ລະບຽບພວກເລວີ15
ສິ່ງມົນທິນທີ່ຫລັງອອກຈາກຮ່າງກາຍ
1ພຣະເຈົ້າຢາເວກ່າວແກ່ໂມເຊ ແລະ ອາໂຣນວ່າ,2“ຈົ່ງບອກປະຊາຊົນອິດສະຣາເອນວ່າ: ‘ເມື່ອຊາຍໃດມີສິ່ງຜິດປົກກະຕິໄຫລອອກຈາກຮ່າງກາຍ, ສິ່ງທີ່ໄຫລອອກມານັ້ນກໍນຳມາສູ່ການເປັນມົນທິນ.3ບໍ່ວ່າສິ່ງນັ້ນຈະສືບຕໍ່ໄຫລອອກມາຈາກຮ່າງກາຍ ຫລື ຄ້າງຢູ່ທາງໃນກໍຕາມ, ສິ່ງນັ້ນກໍເຮັດໃຫ້ລາວເປັນມົນທິນ. ສິ່ງທີ່ໄຫລອອກມາຈະພາໃຫ້ລາວເປັນມົນທິນໄດ້ມີຄື:4“ ‘ບໍ່ວ່າຕຽງໃດຫາກມີສິ່ງໄຫລອອກຈາກຮ່າງກາຍຂອງຜູ້ຊາຍຢູ່ເທິງທີ່ນັ້ນກໍເປັນມົນທິນ ແລະ ທຸກບ່ອນທີ່ລາວນັງກໍເປັນມົນທິນ.5ຜູ້ໃດກໍຕາມທີ່ສຳພັດຕຽງຂອງຊາຍຜູ້ນັ້ນຕ້ອງໄດ້ຊັກເສື້ອຜ້າຂອງຕົນ ແລະ ອາບນ້ຳ ແລະ ພວກເຂົາກໍຈະເປັນມົນທິນໄປຈົນເຖິງຄ່ຳ.6ຜູ້ໃດກໍຕາມທີ່ນັ່ງແທນບ່ອນຊາຍທີ່ມີສິ່ງທີ່ໄຫລອອກຈາກຮ່າງກາຍຜູ້ນັ້ນຈະຕ້ອງຊັກເສື້ອຜ້າຂອງຕົນ ແລະ ອາບດ້ວຍນ້ຳ ແລະ ພວກເຂົາກໍຈະເປັນມົນທິນຈົນເຖິງຄ່ຳ.7“ ‘ຜູ້ໃດກໍຕາມທີ່ສຳພັດຊາຍຜູ້ມີສິ່ງທີ່ໄຫລອອກຈາກຮ່າງກາຍ ຈະຕ້ອງຊັກເສື້ອຜ້າຂອງຕົນ ແລະ ອາບດ້ວຍນ້ຳ ແລະ ພວກເຂົາກໍຈະເປັນມົນທິນຈົນເຖິງຄ່ຳ.8“ ‘ຖ້າຊາຍຜູ້ນັ້ນຖົ່ມນ້ຳລາຍໄປຖືກຄົນທີ່ບໍ່ເປັນມົນທິນ, ຄົນນັ້ນຈະຕ້ອງຊັກເສື້ອຜ້າຂອງຕົນ ແລະ ອາບດ້ວຍນ້ຳ ແລະ ພວກເຂົາກໍຈະເປັນມົນທິນຈົນເຖິງຄ່ຳ.9“ ‘ທຸກໆສິ່ງທີ່ຊາຍຜູ້ນັ້ນໃຊ້ນັ່ງເທິງຫລັງສັດສິ່ງນັ້ນກໍເປັນມົນທິນ.10ແລະ ຜູ້ໃດກໍຕາມທີ່ສຳພັດສິ່ງທີ່ເຂົານັ່ງກໍຈະເປັນມົນທິນຈົນເຖິງຄ່ຳ; ຜູ້ໃດທີ່ເກັບມ້ຽນສິ່ງເຫລົ່ານັ້ນຕ້ອງໄດ້ຊັກເສື້ອຜ້າຂອງຕົນ ແລະ ອາບດ້ວຍນ້ຳ ແລະ ພວກເຂົາກໍຍັງເປັນມົນທິນຈົນເຖິງຄ່ຳ.11“ ‘ໃຜກໍ່ຕາມທີ່ຖືກຊາຍຜູ້ນັ້ນສຳພັດໂດຍບໍ່ໄດ້ລ້າງມືຂອງລາວດ້ວຍນ້ຳກ່ອນຜູ້ນັ້ນຕ້ອງໄດ້ຊັກເສື້ອຜ້າຂອງຕົນ ແລະ ອາບດ້ວຍນ້ຳ ແລະ ພວກເຂົາກໍຍັງເປັນມົນທິນຈົນເຖິງຄ່ຳ.12“ ‘ໝໍ້ດິນທີ່ຖືກຊາຍຜູ້ນັ້ນສຳພັດຕ້ອງທຸບຖິ້ມ ແລະ ເຄື່ອງໃຊ້ອື່ນໆທີ່ເປັນໄມ້ຈະຕ້ອງລ້າງໃຫ້ສະອາດດ້ວຍນ້ຳ.13“ ‘ເມື່ອຊາຍຜູ້ນັ້ນຫາຍດີຈາກສິ່ງທີ່ໄຫລອອກຈາກຮ່າງກາຍແລ້ວ, ໃຫ້ລາວລໍຖ້າຢູ່ເຈັດວັນ ເພື່ອການຊຳລະຕົນໃຫ້ສະອາດຕາມລະບຽບພິທີກຳ, ລາວຕ້ອງຊັກເສື້ອຜ້າ ແລະ ອາບດ້ວຍນ້ຳສະອາດ, ແລ້ວລາວກໍຈະບໍ່ເປັນມົນທິນ.14ໃນວັນທີແປດລາວຕ້ອງນຳເອົານົກເຂົາ ຫລື ນົກກາງແກໜຸ່ມສອງໂຕມາຕໍ່ໜ້າພຣະເຈົ້າຢາເວທີ່ທາງເຂົ້າເຕັນນັດພົບ ແລ້ວມອບສັດເຫລົ່ານັ້ນໃຫ້ແກ່ປະໂລຫິດ.15ປະໂລຫິດຈະຖວາຍນົກທັງສອງໂຕນັ້ນ, ໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ ແລະ ອີກໂຕໜຶ່ງເປັນເຄື່ອງເຜົາບູຊາ. ດ້ວຍວິທີນີ້ເອງທີ່ປະໂລຫິດຈະເຮັດພິທີລຶບລ້າງບາບຕໍ່ໜ້າພຣະເຈົ້າຢາເວໃຫ້ແກ່ຊາຍຜູ້ນັ້ນຍ້ອນມີສິ່ງທີ່ໄຫລອອກຈາກຮ່າງກາຍຂອງລາວ.16“ ‘ເມື່ອຊາຍຄົນໃດຫລັ່ງນ້ຳອະສຸຈິ, ຜູ້ນັ້ນຈະຕ້ອງຊຳລະທົ່ວຮ່າງກາຍດ້ວຍນ້ຳ ແລະ ລາວກໍຍັງຈະເປັນມົນທິນໄປຈົນເຖິງຄ່ຳ.17ເຄື່ອງນຸ່ງ ຫລື ເຄື່ອງໜັງໃດກໍຕາມທີ່ເປື້ອນດ້ວຍນ້ຳອະສຸຈິຕ້ອງໄດ້ນຳໄປຊັກລ້າງດ້ວຍນ້ຳ ແລະ ສິ່ງນັ້ນຈະເປັນມົນທິນໄປຈົນເຖິງຄ່ຳ.18ເມື່ອມີການພົວພັນທາງເພດກັບຍິງ ແລະ ມີນ້ຳອະສຸຈິໄຫລອອກມາ, ທັງສອງຕ້ອງໄດ້ອາບດ້ວຍນ້ຳ ແລະ ພວກເຂົາຈະເປັນມົນທິນຈົນເຖິງຄ່ຳ.19“ ‘ເມື່ອແມ່ຍິງມີປະຈຳເດືອນ, ໄລຍະການເປັນມົນທິນຕະຫລອດເຈັດວັນ, ຜູ້ໃດສຳພັດໂຕນາງ ຈະເປັນມົນທິນໄປຈົນເຖິງຄ່ຳ.20“ ‘ບ່ອນໃດທີ່ນາງນອນ ຫລື ນັ່ງໃນໄລຍະທີ່ນາງມີປະຈຳເດືອນກໍຈະເປັນມົນທິນ.21ຜູ້ໃດທີ່ສຳພັດຕຽງນອນຂອງນາງກໍຈະເປັນມົນທິນ; ຜູ້ນັ້ນຕ້ອງໄດ້ຊັກເສື້ອຜ້າ ແລະ ອາບດ້ວຍນ້ຳ, ແລະ ຜູ້ນັ້ນກໍຍັງຈະເປັນມົນທິນຈົນເຖິງຄ່ຳ.22ຜູ້ໃດແຕະຕ້ອງສິ່ງທີ່ນາງນັ່ງເທິງຕຽງນັ້ນ ຕ້ອງຊັກເສື້ອຜ້າ ແລະ ອາບນ້ຳ ແລະ ຜູ້ນັ້ນຈະເປັນມົນທິນຈົນເຖິງຄ່ຳ.23ບໍ່ວ່າຈະເປັນຕຽງ ຫລື ບ່ອນໃດທີ່ນາງນັ່ງ, ຖ້າມີຜູ້ໃດໄປສຳພັດສິ່ງນັ້ນ ຜູ້ນັ້ນກໍຈະເປັນມົນທິນຈົນເຖິງຄ່ຳ.24“ ‘ຖ້າຊາຍໃດພົວພັນທາງເພດກັບນາງ ແລະ ສຳພັດປະຈຳເດືອນຂອງນາງ, ຊາຍນັ້ນກໍຈະເປັນມົນທິນເປັນເວລາເຈັດວັນ ແລະ ຕຽງທີ່ລາວນອນນັ້ນກໍຈະເປັນມົນທິນ.25“ ‘ເມື່ອແມ່ຍິງຄົນໃດມີເລືອດໄຫລອອກເປັນເວລາຫລາຍວັນນອກເໜືອຈາກທີ່ເປັນປະຈຳເດືອນປົກກະຕິ ຫລື ມີເລືອດໄຫລອອກຫລາບວັນເກີນກວ່າປະຈຳເດືອນ, ນາງຈະເປັນມົນທິນຕາບເທົ່າທີ່ນາງມີເລືອດໄຫລອອກເໝືອນດັ່ງວັນທີ່ນາງມີປະຈຳເດືອນ.26ຕຽງໃດທີ່ນາງນອນໃນຂະນະທີ່ນາງຍັງມີເລືອດໄຫລອອກກໍເປັນມົນທິນ, ເຊັ່ນດຽວກັນກັບຊ່ວງທີ່ນາງມີປະຈຳເດືອນຕາມປົກກະຕິ ແລະ ທຸກບ່ອນທີ່ນາງນັ່ງຈະເປັນມົນທິນເຊັ່ນດຽວກັນກັບຊ່ວງທີ່ນາງມີປະຈຳເດືອນ.27ຜູ້ໃດສຳພັດສິ່ງເຫລົ່ານັ້ນຈະເປັນມົນທິນ; ຕ້ອງໄດ້ຊັກເສື້ອຜ້າ ແລະ ອາບນ້ຳ ແລະ ເປັນມົນທິນໄປຈົນເຖິງຄ່ຳ.28“ ‘ເມື່ອນາງໄດ້ຮັບການຊຳລະຈາກສິ່ງທີ່ໄຫລອອກມາແລ້ວ, ນາງຕ້ອງນັບຕໍ່ໄປອີກເຈັດວັນ ແລະ ຫລັງຈາກນັ້ນນາງຈະບໍ່ເປັນມົນທິນຕາມລະບຽບພິທີກຳ.29ໃນວັນທີແປດນາງຈະຕ້ອງນຳນົກເຂົາ ຫລື ນົກກາງແກໜຸ່ມສອງໂຕມາມອບໃຫ້ແກ່ປະໂລຫິດທີ່ທາງເຂົ້າເຕັນນັດພົບ.30ປະໂລຫິດຈະຖວາຍນົກໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ ແລະ ອີກໂຕໜຶ່ງເປັນເຄື່ອງເຜົາບູຊາ. ໂດຍວິທີນີ້ປະໂລຫິດຈະເຮັດພິທີລຶບລ້າງບາບໃຫ້ນາງຕໍ່ໜ້າພຣະເຈົ້າຢາເວເພາະການເປັນມົນທິນຍ້ອນສິ່ງທີ່ໄຫລອອກຈາກຮ່າງກາຍຂອງນາງ.31“ ‘ເຈົ້າຕ້ອງໄດ້ແຍກປະຊາຊົນອິດສະຣາເອນອອກຈາກສິ່ງທີ່ເຮັດໃຫ້ພວກເຂົາເປັນມົນທິນ, ເພື່ອພວກເຂົາຈະບໍ່ຕາຍດ້ວຍການເປັນມົນທິນຂອງພວກເຂົາທີ່ເຮັດໃນບ່ອນສະຖິດ ຂອງເຮົາ ເຊິ່ງຢູ່ທ່າມກາງພວກເຂົານັ້ນ’ ”.32ທັງໝົດເຫລົ່ານີ້ຄືກົດລະບຽບສຳລັບຜູ້ຊາຍທີ່ເປັນມົນທິນເນື່ອງຈາກສິ່ງທີ່ໄຫລອອກຈາກຮ່າງກາຍ ຫລື ນ້ຳອະສຸຈິທີ່ໄຫລອອກຈາກຮ່າງກາຍ,33ແລະ ສຳລັບແມ່ຍິງທີ່ຢູ່ໃນຊ່ວງມີປະຈຳເດືອນ ແລະ ສຳລັບຜູ້ຊາຍ ຫລື ແມ່ຍິງທີ່ມີສິ່ງທີ່ໄຫລອອກຈາກຮ່າງກາຍ ແລະ ສຳລັບຜູ້ຊາຍທີ່ມີເພດສຳພັນກັບແມ່ຍິງທີ່ເປັນມົນທິນຕາມລະບຽບພິທີກຳ.Biblica, Inc.