ລະບຽບພວກເລວີ14
ການຊຳລະມົນທິນເມື່ອຫາຍດີຈາກພະຍາດຜິວໜັງ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,2“ນີ້ຄືກົດລະບຽບສຳລັບຜູ້ທີ່ເປັນພະຍາດໃດໜຶ່ງເມື່ອຖືກນຳມາຫາປະໂລຫິດ, ໃນຊ່ວງເວລາຮັບການຊຳລະໃຫ້ສະອາດຕາມລະບຽບພິທີແລ້ວຄື:3ໃຫ້ປະໂລຫິດອອກໄປນອກຄ້າຍພັກເພື່ອກວດເບິ່ງຄົນເຫລົ່ານັ້ນ. ຖ້າເຫັນວ່າພວກເຂົາຫາຍດີຈາກພະຍາດຜິວໜັງທີ່ເປັນມົນທິນແລ້ວ, 4ປະໂລຫິດຈະສັ່ງໃຫ້ນຳເອົານົກສອງໂຕທີ່ຍັງມີຊີວິດບໍ່ເປັນມົນທິນ ແລະ ໄມ້ສີດາຈຳນວນໜຶ່ງ, ດ້າຍສີແດງ ແລະ ໃບຫູສົບເພື່ອໃຊ້ໃນພິທີຊຳລະຄົນນັ້ນ.5ແລ້ວປະໂລຫິດຈະສັ່ງໃຫ້ຂ້ານົກໂຕໜຶ່ງຢູ່ໃນໝໍ້ດິນເຜົາທີ່ມີນ້ຳສະອາດ.6ຫລັງຈາກນັ້ນ ປະໂລຫິດກໍຈະນຳເອົານົກອີກໂຕໜຶ່ງທີ່ຍັງມີຊີວິດ, ພ້ອມກັບໄມ້ສີດາ, ດ້າຍສີແດງ ແລະ ໃບຫູສົບຈຸ່ມລົງໃນເລືອດຂອງນົກທີ່ຖືກຂ້າເໜືອນ້ຳສະອາດນັ້ນ.7ແລ້ວປະໂລຫິດກໍຊິດເລືອດໃສ່ຄົນທີ່ຕ້ອງຊຳລະລ້າງພະຍາດທີ່ເປັນມົນທິນນັ້ນເຈັດຄັ້ງ, ແລ້ວປະກາດວ່າລາວບໍ່ເປັນມົນທິນ. ຫລັງຈາກນັ້ນ, ໃຫ້ລາວປ່ອຍນົກທີ່ມີຊີວິດໂຕນັ້ນໄປໃນທົ່ງກວ້າງ.8“ຄົນຜູ້ທີ່ໄດ້ຮັບການຊຳລະໃຫ້ສະອາດນັ້ນຕ້ອງໄດ້ຊັກເສື້ອຜ້າຂອງຕົນ, ແຖຜົມ ແລະ ອາບນ້ຳ ແລ້ວຄົນນັ້ນຈະບໍ່ເປັນມົນທິນຕາມລະບຽບພິທີກຳ. ຫລັງຈາກນັ້ນໃຫ້ພວກເຂົາກັບມາອາໄສຢູ່ໃນຄ້າຍພັກອີກ, ແຕ່ລາວຈະຕ້ອງຢູ່ນອກຫໍເຕັນຂອງຕົນເປັນເວລາເຈັດວັນ.9ໃນວັນທີເຈັດລາວຈະຕ້ອງແຖຜົມ, ແຖໜວດ, ແຖຄີ້ວ ແລະ ສ່ວນທີ່ເຫລືອ ຂອງຜົມຂອງຕົນ. ລາວຕ້ອງຊັກເສື້ອຜ້າ, ອາບນ້ຳ ແລ້ວລາວກໍຈະບໍ່ເປັນມົນທິນ.10“ໃນວັນທີແປດ ພວກເຂົາຕ້ອງນຳລູກແກະຜູ້ສອງໂຕບໍ່ມີຕຳໜິ ແລະ ລູກແກະແມ່ອາຍຸໜຶ່ງປີບໍ່ມີຕຳໜິໜຶ່ງໂຕ, ພ້ອມກັບແປ້ງໂມ້ລະອຽດສາມໃນສິບເອຟາ ປະສົມນ້ຳມັນໝາກກອກເພື່ອເປັນເຄື່ອງຖວາຍພືດຜົນເປັນເມັດ ແລະ ນ້ຳມັນ 1 ລົກ. 11ປະໂລຫິດຜູ້ເຮັດໜ້າທີ່ປະກາດວ່າພວກເຂົາດີພະຍາດແລ້ວນັ້ນຈະນຳຄົນເຫລົ່ານັ້ນພ້ອມດ້ວຍເຄື່ອງຖວາຍບູຊາຂອງລາວມາຢູ່ຕໍ່ໜ້າພຣະເຈົ້າຢາເວທີ່ທາງເຂົ້າເຕັນນັດພົບ.12“ຈາກນັ້ນປະໂລຫິດຈະຖວາຍແກະຜູ້ໂຕໜຶ່ງ ແລະ ນ້ຳມັນປະມານ 0,3 ລິດ ເປັນເຄື່ອງຖວາຍບູຊາລຶບລ້າງຄວາມຜິດໂດຍຍື່ນຖວາຍຕໍ່ໜ້າພຣະເຈົ້າຢາເວດັ່ງເປັນເຄື່ອງຖວາຍບູຊາຍື່ນຖວາຍ.13ປະໂລຫິດຈະຂ້າແກະໂຕນັ້ນໃນບ່ອນບໍລິສຸດຄືບ່ອນຂ້າສັດຖວາຍໄຖ່ບາບ ແລະ ເຄື່ອງເຜົາບູຊາ. ເຊັ່ນດຽວກັບການຖວາຍລຶບລ້າງບາບ, ການຖວາຍລຶບລ້າງຄວາມຜິດນີ້ເປັນຂອງປະໂລຫິດ; ເປັນຂອງທີ່ບໍລິສຸດທີ່ສຸດ.14ປະໂລຫິດຈະເອົາເລືອດຈຳນວນໜຶ່ງຂອງເຄື່ອງຖວາຍລຶບລ້າງຄວາມຜິດທາໃສ່ທີ່ຕິ່ງຫູຂວາ ຫົວໂປ້ມືຂວາ ແລະ ຫົວໂປ້ຕີນຂວາຂອງຜູ້ທີ່ຈະໄດ້ຮັບການຊຳລະ.15ຈາກນັ້ນປະໂລຫິດຈະຖອກນ້ຳມັນລົງໃສ່ອົ້ງມືຊ້າຍ,16ເອົານິ້ວຊີ້ເບື້ອງຂວາຈຸ່ມນ້ຳມັນນັ້ນຊິດຕໍ່ໜ້າພຣະເຈົ້າຢາເວເຈັດຄັ້ງ.17ປະໂລຫິດຈະໃຊ້ນ້ຳມັນທີ່ເຫລືອຢູ່ບາງສ່ວນທາທີ່ຕິ່ງຫູຂວາ, ຫົວໂປ້ມືເບື້ອງຂວາ ແລະ ຫົວໂປ້ຕີນຂວາຂອງຄົນນັ້ນຊ້ຳອີກຢູ່ເທິງຮອຍເລືອດຂອງເຄື່ອງຖວາຍລຶບລ້າງຄວາມຜິດ.18ແລ້ວປະໂລຫິດກໍຈະເອົານ້ຳມັນທີ່ເຫລືອໃນຝ່າມືນັ້ນທາໃສ່ຫົວຂອງຄົນທີ່ຈະໄດ້ຮັບການຊຳລະ ແລະ ລຶບລ້າງບາບໃຫ້ຜູ້ນັ້ນຕໍ່ໜ້າພຣະເຈົ້າຢາເວ.19“ແລ້ວປະໂລຫິດຈະຖວາຍເຄື່ອງບູຊາໄຖ່ບາບ ແລະ ເຮັດພິທີລຶບລ້າງບາບໃຫ້ຜູ້ທີ່ຈະໄດ້ຮັບການຊຳລະນັ້ນໃຫ້ພົ້ນຈາກການເປັນມົນທິນຂອງພວກເຂົາ. ຫລັງຈາກນັ້ນ ປະໂລຫິດຈະຂ້າສັດສຳລັບເຄື່ອງເຜົາບູຊາ20ແລະ ນຳໄປຖວາຍພ້ອມກັບເຄື່ອງຖວາຍພືດຜົນເປັນເມັດເທິງແທ່ນບູຊາ, ເປັນການເຮັດພິທີລຶບລ້າງບາບໃຫ້ພວກເຂົາ ແລະ ພວກເຂົາກໍຈະບໍ່ເປັນມົນທິນ.21“ເຖິງຢ່າງໃດກໍຕາມ, ຖ້າພວກເຂົາທຸກຍາກ ແລະ ບໍ່ສາມາດຈະນຳສັດເຫລົ່ານີ້ມາຖວາຍໄດ້ ກໍໃຫ້ພວກເຂົານຳເອົາລູກແກະຜູ້ມາພຽງໂຕໜຶ່ງເປັນເຄື່ອງຖວາຍເພື່ອລຶບລ້າງຄວາມຜິດເພື່ອແກວ່ງໄປແກວ່ງມາຖວາຍເປັນການເຮັດພິທີລຶບລ້າງບາບໃຫ້ພວກເຂົາ ໂດຍຖວາຍພ້ອມກັບແປ້ງລະອຽດປະມານ 1 ເອຟາ ປະສົມກັບນ້ຳມັນໝາກກອກເປັນເຄື່ອງຖວາຍພືດພັນເປັນເມັດ ແລະ ນ້ຳມັນ 1 ລົກ 22ແລະ ນົກເຂົາ ຫລື ນົກກາງແກໜຸ່ມສອງໂຕແລ້ວແຕ່ຈະຫານົກຊະນິດໃດກໍໄດ້ ໂຕໜຶ່ງໃຊ້ເປັນເຄື່ອງບູຊາໄຖ່ບາບ ອີກໂຕໜຶ່ງເປັນເຄື່ອງເຜົາບູຊາ.23“ໃນວັນທີແປດພວກເຂົາຕ້ອງນຳສິ່ງເຫລົ່ານີ້ມາໃຫ້ປະໂລຫິດເພື່ອການຊຳລະລ້າງທີ່ທາງເຂົ້າເຕັນນັດພົບຕໍ່ໜ້າພຣະເຈົ້າຢາເວ.24ປະໂລຫິດຈະນຳເອົາແກະມາເພື່ອເປັນເຄື່ອງຖວາຍລຶບລ້າງຄວາມຜິດ, ພ້ອມກັບນ້ຳມັນປະມານ 0,3 ລິດ ເພື່ອເປັນເຄື່ອງຖວາຍບູຊາແກວ່ງໄປແກວ່ງມາຖວາຍຕໍ່ໜ້າພຣະເຈົ້າຢາເວ.25ປະໂລຫິດຈະຕ້ອງຂ້າລູກແກະນັ້ນເປັນເຄື່ອງບູຊາລຶບລ້າງຄວາມຜິດ ແລະ ເອົາເລືອດບາງສ່ວນທາທີ່ຕິ່ງຫູຂວາ, ຫົວໂປ້ມືເບື້ອງຂວາ ແລະ ຫົວໂປ້ຕີນເບື້ອງຂວາຂອງຜູ້ທີ່ຕ້ອງຊຳລະນັ້ນ.26ປະໂລຫິດຈະຖອກນ້ຳມັນໃສ່ຝ່າມືເບື້ອງຊ້າຍ,27ແລະ ເອົານີ້ວຊີ້ເບື້ອງຂວາຈຸ່ມນ້ຳມັນນັ້ນຊິດເຈັດຄັ້ງຕໍ່ໜ້າພຣະເຈົ້າຢາເວ.28ຈາກນັ້ນຈະເອົານ້ຳມັນທີ່ຝ່າມືນີ້ທາທີ່ຕິ່ງຫູເບື້ອງຂວາ, ຫົວໂປ້ມືເບື້ອງຂວາ ແລະ ຫົວໂປ້ຕີນເບືອງຂວາຂອງຄົນນັ້ນ ເປັນບ່ອນດຽວກັບບ່ອນທາເລືອດຂອງເຄື່ອງບູຊາລຶບລ້າງຄວາມຜິດ.29ນ້ຳມັນທີ່ເຫລືອຢູ່ໃນຝ່າມືຈະໃຊ້ທາເທິງຫົວຂອງຄົນທີ່ໄດ້ຮັບການຊຳລະ, ເພື່ອເປັນການເຮັດພິທີລຶບລ້າງບາບໃຫ້ຜູ້ນັ້ນຕໍ່ໜ້າພຣະເຈົ້າຢາເວ.30ຈາກນັ້ນຜູ້ກ່ຽວຈະຕ້ອງຖວາຍນົກເຂົາ ຫລື ນົກກາງແກໜຸ່ມສອງໂຕ, ແລ້ວແຕ່ຈະຫາໄດ້.31ໂຕໜຶ່ງໃຊ້ເປັນເຄື່ອງບູຊາໄຖ່ບາບສ່ວນອີກໂຕໜຶ່ງໃຊ້ເປັນເຄື່ອງເຜົາບູຊາຄວບຄູ່ກັບເຄື່ອງຖວາຍພືດຜົນເປັນເມັດ. ປະໂລຫິດຈະເຮັດພິທີລຶບລ້າງບາບໃຫ້ຜູ້ນັ້ນຕໍ່ໜ້າພຣະເຈົ້າຢາເວໂດຍວິທີນີ້”.32ທັງໝົດນີ້ຄືກົດລະບຽບກ່ຽວກັບຜູ້ທີ່ຫາຍດີຈາກພະຍາດຜິວໜັງທີ່ບໍ່ສາມາດນຳເຄື່ອງບູຊາຕາມປົກກະຕິມາເພື່ອໃຊ້ໃນພິທີຊຳລະນີ້ໄດ້.ການຊຳລະຈາກເຊື້ອລາທີ່ເປັນມົນທິນ
33ພຣະເຈົ້າຢາເວກ່າວແກ່ໂມເຊ ແລະ ອາໂຣນວ່າ,34“ເມື່ອພວກເຈົ້າເຂົ້າໄປເຖິງດິນແດນການາອານທີ່ເຮົາຈະມອບໃຫ້ເປັນກຳມະສິດຂອງພວກເຈົ້ານັ້ນ ແລະ ເຮົາຈະໃຫ້ເກີດມີເຊື້ອລາແຜ່ກະຈາຍໃນເຮືອນຫລັງໃດຫລັງໜຶ່ງໃນດິນແດນນັ້ນ,35ເມື່ອເຈົ້າຂອງເຮືອນພົບເຊື້ອລາໃນເຮືອນຂອງຕົນຕ້ອງໄປແຈ້ງປະໂລຫິດວ່າ ‘ຂ້າພະເຈົ້າໄດ້ເຫັນບາງສິ່ງທີ່ເບິ່ງເໝືອນເຊື້ອລາໃນເຮືອນຂອງຂ້າພະເຈົ້າ’.36ປະໂລຫິດຈະໃຫ້ຂົນເອົາເຄື່ອງຂອງອອກຈາກເຮືອນໃຫ້ໝົດກ່ອນເພິ່ນເຂົ້າກວດກາເບິ່ງເຊື້ອລາ, ເພື່ອວ່າທຸກສິ່ງໃນເຮືອນຈະບໍ່ຖືກປະກາດວ່າເປັນມົນທິນ. ແລ້ວປະໂລຫິດຈະເຂົ້າໄປ ແລະ ກວດເບິ່ງໃນເຮືອນຫລັງນັ້ນ.37ເພິ່ນຈະກວດກາເບິ່ງເຊື້ອລາຢູ່ຕາມຝາເຮືອນ ແລະ ຖ້າພົບຮອຍຂຽວ ຫລື ແດງທີ່ຝາເຮືອນກິນເລິກລົງໄປ,38ປະໂລຫິດຈະຕ້ອງອອກຈາກເຮືອນ ແລະ ປິດປະຕູໄວ້ເປັນເວລາເຈັດວັນ.39ໃນວັນທີເຈັດປະໂລຫິດຈະກັບມາກວດກາເບິ່ງອີກ. ຖ້າເຊື້ອລາໄດ້ແຜ່ລາມອອກໄປຕາມຝາຕ່າງໆ,40ປະໂລຫິດຈະສັ່ງໃຫ້ຮື້ຫີນສ່ວນທີ່ຕິດເຊື້ອລາອອກ ແລະ ເອົາໄປຖິ້ມຢູ່ບ່ອນທີ່ເປັນມົນທິນນອກເມືອງ.41ປະໂລຫິດຕ້ອງສັ່ງໃຫ້ເຊັດຖູຝາພາຍໃນເຮືອນໃຫ້ທົ່ວທຸກບ່ອນ ແລະ ເສດຂີ້ເຫຍື້ອກໍໃຫ້ນຳໄປຖິ້ມຢູ່ບ່ອນທີ່ເປັນມົນທິນນອກເມືອງ.42ແລ້ວໃຫ້ຜູ້ນັ້ນເອົາຫີນກ້ອນອື່ນມາໃສ່ແທນບ່ອນທີ່ທຸບອອກ ແລະ ນຳເອົາປູນມາໂບກຝາຄືນໃໝ່.43“ແຕ່ຫາກຍັງມີເຊື້ອລາປາກົດຂຶ້ນໃນເຮືອນພາຍຫລັງທີ່ໄດ້ທຸບຫີນອອກ, ເຊັດຖູ ແລະ ໂບກຝາໃໝ່ແລ້ວ,44ປະໂລຫິດຈະມາກວດເບິ່ງອີກ ແລະ ຖ້າເຊື້ອລາໄດ້ແຜ່ກະຈາຍພາຍໃນເຮືອນ, ເຊື້ອລາທີ່ເປັນພິດ, ເຮືອນຫລັງນັ້ນກໍເປັນມົນທິນ.45ຕ້ອງມ້າງເຮືອນຫລັງນັ້ນແລ້ວນຳເອົາຫີນ, ໄມ້ ແລະ ປູນອອກໄປຖິ້ມຢູ່ບ່ອນທີ່ເປັນມົນທິນນອກເມືອງ.46“ຜູ້ທີ່ເຂົ້າໄປຂະນະທີ່ເຮືອນຍັງປິດຢູ່ຈະກາຍເປັນມົນທິນຈົນເຖິງເວລາຄ່ຳ.47ຜູ້ໃດທີ່ນອນ ຫລື ກິນອາຫານໃນເຮືອນນັ້ນຈະຕ້ອງໄດ້ຊັກເສື້ອຜ້າຂອງຕົນ.48“ແຕ່ເມື່ອປະໂລຫິດກັບມາກວດເບິ່ງ ແລະ ເຊື້ອລານັ້ນບໍ່ໄດ້ແຜ່ກະຈາຍໄປຫລັງຈາກໂບກປູນໃໝ່ຮຽບຮ້ອຍແລ້ວ ປະໂລຫິດກໍຈະປະກາດວ່າເຮືອນຫລັງນັ້ນບໍ່ເປັນມົນທິນ, ເພາະເຊື້ອລາທີ່ເປັນມົນທິນໄດ້ຫາຍໄປແລ້ວ.49ເພື່ອຊຳລະເຮືອນຫລັງນັ້ນໃຫ້ສະອາດ, ເຈົ້າຂອງເຮືອນຈະຕ້ອງນຳເອົານົກສອງໂຕ ແລະ ໄມ້ສີດາ, ດ້າຍແດງ ແລະ ງ່າຫູສົບ.50ປະໂລຫິດຈະຂ້ານົກໂຕໜຶ່ງເໜືອນ້ຳສະອາດທີ່ຢູ່ໃນພາຊະນະດິນເຜົາ.51ແລ້ວຈຸ່ມໄມ້ສີດາ, ງ່າຫູສົບ, ດ້າຍແດງ ແລະ ນົກອີກໂຕໜຶ່ງທີ່ຍັງມີຊີວິດລົງໃນເລືອດຂອງນົກທີ່ຖືກຂ້າເໜືອນ້ຳສະອາດ, ເອົາເລືອດຊິດໃສ່ເຮືອນຫລັງນັ້ນເຈັດເທື່ອ.52ປະໂລຫິດຈະຊຳລະເຮືອນຫລັງນັ້ນດ້ວຍເລືອດຂອງນົກ, ນ້ຳສະອາດ, ນົກທີ່ມີຊີວິດ, ໄມ້ສີດາ, ງ່າຫູສົບ ແລະ ດ້າຍແດງ.53ແລ້ວປະໂລຫິດຈະປ່ອຍນົກໂຕທີ່ຍັງມີຊີວິດໄປໃນບ່ອນກາງແຈ້ງນອກເມືອງ. ປະໂລຫິດຈະລຶບລ້າງມົນທິນຂອງເຮືອນດ້ວຍວິທີນີ້ ແລະ ເຮືອນນັ້ນກໍຈະສະອາດ”.54ທັງໝົດນີ້ເປັນກົດລະບຽບກ່ຽວກັບພະຍາດຜິວໜັງຊະນິດຕ່າງໆກ່ຽວກັບໂລກຄັນ,55ກ່ຽວກັບເຊື້ອລາເທິງເສື້ອຜ້າ ຫລື ຢູ່ໃນເຮືອນ,56ແລະ ກ່ຽວກັບຮອຍບວມ, ຜື່ນ ຫລື ຕຸ່ມໃສ,57ເພື່ອຕັດສິນວ່າສິ່ງໃດສະອາດ ຫລື ເປັນມົນທິນ.ນີ້ຄືກົດລະບຽບກ່ຽວກັບພະຍາດຜິວໜັງ ແລະ ເຊື້ອລາທີ່ເປັນມົນທິນ.
Biblica, Inc.