ເພງຄໍ່າຄວນ1

1ໂອ ນະຄອນ​ນີ້​ຮົກຮ້າງ​ແທ້,ຄັ້ງ​ໜຶ່ງ​ເຄີຍ​ມີ​ປະຊາຊົນ​ຢູ່​ເຕັມ!ເຊິ່ງ​ເຄີຍ​ຍິ່ງໃຫຍ່​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ,ກັບ​ເປັນ​ເໝືອນ​ແມ່ໝ້າຍ​ແລ້ວ!ນະຄອນ​ນີ້​ເຄີຍ​ເປັນ​ລາຊີນີ​ໃນ​ທ່າມກາງ​ແຂວງ​ຕ່າງໆບັດນີ້ ກໍ​ໄດ້​ຕົກ​ເປັນ​ຂ້າທາດ​ແລ້ວ.
2ຍາມ​ກາງຄືນ​ນາງ​ກໍ​ຮ້ອງໄຫ້​ຢ່າງ​ຂົມຂື່ນ,ນ້ຳຕາ​ໄຫລ​ອາບ​ແກ້ມ​ຂອງ​ນາງ.ໃນ​ບັນດາ​ຄົນ​ຮັກ​ຂອງ​ນາງບໍ່​ມີ​ຜູ້ໃດ​ຈັກ​ຄົນ​ທີ່​ເລົ້າໂລມ​ນາງ.ສະຫາຍ​ທຸກຄົນ​ກໍ​ທໍລະຍົດ​ນາງ;ພວກເຂົາ​ກາຍ​ເປັນ​ສັດຕູ​ຂອງ​ນາງ.
3ຫລັງ​ຈາກ​ທຸກລຳບາກ ແລະ ເຮັດ​ວຽກ​ໜັກ,ຢູດາ​ກໍ​ໄດ້​ຕົກ​ເປັນ​ຊະເລີຍ.ນາງ​ໄດ້​ອາໄສ​ຢູ່​ທ່າມກາງ​ຊົນຊາດ​ຕ່າງໆ;ນາງ​ກໍ​ບໍ່​ພົບ​ບ່ອນ​ພັກ​ສະຫງົບ.ທຸກຄົນ​ທີ່​ໄລ່​ຕາມ​ນາງ​ກໍ​ໄລ່​ທັນ​ນາງໃນ​ຍາມ​ທີ່​ນາງ​ທຸກຍາກ​ລຳບາກ.
4ຫົນທາງ​ໄປ​ຫາ​ຊີໂອນ ກໍ​ຄ່ຳຄວນ,ເພາະ​ບໍ່​ມີ​ຜູ້ໃດ​ມາ​ງານ​ເທດສະການ​ຕາມ​ທີ່​ນາງ​ກຳນົດ​ໄວ້.ປະຕູ​ທັງໝົດ​ຂອງ​ນາງ​ກໍ​ຮົກຮ້າງ,ບັນດາ​ປະໂລຫິດ​ຂອງ​ນາງ​ກໍ​ໂອ່ຍຄາງ,ບັນດາ​ຍິງ​ສາວ​ຂອງ​ນາງ​ກໍ​ໂສກເສົ້າ,ແລະ ນາງ​ກໍ​ຢູ່​ໃນ​ຄວາມ​ເຈັບປວດ​ອັນ​ຂົມຂື່ນ.
5ບັນດາ​ສັດຕູ​ຂອງ​ນາງ​ກໍ​ກາຍເປັນ​ນາຍ​ຂອງ​ນາງ;ສັດຕູ​ທັງຫລາຍ​ຂອງ​ນາງ​ຕ່າງ​ກໍ​ເບີກບານໃຈ.ເພາະ​ພຣະເຈົ້າ​ຢາເວ​ໄດ້​ນຳ​ຄວາມ​ໂສກເສົ້າ​ມາ​ໃຫ້​ນາງເພາະ​ບາບ​ອັນ​ຫລວງຫລາຍ​ຂອງ​ນາງ.ລູກ​ຂອງ​ນາງ​ກໍ​ຖືກ​ເນລະເທດ,ຕົກ​ໄປ​ເປັນ​ຊະເລີຍ​ຕໍ່ໜ້າ​ສັດຕູ.
6ຄວາມ​ສະຫງ່າງາມ​ທັງໝົດໄດ້​ຖືກ​ພາກ​ໄປ​ຈາກ​ລູກສາວ​ແຫ່ງ​ຊີໂອນ  ​ແລ້ວ.ເຈົ້ານາຍ​ຂອງ​ນາງ​ນັ້ນ​ເປັນ​ເໝືອນ​ກວາງທີ່​ຫາ​ທົ່ງຫຍ້າ​ບໍ່​ໄດ້;ພວກເຂົາ​ຕ້ອງ​ໜີ​ໄປ​ຕໍ່ໜ້າ​ນັກລ່າຢ່າງ​ອ່ອນ​ແຮງ.
7ໃນ​ຍາມ​ທີ່​ນາງ​ທຸກລຳບາກ ແລະ ຕ້ອງ​ພະເນຈອນ​ໄປເຢຣູຊາເລັມ​ກໍ​ລະນຶກ​ເຖິງ​ຊັບສົມບັດ​ທັງໝົດທີ່​ນາງ​ເຄີຍ​ມີ​ໃນ​ເມື່ອ​ກ່ອນ.ເມື່ອ​ປະຊາຊົນ​ຂອງ​ນາງ​ຕົກ​ຢູ່​ໃນ​ມື​ຂອງ​ສັດຕູ,ກໍ​ບໍ່​ມີ​ຜູ້ໃດ​ຊ່ວຍເຫລືອ​ນາງ.ສັດຕູ​ທັງຫລາຍ​ຂອງ​ນາງ​ຕ່າງ​ກໍ​ເບິ່ງ​ນາງແລະ ຫົວ​ຂວັນ​ຄວາມ​ຈິບຫາຍ​ຂອງ​ນາງ.
8ເຢຣູຊາເລັມ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່​ຫລວງແລະ ດັ່ງນັ້ນ​ນາງ​ຈຶ່ງ​ເປັນມົນທິນ.ທຸກຄົນ​ທີ່​ເຄີຍ​ໃຫ້​ກຽດ​ນາງ​ຕ່າງ​ກໍ​ດູຖູກ​ນາງ.ເພາະ​ພວກເຂົາ​ໄດ້​ເຫັນ​ຄວາມ​ເປືອຍ​ກາຍ​ຂອງ​ນາງ;ນາງ​ເອງ​ຄວນຄາງແລະ ຫັນ​ໜ້າ​ໜີ.
9ຄວາມ​ສົກກະປົກ​ທີ່​ຝັງ​ແໜ້ນ​ຢູ່​ໃນ​ເຄື່ອງນຸ່ງ​ຂອງ​ນາງ;ນາງ​ບໍ່​ຫ່ວງໃຍ​ນຳ​ອະນາຄົດ​ຂອງ​ນາງຄວາມ​ຫລົ້ມຈົມ​ຂອງ​ນາງ​ເປັນ​ຕາ​ຕົກໃຈ;ບໍ່​ມີ​ຜູ້ໃດ​ເລົ້າໂລມ​ໃຈ​ນາງ​ເລີຍ.“ຂ້າແດ່​ພຣະເຈົ້າ​ຢາເວ, ເບິ່ງ​ແມ, ຄວາມ​ທຸກທໍລະມານ​ຂອງ​ຂ້ານ້ອຍ,ເພາະ​ສັດຕູ​ໄດ້​ຮັບ​ໄຊຊະນະ​ແລ້ວ”.
10ສັດຕູ​ໄດ້​ຍາດ​ເອົາຊັບສົມບັດ​ທັງໝົດ​ຂອງ​ນາງ​ໄປ;ນາງ​ໄດ້​ເຫັນ​ຄົນ​ຕ່າງຊາດ​ທີ່​ບໍ່​ເຊື່ອ​ພຣະເຈົ້າບຸກ​ເຂົ້າ​ໄປ​ໃນ​ສະຖານ​ນະມັດສະການ​ຂອງ​ນາງຄື​ຄົນ​ເຫລົ່ານັ້ນ​ທີ່​ພຣະອົງ​ສັ່ງ​ຫ້າມບໍ່​ໃຫ້​ເຂົ້າ​ມາ​ທ່າມກາງ​ຊຸມນຸມ​ປະຊາຊົນ​ຂອງ​ພຣະອົງ.
11ປະຊາຊົນ​ຂອງ​ນາງ​ໄດ້​ຄ່ຳຄວນຂະນະ​ທີ່​ພວກເຂົາ​ຊອກຫາ​ອາຫານ;ພວກເຂົາ​ໄດ້​ເອົາ​ຂອງ​ມີ​ຄ່າ​ອອກ​ມາ​ແລກປ່ຽນ​ອາຫານເພື່ອ​ພວກເຂົາ​ຈະ​ໄດ້​ມີ​ຊີວິດ​ຢູ່.“ຂ້າແດ່​ພຣະເຈົ້າ​ຢາເວ ໂຜດ​ເບິ່ງ ແລະ ພິຈາລະນາ​ດ້ວຍ,ເພາະ​ຂ້ານ້ອຍ​ຖືກ​ດູຖູກ”.
12“ພວກເຈົ້າ​ທັງຫລາຍ​ທີ່​ຜ່ານ​ໄປ​ມາ ບໍ່​ຮູ້ສຶກ​ຫຍັງ​ບໍ?ຈົ່ງ​ຫລຽວ​ໄປ​ອ້ອມຮອບ ແລະ ເບິ່ງ.ມີ​ຄວາມ​ທຸກ​ໃດ​ທີ່​ຄື​ກັບ​ຄວາມ​ທຸກ​ຂອງ​ຂ້ານ້ອຍທີ່​ເກີດ​ກັບ​ຂ້ານ້ອຍ,ທີ່​ພຣະເຈົ້າ​ຢາເວ​ໄດ້​ນຳ​ມາ​ໃຫ້​ຂ້ານ້ອຍໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ຢ່າງ​ຮຸນແຮງ​ຂອງ​ພຣະອົງ?
13“ພຣະອົງ​ໄດ້​ສົ່ງ​ໄຟ​ລົງ​ມາ​ຈາກ​ເບື້ອງ​ເທິງ,ໄດ້​ສົ່ງ​ໄຟ​ນັ້ນ​ລົງ​ມາ​ສູ່​ກະດູກ​ຂອງ​ຂ້ານ້ອຍ.ພຣະອົງ​ໄດ້​ກາງ​ຕາໜ່າງ​ເພື່ອ​ດັກ​ຕີນ​ຂອງ​ຂ້ານ້ອຍແລະ ເຮັດ​ໃຫ້​ຂ້ານ້ອຍ​ຫັນ​ກັບ.ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ໂດດດ່ຽວ,ເປັນ​ລົມ​ໝົດ​ມື້.
14“ຄວາມ​ບາບ​ທັງຫລາຍ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ຜູກ​ໃສ່​ໄວ້​ກັບ​ແອກ  ;ບາບ​ເຫລົ່ານັ້ນ​ໄດ້​ຖືກ​ສານ​ເຂົ້າ​ກັນ​ດ້ວຍ​ມື​ຂອງ​ພຣະອົງ.ຄວາມ​ບາບ​ເຫລົ່ານັ້ນ​ໄດ້​ຖືກ​ຫ້ອຍ​ໄວ້​ຢູ່​ເທິງ​ຄໍ​ຂອງ​ຂ້ານ້ອຍ,ແລະ ອົງພຣະຜູ້ເປັນເຈົ້າ​ໄດ້​ຕັດ​ກຳລັງ​ຂອງ​ຂ້ານ້ອຍ.ພຣະອົງ​ໄດ້​ມອບ​ຂ້ານ້ອຍ​ໄວ້​ໃນ​ມືຂອງ​ບັນດາ​ຄົນ​ທີ່​ຂ້ານ້ອຍ​ບໍ່​ສາມາດ​ຕ້ານທານ​ໄດ້.
15“ອົງພຣະຜູ້ເປັນເຈົ້າ​ໄດ້​ປະຕິເສດນັກຮົບ​ທັງໝົດ​ທີ່​ຢູ່​ທ່າມກາງ​ຂ້ານ້ອຍ;ພຣະອົງ​ໄດ້​ລະດົມ​ກອງທັບ​ມາ​ຕໍ່ສູ້​ຂ້ານ້ອຍເພື່ອ  ​ຍ່ອງ​ພວກ​ຄົນ​ໜຸ່ມ​ຂອງ​ຂ້ານ້ອຍ.ອົງພຣະຜູ້ເປັນເຈົ້າ​ໄດ້​ຢຽບ​ລູກສາວ​ທີ່​ບໍລິສຸດ​ຂອງ​ຢູດາໃນ​ອ່າງ​ຢຽບ​ເຫລົ້າອະງຸ່ນ.
16“ດ້ວຍ​ເຫດ​ນີ້ ຂ້ານ້ອຍ​ຈຶ່ງ​ຮ້ອງໄຫ້ແລະ ຕາ​ຂອງ​ຂ້ານ້ອຍ​ກໍ​ລົ້ນ​ດ້ວຍ​ນ້ຳຕາ.ບໍ່​ມີ​ຜູ້ໃດ​ຢູ່​ໃກ້​ທີ່​ຈະ​ເລົ້າໂລມ​ໃຈ​ຂ້ານ້ອຍ,ບໍ່​ມີ​ຜູ້ໃດ​ຟື້ນ​ຈິດວິນຍານ​ຂອງ​ຂ້ານ້ອຍ​ໄດ້.ລູກ​ຂອງ​ຂ້ານ້ອຍ​ພາ​ກັນ​ຂັດສົນເພາະ​ສັດຕູ​ໄດ້​ຊະນະ​ແລ້ວ”.
17ຊີໂອນ​ຍື່ນ​ມື​ຂອງ​ຕົນ​ອອກ,ແຕ່​ບໍ່​ມີ​ຜູ້ໃດ​ເລົ້າໂລມ​ໃຈ​ນາງ.ພຣະເຈົ້າ​ຢາເວ​ໄດ້​ອອກ​ຄຳສັ່ງ​ສຳລັບ​ຢາໂຄບ​ວ່າໃຫ້​ເພື່ອນບ້ານ​ຂອງ​ເພິ່ນ​ກາຍເປັນ​ສັດຕູ​ຂອງ​ເພິ່ນເຢຣູຊາເລັມ​ກາຍ​ເປັນສິ່ງ​ທີ່​ສົກກະປົກ​ໃນ​ທ່າມກາງ​ພວກເຂົາ.
18“ພຣະເຈົ້າ​ຢາເວ​ນັ້ນ​ຊອບທຳແຕ່​ຂ້ານ້ອຍ​ກໍ​ກະບົດ​ຕໍ່​ຄຳສັ່ງ​ຂອງ​ພຣະອົງ.ປະຊາຊົນ​ທຸກ​ຄົນ, ຈົ່ງ​ຟັງ;ຈົ່ງ​ເບິ່ງ​ຄວາມ​ທຸກຍາກລຳບາກ​ຂອງ​ຂ້ານ້ອຍຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຂອງ​ຂ້ານ້ອຍຕົກ​ໄປ​ເປັນ​ຊະເລີຍ.
19“ຂ້ານ້ອຍ​ຮ້ອງ​ຫາ​ບັນດາ​ພັນທະມິດ​ຂອງ​ຂ້ານ້ອຍແຕ່​ພວກເຂົາ​ກໍ​ທໍລະຍົດ​ຂ້ານ້ອຍບັນດາ​ປະໂລຫິດ ແລະ ຜູ້ອາວຸໂສ​ທັງຫລາຍ​ຂອງ​ຂ້ານ້ອຍໄດ້​ຕາຍ​ໄປ​ໃນ​ນະຄອນຂະນະ​ທີ່​ພວກເຂົາ​ຊອກ​ຫາ​ອາຫານເພື່ອ​ເຮັດ​ໃຫ້​ຕົນ​ເອງ​ມີ​ຊີວິດ​ຢູ່.
20“ຂ້າແດ່​ພຣະເຈົ້າ​ຢາເວ, ໂຜດ​ເບິ່ງ​ວ່າ​ຂ້ານ້ອຍ​ມີ​ຄວາມ​ທຸກ​ຫລາຍ​ເທົ່າໃດ!ຂ້ານ້ອຍ​ໄດ້​ຮັບ​ຄວາມ​ທຸກທໍລະມານ​ຢູ່​ພາຍ​ໃນ,ແລະ ຂ້ານ້ອຍ​ມີ​ຄວາມ​ກະວົນກະວາຍ​ຢູ່​ໃນ​ໃຈ​ຂອງ​ຂ້ານ້ອຍ,ເພາະ​ຂ້ານ້ອຍ​ໄດ້​ກະບົດ​ຫລາຍ​ທີ່ສຸດ.ຢູ່​ທາງ​ນອກ, ມີ​ແຕ່​ຄົມ​ດາບ​ຂ້າ​ຊີວິດ;ຢູ່​ທາງ​ໃນ, ມີ​ແຕ່​ຄວາມ​ຕາຍ.
21“ຄົນ​ທັງຫລາຍ​ໄດ້​ຍິນ​ສຽງ​ຄ່ຳຄວນ​ຂອງ​ຂ້ານ້ອຍ,ແຕ່​ບໍ່​ມີ​ຜູ້ໃດ​ເລົ້າໂລມ​ໃຈ​ຂ້ານ້ອຍສັດຕູ​ທັງໝົດ​ຂອງ​ຂ້ານ້ອຍ​ໄດ້​ຍິນ​ເຖິງ​ຄວາມ​ທຸກ​ຂອງ​ຂ້ານ້ອຍ;ພວກເຂົາ​ກໍ​ຊື່ນຊົມຍິນດີ​ໃນ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ.ຂໍ​ພຣະອົງ​ນຳ​ວັນ​ທີ່​ພຣະອົງ​ໄດ້​ປະກາດ​ໄວ້​ນັ້ນ​ມາເພື່ອ​ພວກເຂົາ​ຈະ​ໄດ້​ເປັນ​ເໝືອນ​ຂ້ານ້ອຍ.
22“ຂໍ​ໃຫ້​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ​ມາ​ຢູ່​ຕໍ່ໜ້າ​ພຣະອົງ;ໂຜດ​ຈັດການ​ກັບ​ພວກເຂົາຢ່າງ​ທີ່​ພຣະອົງ​ໄດ້​ຈັດການ​ກັບ​ຂ້ານ້ອຍເພາະ​ຄວາມ​ບາບ​ທັງໝົດ​ຂອງ​ຂ້ານ້ອຍ.ຂ້ານ້ອຍ​ຄ່ຳຄວນ​ຫລາຍແລະ ຈິດ​ໃຈ​ຂອງ​ຂ້ານ້ອຍ​ກໍ​ອິດເມື່ອຍ​ອ່ອນເພຍ”.

Biblica, Inc.

https://app.library.bible/content/eab9312f9f16b3a2