ລະບຽບພວກເລວີ21
ລະບຽບສຳລັບພວກປະໂລຫິດ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງແຈ້ງແກ່ພວກປະໂລຫິດ, ພວກລູກຊາຍຂອງອາໂຣນ ແລະ ບອກວ່າ: ປະໂລຫິດຈະຕ້ອງບໍ່ເຮັດໃຫ້ຕົນເອງເປັນມົນທິນຕາມລະບຽບພິທີກຳເພາະການຕາຍຂອງຍາດພີ່ນ້ອງຂອງຕົນ,2ຍົກເວັ້ນພີ່ນ້ອງໃກ້ຊິດເຊັ່ນວ່າ: ພໍ່ ຫລື ແມ່ຂອງຕົນ, ລູກຊາຍ ຫລື ລູກສາວຂອງຕົນ, ອ້າຍນ້ອງຊາຍ3ຫລື ເອື້ອຍ ຫລື ນ້ອງສາວຂອງຕົນທີ່ຍັງບໍ່ໄດ້ແຕ່ງງານທີ່ຍັງເພິ່ງພາຕົນເນື່ອງຈາກນາງບໍ່ມີຜົວ ເພາະນາງອາດຈະເຮັດໃຫ້ຕົນເອງເປັນມົນທິນໄດ້.4ລາວຈະຕ້ອງບໍ່ເຮັດໃຫ້ຕົນເອງເປັນມົນທິນຍ້ອນຄົນທີ່ມາເປັນພີ່ນ້ອງຂອງຕົນໂດຍຜ່ານທາງການແຕ່ງງານ ແລະ ເຮັດໃຫ້ໂຕເອງເປັນມົນທິນ.5“ ‘ພວກປະໂລຫິດຈະຕ້ອງບໍ່ແຖຫົວ ຫລື ກຽນໜວດ ຫລື ປາດໜັງຕົນເອງ.6ພວກເຂົາຈະຕ້ອງບໍລິສຸດແດ່ພຣະເຈົ້າຂອງພວກເຂົາ ແລະ ພວກເຂົາຕ້ອງບໍ່ໝິ່ນປະໝາດນາມພຣະເຈົ້າຂອງພວກເຂົາ. ເພາະພວກເຂົາເປັນຜູ້ຖວາຍອາຫານບູຊາແກ່ພຣະເຈົ້າຢາເວ, ເປັນເຄື່ອງບູຊາຂອງພຣະເຈົ້າຂອງພວກເຂົາ, ພວກເຂົາຕ້ອງບໍລິສຸດ.7“ ‘ບັນດາປະໂລຫິດຈະຕ້ອງບໍ່ແຕ່ງງານກັບຍິງທີ່ເປັນມົນທິນຄືຍິງທີ່ເປັນໂສເພນີ ຫລື ຢ່າຮ້າງຈາກຜົວຂອງຕົນ, ເພາະບັນດາປະໂລຫິດເປັນຜູ້ທີ່ຖືກແຍກໄວ້ເພື່ອພຣະເຈົ້າຂອງພວກເຂົາ.8ຈົ່ງຖືວ່າພວກເຂົາເປັນຄົນທີ່ເຮົາໄດ້ແຍກໄວ້ເພື່ອເຮົາເອງ, ເພາະພວກເຂົາເປັນຜູ້ຖວາຍອາຫານບູຊາແກ່ພຣະເຈົ້າຂອງພວກເຈົ້າ. ຈົ່ງຖືວ່າພວກເຂົາບໍລິສຸດ ເພາະເຮົາເປັນພຣະເຈົ້າຢາເວເປັນອົງບໍລິສຸດ, ເຮົາເປັນຜູ້ເຮັດໃຫ້ພວກເຈົ້າບໍລິສຸດ. 9“ ‘ລູກສາວຂອງປະໂລຫິດຄົນໃດປ່ອຍໂຕໃຫ້ເປັນມົນທິນໂດຍເປັນຍິງໂສເພນີ, ນາງກໍເຮັດໃຫ້ພໍ່ຂອງຕົນອັບອາຍຂາຍໜ້າ; ນາງຈະຕ້ອງຖືກເຜົາໄຟໃຫ້ຕາຍ.10“ ‘ມະຫາປະໂລຫິດເປັນຜູ້ໜຶ່ງໃນບັນດາພີ່ນ້ອງຂອງພວກເຂົາຜູ້ທີ່ໄດ້ຮັບການເຈີມດ້ວຍນ້ຳມັນເທິງຫົວ ແລະ ໄດ້ຮັບການສະຖາປະນາໂດຍການນຸ່ງເຄື່ອງແຕ່ງກາຍຂອງປະໂລຫິດນັ້ນ, ເພິ່ນຈະຕ້ອງບໍ່ປ່ອຍຜົມຫຍຸ້ງ ເປັນການໄວ້ທຸກ ຫລື ຈີກເສື້ອຜ້າຂອງຕົນ.11ເພິ່ນຈະຕ້ອງບໍ່ເຂົ້າໄປໃນບ່ອນທີ່ມີສົບຂອງຄົນຕາຍ. ເພິ່ນຕ້ອງບໍ່ເຮັດໃຫ້ຕົນເອງເປັນມົນທິນ, ແມ່ນແຕ່ເພື່ອພໍ່ແມ່ຂອງຕົນ,12ຈະບໍ່ອອກຈາກສະຖານນະມັດສະການຂອງພຣະເຈົ້າຂອງຕົນ ຫລື ເຮັດໃຫ້ສະຖານນະມັດສະການນັ້ນເສື່ອມເສຍ, ເພາະລາວໄດ້ອຸທິດຖວາຍໂດຍນ້ຳມັນເຈີມຂອງພຣະເຈົ້າຂອງຕົນ. ເຮົາຄືພຣະເຈົ້າຢາເວ.13“ ‘ຍິງທີ່ເພິ່ນຈະຕ້ອງແຕ່ງງານນຳຕ້ອງເປັນສາວບໍລິສຸດ.14ລາວຈະຕ້ອງບໍ່ແຕ່ງງານກັບຍິງໝ້າຍ, ຍິງທີ່ຢ່າຮ້າງ ຫລື ຍິງທີ່ເປັນມົນທິນໂດຍການເປັນໂສເພນີ, ແຕ່ລາວຈະຕ້ອງແຕ່ງງານກັບຍິງສາວບໍລິສຸດທີ່ມາຈາກຕະກຸນຂອງຕົນເອງເທົ່ານັ້ນ.15ເພື່ອວ່າລາວຈະບໍ່ເຮັດໃຫ້ເຊື້ອສາຍຂອງລາວເປັນມົນທິນໃນທ່າມກາງປະຊາຊົນຂອງລາວ. ເຮົາຄືພຣະເຈົ້າຢາເວ, ຜູ້ເຮັດໃຫ້ລາວບໍລິສຸດ’ ”.16ແລ້ວພຣະເຈົ້າຢາເວກ່າວແກ່ໂມເຊວ່າ,17“ຈົ່ງບອກອາໂຣນວ່າ: ‘ຕະຫລອດທຸກຊົ່ວອາຍຸຂອງເຊື້ອສາຍຂອງເຈົ້າທີ່ຈະມາເຖິງນັ້ນ ຢ່າໃຫ້ຄົນໃດທີ່ມີຮ່າງກາຍທີ່ມີຕຳໜິເຂົ້າໄປຖວາຍອາຫານແກ່ພຣະເຈົ້າຂອງຕົນ.18ຄົນໃດທີ່ມີຕຳໜິຢ່າເຂົ້າໄປ: ບໍ່ວ່າຈະເປັນຄົນຕາບອດ, ຄົນພິການ, ຄົນເສຍໂສມ ຫລື ຜິດປົກກະຕິ;19ຄົນທີ່ມີມື ຫລື ຕີນເປັນເປ້ຍລ່ອຍ,20ຫລື ຄົນຫລັງກ່ອມ ຫລື ຄົນເຕ້ຍຜິດປົກກະຕິ ຫລື ຄົນພິການຕາ ຫລື ຄົນທີ່ເປັນຫິດ, ເປັນພະຍາດຜິວໜັງ ຫລື ມີອະໄວຍະວະເພດພິການ.21ຫ້າມບໍ່ໃຫ້ເຊື້ອສາຍຂອງອາໂຣນຜູ້ເປັນປະໂລຫິດທີ່ມີຕຳໜິເຂົ້າມາໃກ້ເພື່ອຖວາຍອາຫານບູຊາແກ່ພຣະເຈົ້າຢາເວ. ຖ້າລາວມີສິ່ງທີ່ມີຕຳໜິ, ລາວຈະຕ້ອງບໍ່ເຂົ້າມາໃກ້ເພື່ອຖວາຍເຄື່ອງບູຊາທີ່ເປັນອາຫານແກ່ພຣະເຈົ້າຂອງຕົນ.22ລາວສາມາດກິນອາຫານບູຊາທີ່ບໍລິສຸດທີ່ສຸດຂອງພຣະເຈົ້າໄດ້, ລວມທັງອາຫານທີ່ບໍລິສຸດດ້ວຍ;23ແຕ່ຍ້ອນລາວມີຕຳໜິ, ລາວຈະເຂົ້າໃກ້ຜ້າກັ້ງ ຫລື ເຂົ້າໃກ້ແທ່ນບູຊາບໍ່ໄດ້ເດັດຂາດ, ເຊິ່ງຈະເປັນການຫລົບຫລູ່ສະຖານນະມັດສະການຂອງເຮົາ. ເຮົາຄືພຣະເຈົ້າຢາເວຜູ້ເຮັດໃຫ້ພວກເຂົາບໍລິສຸດ’ ”.24ດັ່ງນັ້ນ ໂມເຊຈຶ່ງບອກສິ່ງເຫລົ່ານີ້ແກ່ອາໂຣນກັບບັນດາລູກຊາຍຂອງລາວ ແລະ ປະຊາຊົນອິດສະຣາເອນທັງໝົດ.Biblica, Inc.