ລະບຽບພວກເລວີ12
ການຊຳລະຕົນຫລັງເກີດລູກ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,2“ຈົ່ງບອກຊາວອິດສະຣາເອນດັ່ງນີ້: ຍິງຄົນໃດທີ່ຖືພາ ແລະ ເກີດລູກຊາຍ, ຍິງຜູ້ນັ້ນຈະເປັນມົນທິນຕາມລະບຽບພິທີກຳເປັນເວລາເຈັດວັນ, ເຊັ່ນດຽວກັບຊ່ວງເວລາທີ່ນາງມີປະຈຳເດືອນ.3ໃນວັນທີແປດໃຫ້ນຳເດັກນ້ອຍຄົນນັ້ນເຂົ້າສູ່ພິທີຕັດ.4ຈາກນັ້ນນາງຕ້ອງລໍຖ້າສາມສິບສາມວັນເພື່ອຊຳລະຕົນຈາກການເສຍເລືອດ. ນາງຈະບໍ່ສຳພັດສິ່ງສັກສິດ ຫລື ເຂົ້າໄປໃນສະຖານທີ່ສັກສິດຈົນກວ່າຈະຄົບກຳນົດການຊຳລະຕົນຂອງນາງ.5ຖ້ານາງເກີດລູກສາວ, ນາງຈະເປັນມົນທິນຢູ່ສອງອາທິດ, ເຊັ່ນດຽວກັບຊ່ວງທີ່ນາງມີປະຈຳເດືອນ. ຈາກນັ້ນນາງຈະຕ້ອງລໍຖ້າຫົກສິບຫົກວັນເພື່ອຊຳລະຕົນເນື່ອງຈາກການເສຍເລືອດ.6“ ‘ເມື່ອວັນແຫ່ງການຊຳລະຕົນຜ່ານພົ້ນໄປແລ້ວ ບໍ່ວ່ານາງຈະເກີດລູກເປັນຍິງ ຫລື ເປັນຊາຍກໍຕາມ, ນາງຈະຕ້ອງນຳເອົາລູກແກະອາຍຸໜຶ່ງປີໜຶ່ງໂຕມາເປັນເຄື່ອງເຜົາບູຊາ ແລະ ນົກກາງແກໜຸ່ມ ຫລື ນົກເຂົາໜຶ່ງໂຕມາເປັນເຄື່ອງບູຊາໄຖ່ບາບ ມາມອບໃຫ້ແກ່ປະໂລຫິດທີ່ທາງເຂົ້າເຕັນນັດພົບ.7ປະໂລຫິດຈະຖວາຍເຄື່ອງບູຊາຕໍ່ໜ້າພຣະເຈົ້າຢາເວເພື່ອເຮັດພິທີລຶບລ້າງບາບຂອງນາງ ແລະ ຈາກນັ້ນນາງຈະພົ້ນຈາກການເປັນມົນທິນຕາມລະບຽບພິທີກຳຈາກການທີ່ນາງໄດ້ເສຍເລືອດ.“ ‘ສິ່ງເຫລົ່ານີ້ຄືກົດລະບຽບສຳລັບຍິງທີ່ເກີດລູກ ບໍ່ວ່າຈະເປັນລູກຊາຍ ຫລື ລູກຍິງ.8ແຕ່ຖ້ານາງບໍ່ສາມາດຈະຖວາຍລູກແກະໜຶ່ງໂຕ ກໍໃຫ້ນາງນຳເອົານົກເຂົາ ຫລື ນົກກາງແກໜຸ່ມສອງໂຕມາແທນກໍໄດ້ຄື: ໂຕໜຶ່ງໃຫ້ເປັນເຄື່ອງເຜົາບູຊາ ສ່ວນອີກໂຕໜຶ່ງໃຫ້ເປັນເຄື່ອງບູຊາໄຖ່ບາບ. ປະໂລຫິດຈະເຮັດພິທີລຶບລ້າງບາບໂດຍວິທີນີ້ໃຫ້ນາງ ແລະ ນາງຈະບໍ່ເປັນມົນທິນ’ ”.
Biblica, Inc.