ພວກຜູ້ປົກຄອງ9
ອາບີເມເຫລັກ
1ອາບີເມເຫລັກ ລູກຊາຍຂອງເຢຣຸບບາອານໄດ້ໄປຫາຍາດຕິພີ່ນ້ອງທາງແມ່ທີ່ຊີເຄມ ແລະ ກ່າວກັບພວກເຂົາ ພ້ອມທັງຄົນໃນຕະກຸນຂອງແມ່ລາວວ່າ,2“ຈົ່ງຖາມຊາວເມືອງຊີເຄມທັງໝົດວ່າ ‘ອັນໃດຈະເປັນການດີສໍາລັບພວກເຈົ້າຄື: ຈະໃຫ້ລູກຊາຍຂອງເຢຣຸບບາອານທັງເຈັດສິບຄົນປົກຄອງພວກເຈົ້າ, ຫລື ໃຫ້ຜູ້ດຽວປົກຄອງພວກເຈົ້າ?’ ຈົ່ງຈົດຈໍາໄວ້ວ່າ ຂ້ອຍກໍເປັນເລືອດເນື້ອເຊື້ອໄຂຂອງພວກເຈົ້າ”.3ເມື່ອຍາດພີ່ນ້ອງເລົ່າຄຳນີ້ຕໍ່ຊາວເມືອງຊີເຄມ, ພວກເຂົາກໍຂ້ອນຂ້າງຢາກຕິດຕາມອາບີເມເຫລັກ ເພາະພວກເຂົ້າກ່າວວ່າ, “ລາວເປັນຍາດຕພີ່ນ້ອງຂອງພວກເຮົາ”.4ພວກເຂົາເອົາເງິນເຈັດສິບເຊເຄວ ຈາກວິຫານຂອງພະບາອານເບຣິດມາມອບໃຫ້ອາບີເມເຫລັກ, ແລ້ວອາບີເມເຫລັກນຳໃຊ້ເງິນນັ້ນໄປຈ້າງພວກນັກເລງເປັນຜູ້ຕິດຕາມຂອງລາວ.5ອາບີເມເຫລັກໄປທີ່ບ້ານພໍ່ຂອງລາວທີ່ໂອຟະຣາ ແລະ ລາວໄດ້ຂ້າອ້າຍນ້ອງພໍ່ດຽວກັນເຈັດສິບຄົນທີ່ເປັນລູກຊາຍຂອງເຢຣຸບບາອານດ້ວຍຫີນກ້ອນດຽວ. ແຕ່ໂຢທາມລູກຊາຍຫລ້າຂອງເຢຣຸບບາອານໄດ້ໜີໄປລີ້ທັນ.6ແລ້ວຊາວເມືອງຊີເຄມ ແລະ ຊາວເບັດມິນໂລທັງໝົດກໍມາຊຸມນຸມກັນຂ້າງຕົ້ນໄມ້ໃຫຍ່ທີ່ເສົາຫີນໃນຊີເຄມ ເພື່ອແຕ່ງຕັ້ງອາບີເມເຫລັກຂຶ້ນເປັນກະສັດ.7ເມື່ອໂຢທາມໄດ້ຍິນເລື່ອງນີ້, ລາວກໍປີນຂຶ້ນໄປເທິງຍອດພູເກຣີຊິມ ແລະ ຮ້ອງບອກພວກເຂົາວ່າ “ພີ່ນ້ອງຊາວເມືອງຊີເຄມ ຈົ່ງຟັງຂ້ອຍ, ເພື່ອວ່າພຣະເຈົ້າອາດຈະຟັງພວກເຈົ້າ.8ວັນໜຶ່ງຕົ້ນໄມ້ທັງຫລາຍອອກໄປແຕ່ງຕັ້ງກະສັດໃຫ້. ພວກເຈົ້າເອງ. ຕົ້ນໄມ້ທັງຫລາຍເວົ້າກັບຕົ້ນໝາກກອກວ່າ, ‘ຈົ່ງມາເປັນກະສັດຂອງພວກເຮົາເທາະ’.9“ແຕ່ຕົ້ນໝາກກອກຕອບວ່າ ‘ຄວນບໍທີ່ຂ້ອຍຈະຖິ້ມນ້ຳມັນຂອງຂ້ອຍທີ່ໃຊ້ໃຫ້ກຽດແກ່ທັງບັນດາພະ ແລະ ບັນດາມະນຸດ ເພື່ອແກວ່ງໄປມາເທິງຕົ້ນໄມ້ທັງປວງນັ້ນ?’10“ຕໍ່ມາ, ຕົ້ນໄມ້ທັງຫລາຍເວົ້າກັບຕົ້ນໝາກເດື່ອວ່າ, ‘ເຊີນມາເປັນກະສັດຂອງພວກເຮົາເທີນ’.11“ແຕ່ຕົ້ນໝາກເດື່ອຕອບວ່າ, ‘ຄວນບໍ່ທີ່ຂ້ອຍຈະຖິ້ມໝາກອັນດີ ແລະ ຫອມຫວານຂອງຂ້ອຍ ເພື່ອແກວ່ງໄປມາເທິງຕົ້ນໄມ້ທັງປວງນັ້ນ?’12“ແລ້ວຕົ້ນໄມ້ທັງຫລາຍຈຶ່ງກ່າວກັບເຄືອອະງຸ່ນວ່າ, ‘ເຊີນມາເປັນກະສັດຂອງພວກເຮົາເທີນ’.13“ແຕ່ເຄືອອະງຸ່ນຕອບວ່າ ‘ຄວນບໍ່ທີ່ຂ້ອຍຈະປະຖິ້ມເຫລົ້າອະງຸ່ນຂອງຂ້ອຍ, ເຊິ່ງເຮັດໃຫ້ສຽງໂຮຮ້ອງເຊຍໃຫ້ແກ່ທັງບັນດາພະ ແລະ ບັນດາມະນຸດ, ເພື່ອແກວ່ງໄປມາເທິງຕົ້ນໄມ້ທັງປວງນັ້ນ?’14“ໃນທີ່ສຸດ ຕົ້ນໄມ້ທັງຫລາຍຈຶ່ງກ່າວກັບກົກໜາມວ່າ, ‘ເຊີນມາເປັນກະສັດຂອງພວກເຮົາເທີນ’.15“ກົກໜາມເວົ້າກັບຕົ້ນໄມ້ທັງຫລາຍວ່າ, ‘ຖ້າພວກເຈົ້າຢາກແຕ່ງຕັ້ງຂ້ອຍເປັນກະສັດເໜືອພວກເຈົ້າແທ້ໆ ເຊີນມາ ແລະ ລີ້ໄພຢູ່ໃຕ້ຮົ່ມຂອງຂ້ອຍແມ້; ຖ້າພວກເຈົ້າບໍ່ມາ, ແລ້ວກໍໄຟອອກມາຈາກກົກໜາມ ແລະ ລາມໄປໄໝ້ລາມຕົ້ນສົນສີດາແຫ່ງເລບານອນ!’16“ພວກເຈົ້າໄດ້ແຕ່ງຕັ້ງອາບີເມເຫລັກຂຶ້ນເປັນກະສັດຢ່າງຖືກຕ້ອງ ແລະ ຢ່າງສັດຊື່ບໍ? ພວກເຈົ້າໄດ້ປະຕິບັດຕໍ່ເຢຣຸບບາອານ ແລະ ຄອບຄົວຂອງລາວຢ່າງຍຸຕິທຳ ແລະ ຢ່າງສົມຄວນບໍ? ພວກເຈົ້າໄດ້ປະຕິບັດຕໍ່ລາວຕາມທີ່ລາວສົມຄວນໄດ້ຮັບບໍ?17ຈົ່ງຈົດຈຳໄວ້ວ່າ ພໍ່ຂອງຂ້ອຍໄດ້ຕໍ່ສູ້ເພື່ອພວກເຈົ້າ ແລະ ໄດ້ສ່ຽງຊີວິດຂອງເພິ່ນເພື່ອກອບກູ້ເອົາພວກເຈົ້າຈາກມືຂອງພວກມີດີອານ.18(ແຕ່ມື້ນີ້ ພວກເຈົ້າໄດ້ກະບົດຕໍ່ຄອບຄົວພໍ່ຂອງຂ້ອຍ. ພວກເຈົ້າຂ້າລູກຊາຍເຈັດສິບຄົນຂອງເພິ່ນທີ່ເທິງຫີນກ້ອນດຽວ ແລະ ໄດ້ແຕ່ງຕັ້ງອາບີເມເຫລັກ, ລູກຊາຍຍິງຂ້າທາດຂອງພໍ່ຂອງຂ້ອຍ, ຂຶ້ນເປັນກະສັດປົກຄອງຊາວຊີເຄມ ເພາະລາວເປັນຍາດຕິພີ່ນ້ອງຂອງພວກເຈົ້າ).19ດັ່ງນັ້ນ ພວກເຈົ້າໄດ້ປະຕິບັດຕໍ່ເຢຣຸບບາອານ ແລະ ຄອບຄົວຂອງລາວຢ່າງຖືກຕ້ອງ ແລະ ຢ່າງສັດຊື່ບໍ? ຖ້າພວກເຈົ້າໄດ້ເຮັດ, ກໍຂໍໃຫ້ອາບີເມເຫລັກເປັນຄວາມຊື່ນຊົມຍິນດີຂອງພວກເຈົ້າ ແລະ ຂໍໃຫ້ພວກເຈົ້າເປັນຄວາມຊື່ນຊົມຍິນດີຂອງລາວເໝືອນກັນ!20ແຕ່ຖ້າພວກເຈົ້າບໍ່ໄດ້ເຮັດ, ກໍຂໍໃຫ້ໄຟຈາກອາບີເມເຫລັກເຜົາຜານຊາວເມືອງຊີເຄມ ແລະ ຊາວເມືອງເບັດມິນໂລ ແລະ ຂໍໃຫ້ໄຟຈາກພວກເຈົ້າເຜົາຜານອາບີເມເຫລັກ!”21ແລ້ວໂຢທາມກໍຫລົບໜີໄປທີ່ເບເອ ແລະ ລາວໄດ້ອາໄສຢູ່ທີ່ນັ້ນ ຍ້ອນລາວຢ້ານອາບີເມເຫລັກອ້າຍຂອງຕົນ.22ຫລັງຈາກ ອາບີເມເຫລັກໄດ້ປົກຄອງອິດສະຣາເອນເປັນເວລາສາມປີ,23ພຣະເຈົ້າເຮັດໃຫ້ເກີດຄວາມກຽດຊັງລະຫວ່າງອາບີເມເຫລັກກັບຊາວເມືອງຊີເຄມ ເພື່ອວ່າພວກເຂົາຈຶ່ງໄດ້ທໍລະຍົດຕໍ່ອາບີເມເຫລັກ.24ພຣະເຈົ້າເຮັດແບບນີ້ກໍເພື່ອລົງໂທດອາບີເມເຫລັກ ແລະ ຊາວເມືອງຊີເຄມທີ່ໄດ້ຊ່ວຍເຫລືອອາບີເມເຫລັກໃນການຂ້າລູກຊາຍທັງເຈັດສິບຄົນຂອງເຢຣຸບບາອານ ເຊິ່ງເປັນພວກອ້າຍນ້ອງຕົນ.25ໃນການຕໍ່ຕ້ານລາວ ຊາວເມືອງຊີເຄມໄດ້ຕັ້ງຄົນດັກຊຸ້ມໂຈມຕີອາບີເມເຫລັກຕາມຍອດພູ ແລະ ປຸ້ນທຸກຄົນທີ່ຜ່ານໄປມາທາງນັ້ນ ແລະ ອາບີເມເຫລັກໄດ້ຮັບຂ່າວກ່ຽວກັບເລື່ອງນີ້.26ຕໍ່ມາກາອານ ລູກຊາຍຂອງເອເບັດຍ້າຍເຂົ້າມາຢູ່ເຜົ່າຂອງຕົນທີ່ຊີເຄມ ແລະ ຊາວຊີເຄມຈຶ່ງໄວ້ໃຈລາວ.27ຫລັງຈາກ ພວກເຂົາໄດ້ອອກໄປສວນອະງຸ່ນ ແລະ ເກັບອະງຸ່ນຈາກສວນ ແລະ ຢຽບໝາກອະງຸ່ນເພື່ອເຮັດເຫລົ້າ, ພວກກໍຈັດງານລ້ຽງສະຫລອງໃນວັດຂອງພະຂອງພວກຕົນ. ໃນຂະນະທີ່ ພວກເຂົາກໍາລັງກິນ ແລະ ດື່ມຢູ່ນັ້ນ, ພວກເຂົາກໍໄດ້ສາບແຊ່ງອາບີເມເຫລັກ.28ແລ້ວກາອານ ລູກຊາຍຂອງເອເບັດເວົ້າວ່າ, “ອາບີເມເຫລັກເປັນຜູ້ໃດ ແລະ ເປັນຫຍັງຊາວຊີເຄມເປັນຜູ້ໃດ ພວກເຮົາຈະຕ້ອງໄປຢູ່ໃຕ້ອຳນາດຂອງລາວ? ລາວເປັນລູກຊາຍຂອງເຢຣຸບບາອານບໍ່ແມ່ນບໍ? ແລະ ເຊບູນກໍເປັນຜູ້ຊ່ວຍຂອງລາວບໍ່ແມ່ນບໍ? ຈົ່ງຮັບໃຊ້ຕະກຸນຮາໂມພໍ່ຂອງຊີເຄມ! ເປັນຫຍັງພວກເຮົາຈຶ່ງພາກັນຮັບໃຊ້ອາບີເມເຫລັກ?29ຖ້າພຽງແຕ່ຊາວເມືອງນີ້ຢູ່ໃຕ້ຄໍາສັ່ງຂອງຂ້ອຍ! ແລ້ວຂ້ອຍກໍຈະກຳຈັດລາວໃຫ້ສິ້ນໄປ. ຂ້ອຍຈະບອກອາບີເມເຫລັກວ່າ, ‘ຈົ່ງເອີ້ນກອງທັບຂອງເຈົ້າທັງໝົດອອກມາ!’ ” 30ເມື່ອເຊບູນຜູ້ປົກຄອງເມືອງໄດ້ຍິນສິ່ງທີ່ກາອານ ລູກຊາຍຂອງເອເບັດໄດ້ເວົ້າ, ດັ່ງນັ້ນ ເພິ່ນກໍໃຈຮ້າຍຫລາຍ.31ເພິ່ນຈຶ່ງສົ່ງຜູ້ນຳຂ່າວຢ່າງລັບໆໄປບອກອາບີເມເຫລັກວ່າ, “ກາອານລູກຊາຍຂອງເອເບັດ ແລະ ຍາດຕິພີ່ນ້ອງຂອງລາວໄດ້ມາທີ່ຊີເຄມ ແລະ ບັດນີ້ກໍາລັງຊັກຊວນຊາວເມືອງໃຫ້ກະບົດຕໍ່ທ່ານ.32ດັ່ງນັ້ນ ຂໍໃຫ້ທ່ານ ແລະ ຄົນຂອງທ່ານມາໃນເວລາກາງຄືນນີ້ ແລະ ລີ້ຢູ່ຕາມທົ່ງນາ.33ໃນຕອນເຊົ້າໆພໍຕາເວັນຂຶ້ນ, ຈົ່ງບຸກເຂົ້າໄປເມືອງ ເມື່ອກາອານ ແລະ ພວກຂອງລາວອອກມາຕໍ່ສູ້ທ່ານ, ຈົ່ງສວຍໂອກາດໂຈມຕີພວກເຂົາໂລດ”.34ດັ່ງນັ້ນ ອາບີເມເຫລັກກັບກອງທະຫານທັງໝົດຈຶ່ງອອກມາໃນຕອນຄືນ ແລະ ກະຈາຍກັນຢູ່ເປັນສີ່ກຸ່ມ ລີ້ຢູ່ໃກ້ເມືອງຊີເຄມ.35ພໍແຕ່ກາອານໄດ້ອອກມາ ແລະ ກໍາລັງຢືນຢູ່ທີ່ທາງເຂົ້າປະຕູເມືອງ ໃນທັນໃດນັ້ນ ອາບີເມເຫລັກ ແລະ ກອງທະຫານຂອງເພິ່ນອອກມາຈາກບ່ອນທີ່ພວກເຂົາຫລົບລີ້.36ເມື່ອກາອານຫລຽວເຫັນພວກເຂົາ ລາວກໍບອກເຊບູນວ່າ “ເບິ່ງແມ ມີຄົນກຳລັງລົງມາຈາກຈອມພູ!”ເຊບູນກໍເວົ້າຕໍ່ລາວວ່າ “ເຈົ້າເຫັນເງົາພູເຂົາເປັນຄົນໄດ້ແນວໃດ”.37ແຕ່ກາອານເວົ້າຂຶ້ນອີກວ່າ “ເບິ່ງແມ ມີຄົນກຳລັງລົງມາຈາກກາງເນີນພູ ແລະ ອີກກຸ່ມໜຶ່ງກຳລັງມາຈາກທາງຕົ້ນໄມ້ຂອງໝໍມໍ”.38ແລ້ວເຊບູນກໍເວົ້າກັບລາວວ່າ, “ຄຳເວົ້າຂີ້ຄຸຍຂອງເຈົ້ານັ້ນໄປໃສ ຜູ້ໃດທີ່ເຈົ້າເວົ້າວ່າ ‘ອາບີເມເຫລັກເປັນຜູ້ໃດທີ່ເຮົາຈະຕ້ອງໄປຢູ່ໃຕ້ອຳນາດລາວ?’ ພວກເຫລົ່ານີ້ແມ່ນພວກທີ່ເຈົ້າເວົ້າເຢາະເຢີ້ຍບໍ່ແມ່ນບໍ? ຈົ່ງອອກໄປສູ້ຕໍ່ກັບພວກເຂົາ!”39ດັ່ງນັ້ນ ກາອານກໍນຳເອົາຊາວເມືອງຊີເຄມອອກໄປ ແລະ ຕໍ່ສູ້ກັບ ອາບີເມເຫລັກ.40ອາບີເມເຫລັກກໍໄລ່ຕາມລ້າໄປຈົນເຖິງປະຕູທາງເຂົ້າເມືອງ ແລະ ມີຫລາຍຄົນຖືກຂ້າໃນຂະນະທີ່ ພວກເຂົາຫລົບໜີໄປ.41ຈາກນັ້ນ ອາບີເມເຫລັກອາໄສຢູ່ທີ່ອາຣູມາ ແລະ ເຊບູນນັ້ນໄລ່ໄດ້ຕາມລ້າກາອານ ແລະ ຍາດຕິພີ່ນ້ອງຂອງລາວໃຫ້ໜີໄປອອກຈາກເມືອງຊີເຄມ.42ມື້ຕໍ່ມາ ຊາວເມືອງຊີເຄມອອກມາທີ່ທົ່ງນາ ແລະ ອາບີເມເຫລັກໄດ້ຍິນເລື່ອງນີ້.43ດັ່ງນັ້ນ ລາວເອົາຄົນຂອງເພິ່ນມາ ແລ້ວໄດ້ແບ່ງຄົນເປັນສາມກຸ່ມໄປດັກຊຸ້ມຢູ່ໃນທົ່ງນາ ແລະ ເມື່ອລາວເຫັນຄົນກໍາລັງອອກມາຈາກເມືອງ, ລາວກໍລຸກຂຶ້ນໂຈມຕີພວກເຂົາ.44ອາບີເມເຫລັກ ແລະ ກຸ່ມທີ່ຢູ່ກັບເພິ່ນກໍຟ້າວມຸ່ງໜ້າໄປທີ່ທາງເຂົ້າປະຕູເມືອງ. ສ່ວນອີກສອງກຸ່ມໂຈມຕີພວກທີ່ຢູ່ໃນທົ່ງນາ ແລະ ຂ້າພວກເຂົາຖິ້ມໝົດ.45ຕະຫລອດວັນນັ້ນອາບີເມເຫລັກບຸກໂຈມຕີເມືອງຈົນເພິ່ນຢຶດເມືອງນັ້ນໄດ້ ແລະ ຂ້າຊາວເມືອງຖິ້ມ. ແລ້ວເພິ່ນກໍໄດ້ທຳລາຍເມືອງຈົນໝົດກ້ຽງ ແລະ ເອົາເກືອຫວ່ານໃສ່ທົ່ວເມືອງ.46ຊາວເມືອງຢູ່ໃນຫໍຄອຍຂອງຊີເຄມໄດ້ຍິນເລື່ອງນີ້ກໍໄດ້ໄປຫລົບລີ້ຢູ່ທີ່ປ້ອມຂອງວັດພະເອນເບຣິດ.47ເມື່ອອາບີເມເຫລັກຍິນວ່າ ພວກເຂົາໄດ້ມາປະຊຸມກັນຢູ່ທີ່ນັ້ນ,48ເພິ່ນ ແລະ ຄົນຂອງເພິ່ນທັງໝົດຂຶ້ນໄປເທິງພູເຂົາຊານໂມນ. ເພິ່ນໃຊ້ຂວານຕັດງ່າໄມ້ແບກໃສ່ບ່າຂອງເພິ່ນໄປ, ເພິ່ນສັ່ງບັນດາຄົນຂອງເພິ່ນວ່າ “ໄວໆ! ຈົ່ງເຮັດຕາມສິ່ງທີ່ຂ້ອຍໄດ້ເຮັດ!”49ດັ່ງນັ້ນ ທຸກຄົນກໍຕັດງ່າໄມ້ແບກ ແລະ ຕາມອາບີເມເຫລັກໄປ. ພວກເຂົາກອງງ່າໄມ້ຢູ່ປ້ອມກຳແພງ ແລ້ວກໍຈູດໄຟເຜົາຄົນທີ່ຢູ່ໃນປ້ອນນັ້ນ ດັ່ງນັ້ນ ປະຊາຊົນທັງໝົດທີ່ຢູ່ໃນຫໍຄອຍແຫ່ງຊີເຄມ ທັງຊາຍ ແລະ ຍິງມີປະມານໜຶ່ງພັນຄົນກໍຕາຍໝົດ.50ຈາກນັ້ນ ອາບີເມເຫລັກໄປທີ່ເທເບັດ ເຂົ້າປິດລ້ອມ ແລະ ຢຶດເມືອງໄດ້.51ຢູ່ໃນເມືອງນັ້ນມີຫໍຄອຍທີ່ແຂງແກ່ນຢູ່ແຫ່ງໜຶ່ງ ເຊິ່ງມີປະຊາຊົນທັງໝົດທັງຊາຍ ແລະ ຍິງໄດ້ຫລົບໜີໄປລີ້ຢູ່ໃນທີ່ນັ້ນ. ພວກເຂົາອັດປະຕູໃສ່ກະແຈຂັງຕົນເອງໄວ້ ແລະ ປີນຂຶ້ນໄປຫລັງຄາຫໍຄອຍ.52ອາບີເມເຫລັກໄປທີ່ຫໍຄອຍ ແລະ ເຂົ້າໂຈມຕີ. ແຕ່ໃນຂະນະທີ່ເພິ່ນໄປທີ່ປະຕູທາງເຂົ້າຫໍຄອຍເພື່ອຈູດໄຟເຜົາຫໍຄອຍນັ້ນ,53ຍິງຄົນໜຶ່ງໄດ້ເຮັດຫີນໂມ້ແປ້ງຢູ່ເທິງຕົກລົງມາໃສ່ຫົວຂອງເພິ່ນ ຈົນເຮັດໃຫ້ກະໂຫລກຫົວຂອງເພິ່ນແຕກ.54ອາບີເມເຫລັກບອກຜູ້ທີ່ຖືອາວຸດໃຫ້ຕົນວ່າ, ຮີບ “ຈົ່ງຖອດດາບຂອງເຈົ້າອອກມາຂ້າຂ້ອຍສາ, ເພື່ອວ່າ ພວກເຂົາຈະບໍ່ເວົ້າວ່າ ‘ມີຍິງຄົນໜຶ່ງໄດ້ຂ້າລາວ’ ”. ດັ່ງນັ້ນ ຜູ້ຮັບໃຊ້ຂອງເພິ່ນຈຶ່ງເອົາດາບແທງເພິ່ນ ແລ້ວເພິ່ນກໍໄດ້ຕາຍໄປ.55ເມື່ອຊາວອິດສະຣາເອນເຫັນວ່າອາບີເມເຫລັກຕາຍແລ້ວ, ພວກເຂົາກໍພາກັນກັບເມື່ອບ້ານ.56ດັ່ງນັ້ນ ພຣະເຈົ້າຕອບແທນຄວາມຊົ່ວຮ້າຍທີ່ອາບີເມເຫລັກທີ່ໄດ້ເຮັດຕໍ່ພໍ່ຂອງລາວໂດຍການຂ້າອ້າຍນ້ອງເຈັດສິບຄົນຂອງຕົນ.57ພຣະເຈົ້າກໍເຮັດໃຫ້ປະຊາຊົນຊາວເມືອງຊີເຄມໄດ້ຮັບຜົນກໍາຈາກຄວາມຊົ່ວຮ້າຍທັງໝົດຂອງພວກເຂົາ. ຄຳສາບແຊ່ງຂອງໂຢທາມລູກຊາຍຂອງເຢຣຸບບາອານກໍຕົກໃສ່ພວກເຂົາ.
Biblica, Inc.