ເພງຄໍ່າຄວນ2

1ໂອ ອົງພຣະຜູ້ເປັນເຈົ້າ​ໄດ້​ປົກຄຸມ​ລູກສາວ​ແຫ່ງ​ຊີໂອນດ້ວຍ​ເມກ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ! ພຣະອົງ​ໄດ້​ໂຍນ​ຄວາມ​ສະຫງ່າງາມ​ຂອງ​ອິດສະຣາເອນຈາກ​ຟ້າ​ສະຫວັນ​ລົງ​ແຜ່ນດິນ​ໂລກ;ພຣະອົງ​ບໍ່​ໄດ້​ລະນຶກ​ເຖິງ​ບ່ອນ​ຮອງ​ຕີນ​ຂອງ​ພຣະອົງໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ.
2ອົງພຣະຜູ້ເປັນເຈົ້າ​ໄດ້​ທຳລາຍທີ່​ຢູ່​ອາໄສ​ທັງໝົດ​ຂອງ​ຢາໂຄບ​ໂດຍ​ບໍ່​ມີ​ຄວາມ​ສົງສານ;ພຣະອົງ​ທຳລາຍ​ທີ່ໝັ້ນ​ທັງຫລາຍ​ຂອງ​ລູກສາວ​ແຫ່ງ​ຢູດາ  ​ລົງດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງພຣະອົງ​ໄດ້​ເຮັດ​ໃຫ້​ອານາຈັກ ແລະ ບັນດາ​ເຈົ້ານາຍ​ຂອງ​ຢູດາຕົກ​ຕ່ຳ​ລົງ​ມາ​ເຖິງ​ດິນ​ຢ່າງ​ບໍ່​ມີ​ກຽດ.
3ພຣະອົງ​ໄດ້​ຕັດ​ເຂົາ​ສັດ​ທຸກ​ເຂົາ  ​ຂອງ​ອິດສະຣາເອນດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ.ພຣະອົງ​ໄດ້​ຖອນ​ມື​ຂວາ​ຂອງ​ພຣະອົງ​ອອກເມື່ອ​ສັດຕູ​ບຸກ​ເຂົ້າ​ມາ​ໂຈມຕີ.ພຣະອົງ​ເຜົາຜານ​ຢາໂຄບ​ເໝືອນດັ່ງ​ແປວ​ໄຟ​ທີ່​ລຸກ​ຢູ່ເຊິ່ງ​ເຜົາຜານ​ທຸກສິ່ງ​ທີ່​ຢູ່​ອ້ອມ​ໂຕ​ມັນ.
4ພຣະອົງ​ເນັ່ງ​ຄັນ​ທະນູ​ຂອງ​ພຣະອົງ​ເໝືອນ​ດັ່ງ​ເປັນ​ສັດຕູ;ມື​ຂວາ​ຂອງ​ພຣະອົງ​ກໍ​ຕຽມ​ພ້ອມ​ແລ້ວ.ພຣະອົງ​ປະຫານ​ທຸກຄົນ ຜູ້​ທີ່​ເປັນ​ທີ່​ພໍໃຈເໝືອນ​ວ່າ​ເປັນ​ສັດຕູ;ພຣະອົງ​ໄດ້​ຖອກ​ຄວາມ​ໂກດຮ້າຍ​ເໝືອນ​ດັ່ງ​ໄຟທີ່​ຢູ່​ເທິງ​ເຕັນ​ຂອງ​ລູກສາວ​ແຫ່ງ​ຊີໂອນ
5ອົງພຣະຜູ້ເປັນເຈົ້າ​ເປັນ​ເໝືອນ​ສັດຕູພຣະອົງ​ໄດ້​ກືນ​ອິດສະຣາເອນ​ແລ້ວ.ພຣະອົງ​ໄດ້​ກືນ​ວັງ​ທັງໝົດ​ຂອງ​ນາງແລະ ໄດ້​ທຳລາຍ​ຖານ​ທີ່ໝັ້ນ​ຕ່າງໆ​ໃນ​ອິດສະຣາເອນ.ພຣະອົງ​ເຮັດ​ໃຫ້​ການ​ຮ້ອງໄຫ້ ແລະ ຄ່ຳຄວນ​ເພີ່ມ​ທະວີ​ຂຶ້ນສຳລັບ​ລູກສາວ​ແຫ່ງ​ຢູດາ.
6ພຣະອົງ​ຖິ້ມ​ບ່ອນ​ສະຖິດ​ຂອງ​ພຣະອົງ​ໃຫ້​ຮົກຮ້າງ​ເໝືອນດັ່ງ​ສວນ;ພຣະອົງ​ທຳລາຍ​ບ່ອນ​ນະມັດສະການ​ຂອງ​ພຣະອົງ.ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ຊີໂອນ​ລືມເທດສະການ​ຕາມ​ກຳນົດ ແລະ ວັນຊະບາໂຕ​ທັງຫລາຍ​ຂອງ​ຕົນ;ພຣະອົງ​ໄດ້​ເຂ່ຍ​ທັງ​ກະສັດ ແລະ ປະໂລຫິດ​ຖິ້ມດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ.
7ອົງພຣະຜູ້ເປັນເຈົ້າ​ໄດ້​ປະຕິເສດ​ແທ່ນບູຊາ​ຂອງ​ພຣະອົງແລະ ປະຖິ້ມ​ສະຖານ​ນະມັດສະການ​ຂອງ​ພຣະອົງ.ພຣະອົງ​ໄດ້​ມອບ​ກຳແພງ​ວັງ​ຂອງ​ນາງໄວ້​ໃນ​ມື​ຂອງ​ສັດຕູ;ພວກເຂົາ​ໄດ້​ສົ່ງ​ສຽງ​ໂຫ່​ຮ້ອງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວປານ​ກັບ​ວັນ​ເທດສະການ​ຕາມ​ກຳນົດ.
8ພຣະເຈົ້າ​ຢາເວ​ຕັ້ງໃຈ​ທີ່​ຈະ​ທຳລາຍກຳແພງ​ອ້ອມ​ລູກສາວ​ແຫ່ງ​ຊີໂອນ​ລົງ.ພຣະອົງ​ພິຈາລະນາ​ໂທດ​ຢ່າງ​ຖີ່​ຖ້ວນ ແລະ ບໍ່​ໄດ້​ຢັ້ງ​ມື​ຂອງ​ພຣະອົງ​ຈາກ​ການ​ທຳລາຍ.ພຣະອົງ​ໄດ້​ເຮັດ​ໃຫ້​ທີ່ຕັ້ງ ແລະ ກຳແພງພັງ​ລົງ​ພ້ອມ​ກັນ.
9ປະຕູ​ທັງຫລາຍ​ຂອງ​ເຢຣູຊາເລັມ​ຈົມ​ລົງ​ໄປ​ໃນ​ດິນ;ກົງ​ປະຕູ​ເຫລັກ​ທັງຫລາຍ​ກໍ​ຫັກ ແລະ ຖືກ​ທຳລາຍ.ກະສັດ ແລະ ບັນດາ​ເຈົ້ານາຍ​ຂອງ​ເມືອງ​ນັ້ນ​ໄດ້​ຕົກ​ເປັນ​ຊະເລີຍ​ຢູ່​ຕາມ​ຊົນຊາດ​ຕ່າງໆກົດບັນຍັດ​ກໍ​ບໍ່​ມີ​ອີກ​ຕໍ່​ໄປ,ແລະ ບັນດາ​ຜູ້ທຳນວາຍ​ທັງຫລາຍ​ຂອງ​ເມືອງ​ນັ້ນ​ກໍ​ບໍ່​ໄດ້​ຮັບ​ນິມິດຈາກ​ພຣະເຈົ້າ​ຢາເວ​ອີກ​ຕໍ່ໄປ.
10ບັນດາ​ຜູ້ອາວຸໂສ​ຂອງ​ລູກສາວ​ແຫ່ງ​ຊີໂອນນັ່ງ​ຢູ່​ທີ່​ພື້ນດິນ​ຢ່າງ​ມິດ​ງຽບ;ພວກເຂົາ​ເອົາ​ຂີ້ຝຸ່ນ​ດິນ​ໂຮຍ​ໃສ່​ເທິງ​ຫົວ​ຂອງ​ຕົນແລະ ນຸ່ງ​ຜ້າ​ກະສອບເຂົ້າ.ບັນດາ​ຍິງ​ໜຸ່ມ​ແຫ່ງ​ເຢຣູຊາເລັມກົ້ມ​ຫົວ​ຂອງ​ຕົນ​ລົງ​ທີ່​ພື້ນດິນ.
11ຕາ​ຂອງ​ຂ້ານ້ອຍ​ເສົ້າໝອງ​ເພາະ​ການ​ຮ້ອງໄຫ້,ຂ້ານ້ອຍ​ທຸກທໍລະມານ​ຢູ່​ພາຍໃນຫົວໃຈ​ຂອງ​ຂ້ານ້ອຍ​ຖືກ​ເທ​ລົງ​ທີ່​ພື້ນດິນ;ເພາະ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ານ້ອຍ​ຖືກ​ທຳລາຍ,ເພາະ​ເດັກນ້ອຍ ແລະ ເດັກ​ອ່ອນ​ເປັນ​ລົມຢູ່​ຕາມ​ຖະໜົນ​ຫົນ​ທາງ​ໃນ​ເມືອງ.
12ພວກເຂົາ​ໄດ້​ເວົ້າ​ກັບ​ແມ່​ຂອງ​ຕົນ​ວ່າ,“ອາຫານ ແລະ ເຫລົ້າອະງຸ່ນ​ຢູ່​ໃສ?”ຂະນະ​ທີ່​ພວກເຂົາ​ເປັນ​ລົມ​ເໝືອນ​ກັບ​ຄົນ​ທີ່​ບາດເຈັບຕາມ​ຖະໜົນ​ໃນ​ເມືອງ,ຂະນະ​ທີ່​ຊີວິດ​ຂອງ​ພວກເຂົາ​ກຳລັງ​ລ່ວງລັບ​ໄປໃນ​ອ້ອມ​ແຂນ​ຂອງ​ແມ່​ຂອງ​ພວກເຂົາ.
13ລູກສາວ​ແຫ່ງ​ເຢຣູຊາເລັມ ເຮົາ​ຈະ​ເວົ້າ​ອັນໃດ​ເພື່ອ​ເຈົ້າ​ໄດ້?ເຮົາ​ຈະ​ປຽບທຽບ​ເຈົ້າ​ກັບ​ອັນໃດ​ດີ?ລູກສາວ​ບໍລິສຸດ​ແຫ່ງ​ຊີໂອນ ເຮົາ​ຈະ​ປຽບທຽບ​ເຈົ້າ​ກັບ​ສິ່ງໃດ​ດີເພື່ອ​ວ່າ​ເຮົາ​ຈະ​ເລົ້າໂລມ​ໃຈ​ເຈົ້າ​ໄດ້?ບາດແຜ​ຂອງ​ເຈົ້າ​ເລິກ​ເໝືອນດັ່ງ​ທະເລ.ຜູ້ໃດ​ຈະ​ຮັກສາ​ເຈົ້າ​ໄດ້?
14ນິມິດ​ຂອງ​ບັນດາ​ຜູ້ທຳນວາຍ​ຂອງ​ເຈົ້າແມ່ນ​ບໍ່​ຖືກຕ້ອງ ແລະ ບໍ່​ມີ​ຄ່າ;ພວກເຂົາ​ບໍ່​ໄດ້​ເປີດເຜີຍ​ຄວາມ​ບາບ​ຂອງ​ເຈົ້າເຮັດ​ໃຫ້​ເຈົ້າ​ຕ້ອງ​ຕົກ​ເປັນ​ຊະເລີຍ​ຕໍ່ໄປຄຳ​ທຳນວາຍ​ທີ່​ພວກເຂົາ​ແຈ້ງ​ເຈົ້າ​ນັ້ນແມ່ນ​ບໍ່​ຖືກຕ້ອງ ແລະ ພາ​ໃຫ້​ຫລົງ​ຜິດ.
15ທຸກຄົນ​ທີ່​ຜ່ານ​ທາງ​ຂອງ​ເຈົ້າຕ່າງ​ກໍ​ຕົບ​ມື​ຂອງ​ຕົນ​ໃຫ້​ເຈົ້າ;ພວກເຂົາ​ໄດ້​ເຢາະເຢີ້ຍ ແລະ ແກວ່ງ​ຫົວ​ຂອງ​ຕົນໃສ່​ລູກສາວ​ແຫ່ງ​ເຢຣູຊາເລັມ​ວ່າ:“ນີ້​ແມ່ນ​ເມືອງ​ທີ່​ຖືກ​ເອີ້ນ​ວ່າງາມ​ຢ່າງ​ສົມບູນ​ແບບ,ເປັນ​ຄວາມ​ຊື່ນຊົມຍິນດີ​ຂອງ​ຄົນ​ທົ່ວ​ໂລກ​ບໍ?”
16ສັດຕູ​ທັງໝົດ​ຂອງ​ເຈົ້າ​ໄດ້​ອ້າ​ປາກ​ຂອງ​ຕົນ​ອອກ​ກວ້າງເພື່ອ​ຕໍ່ສູ້​ເຈົ້າ;ພວກເຂົາ​ໄດ້​ເຢາະເຢີ້ຍ ແລະ ກັດ​ແຂ້ວ​ຂອງ​ຕົນແລະ ເວົ້າ​ວ່າ, “ພວກເຮົາ​ໄດ້​ກືນ​ນາງ​ລົງ​ໄປ​ແລ້ວ.ນີ້​ເປັນ​ວັນ​ທີ່​ພວກເຮົາ​ຄອຍຖ້າ;ພວກເຮົາ​ມີ​ຊີວິດ​ຢູ່​ເພື່ອ​ໄດ້​ເຫັນ​ສິ່ງ​ນີ້​ເກີດ​ຂຶ້ນ”.
17ພຣະເຈົ້າ​ຢາເວ​ໄດ້​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້;ພຣະອົງ​ໄດ້​ເຮັດ​ສຳເລັດ​ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້,ເຊິ່ງ​ພຣະອົງ​ມີ​ດຳລັດ​ໄວ້​ດົນນານ​ມາ​ແລ້ວ.ພຣະອົງ​ໄດ້​ໂຄ່ນລົ້ມ​ເຈົ້າ​ໂດຍ​ບໍ່​ມີ​ຄວາມ​ສົງສານ,ພຣະອົງ​ຍອມ​ໃຫ້​ສັດ​ຕູ​ຢູ່​ເໜືອ​ເຈົ້າພຣະອົງ​ໄດ້​ຍົກ​ເຂົາສັດ  ​ຂອງ​ສັດຕູ​ຂອງ​ເຈົ້າ​ຂຶ້ນ
18ຫົວໃຈ​ຂອງ​ຄົນ​ທັງຫລາຍຮ້ອງ​ຫາ​ອົງພຣະຜູ້ເປັນເຈົ້າ.ກຳແພງ​ຂອງ​ລູກສາວ​ແຫ່ງ​ຊີໂອນ,ຈົ່ງ​ໃຫ້​ນ້ຳຕາ​ຂອງ​ເຈົ້າ​ຫລັ່ງໄຫລ​ເໝືອນ​ກັບ​ແມ່ນ້ຳຕະຫລອດ​ທັງ​ກາງເວັນ ແລະ ກາງຄືນຢ່າ​ໃຫ້​ຕົວ​ເອງ​ໄດ້​ຮັບ​ການ​ບັນເທົາ,ຢ່າ​ໃຫ້​ຕາ​ຂອງ​ເຈົ້າ​ໄດ້​ພັກຜ່ອນ.
19ຈົ່ງ​ລຸກ​ຂຶ້ນ, ຮ້ອງໄຫ້​ໃນ​ຕອນ​ກາງຄືນຕັ້ງ​ແຕ່​ເລີ່ມ​ຄ່ຳ​ມາຈົ່ງ​ລະບາຍ​ຄວາມ​ໃນ​ໃຈ​ຂອງ​ເຈົ້າ​ອອກ​ມາ​ເໝືອນ​ກັບ​ນ້ຳຢູ່​ຕໍ່ໜ້າ​ອົງພຣະຜູ້ເປັນເຈົ້າ.ຈົ່ງ​ຍົກ​ມື​ຂອງ​ເຈົ້າ​ຂຶ້ນ​ຕໍ່​ພຣະອົງເພື່ອ​ຊີວິດ​ຂອງ​ລູກ​ຂອງ​ເຈົ້າ,ເຊິ່ງ​ເປັນ​ລົມ​ໄປ​ເພາະ​ຄວາມ​ຫິວຢູ່​ທຸກ​ແຈ​ຖະໜົນ.
20“ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂໍ​ໂຜດ​ເບິ່ງ ແລະ ພິຈາລະນາພຣະອົງ​ເຄີຍ​ເຮັດ​ເຊັ່ນ​ນີ້​ກັບ​ຜູ້​ໃດ​ແດ່?ສົມຄວນ​ບໍ​ທີ່​ຄົນ​ເປັນ​ແມ່​ຈະ​ກິນ​ລູກຫລານ​ຂອງ​ຕົນ,ຄື​ບັນດາ​ລູກ​ທີ່​ຕົນ​ລ້ຽງດູ​ມາ?ສົມຄວນ​ບໍ​ທີ່​ປະໂລຫິດ ແລະ ຜູ້ທຳນວາຍ​ຈະ​ຖືກ​ຂ້າໃນ​ສະຖານ​ນະມັດສະການ​ຂອງ​ອົງພຣະຜູ້ເປັນເຈົ້າ?
21“ທັງ​ຄົນ​ໜຸ່ມ ແລະ ຜູ້ເຖົ້າ​ນອນ​ຢູ່​ນຳ​ກັນໃນ​ຂີ້ຝຸ່ນ​ຕາມ​ຖະໜົນ;ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຂອງ​ຂ້ານ້ອຍລົ້ມ​ຕາຍ​ດ້ວຍ​ຄົມ​ດາບ.ພຣະອົງ​ໄດ້​ປະຫານ​ພວກເຂົາ​ໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍພຣະອົງ​ໄດ້​ຂ້າ​ພວກເຂົາ​ໂດຍ​ບໍ່​ມີ​ຄວາມ​ເມດຕາ​ສົງສານ.
22“ພຣະອົງ​ໄດ້​ລະດົມ​ຄວາມ​ຢ້ານກົວ​ເຂົ້າ​ໃສ່​ຂ້ານ້ອຍ​ທຸກ​ດ້ານ.ເໝືອນ​ເກນ​ຄົນ​ມາ​ໃນ​ວັນ​ງານລ້ຽງ​ຕາມ​ເທດສະການໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວບໍ່​ມີ​ຜູ້ໃດ​ໜີ​ພົ້ນ ຫລື ລອດ​ຊີວິດ​ໄປ​ໄດ້​ແມ່ນ​ຄົນ​ດຽວສັດຕູ​ຂອງ​ຂ້ານ້ອຍ​ໄດ້​ທຳລາຍບັນດາ​ຜູ້​ທີ່​ຂ້ານ້ອຍ​ໄດ້​ເບິ່ງແຍງ ແລະ ລ້ຽງດູ​ມາ”.

Biblica, Inc.

https://app.library.bible/content/eab9312f9f16b3a2