ເອເຊກຽນ1
ນິມິດເທື່ອທີໜຶ່ງຂອງເອເຊກຽນ
1ໃນວັນທີຫ້າ, ເດືອນທີສີ່, ປີທີສາມສິບ, ຂະນະທີ່ຂ້າພະເຈົ້າຢູ່ກັບໝູ່ຊະເລີຍຢູ່ທີ່ແຄມແມ່ນ້ຳເກບາກ, ຟ້າສະຫວັນໄດ້ເປີດອອກ ແລະ ຂ້າພະເຈົ້າກໍເຫັນນິມິດຈາກພຣະເຈົ້າ.2ໃນວັນທີຫ້າຂອງເດືອນນັ້ນ ເປັນປີທີຫ້າທີ່ກະສັດເຢໂຮຍຢາກິນຕົກເປັນຊະເລີຍ3ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງປະໂລຫິດເອເຊກຽນ ລູກຊາຍຂອງບູຊີ ຢູ່ທີ່ແຄມແມ່ນ້ຳເກບາກໃນດິນແດນຂອງຊາວບາບີໂລນ. ມືຂອງພຣະເຈົ້າຢາເວກໍຢູ່ເໜືອເອເຊກຽນ.4ຂ້າພະເຈົ້າໄດ້ເບິ່ງ ແລະ ເຫັນພະຍຸໃຫຍ່ພັດມາຈາກທາງທິດເໜືອ ມີເມກກ້ອນໃຫຍ່ພ້ອມດ້ວຍສາຍຟ້າແມບເຫລື້ອມ ແລະ ອ້ອມດ້ວຍແສງສຸກໃສ. ຢູ່ໃຈກາງໄຟນັ້ນເບິ່ງຄືໂລຫະທີ່ເຮືອງແສງ,5ແລະ ໃນໄຟນັ້ນເບິ່ງຄືມີບາງສິ່ງທີ່ຄືກັບສິ່ງມີຊີວິດສີ່ຕົນ. ເຊິ່ງມີຮູບຮ່າງຄ້າຍຄືກັບມະນຸດ,6ແຕ່ວ່າພວກມັນແຕ່ລະຕົນຕ່າງກໍມີສີ່ໜ້າ ແລະ ມີສີ່ປີກ.7ພວກມັນມີຂາທີ່ຢຽດຊື່; ຕີນຂອງພວກມັນແມ່ນຄືກັບງົວນ້ອຍ ແລະ ເປັ່ງປະກາຍຄືກັບທອງສຳລິດທີ່ຂັດເງົາ.8ພາຍໃຕ້ປີກທັງສີ່ດ້ານຂອງພວກມັນ ມີມືເປັນມືມະນຸດ. ສິ່ງມີຊີວິດທັງສີ່ນີ້ມີໜ້າ ແລະ ປີກ.9ປີກຂອງພວກມັນກາງອອກຈຸປີກຂອງກັນ. ແຕ່ລະຕົນມຸ່ງໄປຂ້າງໜ້າ ໂດຍບໍ່ຕ້ອງຫັນໂຕເລີຍຂະນະທີ່ເຄື່ອນຍ້າຍ.10ໜ້າຂອງພວກມັນເບິ່ງຄືມີດັ່ງນີ້: ທັງສີ່ຕົນລ້ວນແຕ່ມີສີ່ໜ້າ ຄືໜ້າໜຶ່ງເປັນມະນຸດ ແລະ ເບື້ອງຂວາເປັນໜ້າໂຕສິງ, ເບື້ອງຊ້າຍເປັນໜ້າງົວເຖິກ; ແລະ ເບື້ອງຫລັງເປັນໜ້ານົກອິນຊີ.11ໜ້າຂອງສິ່ງມີຊີວິດທັງສີ່ກໍເປັນເຊັ່ນນັ້ນ. ທັງສີ່ຕົນພືສອງປີກແຜ່ຂຶ້ນຂ້າງເທິງ, ແຕ່ລະປີກແມ່ນຈຸກັບສິ່ງມີຊີວິດທັງສອງຂ້າງ ແລະ ສ່ວນອີກສອງປີກແມ່ນປົກຄຸມໂຕໄວ້.12ແຕ່ລະຕົນມຸ່ງໄປຂ້າງໜ້າ ບໍ່ວ່າວິນຍານຈະໄປທາງໃດ, ທັງສີ່ຕົນກໍມຸ່ງໄປທາງນັ້ນ ໂດຍບໍ່ໄດ້ຫັນໂຕເລີຍ.13ລັກສະນະຂອງສິ່ງມີຊີວິດທັງສີ່ຕົນນັ້ນເໝືອນກັບຖ່ານໄຟແດງ ຫລື ເໝືອນກັບທວນໄຟ. ມີໄຟທີ່ສະຫວ່າງເຄື່ອນໄປມາຢູ່ທ່າມກາງສິ່ງມີຊີວິດ; ມີແສງແມບເຫລື້ອມອອກມາຈາກໄຟນັ້ນ.14ສິ່ງມີຊີວິດທັງສີ່ຕົນນີ້ກະໂດດໄປມາຄືກັບສາຍຟ້າແມບເຫລື້ອມ.15ຂະນະທີ່ຂ້າພະເຈົ້າຈ້ອງເບິ່ງສິ່ງມີຊີວິດທັງສີ່ຕົນນີ້, ຂ້າພະເຈົ້າກໍເຫັນກົງລໍ້ຢູ່ທີ່ພື້ນ ກົງລໍ້ແຕ່ລະກົງແມ່ນຢູ່ຂ້າງສິ່ງມີຊີວິດແຕ່ລະຕົນ ເຊິ່ງມີສີ່ໜ້າ.16ກົງລໍ້ມີຮູບຮ່າງ ແລະ ໂຄງສ້າງດັ່ງນີ້: ມັນສ່ອງປະກາຍຄືກັບບຸດສະລາຄຳ ແລະ ກົງລໍ້ທັງສີ່ກົງນັ້ນມີຮູບຮ່າງຄືກັນໝົດ. ແຕ່ລະກົງເບິ່ງຄືມີອີກກົງໜຶ່ງລີ້ຂວາງຢູ່ໃນທາງ.17ດັ່ງນັ້ນ ກົງລໍ້ນີ້ຈະເຄື່ອນໄປ, ພວກມັນກໍໄປໃນທິດທາງດຽວກັນກັບທີ່ສິ່ງມີຊີວິດນັ້ນ, ກົງລໍ້ກໍຈະມຸ່ງໜ້າໄປໂດຍບໍ່ຕ້ອງໄດ້ຫັນໄປມາ.18ຂອບຂອງກົງລໍ້ນັ້ນສູງ ແລະ ໜ້າຢ້ານ, ແລ້ວຂອບກົງລໍ້ທັງສີ່ນັ້ນແມ່ນເຕັມໄປດ້ວຍຕາ.19ເມື່ອສິ່ງມີຊີວິດທັງສີ່ຕົນເຄື່ອນທີ່, ກົງລໍ້ທີ່ຢູ່ທາງຂ້າງກໍເຄື່ອນທີ່ຕາມ ແລະ ເມື່ອສິ່ງມີຊີວິດເຫາະຂຶ້ນມາຈາກພື້ນ ກົງລໍ້ກໍເຫາະຂຶ້ນມາເໝືອນກັນ.20ບໍ່ວ່າວິນຍານຈະໄປຢູ່ໃສ, ທິ່ງມີຊີວິດກໍໄປທີ່ນັ້ນ ແລະ ກົງລໍ້ກໍເຫາະຕາມໄປນຳ ເພາະວ່າວິນຍານຂອງສິ່ງມີຊີວິດນັ້ນແມ່ນຢູ່ໃນກົງລໍ້.21ເມື່ອສິ່ງມີຊີວິດເຄື່ອນທີ່ໄປ ກົງລໍ້ກໍເຄື່ອນທີ່ໄປເໝືອນກັນ; ເມື່ອສິ່ງມີຊີວິດຢຸດຢູ່, ກົງລໍ້ກໍຢຸດຢູ່ນຳ ແລະ ເມື່ອສິ່ງມີຊີວິດເຫາະຂຶ້ນຈາກພື້ນ ກົງລໍ້ກໍເຫະຕາມຂຶ້ນໄປນຳ ເພາະວ່າວິນຍານຂອງສິ່ງມີຊີວິດນັ້ນແມ່ນຢູ່ໃນກົງລໍ້.22ຢູ່ເທິງຫົວຂອງສິ່ງມີຊີວິດນັ້ນມີສິ່ງໜຶ່ງເບິ່ງຄ້າຍຄືກັບແຜ່ນຟ້າທີ່ແຜ່ອອກ, ສ່ອງປະກາຍເໝືອນດັ່ງແກ້ວ ແລະ ໜ້າຢຳເກງ.23ຢູ່ລຸ່ມສິ່ງທີ່ຄ້າຍຄືແຜ່ນຟ້ານີ້ ມີສອງປີກຂອງສິ່ງມີຊີວິດພືອອກຈຸກັນ ແລະ ສ່ວນອີກສອງປີກແມ່ນຄຸມໂຕໄວ້.24ເມື່ອສິ່ງມີຊີວິດເຄື່ອນໄຫວ ຂ້າພະເຈົ້າກໍໄດ້ຍິນສຽງຂອງປີກ ເໝືອນກັບສຽງນ້ຳໄຫລແຮງ, ເໝືອນກັບສຽງຂອງອົງຜູ້ມີລິດອຳນາດ, ເໝືອນກັບສຽງຂອງກອງທັບ. ເມື່ອສິ່ງມີຊີວິດຢຸດຢູ່ ພວກມັນກໍຫຸບປີກລົງ.25ຂະນະທີ່ທັງສີ່ຕົນຢືນຫຸບປີກຢູ່ນັ້ນ ກໍມີສຽງໜຶ່ງມາຈາກແຜ່ນຟ້າ ເຊິ່ງຢູ່ເໜືອຫົວຂອງສິ່ງມີຊີວິດ.26ເໜືອຜືນຟ້າທີ່ຢູ່ເໜືອຫົວຂອງສິ່ງມີຊີວິດເຫລົ່ານັ້ນແມ່ນສິ່ງທີ່ຄ້າຍຄືກັບບັນລັງທີ່ເຮັດດ້ວຍແກ້ວໄພທູນ ແລະ ຢູ່ເໜືອບັນລັງນັ້ນກໍມີຮ່າງໜຶ່ງທີ່ເບິ່ງຄ້າຍຄືກັບມະນຸດ.27ຂ້າພະເຈົ້າເຫັນວ່າເມືອງເບິ່ງຈາກບັ້ນແອວຂອງຜູ້ນັ້ນຂຶ້ນໄປ ເບິ່ງຄືວ່າເປັນໂລຫະທີ່ເຫລື້ອມ, ຄືກັບເຕັມໄປດ້ວຍໄຟ ແລະ ຈາກສ່ວນນັ້ນລົງມາກໍເບິ່ງຄືກັບໄຟ ແລະ ມີແສງສະຫວ່າງກ້າຢູ່ອ້ອມຜູ້ນັ້ນ.28ລັດສະໝີເຈີດຈ້າອ້ອມໂຕຂອງຜູ້ນັ້ນເໝືອນຮຸ້ງກິນນໍ້າຢູ່ເທິງເມກໃນວັນຝົນຕົກ.ພາບທີ່ປາກົດນີ້ເປັນເໝືອນສະຫງ່າລາສີຂອງພຣະເຈົ້າຢາເວ. ເມື່ອຂ້າພະເຈົ້າເຫັນແລ້ວ ຂ້າພະເຈົ້າກໍໝູບໜ້າລົງ ແລະ ຂ້າພະເຈົ້າກໍໄດ້ຍິນສຽງຂອງຜູ້ໜຶ່ງທີ່ກຳລັງເວົ້າ.
Biblica, Inc.