້ເພີ່ມເຕີມຈາກເຄື່ອງຖວາຍເພື່ອວັນຊະບາໂຕຂອງພຣະເຈົ້າຢາເວ ແລະ ເພີ່ມເຕີມຈາກເຄື່ອງຖວາຍຕ່າງໆຕາມຄຳປະຕິຍານ ແລະ ເຄື່ອງຖວາຍຕາມຄວາມສະໝັກໃຈແກ່ພຣະເຈົ້າຢາເວ.)39“ ‘ຈົ່ງສະຫລອງເທດສະການແກ່ພຣະເຈົ້າຢາເວຕະຫລອດເຈັດວັນ, ເລີ່ມຕັ້ງແຕ່ວັນທີສິບຫ້າເດືອນທີເຈັດ, ເຊິ່ງເປັນຊ່ວງປາຍລະດູເກັບກ່ຽວ, ໃຫ້ຖືວັນທຳອິດ ແລະ ວັນທີແປດເປັນວັນຊະບາໂຕແຫ່ງການພັກຜ່ອນ.40ໃນວັນທຳອິດພວກເຈົ້າຈົ່ງນຳເອົາກິ່ງໄມ້ຈາກຕົ້ນໄມ້ທີ່ດີທີ່ສຸດຄື: ຈາກຕົ້ນປາມ, ຈາກຕົ້ນໄມ້ທີ່ມີໃບດົກ ແລະ ໃບອື່ນໆ ແລະ ຈົ່ງຊື່ນຊົມຍິນດີຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຕະຫລອດເຈັດວັນ.41ໃນເດືອນທີເຈັດຂອງທຸກໆປີ, ພວກເຈົ້າຈົ່ງສະຫລອງເທດສະການແກ່ພຣະເຈົ້າຢາເວເປັນເວລາເຈັດວັນ. ນີ້ເປັນຂໍ້ຄຳສັ່ງຖາວອນສືບໄປທຸກຊົ່ວອາຍຸທີ່ຈະມາຖິງ.42ຄົນທ້ອງຖິ່ນອິດສະຣາເອນທຸກຄົນຕ້ອງຢູ່ໃນຕູບຊົ່ວຄາວຕະຫລອດເຈັດວັນ43ເພື່ອລູກຫລານຂອງພວກເຈົ້າຈະຮູ້ວ່າເຮົາໄດ້ໃຫ້ຊາວອິດສະຣາເອນອາໄສຢູ່ໃນຕູບ ເມື່ອເຮົານຳພາພວກເຂົາອອກມາຈາກເອຢິບ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ’ ”.44ດັ່ງນັ້ນໂມເຊຈຶ່ງໄດ້ປະກາດເທດສະການເຫລົ່ານີ້ຕາມທີ່ພຣະເຈົ້າຢາເວໄດ້ກຳນົດໄວ້ແກ່ຊາວອິດສະຣາເອນ.Biblica, Inc.