ເພງຄໍ່າຄວນ5

1ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ໂຜດ​ລະນຶກ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຂ້ານ້ອຍ​ທັງຫລາຍ​ດ້ວຍ;ເບິ່ງ​ແມ ແລະ ເບິ່ງ​ຄວາມ​ອັບອາຍ​ຂອງ​ພວກຂ້ານ້ອຍ.2ມໍລະດົກ​ຂອງ​ພວກຂ້ານ້ອຍ​ໄດ້​ຕົກ​ໄປ​ເປັນ​ຂອງ​ບັນດາ​ຄົນແປກໜ້າ,ເຮືອນ​ຂອງ​ພວກຂ້ານ້ອຍ​ກໍ​ຕົກ​ເປັນ​ຂອງ​ບັນດາ​ຄົນຕ່າງຊາດ.3ພວກຂ້ານ້ອຍ​ໄດ້​ກາຍເປັນ​ລູກກຳພ້າ​ພໍ່,ແມ່​ຂອງ​ພວກຂ້ານ້ອຍ​ກໍ​ເປັນ​ເໝືອນ​ແມ່ໝ້າຍ.4ພວກຂ້ານ້ອຍ​ຕ້ອງ​ໄດ້​ຊື້​ນ້ຳ​ໄວ້​ດື່ມ;ພວກຂ້ານ້ອຍ​ຕ້ອງ​ຊື້​ຟືນ​ເພື່ອ​ໄວ້​ໃຊ້.5ບັນດາ​ຜູ້​ທີ່​ໄລ່ຕາມ​ຕິດ​ສົ້ນຕີນ​ຂອງ​ພວກຂ້ານ້ອຍພວກຂ້ານ້ອຍ​ອິດເມື່ອຍ ແລະ ບໍ່​ໄດ້​ພັກຜ່ອນ.6ພວກຂ້ານ້ອຍ​ຍອມ​ຈັບ​ມື​ກັນ​ກັບ​ເອຢິບ ແລະ ອັດຊີເຣຍເພື່ອ​ໃຫ້​ມີ​ອາຫານ​ກິນ​ພຽງພໍ.7ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ໄດ້​ເຮັດ​ບາບ ແລະ ຕາຍ​ໄປ​ແລ້ວ,ສ່ວນ​ພວກຂ້ານ້ອຍ​ຕ້ອງ​ໄດ້​ຮັບ​ໂທດ​ແທນ​ພວກເຂົາ.8ພວກ​ຂ້າທາດ​ໄດ້​ປົກຄອງ​ພວກຂ້ານ້ອຍ,ແລະ ບໍ່​ມີ​ຜູ້ໃດ​ຊ່ວຍ​ພວກຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກເຂົາ.9ພວກຂ້ານ້ອຍ​ຕ້ອງ​ສ່ຽງ​ຊີວິດ​ໃນ​ຖິ່ນແຫ້ງແລ້ງກັນດານເພື່ອ​ໃຫ້​ມີ​ອາຫານ​ກິນ.10ຜິວໜັງ​ຂອງ​ພວກຂ້ານ້ອຍ​ກໍ​ຮ້ອນ​ເໝືອນ​ເຕົາອົບ,ເປັນ​ໄຂ້​ເພາະ​ຄວາມ​ອຶດຫິວ.11ແມ່ຍິງ​ຖືກ​ຂົ່ມຂືນ​ໃນ​ຊີໂອນແລະ ສາວ​ບໍລິສຸດ​ທີ່​ຢູ່​ຕາມ​ເມືອງ​ຕ່າງໆ​ຂອງ​ຢູດາ​ກໍ​ຖືກ​ດ້ວຍ.12ບັນດາ​ເຈົ້ານາຍ​ຖືກ​ມັດ​ມື​ແຂວນ​ໄວ້;ບັນດາ​ຜູ້ອາວຸໂສ​ບໍ່​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື.13ຄົນ​ໜຸ່ມ​ກໍ​ຖືກ​ເກນ​ໄປ​ໂມ້ແປ້ງ;ເດັກນ້ອຍ​ຜູ້​ຊາຍ​ກໍ​ແບກ​ຟືນ​ລົ້ມ​ລຸກ​ຄຸກ​ຄານ.14ບັນດາ​ຜູ້ອາວຸໂສ​ບໍ່​ໄດ້​ນັ່ງ​ຢູ່​ທີ່​ປະຕູ​ເມືອງ​ອີກ​ຕໍ່ໄປ;ບັນດາ​ຄົນໜຸ່ມ​ກໍ​ຢຸດ​ບັນເລງ​ດົນຕີ​ຂອງ​ຕົນ.15ຄວາມ​ຊື່ນຊົມຍິນດີ​ໄດ້​ຫາຍ​ໄປ​ຈາກ​ໃຈ​ຂອງ​ພວກຂ້ານ້ອຍ;ການ​ຟ້ອນລຳ​ຂອງ​ພວກຂ້ານ້ອຍ​ກໍ​ກັບ​ກາຍເປັນ​ການ​ຄ່ຳຄວນ.16ມົງກຸດ​ກໍ​ຫລົ່ນ​ໄປ​ຈາກ​ຫົວ​ຂອງ​ພວກຂ້ານ້ອຍ.ວິບັດ​ແກ່​ພວກຂ້ານ້ອຍ ເພາະ​ພວກຂ້ານ້ອຍ​ໄດ້​ເຮັດ​ບາບ!17ເພາະ​ສິ່ງ​ເຫລົ່ານີ້ ຫົວໃຈ​ຂອງ​ພວກຂ້ານ້ອຍ​ຈຶ່ງ​ອ່ອນເພຍ,ເພາະ​ສິ່ງ​ເຫລົ່ານີ້​ຕາ​ຂອງ​ພວກເຮົາ​ຈຶ່ງ​ມືດມົວ.18ເປັນ​ຍ້ອນ​ພູເຂົາ​ຊີໂອນ​ທີ່​ເປັນ​ບ່ອນ​ຮົກຮ້າງ,ເປັນ​ບ່ອນ​ຍ່າງ​ໄປ​ມາ​ຂອງ​ຝູງ​ໝາໄນ.
19ຂ້າແດ່​ພຣະເຈົ້າ​ຢາເວ, ພຣະອົງ​ຄອບຄອງ​ຢູ່​ຕະຫລອດ​ໄປ;ບັນລັງ​ຂອງ​ພຣະອົງ​ກໍ​ໝັ້ນຄົງ​ຕະຫລອດ​ທຸກ​ຊົ່ວ​ອາຍຸ20ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ລືມ​ພວກຂ້ານ້ອຍ?ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ປະຖິ້ມ​ພວກຂ້ານ້ອຍ​ໄປ​ດົນ?21ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ກອບກູ້​ພວກຂ້ານ້ອຍ​ກັບ​ຄືນ​ສູ່​ພຣະອົງ ເພື່ອ​ພວກຂ້ານ້ອຍ​ຈະ​ໄດ້​ກັບ​ມາ;ຂໍ​ໂຜດ​ຟື້ນຟູ​ອະດີດ​ອັນ​ຮຸ່ງເຮືອງ​ຂອງ​ພວກຂ້ານ້ອຍ​ກັບ​ຄືນ​ມາ22ເວັ້ນ​ເສຍ​ແຕ່​ວ່າ​ພຣະອົງ​ໄດ້​ປະຕິເສດ​ພວກຂ້ານ້ອຍ​ທີ່ສຸດແລະ ໄດ້​ໂກດຮ້າຍ​ພວກຂ້ານ້ອຍ​ເກີນ​ຂະໜາດ.

Biblica, Inc.

https://app.library.bible/content/eab9312f9f16b3a2