ເພງຄໍ່າຄວນ4

1ຄຳ​ສູນເສຍ​ຄວາມ​ເຫລື້ອມ​ຂອງ​ມັນ​ໄດ້​ຢ່າງໃດ,ຄຳ​ແທ້​ກໍ​ກັບ​ມົວໝອງ​ໄປ​ແລ້ວ!ອັນຍະມະນີ​ສັກສິດ​ໄດ້​ກະຈັດ​ກະຈາຍຢູ່​ທຸກ​ແຈ​ຖະໜົນ.
2ດ້ວຍ​ເຫດ​ໃດ​ລູກ​ຜູ້​ລ້ຳຄ່າ​ແຫ່ງ​ຊີໂອນ,ຄັ້ງ​ໜຶ່ງ​ເຄີຍ​ມີ​ຄ່າ​ສູງ​ດັ່ງ​ຄຳ,ບັດນີ້​ຈຶ່ງ​ຖືກ​ຖື​ວ່າ​ເປັນ​ພຽງ​ແຕ່​ໝໍ້ດິນຝີ​ມື​ຂອງ​ຊ່າງ​ປັ້ນ​ໝໍ້!
3ແມ່ນ​ແຕ່​ໝາໄນ​ກໍ​ຍັງ​ໃຫ້​ນົມ​ຂອງ​ຕົນເພື່ອ​ລ້ຽງ​ລູກ​ອ່ອນ​ຂອງ​ຕົນ,ແຕ່​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ານ້ອຍ​ກັບ​ໃຈ​ດໍາເໝືອນ​ນົກກະຈອກເທດ​ໃນ​ທະເລຊາຍ.
4ເພາະ​ຄວາມ​ກະຫາຍ ລິ້ນ​ຂອງ​ເດັກອ່ອນຈຶ່ງ​ຕິດ​ຢູ່​ເທິງ​ເພດານ​ປາກ;ເດັກນ້ອຍ​ຮ້ອງ​ຂໍ​ອາຫານ,ແຕ່​ບໍ່​ມີ​ຜູ້ໃດ​ເອົາ​ອາຫານ​ນັ້ນ​ໃຫ້​ພວກເຂົາ.
5ບັນດາ​ຜູ້​ທີ່​ເຄີຍ​ກິນ​ອາຫານ​ແຊບກໍ​ເປັນ​ຄົນ​ທີ່​ຂາດເຂີນ​ຢູ່​ຕາມ​ຖະໜົນ.ບັນດາ​ຜູ້​ທີ່​ເຄີຍ​ນຸ່ງເຄື່ອງ​ສີມ່ວງ​ອັນ​ລ້ຳຄ່າບັດນີ້​ກໍ​ນອນ​ຢູ່​ເທິງ​ຂີ້ເຖົ່າ.
6ໂທດ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ານ້ອຍແມ່ນ​ໃຫຍ່​ກວ່າ​ໂທດ​ຂອງ​ເມືອງ​ໂຊໂດມ,ເຊິ່ງ​ຖືກ​ໂຄ່ນ​ລົງ​ໃນ​ຊົ່ວ​ພິບ​ຕາ​ດຽວໂດຍ​ບໍ່​ມີ​ຜູ້​ໃດ​ຍື່ນ​ມື​ເຂົ້າ​ໄປ​ຊ່ວຍ.
7ບັນດາ​ເຈົ້ານາຍ​ຂອງ​ພວກເຂົາ​ກໍ​ຜຸດຜ່ອງ​ຍິ່ງ​ກວ່າ​ຫິມະແລະ ຂາວ​ຍິ່ງ​ກວ່າ​ນ້ຳນົມ,ຮ່າງກາຍ​ຂອງ​ພວກເຂົາ​ກໍ​ແດງ​ກ່ຳ​ຍິ່ງ​ກວ່າ​ພອຍຮູບ​ຮ່າງ​ໜ້າ​ຕາ​ກໍ​ງົດ​ງາມ​ດັ່ງ​ແກ້ວໄພທູນ.
8ແຕ່​ບັດນີ້ ພວກເຂົາ​ດຳ​ຍິ່ງ​ກວ່າ​ຂະເໝົ່າເຂົາ​ຢູ່​ຕາມ​ຖະໜົນ​ໂດຍ​ບໍ່​ຜູ້ໃດ​ຈື່​ໄດ້.ໜັງ​ຂອງ​ພວກເຂົາ​ຫ່ຽວແຫ້ງ​ເຫລືອ​ແຕ່​ກະດູກ;ມັນ​ແຫ້ງ​ຄື​ກັນ​ກັບ​ທ່ອນ​ໄມ້.
9ບັນດາ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ຄົມ​ດາບກໍ​ຍັງ​ດີ​ກວ່າ​ຄົນ​ທີ່​ຕາຍ​ເພາະ​ຄວາມ​ອຶດຢາກທຸກທໍລະມານ​ເພາະ​ຄວາມ​ອຶດຫິວ, ພວກເຂົາ​ຕາຍ​ໄປເພາະ​ຂາດ​ອາຫານ​ຈາກ​ທົ່ງນາ.
10ບັນດາ​ແມ່ຍິງ​ຜູ້​ມີ​ຄວາມ​ເມດຕາ​ສົງສານກໍ​ໄດ້​ເອົາ​ລູກ​ຂອງ​ຕົນ​ມາ​ຕົ້ມ​ກິນ​ດ້ວຍ​ມື​ຂອງ​ພວກເຂົາ​ເອງ,ເຊິ່ງ​ໄດ້​ກາຍ​ເປັນ​ອາຫານ​ຂອງ​ພວກເຂົາໃນ​ຊ່ວງ​ເວລາ​ທີ່​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ານ້ອຍ​ຖືກ​ທຳລາຍ.
11ພຣະເຈົ້າ​ຢາເວ​ໄດ້​ລະບາຍ​ຄວາມ​ໂກດຮ້າຍ​ຢ່າງ​ເຕັມ​ທີ່;ພຣະອົງ​ໄດ້​ເທ​ຄວາມ​ໃຈຮ້າຍ​ອັນ​ແຮງກ້າ​ຂອງ​ພຣະອົງ​ອອກ​ມາ.ພຣະອົງ​ໄດ້​ຈຸດ​ໄຟ​ຂຶ້ນ​ໃນ​ຊີໂອນເພື່ອ​ເຜົາຜານ​ຮາກຖານ​ທັງຫລາຍ​ຂອງ​ເມືອງ​ນີ້.
12ບັນດາ​ກະສັດ​ຂອງ​ໂລກ​ນີ້,ແລະ ບໍ່​ມີ​ຊົນຊາດ​ໃດ​ໃນ​ໂລກ​ນີ້​ເຊື່ອ​ວ່າ,ຂ້າເສິກ ແລະ ສັດຕູ​ຈະ​ສາມາດ​ເຂົ້າ​ໄປປະຕູ​ເຢຣູຊາເລັມ​ເຂົ້າ​ໄດ້.
13ແຕ່​ມັນ​ກໍ​ເກີດ​ຂຶ້ນ​ແລ້ວ ເພາະ​ຄວາມ​ບາບ​ຂອງ​ບັນດາ​ຜູ້ທຳນວາຍ​ຂອງ​ເມືອງ​ນັ້ນແລະ ຄວາມ​ຊົ່ວຮ້າຍ​ຂອງ​ບັນດາ​ປະໂລຫິດ​ຂອງ​ເມືອງ​ນັ້ນ,ເຊິ່ງ​ເຮັດ​ໃຫ້​ເລືອດ​ຂອງ​ຄົນ​ຊອບທຳຫລັ່ງໄຫລ​ຢູ່​ກາງ​ເມືອງ.
14ບັດນີ້​ພວກເຂົາ​ຍ່າງ​ລູບ​ຄຳ​ໄປ​ຕາມ​ຖະໜົນເໝືອນ​ກັບ​ຄົນ​ຕາບອດ.ຕົນໂຕ​ເປື້ອນ​ເລືອດຈົນ​ບໍ່​ມີ​ຜູ້ໃດ​ກ້າ​ແຕະ​ຕ້ອງ​ເສື້ອ​ຜ້າ​ຂອງ​ພວກເຂົາ.
15ຄົນ​ທັງຫລາຍ​ຕ່າງ​ກໍ​ຮ້ອງ​ໃສ່​ພວກເຂົາ​ວ່າ, “ຈົ່ງ​ໄປ​ໃຫ້​ໄກ! ພວກເຈົ້າ​ຄົນ​ມີ​ມົນທິນ!ຈົ່ງ​ໄປ​ໃຫ້​ໄກ! ຈົ່ງ​ໄປ​ໃຫ້​ໄກ! ຢ່າ​ເຕະ​ຕ້ອງ​ພວກເຮົາ!”ເມື່ອ​ພວກເຂົາ​ໜີ ແລະ ພະເນຈອນ​ໄປຄົນ​ທັງຫລາຍ​ທີ່​ຢູ່​ທ່າມກາງ​ຊົນຊາດ​ຕ່າງໆ​ໄດ້​ເວົ້າ​ກັນ​ວ່າ,“ພວກເຈົ້າ​ຈະ​ຢູ່​ບ່ອນ​ນີ້​ຕໍ່ໄປ​ບໍ່​ໄດ້”.
16ພຣະເຈົ້າ​ຢາເວ ພຣະອົງ​ເອງ​ໄດ້​ກະຈາຍ​ພວກເຂົາ​ໄປ;ພຣະອົງ​ບໍ່​ໄດ້​ເບິ່ງແຍງ​ພວກເຂົາ​ອີກ.ບັນດາ​ປະໂລຫິດ​ກໍ​ບໍ່​ເປັນ​ທີ່​ເຄົາລົບ​ນັບຖື,ບັນດາ​ຜູ້ອາວຸໂສ​ກໍ​ບໍ່​ເປັນ​ທີ່​ພໍໃຈ.
17ຫລາຍ​ກວ່າ​ນັ້ນ ຕາ​ຂອງ​ພວກເຮົາ​ກໍ​ອ່ອນ​ແຮງຊອກ​ຫາ​ຄວາມ​ຊ່ວຍເຫລືອ​ຢ່າງ​ໄຮ້​ປະໂຫຍດ;ຈາກ​ຫໍຄອຍ​ຂອງ​ພວກເຮົາ ພວກເຮົາ​ໄດ້​ເຝົ້າ​ເບິ່ງຊົນຊາດ​ໜຶ່ງ​ທີ່​ບໍ່​ສາມາດ​ຊ່ວຍເຫລືອ​ພວກເຮົາ​ໄດ້.
18ຄົນ​ທັງຫລາຍ​ຕິດ​ຕາມ​ພວກເຮົາ​ທຸກ​ບາດ​ກ້າວ,ຈົນ​ພວກເຮົາ​ບໍ່​ສາມາດ​ຍ່າງ​ໄປ​ຕາມ​ຖະໜົນ​ຂອງ​ພວກເຮົາ.ຈຸດຈົບ​ຂອງ​ພວກເຮົາ​ກໍ​ໃກ້​ເຂົ້າ​ມາ, ວັນ​ພວກເຮົາ​ກໍ​ໃກ້​ຈະ​ຄົບ​ກຳນົດ​ແລ້ວ,ເພາະ​ຈຸດຈົບ​ຂອງ​ພວກເຮົາ​ໄດ້​ມາ​ເຖິງ​ແລ້ວ.
19ຄົນ​ທີ່​ໄລ່ຕາມ​ພວກເຮົາ​ແມ່ນ​ວ່ອງໄວຍິ່ງ​ກວ່າ​ນົກອິນຊີ​ໃນ​ທ້ອງຟ້າ;ພວກເຂົາ​ໄດ້​ໄລ່​ລ່າ​ພວກເຮົາ​ຢູ່​ເທິງ​ພູເຂົາ​ຕ່າງໆແລະ ດັກ​ຖ້າ​ພວກເຮົາ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ.
20ກະສັດ​ຂອງ​ພວກເຮົາ​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ເຈີມ​ໄວ້​ນັ້ນຖືກ​ຕິດ​ຢູ່​ໃນ​ກັບດັກ​ຂອງ​ພວກເຂົາ.ພວກເຮົາ​ເຄີຍ​ຄິດ​ວ່າ ໃຕ້​ເງົາ​ຂອງ​ກະສັດເຮົາ​ຈະ​ມີ​ຊີວິດ​ຢູ່​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ.
21ຈົ່ງ​ຊື່ນຊົມຍິນດີ ແລະ ດີໃຈ, ລູກສາວ​ແຫ່ງ​ເອໂດມ ຜູ້​ອາໄສ​ຢູ່​ໃນ​ດິນແດນ​ອູດ.ແຕ່​ຖ້ວຍ​ແຫ່ງ​ຄວາມໂກດຮ້າຍ​ກໍ​ຈະ​ວຽນ​ໄປ​ເຖິງ​ເຈົ້າ​ເໝືອນ​ກັນ;ເຈົ້າ​ຈະ​ເມົາ ແລະ ເປືອຍ​ກາຍ.
22ລູກສາວ​ແຫ່ງ​ຊີໂອນ, ໂທດ​ຂອງ​ເຈົ້າ​ຈະ​ຈົບ​ລົງ;ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ເຈົ້າ​ຕົກ​ເປັນ​ຊະເລີຍ​ຢູ່​ອີກ.ແຕ່​ລູກສາວ​ແຫ່ງ​ເອໂດມ, ພຣະອົງ​ຈະ​ລົງໂທດ​ຄວາມ​ບາບ​ຂອງ​ເຈົ້າແລະ ເປີດເຜີຍ​ຄວາມ​ຊົ່ວຮ້າຍ​ຂອງ​ເຈົ້າ.

Biblica, Inc.

https://app.library.bible/content/eab9312f9f16b3a2