ເພງຄໍ່າຄວນ3
1ຂ້ານ້ອຍຄືຜູ້ທີ່ເຫັນຄວາມທຸກລຳບາກຈາກໄມ້ແສ້ແຫ່ງຄວາມໂກດຮ້າຍຂອງພຣະເຈົ້າຢາເວ2ພຣະອົງໄດ້ຂັບໄລ່ຂ້ານ້ອຍອອກໄປ ແລະ ເຮັດໃຫ້ຂ້ານ້ອຍຕ້ອງໄດ້ເດີນຢູ່ໃນຄວາມມືດມິດແທນທີ່ຈະເດີນຢູ່ໃນຄວາມສະຫວ່າງ;3ຄວາມຈິງແລ້ວ, ພຣະອົງໄດ້ຫັນມືຂອງພຣະອົງມາຕໍ່ສູ້ຂ້ານ້ອຍຕໍ່ສູ້ແລ້ວຕໍ່ສູ້ອີກ, ຕະຫລອດວັນ.4ພຣະອົງເຮັດໃຫ້ຜິວໜັງ ແລະ ຊີ້ນຂອງຂ້ານ້ອຍເຖົ້າແກ່ໄປແລະ ຫັກກະດູກຂອງຂ້ານ້ອຍ.5ພຣະອົງປິດລ້ອມ ແລະ ອ້ອມຂ້ານ້ອຍໄວ້ດ້ວຍຄວາມຂົມຂື່ນ ແລະ ຄວາມທຸກລຳບາກ6ພຣະອົງເຮັດໃຫ້ຂ້ານ້ອຍຢູ່ໃນຄວາມມືດເໝືອນກັບບັນດາຄົນທີ່ຕາຍໄປດົນແລ້ວ.7ພຣະອົງລ້ອມຂ້ານ້ອຍໄວ້ເພື່ອບໍ່ໃຫ້ຂ້ານ້ອຍໜີໄປໄດ້ພຣະອົງຖ່ວງຂ້ານ້ອຍໄວ້ດ້ວຍໂສ້8ແມ່ນແຕ່ເມື່ອຂ້ານ້ອຍຮ້ອງຫາ ຫລື ຂໍຄວາມຊ່ວຍເຫລືອ,ພຣະອົງບໍ່ຮັບຟັງຄຳອະທິຖານຂອງຂ້ານ້ອຍ9ພຣະອົງວາງກ້ອນຫີນຕັນທາງຂອງຂ້ານ້ອຍເຮັດໃຫ້ຫົນທາງຂອງຂ້ານ້ອຍຄົດລ້ຽວ.10ພຣະອົງເປັນເໝືອນດັ່ງໝີທີ່ນອນຄອຍຖ້າຄຸບຢູ່,ເໝືອນດັ່ງສິງທີ່ລໍຖ້າຄຸບຢູ່,11ພຣະອົງໄດ້ລາກຂ້ານ້ອຍອອກຈາກທາງ ແລະ ຈີກຂ້ານ້ອຍແລ້ວປະຂ້ານ້ອຍໄວ້ໂດຍບໍ່ໄດ້ຮັບຄວາມຊ່ວຍເຫລືອ12ພຣະອົງໂກ່ງຄັນທະນູແລະ ເອົາຂ້ານ້ອຍເປັນເປົ້າສຳລັບລູກທະນູຂອງພຣະອົງ13ພຣະອົງສຽບທະລຸຫົວໃຈຂອງຂ້ານ້ອຍດ້ວຍລູກທະນູຈາກປອກລູກທະນູຂອງພຣະອົງ.14ຂ້ານ້ອຍກາຍເປັນທີ່ຫົວຂັວນເຢາະເຢີ້ຍຂອງພີ່ນ້ອງຮ່ວມຊາດຂອງຂ້ານ້ອຍ;ພວກເຂົາຮ້ອງເພງເຢາະເຢີ້ຍຂ້ານ້ອຍຕະຫລອດທັງວັນ.15ພຣະອົງໃຫ້ຂ້ານ້ອຍກິນຜັກທີ່ລົດຂົມຈົນອິ່ມແລະ ເອົານ້ຳບີໃຫ້ຂ້ານ້ອຍດື່ມ16ພຣະອົງຫັກແຂ້ວຂອງຂ້ານ້ອຍດ້ວຍຫີນແຫ່ຢຽບຂ້ານ້ອຍຈົມລົງຂີ້ຝຸ່ນດິນ.17ສັນຕິສຸກຖືກພາກໄປຈາກໃຈຂອງຂ້ານ້ອຍຂ້ານ້ອຍລືມໄປແລ້ວວ່າຄວາມຈະເລີນຮຸ່ງເຮືອງນັ້ນເປັນຢ່າງໃດ.18ດັ່ງນັ້ນ ຂ້ານ້ອຍຈຶ່ງເວົ້າວ່າ, “ຄວາມງົດງາມຂອງຂ້ານ້ອຍແລະ ທຸກສິ່ງທີ່ຂ້ານ້ອຍຄາດຫວັງຈາກພຣະເຈົ້າຢາເວກໍໝົດໄປ”.19ຂ້ານ້ອຍລະນຶກເຖິງຄວາມທຸກໃຈຂອງຂ້ານ້ອຍ ແລະ ການພະເນຈອນຂອງຂ້ານ້ອຍໄດ້,ຄວາມຂົມຂື່ນ ແລະ ນ້ຳບີ20ຂ້ານ້ອຍຈົດຈຳສິ່ງເຫລົ່ານີ້ໄດ້ດີ,ແລະ ຈິດໃຈຂອງຂ້ານ້ອຍກໍຫົດຫູ່ຢູ່ພາຍໃນຂ້ານ້ອຍ.21ເຖິງປານນັ້ນຂ້ານ້ອຍກໍຍັງຄິດຮອດເລື່ອງນີ້ຂຶ້ນມາໄດ້ແລະ ເຫດສະນັ້ນ ຂ້ານ້ອຍຈຶ່ງມີຄວາມຫວັງ.22ເພາະຄວາມຮັກອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວເຮົາຈຶ່ງບໍ່ຖືກທຳລາຍໄປ,ເພາະຄວາມເມດຕາສົງສານຂອງພຣະອົງບໍ່ເຄີຍຢຸດຢັ້ງ.23ມີມາໃໝ່ທຸກເຊົ້າຄວາມສັດຊື່ຂອງພຣະອົງກໍຍິ່ງໃຫຍ່ຫລາຍ.24ຂ້ານ້ອຍເວົ້າກັບຕົນເອງວ່າ, “ພຣະເຈົ້າຢາເວເປັນທັງໝົດທີ່ຂ້ານ້ອຍມີ;ເຫດສະນັ້ນ ຂ້ານ້ອຍຈະຄອຍຖ້າພຣະອົງ”.25ພຣະເຈົ້າຢາເວນັ້ນດີຕໍ່ບັນດາຄົນທີ່ມີຄວາມຫວັງໃນພຣະອົງ,ດີຕໍ່ຜູ້ທີ່ສະແຫວງຫາພຣະອົງ;26ເປັນການດີທີ່ຈະລໍຖ້າຢ່າງມິດງຽບເພື່ອຄວາມພົ້ນທີ່ພຣະເຈົ້າຂອງພຣະເຈົ້າຢາເວ.27ເປັນການດີທີ່ຊາຍຄົນໜຶ່ງຈະແບກແອກໄວ້ຂະນະລາວນັ້ນຍັງໜຸ່ມຢູ່.28ໃຫ້ລາວນັ່ງມິດງຽບຢູ່ແຕ່ຄົນດຽວ,ເພາະພຣະເຈົ້າຢາເວວາງແອກນັ້ນໄວ້ເທິງລາວແລ້ວ.29ໃຫ້ລາວຈຳນົນກົ້ມໜ້າລົງກັບດິນເພາະອາດຍັງມີຄວາມຫວັງຢູ່.30ໃຫ້ລາວປິ່ນແກ້ມຂອງລາວໃຫ້ຜູ້ທີ່ຈະຕົບລາວ,ແລະ ໃຫ້ລາວເຕັມໄປດ້ວຍຄວາມອັບອາຍ.31ເພາະວ່າອົງພຣະຜູ້ເປັນເຈົ້າບໍ່ໄດ້ປະຖິ້ມມະນຸດຕະຫລອດໄປ32ເຖິງວ່າພຣະອົງຈະນຳເອົາຄວາມໂສກເສົ້າມາໃຫ້, ແຕ່ພຣະອົງກໍຍັງຈະສະແດງຄວາມເມດຕາສົງສານ,ດັ່ງນັ້ນ ຄວາມຮັກອັນໝັ້ນຄົງຂອງພຣະອົງຈຶ່ງຍິ່ງໃຫຍ່.33ເພາະພຣະອົງບໍ່ໄດ້ເຕັມໃຈທີ່ຈະນຳເອົາຄວາມທຸກທໍລະມານຫລື ຄວາມໂສກເສົ້າມາໃຫ້ຄົນໃດ.34ການຢຽບຢ່ຳນັກໂທດທັງໝົດໃນດິນແດນ,35ການຕັດສິດຄົນທັງຫລາຍຕໍ່ໜ້າອົງຜູ້ສູງສຸດ,36ການບໍ່ໃຫ້ຄວາມຍຸຕິທຳແກ່ພວກເຂົາອົງພຣະຜູ້ເປັນເຈົ້າຈະບໍ່ເຫັນສິ່ງເຫລົ່ານີ້ບໍ?37ຖ້າອົງພຣະຜູ້ເປັນເຈົ້າບໍ່ໄດ້ມີຄຳສັ່ງໄວ້ຜູ້ໃດຈະສາມາດສັ່ງໃຫ້ມັນເກີດຂຶ້ນໄດ້?38ທັງຄວາມຈິບຫາຍ ແລະ ສິ່ງດີງາມລ້ວນແຕ່ມາຈາກປາກຂອງອົງຜູ້ສູງສຸດບໍ່ແມ່ນບໍ?39ເປັນຫຍັງມະນຸດຈຶ່ງຈົ່ມເມື່ອຖືກລົງໂທດເພາະຄວາມບາບທັງຫລາຍຂອງຕົນ?40ໃຫ້ພວກເຮົາສຳຫລວດວິຖີທາງຂອງພວກເຮົາ ແລະ ທົດສອບເບິ່ງ,ແລະ ໃຫ້ພວກເຮົາກັບມາຫາພຣະເຈົ້າຢາເວ.41ໃຫ້ພວກເຮົາຊູໃຈຂອງພວກເຮົາ ແລະ ຊູມືຂອງພວກເຮົາຂຶ້ນຕໍ່ພຣະເຈົ້າໃນສະຫວັນ ແລະ ເວົ້າວ່າ:42“ພວກຂ້ານ້ອຍທັງຫລາຍໄດ້ເຮັດບາບ ແລະ ໄດ້ກະບົດແລະ ພຣະອົງບໍ່ໄດ້ໃຫ້ອະໄພ.43“ພຣະອົງປົກຄຸມພຣະອົງເອງໄວ້ດ້ວຍຄວາມໂກດຮ້າຍ ແລະ ໄລ່ຕາມພວກຂ້ານ້ອຍ;ພຣະອົງປະຫານໂດຍບໍ່ມີຄວາມສົງສານ.44ພຣະອົງປົກຄຸມພຣະອົງເອງໄວ້ດ້ວຍເມກເພື່ອບໍ່ໃຫ້ຄຳອະທິຖານໃດຂຶ້ນເຖິງພຣະອົງໄດ້.45ພຣະອົງເຮັດໃຫ້ພວກຂ້ານ້ອຍເປັນສິ່ງເສດເຫລືອ ແລະ ຖືກປະຕິເສດທ່າມກາງຊົນຊາດທັງຫລາຍ.46“ສັດຕູທັງຫລາຍຂອງພວກຂ້ານ້ອຍໄດ້ເປີດປາກຂອງພວກເຂົາກວ້າງຕໍ່ວ່າພວກຂ້ານ້ອຍ.47ພວກຂ້ານ້ອຍປະເຊີນກັບຄວາມຢ້ານກົວ ແລະ ອຸປະສັກຄວາມພິນາດ ແລະ ການທຳລາຍລ້າງ”.48ສາຍນ້ຳຕາໄຫລຈາກຕາຂອງຂ້ານ້ອຍເພາະພີ່ນ້ອງຮ່ວມຊາດຂອງຂ້ານ້ອຍຖືກທຳລາຍ.49ຕາຂອງຂ້ານ້ອຍຈະຫລັ່ງນ້ຳຕາບໍ່ຂາດສາຍ,ໂດຍບໍ່ຢຸດຢ່ອນ,50ຈົນກວ່າພຣະເຈົ້າຈະເບິ່ງລົງມາຈາກຟ້າສະຫວັນ ແລະ ເຫັນ.51ສິ່ງທີ່ຂ້ານ້ອຍເຫັນເຮັດໃຫ້ຈິດໃຈຂອງຂ້ານ້ອຍໂສກເສົ້າເພາະຍິງທຸກຄົນໃນເມືອງຂອງຂ້ານ້ອຍ.52ບັນດາຜູ້ທີ່ເປັນສັດຕູກັບຂ້ານ້ອຍໂດຍບໍ່ມີສາເຫດໄລ່ຂ້າຂ້ານ້ອຍເໝືອນນົກ.53ພວກເຂົາພະຍາຍາມປິດຊີວິດຂອງຂ້ານ້ອຍໃນຂຸມແລະ ແກ່ວງກ້ອນຫີນໃສ່ຂ້ານ້ອຍ;54ນ້ຳໄດ້ໄຫລຖ້ວມປົກຫົວຂອງຂ້ານ້ອຍ,ແລະ ຂ້ານ້ອຍຈຶ່ງຄິດວ່າຕົນເອງກຳລັງຈະຕາຍ.55ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍໄດ້ຮ້ອງອອກນາມຂອງພຣະອົງ,ຈາກກົ້ນຂຸມ.56ພຣະອົງໄດ້ຍິນຂ້ານ້ອຍອ້ອນວອນວ່າ: “ຂໍຢ່າໄດ້ປິດຫູຂອງພຣະອົງຕໍ່ສຽງຮ້ອງຂໍຄວາມຊ່ວຍເຫລືອຂອງຂ້ານ້ອຍ”57ພຣະອົງໄດ້ມາໃກ້ເມື່ອຂ້ານ້ອຍຮ້ອງຫາພຣະອົງ,ແລະ ກ່າວວ່າ “ຢ່າຢ້ານເລີຍ”.58ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ຮັບຄະດີຄວາມຂອງຂ້ານ້ອຍແລ້ວ;ພຣະອົງໄດ້ໄຖ່ຊີວິດຂອງຂ້ານ້ອຍໃຫ້ພົ້ນ.59ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ເຫັນການຮ້າຍທີ່ໄດ້ເຮັດກັບຂ້ານ້ອຍ.ຂໍໂຜດໃຫ້ຄວາມເປັນທຳແກ່ຂ້ານ້ອຍດ້ວຍ!60ພຣະອົງໄດ້ເຫັນຄວາມເລິກຂອງການແກ້ແຄ້ນຂອງພວກເຂົາ,ທຸກສິ່ງທີ່ພວກເຂົາໄດ້ວາງແຜນການຕໍ່ສູ້ຂ້ານ້ອຍ.61ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ຍິນຄຳໝິ່ນປະໝາດຂອງພວກເຂົາແລ້ວທຸກສິ່ງທີ່ພວກເຂົາໄດ້ວາງແຜນການຕໍ່ສູ້ຂ້ານ້ອຍ62ສິ່ງທີ່ບັນດາສັດຕູໄດ້ຊື່ມ ແລະ ຈົ່ມໃຫ້ຂ້ານ້ອຍຕະຫລອດທັງວັນ.63ໂຜດແນມເບິ່ງພວກເຂົາ! ຈະນັ່ງ ຫລື ຢືນ,ພວກເຂົາກໍຮ້ອງເພງເຢາະເຢີ້ຍຂ້ານ້ອຍ64ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຕອບແທນພວກເຂົາຕາມສິ່ງທີ່ພວກເຂົາສົມຄວນໄດ້ຮັບ,ຕາມສິ່ງທີ່ມືຂອງພວກເຂົາໄດ້ເຮັດ.65ຂໍໂຜດເອົາຜ້າປົກຄຸມທີ່ໃຈຂອງພວກເຂົາ,ແລະ ຂໍໃຫ້ຄຳສາບແຊ່ງຂອງພຣະອົງຕົກແກ່ພວກເຂົາ!66ຂໍໂຜດໄລ່ຕາມພວກເຂົາດ້ວຍຄວາມໂກດຮ້າຍ ແລະ ທຳລາຍພວກເຂົາຈາກພາຍໃຕ້ຟ້າສະຫວັນຂອງພຣະເຈົ້າຢາເວ.
Biblica, Inc.