ລະບຽບພວກເລວີ16

ວັນ​ລຶບລ້າງບາບ

1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ຫລັງ​ຈາກ​ທີ່​ລູກຊາຍ​ສອງ​ຄົນ​ຂອງ​ອາໂຣນ​ຜູ້​ທີ່​ຕາຍໄປ​ໃນ​ຂະນະ​ພວກເຂົາ​ເຂົ້າມາ​ຫາ​ພຣະເຈົ້າ​ຢາເວ.2ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ: “ຈົ່ງ​ເຕືອນ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ບໍ່​ໃຫ້​ເຂົ້າໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ​ຫລັງ​ຜ້າກັ້ງ​ທີ່​ຢູ່​ຕໍ່ໜ້າ​ພຣະທີ່ນັ່ງແຫ່ງພຣະຄຸນ​ທີ່​ຢູ່​ເທິງ​ຫີບພັນທະສັນຍາ​ຕາມ​ໃຈຊອບ ຫລື ບໍ່​ດັ່ງນັ້ນ ລາວ​ຈະ​ຕ້ອງ​ຕາຍ. ເພາະ​ເຮົາ​ຈະ​ມາ​ປາກົດ​ໃນ​ເມກ​ເໜືອ​ພຣະທີ່ນັ່ງແຫ່ງພຣະຄຸນ.
3“ຕໍ່ໄປ​ນີ້​ເປັນ​ຂໍ້​ປະຕິບັດ​ໃນ​ການ​ທີ່​ອາໂຣນ​ຈະ​ເຂົ້າໄປ​ຍັງ​ສະຖານ​ສັກສິດ​ທີ່ສຸດ: ລາວ​ຕ້ອງ​ໄດ້​ນຳເອົາ​ງົວ​ເຖິກ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ແກະຜູ້​ສຳລັບ​ເປັນ​ເຄື່ອງເຜົາ​ບູຊາ​ໄປ4ເຂົາ​ຕ້ອງ​ນຸ່ງ​ເສື້ອຄຸມຍາວ​ທີ່​ບໍລິສຸດ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍລິນິນ​ກັບ​ເຄື່ອງ​ແຕ່ງກາຍ​ຊັ້ນໃນ​ດ້ວຍ​ຜ້າຝ້າຍລິນິນ​ທີ່​ຕິດ​ກັບ​ຮ່າງກາຍ​ຂອງ​ລາວ, ລາວ​ຕ້ອງ​ຮັດ​ສາຍມັດແອວ​ດ້ວຍ​ຜ້າຝ້າຍລິນິນ ແລະ ຄຽນຫົວ​ດ້ວຍ​ຜ້າຝ້າຍລິນິນ. ສິ່ງ​ເຫລົ່ານີ້​ເປັນ​ເຄື່ອງແຕ່ງກາຍ​ອັນ​ບໍລິສຸດ, ດັ່ງນັ້ນ​ລາວ​ຕ້ອງ​ອາບ​ນ້ຳ​ກ່ອນ​ທີ່​ຈະ​ສຸບ​ເຄື່ອງ​ເຫລົ່ານີ້​ໃສ່.5ຈາກ​ຊຸມຊົນ​ອິດສະຣາເອນ​ອາໂຣນ​ຈະ​ເອົາ​ແບ້ຜູ້​ສອງ​ໂຕ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ແກະຜູ້​ໜຶ່ງ​ໂຕ​ສຳລັບ​ເປັນ​ເຄື່ອງເຜົາ​ບູຊາ.
6“ໃຫ້​ອາໂຣນ​ຖວາຍ​ງົວ​ໜຸ່ມ​ໜຶ່ງ​ໂຕ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ເພື່ອ​ເຮັດ​ພິທີ​ລຶບລ້າງບາບ​ໃຫ້​ຕົນ​ເອງ ແລະ ຄອບຄົວ7ຈາກນັ້ນ​ລາວ​ຈະ​ຕ້ອງ​ນຳເອົາ​ແບ້​ສອງ​ໂຕ​ມາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ທີ່​ທາງເຂົ້າ​ເຕັນນັດພົບ.8ລາວ​ຈະ​ຕ້ອງ​ຈັບສະຫລາກ​ສຳລັບ​ແບ້​ທັງສອງ​ນັ້ນ ສະຫລາກ​ໜຶ່ງ​ສຳລັບ​ພຣະເຈົ້າ​ຢາເວ ແລະ ອີກ​ສະຫລາກ​ໜຶ່ງ​ສຳລັບ​ແບ້ຮັບບາບ 9ອາໂຣນ​ຈະ​ຕ້ອງ​ນຳເອົາ​ແບ້​ໂຕ​ທີ່​ໃຊ້​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ມາ​ເປັນ​ເຄື່ອງບູຊາ​ໄຖ່​ບາບ.10ແຕ່​ແບ້​ທີ່​ໄດ້​ຮັບ​ເລືອກ​ໂດຍ​ຈັບສະຫລາກ​ໃຫ້ເປັນ​ແບ້ຮັບບາບ​ນັ້ນ​ຈະ​ຖືກ​ນຳ​ມາ​ຖວາຍ​ທັງ​ທີ່​ຍັງ​ມີຊີວິດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ເພື່ອ​ເປັນ​ການ​ລຶບລ້າງ​ບາບ​ໂດຍ​ປ່ອຍ​ມັນ​ເຂົ້າໄປ​ໃນ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ເປັນ​ແບ້ຮັບບາບ.
11“ອາໂຣນ​ຈະ​ຕ້ອງ​ນຳເອົາ​ງົວ​ມາ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ຂອງ​ຕົນ​ເພື່ອ​ເຮັດ​ພິທີ​ລຶບລ້າງບາບ​ໃຫ້​ແກ່​ຕົນ​ເອງ ແລະ ຄອບຄົວ​ຂອງ​ຕົນ ແລະ ນຳ​ງົວ​ມາ​ຂ້າ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ຂອງຕົນ12ລາວ​ຈະ​ເອົາ​ໝໍ້ກະທະ​ທີ່​ເຕັມ​ດ້ວຍ​ຖ່ານໄຟ​ຈາກ​ແທ່ນບູຊາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ກຳເອົາ​ຜົງ​ເຄື່ອງຫອມ​ທີ່​ບົດ​ລະອຽດ​ສອງ​ກຳມື​ນຳ​ເຂົ້າໄປ​ຫລັງ​ຜ້າກັ້ງ.13ລາວ​ຈະ​ໂຮຍ​ເຄື່ອງຫອມ​ໃສ່​ເທິງ​ໄຟ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ຄວັນ​ຂອງ​ເຄື່ອງຫອມ​ຈະ​ປິວຂຶ້ນ​ໄປ​ຍັງ​ຝາອັດ​ຫີບ​ພັນທະສັນຍາ, ເພື່ອ​ວ່າ​ລາວ​ຈະ​ບໍ່​ຕາຍ14ລາວ​ຈະ​ນຳ​ເລືອດ​ບາງ​ສ່ວນ​ຂອງ​ງົວ​ເຂົ້າໄປ ແລະ ໃຊ້​ນິ້ວມື​ຈຸ່ມເລືອດ​ແລ້ວ​ຊິດໃສ່​ດ້ານ​ໜ້າ​ຂອງ​ພຣະທີ່ນັ່ງ​ແຫ່ງ​ພຣະຄຸນ​ເຈັດ​ເທື່ອ.
15“ແລ້ວ​ອາໂຣນ​ຈະ​ຂ້າ​ແບ້​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ສຳລັບ​ປະຊາຊົນ ແລະ ນຳ​ເລືອດ​ຂອງ​ແບ້​ເຂົ້າໄປ​ດ້ານ​ຫລັງ​ຜ້າກັ້ງ ແລ້ວ​ເຮັດ​ເຊັ່ນ​ດຽວ​ກັບ​ທີ່​ເຮັດ​ກັບ​ເລືອດ​ງົວ​ຄື​ລາວ​ຈະ​ຊິດ​ເລືອດ​ນັ້ນ​ໃສ່​ຂ້າງ​ເທິງ ແລະ ຂ້າງ​ໜ້າ​ຂອງ​ພຣະທີ່ນັ່ງ​ແຫ່ງ​ພຣະຄຸນ.16ດ້ວຍ​ວິທີ​ນີ້​ອາໂຣນ​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ສຳລັບ​ສະຖານທີ່​ບໍລິສຸດ​ທີ່ສຸດ​ເພາະ​ການ​ເປັນມົນທິນ ແລະ ການກະບົດ​ຂອງ​ຊາວ​ອິດສະຣາເອນ, ບໍ່​ວ່າ​ບາບ​ຂອງ​ພວກເຂົາ​ຈະ​ເປັນ​ຢ່າງໃດ. ພວກເຂົາ​ກໍ​ຈະ​ຕ້ອງ​ເຮັດ​ຢ່າງດຽວ​ກັນ​ກັບ​ເຕັນນັດພົບ, ເຊິ່ງ​ຢູ່​ທ່າມກາງ​ການ​ເປັນມົນທິນ​ຂອງ​ພວກເຂົາ.17ຫ້າມ​ບໍ່​ໃຫ້​ມີ​ຜູ້ໃດ​ຢູ່​ໃນ​ເຕັນນັດພົບ​ຂະນະ​ທີ່​ອາໂຣນ​ເຂົ້າໄປ​ເຮັດ​ພິທີ​ລຶບລ້າງບາບ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ​ຈົນ​ກວ່າ​ເພິ່ນ​ຈະ​ອອກມາ, ຍັງ​ມີ​ການ​ລຶບລ້າງ​ບາບ​ສຳລັບ​ຕົນ​ເອງ, ຄອບຄົວ ແລະ ຊຸມຊົນ​ອິດສະຣາເອນ​ທັງໝົດ​ອີກ​ດ້ວຍ.
18“ຈາກ​ນັ້ນ​ອາໂຣນ​ຈະ​ໄປ​ທີ່​ແທ່ນບູຊາ​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ເຮັດ​ພິທີ​ລຶບລ້າງບາບ​ສຳລັບ​ແທ່ນ​ນັ້ນ. ເພິ່ນ​ຈະ​ເອົາ​ເລືອດ​ຂອງ​ງົວ ແລະ ເລືອດ​ຂອງ​ແບ້​ບາງ​ສ່ວນ​ທາ​ທີ່​ເຂົາ​ຂອງ​ແທ່ນບູຊາ.19ເພິ່ນ​ຈະ​ເອົາ​ນິ້ວມື​ຈຸ່ມລົງ​ໃນ​ເລືອດ​ແລ້ວ​ຊິດ​ໃສ່​ເທິງ​ແທ່ນບູຊາ​ເຈັດ​ເທື່ອ​ເພື່ອ​ເປັນ​ການ​ຊຳລະ​ແທ່ນບູຊາ​ນັ້ນ​ໃຫ້​ບໍລິສຸດ​ພົ້ນ​ຈາກ​ມົນທິນ​ຂອງ​ຊາວ​ອິດສະຣາເອນ.
20“ເມື່ອ​ອາໂຣນ​ເຮັດ​ພິທີ​ລຶບລ້າງ​ບາບ​ສຳລັບ​ສະຖານທີ່​ບໍລິສຸດ​ທີ່ສຸດ, ທີ່​ເຕັນນັດພົບ ແລະ ແທ່ນບູຊາ​ສຳເລັດ, ເພິ່ນ​ຈະ​ນຳ​ແບ້​ທີ່​ຍັງ​ມີ​ຊີວິດ​ຕົວ​ນັ້ນ​ມາ​ທາງໜ້າ.21ເພິ່ນ​ຈະ​ຕ້ອງ​ວາງມື​ທັງສອງເບື້ອງ​ໃສ່​ເທິງ​ຫົວ​ແບ້​ທີ່​ມີຊີວິດ​ນັ້ນ ແລະ ສາລະພາບ​ຄວາມ​ຊົ່ວຮ້າຍ​ທຸກຢ່າງ ແລະ ການທໍລະຍົດ​ຂອງ​ປະຊາຊົນ​ອິດສະຣາເອນ. ການບາບ​ທັງໝົດ ແລະ ໄດ້​ມອບ​ສິ່ງ​ທັງໝົດ​ໄວ້​ເທິງ​ຫົວ​ແບ້. ເພິ່ນ​ຈະ​ສົ່ງ​ແບ້​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ໂດຍ​ມອບໝາຍ​ໃຫ້​ຊາຍ​ຄົນ​ໜຶ່ງ​ຕິດຕາມ​ໄປ.22ແບ້​ນັ້ນ​ກໍ​ຈະ​ແບກຮັບບາບ​ທັງໝົດ​ຂອງ​ປະຊາຊົນ​ເຂົ້າ​ສູ່​ຖິ່ນແຫ້ງແລ້ງກັນດານ, ຊາຍ​ຜູ້​ນັ້ນ​ຈະ​ປ່ອຍ​ມັນ​ໄວ້​ໃນ​ທີ່ນັ້ນ.
23“ຈາກ​ນັ້ນ​ອາໂຣນ​ເຂົ້າໄປ​ໃນ​ເຕັນນັດພົບ ແລະ ຖອດ​ຊຸດ​ຜ້າຝ້າຍລິນິນ​ທີ່​ໃຊ້​ນຸ່ງ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ແລະ ວາງ​ໄວ້​ໃນ​ທີ່ນັ້ນ.24ເພິ່ນ​ຈະ​ອາບນ້ຳ​ເພື່ອ​ຊຳລະ​ຕົນ​ເອງ​ໃນ​ບ່ອນ​ສັກສິດ ແລະ ນຸ່ງ​ເສື້ອຜ້າ​ຊຸດ​ປົກກະຕິ. ແລ້ວ​ເພິ່ນ​ຈະ​ອອກໄປ​ຖວາຍ​ເຄື່ອງເຜົາ​ບູຊາ​ສຳລັບ​ຕົນ​ເອງ ແລະ ເຄື່ອງເຜົາ​ບູຊາ​ສຳລັບ​ປະຊາຊົນ, ເພື່ອ​ເຮັດ​ພິທີ​ລຶບລ້າງບາບ​ໃຫ້​ຕົນ​ເອງ ແລະ ປະຊາຊົນ.25ເພິ່ນ​ຈະ​ເຜົາ​ໄຂມັນ​ຂອງ​ເຄື່ອງບູຊາ​ໄຖ່​ບາບ​ເທິງ​ແທ່ນບູຊາ​ດ້ວຍ.
26“ຊາຍ​ຄົນ​ທີ່​ໄປ​ປ່ອຍ​ແບ້​ເປັນ​ແບ້ຮັບບາບ​ຕ້ອງ​ໄດ້​ຊັກ​ເສື້ອຜ້າ ແລະ ອາບນ້ຳ, ຫລັງຈາກນັ້ນ​ລາວ​ອາດ​ເຂົ້າມາ​ໃນ​ຄ້າຍພັກ​ໄດ້.27ງົວ ແລະ ແບ້​ທີ່​ໃຊ້​ເປັນ​ເຄື່ອງບູຊາ​ໄຖ່​ບາບ, ເຊິ່ງ​ເພິ່ນ​ໄດ້​ນຳ​ເລືອດ​ຂອງ​ມັນ​ເຂົ້າໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ​ເພື່ອ​ເຮັດ​ພິທີ​ລຶບລ້າງບາບ​ນັ້ນ, ຕ້ອງ​ນຳເອົາ​ໄປ​ໄວ້​ນອກ​ຄ້າຍພັກ​ເຊັ່ນ: ໜັງ, ຊີ້ນ ແລະ ໄສ້​ຂອງ​ສັດ​ນັ້ນ​ຈະ​ຕ້ອງ​ເຜົາ​ໃຫ້​ໝົດ.28ຜູ້​ເຮັດ​ໜ້າທີ່​ເຜົາ​ສິ່ງ​ເຫລົ່ານັ້ນ​ຕ້ອງ​ຊັກ​ເສື້ອຜ້າ​ຂອງ​ຕົນ ແລະ ອາບ​ນ້ຳ​ໃຫ້​ສະອາດ, ຫລັງຈາກນັ້ນ​ລາວ​ອາດ​ເຂົ້າ​ມາ​ໃນ​ຄ້າຍພັກ​ໄດ້.
29“ນີ້​ເປັນ​ຂໍ້​ປະຕິບັດ​ຖາວອນ​ສຳລັບ​ພວກເຈົ້າ​ຄື: ໃນ​ວັນ​ທີສິບ​ເດືອນ​ທີເຈັດ​ພວກເຈົ້າ​ຈົ່ງ​ຕັດສິດ​ຂອງຕົນ ແລະ ບໍ່​ເຮັດວຽກ​ໃດໆ, ບໍ່​ວ່າ​ຈະ​ເປັນ​ຄົນທ້ອງຖິ່ນ​ອິດສະຣາເອນ ຫລື ເປັນ​ຄົນຕ່າງດ້າວ​ທີ່​ອາໄສຢູ່​ທ່າມກາງ​ພວກເຈົ້າ,30ເພາະ​ໃນ​ວັນ​ນີ້​ຈະ​ມີ​ການລຶບລ້າງບາບ​ສຳລັບ​ພວກເຈົ້າ, ເພື່ອ​ຊຳລະ​ພວກເຈົ້າ​ໃຫ້​ສະອາດ. ແລ້ວ​ພວກເຈົ້າ​ຈະ​ສະອາດ​ພົ້ນ​ຈາກ​ບາບ​ທັງໝົດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.31ນີ້​ເປັນ​ວັນ​ຊະບາໂຕ​ແຫ່ງ​ການ​ພັກຜ່ອນ ແລະ ເຈົ້າ​ຕ້ອງ​ຕັດສິດ​ຂອງຕົນ, ນີ້​ເປັນ​ຂໍ້​ປະຕິບັດ​ຖາວອນ​ສຳລັບ​ພວກເຈົ້າ.32ປະໂລຫິດ​ຜູ້​ທີ່​ໄດ້​ຮັບ​ການ​ເຈີມ ແລະ ໄດ້​ສະຖາປະນາ​ໃຫ້​ເປັນ​ມະຫາ​ປະໂລຫິດ​ສືບທອດ​ຈາກ​ພໍ່​ຂອງ​ຕົນ​ຈະ​ເປັນ​ຜູ້​ເຮັດ​ພິທີ​ລຶບລ້າງບາບ. ເພິ່ນ​ຈະ​ຕ້ອງ​ສວມ​ຊຸດ​ສັກສິດ​ທີ່​ເຮັດ​ຈາກ​ຜ້າຝ້າຍລິນິນ33ແລະ ເຮັດ​ພິທີ​ລຶບລ້າງ​ບາບ​ສຳລັບ​ສະຖານທີ່​ສັກສິດ​ທີ່ສຸດ, ສຳລັບ​ເຕັນນັດພົບ ແລະ ແທ່ນບູຊາ ແລະ ສຳລັບ​ປະໂລຫິດ ແລະ ສະມາຊິກ​ທັງໝົດ​ຂອງ​ຊຸມຊົນ.
34“ນີ້​ເປັນ​ລະບຽບການ​ຖາວອນ​ສຳລັບ​ພວກເຈົ້າ​ຄື: ໃຫ້​ເຮັດ​ພິທີ​ລຶບລ້າງ​ບາບ​ປີ​ລະ​ຄັ້ງ​ສຳລັບ​ບາບ​ທັງໝົດ​ຂອງ​ປະຊາຊົນ​ອິດສະຣາເອນ”.
ແລະ ລະບຽບການ​ນີ້​ກໍ​ໄດ້​ຖືກ​ປະຕິບັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ແລ້ວ​ນັ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2