ລະບຽບພວກເລວີ13
ກົດລະບຽບກ່ຽວກັບພະຍາດຜິວໜັງທີ່ເປັນມົນທິນ
1ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊ ແລະ ອາໂຣນວ່າ,2“ຖ້າຜູ້ໃດເກີດອາການບວມທີ່ຜິວ ຫລື ເປັນຕຸ່ມຄັນ ຫລື ມີຮອຍດ່າງ ເຊິ່ງອາດເປັນມົນທິນຍ້ອນພະຍາດຜິວໜັງ, ຜູ້ນັ້ນຈະຕ້ອງຖືກນຳໄປພົບປະໂລຫິດອາໂຣນ ຫລື ລູກຊາຍ ຄົນໃດຂອງອາໂຣນທີ່ເປັນປະໂລຫິດ.3ປະໂລຫິດຈະຕ້ອງກວດເບິ່ງຮອຍໂລກຂອງຜູ້ນັ້ນ ຖ້າຂົນເທິງຜິວໜັງບໍລິເວນນັ້ນປ່ຽນເປັນສີຂາວ ແລະ ຮອຍໂລກນີ້ລາມເລິກກວ່າຜິວໜັງລົງໄປ ສະແດງວ່າເປັນໂລກຜິວໜັງທີ່ເປັນມົນທິນ. ປະໂລຫິດຈະປະກາດວ່າເປັນມົນທິນຕາມລະບຽບພິທີກຳ.4ແຕ່ຖ້າບໍລິເວນຜິວນັ້ນເປັນຮອຍດ່າງແຕ່ບໍ່ໄດ້ລາມເລິກລົງໄປໃຕ້ຜິວໜັງ ແລະ ຂົນໃນບໍລິເວນດັ່ງກ່າວກໍບໍ່ໄດ້ປ່ຽນເປັນສີຂາວ, ປະໂລຫິດຈະຕ້ອງກັກໂຕຜູ້ນັ້ນໄວ້ເບິ່ງອາການເປັນເວລາເຈັດວັນ.5ໃນວັນທີເຈັດປະໂລຫິດຈະກວດເບິ່ງຜູ້ນັ້ນອີກ, ຖ້າບໍລິເວນບວມດັ່ງກ່າວຍັງເໝືອນເດີມ ແລະ ບໍ່ໄດ້ລາມເລິກລົງໄປໃຕ້ຜິວ ປະໂລຫິດກໍຈະກັກໂຕຜູ້ນັ້ນໄວ້ອີກເຈັດວັນ.6ໃນວັນທີເຈັດປະໂລຫິດຈະກວດເບິ່ງຜູ້ນັ້ນອີກ, ຖ້າຮອຍໂລກນັ້ນດີຂຶ້ນ ແລະ ບໍ່ໄດ້ລາມເລິກລົງໄປ, ປະໂລຫິດກໍຈະປະກາດວ່າພວກເຂົາບໍ່ເປັນມົນທິນ, ພວກເຂົາເປັນພຽງແຕ່ຜື່ນທຳມະດາ. ພວກເຂົາຕ້ອງຊັກເສື້ອຜ້າຂອງຕົນ ແລະ ພວກເຂົາກໍບໍ່ເປັນມົນທິນ.7ແຕ່ຖ້າຜື່ນນັ້ນແຜ່ລາມໄປຫລັງຈາກທີ່ພວກເຂົາໄດ້ໃຫ້ປະໂລຫິດກວດເບິ່ງເພື່ອປະກາດວ່າພວກເຂົາບໍ່ເປັນມົນທິນແລ້ວ ພວກເຂົາຈະຕ້ອງກັບມາຫາປະໂລຫິດອີກ.8ປະໂລຫິດຈະກວດເບິ່ງຜູ້ນັ້ນ ແລະ ຖ້າຫາກເຫັນວ່າຜື່ນນັ້ນແຜ່ລາມຕາມຜິວໜັງ, ປະໂລຫິດກໍຈະປະກາດວ່າຜູ້ນັ້ນເປັນມົນທິນ, ນີ້ແມ່ນໂລກຜິວທີ່ເປັນມົນທິນ.9“ຖ້າຜູ້ໃດເປັນໂລກຜິວໜັງ, ຕ້ອງນຳຜູ້ນັ້ນໄປຫາປະໂລຫິດ.10ແລ້ວປະໂລຫິດຈະກວດເບິ່ງຜູ້ກ່ຽວ ຖ້າມີອາການບວມເປັນສີຂາວທີ່ຜິວໜັງ ເຊິ່ງເຮັດໃຫ້ຂົນບໍລິເວນນັ້ນປ່ຽນເປັນສີຂາວ ແລະ ຮອຍບວມແຕກເປັນແຜ,11ຜູ້ນັ້ນກໍເປັນໂລກຜິວໜັງຊຳເຮື້ອ ແລະ ປະໂລຫິດຈະຕ້ອງປະກາດວ່າຜູ້ກ່ຽວເປັນມົນທິນ. ຜູ້ນັ້ນບໍ່ຕ້ອງຖືກກັກໂຕໄວ້ເບິ່ງອາການອີກ, ເພາະລາວເປັນມົນທິນແລ້ວ.12“ຖ້າພະຍາດນັ້ນກະຈາຍໄປທົ່ວຜິວ ແລະ ປະໂລຫິດພົບວ່າພະຍາດນັ້ນລາມໄປທົ່ວຜິວຕັ້ງແຕ່ຫົວຈົນເຖິງຕີນ,13ປະໂລຫິດຕ້ອງກວດເບິ່ງອີກ ຖ້າພະຍາດຫາກລາມໄປທົ່ວທັງໂຕ, ໃຫ້ປະກາດວ່າລາວບໍ່ເປັນມົນທິນ. ເນື່ອງຈາກວ່າຮ່າງກາຍຂອງລາວກາຍເປັນສີຂາວໄປໝົດ ຜູ້ນັ້ນກໍບໍ່ເປັນມົນທິນ.14ແຕ່ເມື່ອໃດກໍຕາມຫາກຮ່າງກາຍຂອງຜູ້ນັ້ນມີບາດແຜ, ຜູ້ກ່ຽວກໍເປັນມົນທິນ15ເມື່ອປະໂລຫິດພົບເຫັນຮອຍແຜນັ້ນ ໃຫ້ປະໂລຫິດປະກາດວ່າລາວເປັນມົນທິນ. ຮອຍແຜນັ້ນບໍ່ສະອາດ ລາວມີພະຍາດຜີວໜັງທີ່ເປັນມົນທິນ.16ຖ້າຮອຍແຜນັ້ນປ່ຽນເປັນສີຂາວ, ໃຫ້ຜູ້ກ່ຽວກັບໄປຫາປະໂລຫິດ.17ປະໂລຫິດຈະກວດເບິ່ງ, ຖ້າແຜນັ້ນຫາຍດີແລ້ວ ປະໂລຫິດກໍຈະປະກາດວ່າລາວບໍ່ເປັນມົນທິນ. ແລ້ວກໍຈະດີສະອາດພົ້ນຈາກມົນທິນ.18“ຖ້າຜູ້ໃດເປັນຝີ ແລະ ຫາຍດີແລ້ວ,19ແຕ່ຮອຍຝີເກີດອາການບວມດ່າງ ຫລື ປ່ຽນເປັນສີຂາວປົນສີບົວ ຜູ້ນັ້ນຕ້ອງໄປໃຫ້ປະໂລຫິດກວດເບິ່ງ.20ປະໂລຫິດຈະກວດເບິ່ງ, ຖ້າອາການລາມເລິກລົງໄປໃຕ້ຜິວໜັງ ແລະ ຂົນບໍລິເວນນັ້ນປ່ຽນເປັນສີຂາວ, ປະໂລຫິດຈະປະກາດວ່າຜູ້ນັ້ນເປັນມົນທິນ. ນີ້ແມ່ນການເປັນມົນທິນໂດຍໂລກຜີວໜັງທີ່ເປັນມົນທິນໄດ້ລາມອອກຈາກບ່ອນທີ່ເປັນຕຸ່ມຝີນັ້ນ.21ແຕ່ຖ້າເມື່ອປະໂລຫິດກວດເບິ່ງແລ້ວ, ຂົນບໍລິເວນນັ້ນບໍ່ໄດ້ປ່ຽນເປັນສີຂາວ ແລະ ອາການນັ້ນບໍ່ໄດ້ລາມເລິກລົງໄປໃຕ້ຜິວ ແລະ ທັງສີກໍຈາງລົງ, ຈາກນັ້ນໃຫ້ປະໂລຫິດກັກໂຕຜູ້ນັ້ນໄວ້ເບິ່ງອາການເປັນເວລາເຈັດວັນ.22ຖ້າພະຍາດນັ້ນລາມອອກໄປຕາມຜິວ, ປະໂລຫິດຈະປະກາດວ່າລາວເປັນມົນທິນ; ນີ້ແມ່ນພະຍາດທີ່ເປັນມົນທິນ.23ແຕ່ຖ້າລັກສະນະຂອງຮອຍບາດແຜນັ້ນບໍ່ປ່ຽນແປງ ແລະ ບໍ່ລຸກລາມອອກໄປ ຮອຍນີ້ກໍເປັນພຽງເປັນແປ້ວຫລັງຈາກເປັນຝີ ປະໂລຫິດກໍຈະປະກາດວ່າລາວບໍ່ເປັນມົນທິນ.24“ຖ້າຜູ້ໃດມີຮອຍແຜໄຟໄໝ້ ແລະ ແຜນີ້ກາຍເປັນສີຂາວ ຫລື ສີຂາວອົມຊົມພູ,25ໃຫ້ປະໂລຫິດກວດເບິ່ງຮອຍແຜນັ້ນ ຖ້າຂົນບໍລິເວນນັ້ນປ່ຽນເປັນສີຂາວ ແລະ ອາການລາມເລິກລົງໄປໃຕ້ຜິວ ພະຍາດໄດ້ລາມຈາກຮອຍໄໝ້ນັ້ນແລ້ວ, ປະໂລຫິດຈະປະກາດວ່າຜູ້ນັ້ນເປັນມົນທິນ; ນີ້ແມ່ນໂລກຜິວໜັງທີ່ເປັນມົນທິນ.26ແຕ່ຖ້າປະໂລຫິດກວດພົບວ່າຂົນບໍລິເວນນັ້ນບໍ່ໄດ້ປ່ຽນເປັນສີຂາວ ແລະ ຮອຍແຜນັ້ນກໍບໍ່ໄດ້ລາມເລິກລົງໄປໃຕ້ຜິວ ອີກທັງສີກໍກຳລັງຈາງລົງ, ໃຫ້ປະໂລຫິດກັກໂຕຜູ້ນັ້ນໄວ້ເບິ່ງອາການເປັນເວລາເຈັດວັນ.27ໃນວັນທີເຈັດປະໂລຫິດຈະກວດຜູ້ນັ້ນອີກຄັ້ງໜຶ່ງ, ຖ້າແຜນັ້ນແຜ່ລາມອອກໄປຕາມຜິວ, ປະໂລຫິດຈະປະກາດວ່າຜູ້ນັ້ນເປັນມົນທິນ; ນີ້ແມ່ນພະຍາດຜິວໜັງທີ່ເປັນມົນທິນ.28ເຖິງຢ່າງໃດກໍຕາມ, ຖ້າລັກສະນະຂອງຮອຍແຜນັ້ນບໍ່ປ່ຽນແປງ ແລະ ບໍ່ໄດ້ແຜ່ລາມອອກໄປແຕ່ຈາງລົງ; ຮອຍແຜນີ້ກໍເປັນພຽງຮອຍບວມຈາກໄຟໄໝ້, ປະໂລຫິດຈະປະກາດວ່າຜູ້ນັ້ນບໍ່ເປັນມົນທິນ, ເປັນພຽງຮອຍແຜຈາກການໄໝ້.29“ຖ້າຊາຍ ຫລື ຍິງຄົນໃດມີແຜທີ່ຫົວ ຫລື ທີ່ຄາງ,30ໃຫ້ປະໂລຫິດກວດເບິ່ງແຜນັ້ນ, ຖ້າແຜລາມເລິກລົງໄປໃຕ້ຜິວ ແລະ ຂົນບໍລິເວນນັ້ນປ່ຽນເປັນສີເຫລືອງ ແລະ ບາງລົງ, ປະໂລຫິດຈະປະກາດວ່າຜູ້ນັ້ນເປັນມົນທິນ; ນີ້ແມ່ນໂລກຜິວໜັງທີ່ເປັນມົນທິນທີ່ຫົວ ຫລື ທີ່ຄາງ.31ແຕ່ຖ້າປະໂລຫິດກວດເບິ່ງອາການ, ມັນບໍ່ໄດ້ລາມເລິກລົງໄປໃຕ້ຜິວ ແລະ ບໍ່ມີຂົນສີດຳໃນບໍລິເວນນັ້ນ, ຈາກນັ້ນໃຫ້ກັກຜູ້ກ່ຽວໄວ້ເບິ່ງອາການເປັນເວລາເຈັດວັນ.32ໃນວັນທີເຈັດໃຫ້ປະໂລຫິດກວດເບິ່ງອາການນັ້ນອີກ, ຖ້າອາການບໍ່ໄດ້ແຜ່ລາມໄປ ແລະ ບໍ່ໄດ້ມີຂົນສີເຫລືອງຂຶ້ນມາ ແລ້ວທັງບໍ່ໄດ້ແຜ່ລາມເລິກລົງໄປໃຕ້ຜິວ,33ແລ້ວຊາຍ ຫລື ຍິງນັ້ນຈະຕ້ອງແຖຂົນຕົນເອງ, ຍົກເວັ້ນບໍລິເວນທີ່ມີແຜນັ້ນ ແລະ ປະໂລຫິດຈະກັກຜູ້ນັ້ນໄວ້ອີກເຈັດວັນ.34ໃນວັນທີເຈັດໃຫ້ປະໂລຫິດກວດອາການນັ້ນອີກ, ຖ້າອາການນີ້ບໍ່ໄດ້ແຜ່ລາມໄປ ແລະ ບໍ່ໄດ້ແຜ່ລາມເລິກລົງໄປໃຕ້ຜິວ, ປະໂລຫິດຈະປະກາດວ່າພວກເຂົາບໍ່ເປັນມົນທິນ. ພວກເຂົາຕ້ອງຊັກເສື້ອຜ້າ ແລະ ຖືວ່າພວກກ່ຽວປາດສະຈາກມົນທິນ.35ແຕ່ຖ້າອາການນັ້ນແຜ່ລາມອອກໄປຫລັງຈາກປະກາດວ່າພວກເຂົາບໍ່ເປັນມົນທິນແລ້ວ,36ປະໂລຫິດຈະກວດພວກເຂົາອີກຄັ້ງໜຶ່ງ, ຖ້າພົບແຜນັ້ນລາມອອກໄປ, ເພິ່ນບໍ່ຕ້ອງລໍເບິ່ງວ່າມີຂົນສີເຫລືອງຫລືບໍ່; ພວກເຂົາເປັນມົນທິນແລ້ວ.37ແຕ່ຖ້າປະໂລຫິດເຫັນວ່າແຜນັ້ນບໍ່ລາມອອກໄປ ແລະ ມີຂົນສີດຳຂຶ້ນບໍລິເວນນັ້ນ, ອາການນັ້ນກໍຫາຍແລ້ວ. ພວກເຂົາກໍບໍ່ເປັນມົນທິນ ແລະ ປະໂລຫິດຈະປະກາດວ່າພວກເຂົາບໍ່ເປັນມົນທິນ,38“ຖ້າຊາຍ ຫລື ຍິງຄົນໃດມີຮອຍດ່າງຂາວຂຶ້ນທີ່ຜິວ,39ໃຫ້ປະໂລຫິດກວດເບິ່ງພວກເຂົາ ແລະ ຖ້າຮອຍເຫລົ່ານີ້ມີສີຄ້ຳລົງ, ຮອຍທີ່ຂຶ້ນເທິງຜິວປະເພດນີ້ກໍເປັນພຽງຜື່ນທີ່ບໍ່ເປັນອັນຕະລາຍ; ພວກເຂົາເຫລົ່ານັ້ນກໍບໍ່ເປັນມົນທິນ.40“ຖ້າຊາຍຄົນໃດຜົມຫລົ່ນຈົນຫົວລ້ານ.41ຖ້າຜົມບໍລິເວນໜ້າຜາກຫລົ່ນຈົນຫົວລ້ານ, ລາວກໍບໍ່ເປັນມົນທິນ.42ແຕ່ຖ້າບໍລິເວນຫົວລ້ານທີ່ໜ້າຜາກນັ້ນມີຮອຍແດງປົນຂາວ, ນີ້ກໍເປັນພະຍາດທີ່ເປັນມົນທິນເກີດຂຶ້ນທີ່ຫົວ ຫລື ໜ້າຜາກ.43ປະໂລຫິດຈະກວດເບິ່ງຜູ້ນັ້ນ, ຖ້າແຜນັ້ນບວມເປັນສີແດງປົນຂາວຢູ່ທີ່ຫົວ ຫລື ໜ້າຜາກຄ້າຍຄືກັບພະຍາດຜີວໜັງທີ່ເປັນມົນທິນ,44ຊາຍຜູ້ນີ້ກໍເປັນພະຍາດ ແລະ ເປັນມົນທິນ. ປະໂລຫິດຈະປະກາດວ່າລາວເປັນມົນທິນເພາະແຜເທິງຫົວຂອງລາວ.45“ຜູ້ໃດທີ່ພົບມີພະຍາດທີ່ເປັນມົນທິນ, ຜູ້ນັ້ນຕ້ອງສວມເສື້ອຜ້າຈີກຂາດປ່ອຍຜົມຫຍຸ້ງ, ປິດສ່ວນລຸ່ມຂອງໃບໜ້າ ແລະ ຮ້ອງວ່າ ‘ເປັນມົນທິນ! ເປັນມົນທິນ!’46ຕາບໃດທີ່ລາວຍັງເປັນພະຍາດນີ້ ລາວກໍເປັນມົນທິນ ແລະ ລາວຕ້ອງຢູ່ຕາມລຳພັງຢູ່ນອກຄ້າຍພັກ.ກົດລະບຽບກ່ຽວກັບເຊື້ອລາ
47“ຖ້າສົງໄສມີເຊື້ອລາບໍ່ວ່າທີ່ເສື້ອຜ້າຂົນສັດ ຫລື ຜ້າຝ້າຍລິນິນ,48ຜ້າຕ່ຳ ຫລື ຜ້າຖັກຈາກຜ້າຝ້າຍ ຫລື ຂົນສັດ, ບໍ່ວ່າແຜ່ນໜັງ ຫລື ເຄື່ອງໃຊ້ທີ່ເຮັດຈາກໜັງ49ຖ້າບ່ອນໃດຫນື່ງໃນແຜ່ນແພ, ແຜ່ນໜັງ, ຜ້າຕ່ຳ ຫລື ຜ້າຖັກ ຫລື ເຄື່ອງໃຊ້ທີ່ເຮັດມາຈາກໜັງຫາກເກີດມີຈຸດຂຽວ ຫລື ແດງ, ເຄື່ອງໃຊ້ເຫລົ່ານັ້ນເກີດເຊື້ອລາຈະຕ້ອງນຳມາໃຫ້ປະໂລຫິດເບິ່ງ.50ປະໂລຫິດຈະກວດເບິ່ງເຊື້ອລາ ແລະ ແຍກເຄື່ອງໃຊ້ເຫລົ່ານີ້ໄວ້ເຈັດວັນ.51ໃນວັນທີເຈັດປະໂລຫິດຈະກວດເບິ່ງອີກຄັ້ງໜຶ່ງ, ຖ້າເຊື້ອລານັ້ນລາມອອກໄປກໍສະແດງວ່າເຊື້ອລານີ້ມີພິດ ສິ່ງຂອງນັ້ນກໍເປັນມົນທິນ.52ລາວຕ້ອງເຜົາເຄື່ອງຂອງນັ້ນຖິ້ມ, ເນື່ອງຈາກມີເຊື້ອລາທີ່ເປັນພິດ.53“ແຕ່ຖ້າປະໂລຫິດກວດເບິ່ງເຄື່ອງໃຊ້ເຫລົ່ານັ້ນແລ້ວ, ພົບວ່າເຊື້ອລາບໍ່ໄດ້ລາມອອກໄປສູ່ແຜ່ນແພ,54ຕ້ອງນຳສິ່ງເຫລົ່ານັ້ນໄປຊັກລ້າງ. ແລ້ວແຍກອອກຈາກເຄື່ອງໃຊ້ອື່ນໆເປັນເວລາເຈັດວັນ.55ຫລັງຈາກຊັກລ້າງເຄື່ອງໃຊ້ເຫລົ່ານັ້ນແລ້ວ, ປະໂລຫິດຍັງຈະຕ້ອງກວດເບິ່ງເຄື່ອງໃຊ້ເຫລົ່ານີ້ອີກ, ຖ້າພົບວ່າຍັງມີເຊື້ອລາຕິດຢູ່, ເຖິງແມ່ນວ່າຈະບໍ່ໄດ້ລາມອອກໄປກໍໃຫ້ຖືວ່າເປັນມົນທິນ. ຕ້ອງເຜົາຖິ້ມ, ບໍ່ວ່າເຊື້ອລານັ້ນຈະຢູ່ດ້ານໃດດ້ານໜຶ່ງຂອງສິ່ງຂອງນັ້ນ.56ແຕ່ເມື່ອປະໂລຫິດກວດເບິ່ງສິ່ງນັ້ນ, ພົບວ່າເຊື້ອລາໃນເຄື່ອງໃຊ້ເຫລົ່ານີ້ຈາງລົງພາຍຫລັງຈາກຊັກລ້າງແລ້ວ, ປະໂລຫິດຈະຕັດສ່ວນທີ່ມີເຊື້ອລາຈາກແຜ່ນແພ, ແຜ່ນໜັງ ຫລື ຈາກຜ້າຕ່ຳ ຫລື ຜ້າຖັກນັ້ນຖິ້ມ.57ຖ້າມີເຊື້ອລາປາກົດຂຶ້ນໃນແຜ່ນແພ, ຜ້າຕ່ຳ ຫລື ຜ້າຖັກ ຫລື ເຄື່ອງໃຊ້ທີ່ເປັນໜັງ, ມັນມີການແຜ່ລາມອອກໄປແລ້ວໃຫ້ເຜົາເຄື່ອງໃຊ້ເຫລົ່ານີ້.58ບໍ່ວ່າແຜ່ນແພ, ຜ້າຕ່ຳ ຫລື ຜ້າຖັກ, ບໍ່ວ່າເຄື່ອງໃຊ້ທີ່ເປັນໜັງຊັກລ້າງແລ້ວບໍ່ປາກົດຮ່ອງຮອຍ, ກໍໃຫ້ນຳໄປຊັກອີກຄັ້ງໜຶ່ງ, ຫລັງຈາກນັ້ນ ຈຶ່ງຖືວ່າສິ່ງນັ້ນສະອາດ”.59ທັງໝົດນີ້ຄືກົດລະບຽບກ່ຽວກັບເຊື້ອລາໃນເສື້ອຜ້າຂົນສັດ ຫລື ຜ້າຝ້າຍລິນິນ, ຜ້າຕ່ຳ ຫລື ຜ້າຖັກ ຫລື ເຄື່ອງໃຊ້ທີ່ເປັນໜັງ, ເພື່ອບອກໃຫ້ຮູ້ວ່າເປັນມົນທິນ ຫລື ບໍ່ເປັນມົນທິນ.Biblica, Inc.