ເຢເຣມີຢາ52
ເຢຣູຊາເລັມແຕກ
1ເມື່ອເຊເດກີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ, ເພິ່ນມີອາຍຸຊາວເອັດປີ ແລະ ເພິ່ນໄດ້ປົກຄອງເຢຣູຊາເລັມເປັນເວລາສິບເອັດປີ. ແມ່ຂອງເພິ່ນຊື່ວ່າຮາມູຕານທີ່ເປັນລູກສາວຂອງເຢເຣມີຢາ, ນາງມາຈາກລິບນາ.2ເຊເດກີຢາໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວເໝືອນດັ່ງທີ່ເຢໂຮຍອາກິມໄດ້ເຮັດ.3ຍ້ອນຄວາມໃຈຮ້າຍຂອງພຣະເຈົ້າຢາເວຈຶ່ງເຮັດໃຫ້ເຫດການທັງໝົດນີ້ໄດ້ເກີດຂຶ້ນກັບເຢຣູຊາເລັມ ແລະ ຢູດາຍ, ໃນທີ່ສຸດພຣະອົງໂຍນພວກເຂົາໄປໃຫ້ພົ້ນຈາກໜ້າຂອງພຣະອົງ.ບັດນີ້ ເຊເດກີຢາໄດ້ກະບົດຕໍ່ກະສັດບາບີໂລນ.4ສະນັ້ນ ໃນປີທີເກົ້າຂອງການປົກຄອງຂອງເຊເດກີຢາ, ໃນວັນທີສິບເດືອນທີສິບ, ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຍົກກອງທັບທັງໝົດຂອງເພິ່ນເຂົ້າມາຕໍ່ສູ້ເຢຣູຊາເລັມ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ນອກນະຄອນ ແລະ ສ້າງເຄື່ອງປິດລ້ອມອ້ອມເມືອງທັງໝົດໄວ້.5ນະຄອນເຢຣູຊາເລັມຍັງຖືກປິດລ້ອມຢູ່ຈົນເຖິງປີທີສິບເອັດຂອງການປົກຄອງຂອງກະສັດເຊເດກີຢາ.6ເມື່ອເຖິງວັນທີເກົ້າຂອງເດືອນທີສີ່, ນະຄອນກໍໄດ້ເກີດການອຶດຢາກອາຫານຢ່າງໜັກໜ່ວງຈົນບໍ່ມີອາຫານໃຫ້ປະຊາຊົນກິນ.7ແລ້ວກຳແພງເມືອງກໍຖືກພັງທະລາຍລົງ, ກອງທັບທັງໝົດກໍໜີໄປ, ພວກເຂົາໄດ້ໜີອອກຈາກເມືອງໄປໃນເວລາກາງຄືນຜ່ານປະຕູລະຫວ່າງກຳແພງສອງຊັ້ນໃກ້ສວນຂອງກະສັດ, ເຖິງແມ່ນວ່າຊາວບາບີໂລນ ກໍາລັງປິດລ້ອມເມືອງໄວ້ຢູ່. ພວກເຂົາໄດ້ໜີອອກໄປມຸ່ງໜ້າໄປທີ່ອາຣາບາ 8ແຕ່ກອງທັບຂອງບາບີໂລນໄລ່ຕາມກະສັດເຊເດກີຢາ ແລະ ນໍາເພິ່ນທັນຢູ່ໃນທົ່ງພຽງເຢຣິໂກ. ທະຫານທັງໝົດຂອງເພິ່ນກໍແຕກໜີຈາກເພິ່ນໄປ ແລະ ກະຈັດກະຈາຍກັນໄປ.9ແລ້ວເພິ່ນກໍຖືກຈັບ.
ເພິ່ນຖືກຈັບໄປຫາກະສັດບາບີໂລນທີ່ຣິບລາໃນດິນແດນຮາມັດ, ຢູ່ບ່ອນນັ້ນເນບູກາດເນັດຊາໄດ້ຕັດສິນລົງໂທດເພິ່ນ.10ກະສັດແຫ່ງບາບີໂລນໄດ້ຂ້າບັນດາລູກຊາຍຂອງເຊເດກີຢາຢູ່ທີ່ຣິບລາຕໍ່ໜ້າເພິ່ນ; ເພິ່ນຍັງໄດ້ຂ້າບັນດາຂ້າລາຊະການທັງໝົດຂອງຢູດາຍດ້ວຍ.11ຈາກນັ້ນເນບູກາດເນັດຊາກໍໄດ້ເຈາະແກ່ນຕາຂອງເຊເດກີຢາອອກພ້ອມທັງລ່າມເພິ່ນດ້ວຍໂສ້ທອງສຳລິດ ແລະ ໄດ້ນໍາເພິ່ນໄປທີ່ບາບີໂລນ, ເນບູກາດເນັດຊາໄດ້ຂັງເຊເດກີຢາຢູ່ໃນຄຸກຈົນເພິ່ນໄດ້ຕາຍໄປ.12ໃນວັນທີສິບຂອງເດືອນທີຫ້າ, ປີທີສິບເກົ້າຂອງການປົກຄອງຂອງເນບູກາດເນັດຊາກະສັດແຫ່ງບາບີໂລນ, ເນບູຊາຣາດານ ຜູ້ບັນຊາການທະຫານເຝົ້າຍາມທີ່ຮັບໃຊ້ກະສັດບາບີໂລນ, ລາວໄດ້ມາທີ່ເຢຣູຊາເລັມ.13ລາວຈູດໄຟເຜົາວິຫານຂອງພຣະເຈົ້າຢາເວ, ລາຊະວັງ ແລະ ເຮືອນທຸກຫລັງໃນເຢຣູຊາເລັມ. ລວມທັງອາຄານສຳຄັນທຸກແຫ່ງ.14ກອງທັບບາບີໂລນທັງໝົດຢູ່ພາຍໃຕ້ຜູ້ບັນຊາການທະຫານເຝົ້າຍາມ, ລາວໄດ້ທໍາລາຍກຳແພງທັງໝົດທີ່ອ້ອມເຢຣູຊາເລັມລົງ.15ເນບູຊາຣາດານ ຜູ້ບັນຊາການທະຫານເຝົ້າຍາມໄດ້ນໍາເອົາປະຊາຊົນທີ່ທຸກຍາກທີ່ສຸດບາງຄົນ ແລະ ບັນດາປະຊາຊົນທີ່ເຫລືອຢູ່ໃນເມືອງ, ພ້ອມທັງຊ່າງຝີມື ທີ່ຍັງເຫລືອຢູ່ ແລະ ບັນດາຜູ້ທີ່ຫັນມາຫາກະສັດບາບີໂລນໄປເປັນຊະເລີຍ.16ແຕ່ເນບູຊາຣາດານໄດ້ປະປະຊາຊົນທີ່ທຸກຍາກທີ່ສຸດຂອງດິນແດນນັ້ນໄວ້ໃຫ້ເຮັດສວນອະງຸ່ນ ແລະ ເຮັດນາ.17ຊາວບາບີໂລນໄດ້ທຸບເສົາທອງສຳລິດ, ແທ່ນເຄື່ອນທີ່ ແລະ ອ່າງທີ່ເປັນທອງສຳຣິດຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະ ພວກເຂົາໄດ້ນໍາເອົາທອງສຳລິດທັງໝົດໄປທີ່ບາບີໂລນ.18ພວກເຂົາຍັງໄດ້ນຳເອົາໝໍ້, ຊ້ວນ, ມີດຕັດໄສ້ຕະກຽງ, ຈານ ແລະ ເຄື່ອງໃຊ້ທອງສຳລິດທັງໝົດທີ່ໃຊ້ໃນວິຫານໄປດ້ວຍ.19ຜູ້ບັນຊາການທະຫານເຝົ້າຍາມໄດ້ເອົາສິ່ງຂອງທັງໝົດທີ່ເຮັດດ້ວຍຄຳ ຫລື ເງິນບໍລິສຸດຄື ອ່າງ, ກະຖັງໄຟ, ໝໍ້, ຫລັກຕັ້ງຕະກຽງ, ຊາມ ແລະ ຖ້ວຍທີ່ໃຊ້ສໍາລັບເຄື່ອງດື່ມຖວາຍບູຊາໄປນໍາ.20ທອງສຳລິດຈາກເສົາສອງຕົ້ນ, ຂັນທີ່ມີຮູບປັ້ນຂອງງົວສິບສອງໂຕ ແລະ ແທ່ນເຄື່ອນທີ່, ທີ່ກະສັດໂຊໂລໂມນໄດ້ສ້າງຂຶ້ນເພື່ອວິຫານຂອງພຣະເຈົ້າຢາເວ, ສິ່ງເຫລົ່ານັ້ນມີປະລິມານຫລວງຫລາຍເກີນກວ່າຈະຊັ່ງນໍ້າໜັກໄດ້.21ເສົາແຕ່ລະຕົ້ນສູງສິບແປດສອກ ແລະ ລວງກົມສິບສອງສອກ, ແຕ່ລະຕົ້ນໜາສີ່ຂໍ້ມື ແລະ ດ້ານໃນເປັນຮູ.22ຫົວເສົາເປັນທອງສໍາລິດຢູ່ເທິງຍອດເສົາຕົ້ນໜຶ່ງມີຄວາມສູງຫ້າສອກ ແລະ ປະດັບປະດາດ້ວຍຮູບຕາໜ່າງ ແລະ ຮູບໝາກພີລາທີ່ເປັນທອງສຳຣິດອ້ອມທັງໝົດ, ອີກຕົ້ນໜຶ່ງປະດັບປະດາດ້ວຍຮູບໝາກພີລາທີ່ຄ້າຍຄືກັນ.23ດ້ານຂ້າງມີຮູບໝາກພີລາເກົ້າສິບຫົກໜ່ວຍ; ຈຳນວນຮູບໝາກພີລາທີ່ຢູ່ເທິງອ້ອມຮູບຕາໜ່າງນັ້ນມີໜຶ່ງຮ້ອຍໜ່ວຍ.24ຜູ້ບັນຊາການທະຫານເຝົ້າຍາມໄດ້ຈັບຫົວໜ້າປະໂລຫິດເສຣາອີຢາ, ປະໂລຫິດຮອງເຊຟານີຢາ ແລະ ຄົນເຝົ້າຍາມປະຕູສາມຄົນໄວ້.25ໃນບັນດາຄົນທີ່ຍັງຢູ່ໃນນະຄອນນັ້ນ, ລາວໄດ້ຈັບນາຍທະຫານເບິ່ງແຍງທະຫານຕໍ່ສູ້ ແລະ ບັນດາທີ່ປຶກສາຂອງກະສັດເຈັດຄົນ. ລາວຍັງໄດ້ຈັບເລຂາທິການຜູ້ເປັນຫົວໜ້ານາຍທະຫານໃນການເກນທະຫານໃນດິນແດນນັ້ນ, ແລະ ຄົນອີກຫົກສິບຄົນທີ່ພົບຢູ່ໃນນະຄອນນັ້ນໄປດ້ວຍ.26ຜູ້ສັ່ງການເນບູຊາຣາດານໄດ້ນຳໂຕຄົນທັງໝົດນີ້ໄປພົບກະສັດບາບີໂລນຢູ່ທີ່ຣິບລາ.27ກະສັດກໍໃຫ້ຂ້າຄົນເຫລົ່ານີ້ຢູ່ທີ່ຣິບລາໃນເຂດຮາມັດ.
ດັ່ງນັ້ນ ຢູດາຍຈຶ່ງຕົກເປັນຊະເລີຍ, ຕ້ອງຖືກພາກຈາກດິນແດນຂອງຕົນ.28ນີ້ແມ່ນຈຳນວນປະຊາຊົນທີ່ເນບູກາດເນັດຊາໄດ້ເອົາໄປເປັນຊະເລີຍມີດັ່ງນີ້:
ໃນປີທີເຈັດ, ມີຊາວຢິວ 3.023 ຄົນ;29ໃນປີທີສິບແປດຂອງການປົກຄອງຂອງເນບູກາດເນັດຊາ, ມີປະຊາຊົນຈາກເຢຣູຊາເລັມ 832 ຄົນ;30ໃນປີທີຊາວສາມຂອງການປົກຄອງຂອງເພິ່ນ, ເນບູຊາຣາດານ ຜູ້ບັນຊາການທະຫານໄດ້ເອົາຊາວຢິວ 745 ຄົນໄປເປັນຊະເລີຍ.
ມີປະຊາຊົນທັງໝົດ 4.600 ຄົນ.
ເຢໂຮຍອາກິນໄດ້ຮັບການປົດປ່ອຍ
31ໃນປີທີສາມສິບເຈັດທີ່ກະສັດເຢໂຮຍອາກິນແຫ່ງຢູດາຍຕົກເປັນຊະເລີຍ, ໃນປີທີ່ເອວິນເມໂຣດັກໄດ້ຂຶ້ນເປັນກະສັດແຫ່ງບາບີໂລນ, ໃນວັນທີຊາວຫ້າເດືອນທີສິບສອງ, ເພິ່ນໄດ້ປ່ອຍກະສັດເຢໂຮຍອາກິນແຫ່ງຢູດາຍ ແລະ ໄດ້ປ່ອຍເພິ່ນອອກຈາກຄຸກ.32ລາວກ່າວກັບເຢໂຮຢາກິນຢ່າງອ່ອນໂຢນ ແລະ ໃຫ້ຢູ່ໃນຕຳແໜ່ງທີ່ມີກຽດກວ່າກະສັດອື່ນໆທີ່ຖືກຈັບມາເປັນຊະເລີຍໃນບາບີໂລນ.33ດັ່ງນັ້ນ ເຢໂຮຍອາກິນຈຶ່ງໄດ້ຖອດຊຸດນັກໂທດອອກ ແລະ ໄດ້ຮ່ວມກິນອາຫານກັບກະສັດເປັນປະຈຳຕະຫລອດຊີວິດທີ່ມີ.34ກະສັດແຫ່ງບາບີໂລນໄດ້ໃຫ້ເບ້ຍລ້ຽງປະຈຳວັນແກ່ເຢໂຮຍອາກິນຕະຫລອດທີ່ເພິ່ນມີຊີວິດຢູ່ຈົນເພິ່ນໄດ້ຕາຍໄປ.Biblica, Inc.