ພວກຜູ້ປົກຄອງ8
ເສບາ ແລະ ສັນມຸນ ນາ
1ຊາວເອຟຣາອິມໄດ້ມາຖາມກີເດໂອນວ່າ “ເປັນຫຍັງຈຶ່ງເຮັດກັບພວກເຮົາແບບນີ້? ເປັນຫຍັງເຈົ້າບໍ່ເອີ້ນພວກເຮົາເມື່ອເຈົ້າອອກໄປຕໍ່ສູ້ກັບຊາວມີດີອານ?” ແລ້ວພວກເຂົາກໍຕໍ່ວ່າກີເດໂອນຢ່າງຮຸນແຮງ.2ແຕ່ລາວໄດ້ຕອບພວກເຂົາວ່າ “ສິ່ງທີ່ຂ້ອຍໄດ້ເຮັດສຳເລັດນັ້ນປຽບທຽບກັບສິ່ງທີ່ພວກເຈົ້າເຮັດໄດ້ບໍ? ໝາກອະງຸ່ນທີ່ເອຟຣາອິມເກັບໄດ້ກໍຍັງດີກວ່າໝາກອະງຸ່ນທີ່ອາບີເອເຊເກັບກ່ຽວໄດ້ຢ່າງເຕັມທີ່ບໍ່ແມ່ນບໍ?3ພຣະເຈົ້າມອບພວກຜູ້ນຳຊາວມີດີອານຄື: ໂອເຣັບ ແລະ ເຊເອັບໄວ້ໃນມືຂອງພວກເຈົ້າ. ສິ່ງທີ່ຂ້ອຍໄດ້ເຮັດນັ້ນສາມາດປຽບທຽບກັບສິ່ງທີ່ເຈົ້າໄດ້ເຮັດບໍ?” ເມື່ອໄດ້ຍິນແນວນີ້, ຄວາມບໍ່ພໍໃຈຂອງພວກເຂົາຕໍ່ລາວຈຶ່ງລົດລົງ.4ກີເດໂອນກັບຄົນຂອງລາວສາມຮ້ອຍຄົນມາຮອດຈໍແດນ ແລະ ຂ້າມແມ່ນ້ຳຈໍແດນໄປ. ພວກເຂົາອິດເມື່ອຍຫລາຍຈາກການໄລ່ຕາມລ້າຊາວມີດີອານ.5ກີເດໂອນກ່າວກັບຊາວເມືອງຊຸກໂກດວ່າ, “ໂຜດເອົາອາຫານໃຫ້ແກ່ກອງທະຫານຂອງຂ້ອຍແດ່ເທີນ ພວກເຂົາອິດເມື່ອຍຫລາຍ ແລະ ຂ້ອຍກໍຍັງໄລ່ຕາມລ້າເຊບາ ແລະ ຊັນມູນນາ, ກະສັດຂອງຊາວມີດີອານຢູ່”.6ແຕ່ເຈົ້າໜ້າທີ່ຂອງເມືອງຊຸກໂກດເວົ້າວ່າ “ທ່ານຈັບໂຕກະສັດເຊບາ ແລະ ກະສັດຊັນມູນນາໄດ້ບໍ? ເປັນຫຍັງພວກເຮົາຈະຕ້ອງເອົາອາຫານໃຫ້ກອງທະຫານຂອງທ່ານ?”.7ແລ້ວກີເດໂອນຈຶ່ງຕອບວ່າ “ຖ້າເຈົ້າກ່າວແບບນີ້ ເມື່ອພຣະເຈົ້າຢາເວມອບເຊບາ ແລະ ຊັນມູນນາໄວ້ໃນມືຂອງຂ້ອຍ, ຂ້ອຍຈະຈີກຊີ້ນພວກເຈົ້າດ້ວຍໜາມທະເລຊາຍ”.8ຈາກທີ່ນັ້ນກີເດໂອນຂຶ້ນໄປທີ່ເປນູເອນ ແລະ ຂໍອາຫານພວກເຂົາແບບດຽວກັນ, ແຕ່ພວກເຂົາໄດ້ຮັບຄຳຕອບຢ່າງດຽວກັນກັບທີ່ໄດ້ຮັບຈາກຊາວເມືອງຊຸກໂກດ.9ດັ່ງນັ້ນ ລາວຈຶ່ງກ່າວກັບຊາວເປນູເອນວ່າ “ເມື່ອຂ້ອຍກັບມາດ້ວຍໄຊຊະນະ, ຂ້ອຍຈະທຳລາຍຫໍຄອຍນີ້ລົງ”.10ໃນຂະນະນັ້ນເຊບາ ແລະ ຊັນມູນນາ ພ້ອມທັງກອງທະຫານຢູ່ທີ່ກາໂກເຣ ມີທະຫານເຫລືອຢູ່ປະມານສິບຫ້າພັນຄົນ, ເຊິ່ງເປັນຈຳນວນຄົນທີ່ເຫລືອທັງໝົດຈາກກອງທັບຂອງເຜົ່າອື່ນໆທາງດ້ານຕາເວັນອອກ; ເພາະທະຫານດາບຖືກຂ້າຕາຍໜຶ່ງຮ້ອຍຊາວພັນຄົນ.11ກີເດໂອນຂຶ້ນໄປຕາມເສັ້ນທາງຂອງຄົນພະເນຈອນທາງຕາເວັນອອກຂອງໂນບາ ແລະ ໂຢກເບຮາ ແລະ ບຸກເຂົ້າໂຈມຕີໂດຍທີ່ສັດຕູບໍ່ທັນຕັ້ງໂຕ.12ເຊບາກັບຊັນມູນນາ ກະສັດທັງສອງຂອງຊາວມີດີອານໄດ້ປົບໜີໄປ ແຕ່ກີເດໂອນໄລ່ລ້າ ແລະ ຈັບພວກເຂົາໄດ້ ທະຫານຂອງພວກເຂົາທັງໝົດແຕກໜີໄປ.13ຈາກນັ້ນ ກີເດໂອນລູກຊາຍຂອງໂຢອາດກັບມາຈາກການສູ້ຮົບຜ່ານທາງຊ່ອງແຄບເຮເຣັດ.14ລາວໄດ້ຈັບຊາຍໜຸ່ມຊາວຊຸກໂກດຄົນໜຶ່ງໄດ້ ແລະ ສອບຖາມລາວ ແລະ ຊາຍໜຸ່ມຄົນນີ້ຈົດລາຍຊື່ເຈົ້າໜ້າທີ່ເຈັດສິບເຈັດຄົນ ເຊິ່ງເປັນຜູ້ອາວຸໂສຂອງເມືອງນັ້ນ.15ແລ້ວກີເດໂອນກໍມາທີ່ຊຸກໂກດ ແລະ ກ່າວກັບພວກຊາວເມືອງວ່າ, “ນີ້ຄືເຊບາກັບຊັນມູນນາທີ່ພວກເຈົ້າໄດ້ເຢາະເຢີ້ຍຂ້ອຍໂດຍເວົ້າວ່າ, ‘ເຈົ້າຈັບເຊບາກັບຊັນມູນນາໄດ້ລະບໍ? ເປັນຫຍັງພວກເຮົາຈະຕ້ອງເອົາອາຫານໃຫ້ທະຫານທີ່ອິດເມື່ອຍຫລາຍຂອງເຈົ້າ?’ ”16ກີເດໂອນກໍຈັບພວກຜູ້ອາວຸໂສຂອງເມືອງນັ້ນມາ ແລະ ສັ່ງສອນບົດຮຽນຊາວເມືອງຊຸກໂກດໂດຍການລົງໂທດພວກເຂົາດ້ວຍຫວາຍໜາມ ແລະ ໄມ້ໜາມ.17ລາວຍັງໄດ້ທຳລາຍຫໍຄອຍທີ່ເປນູເອນ ແລະ ຂ້າຊາວເມືອງນັ້ນດ້ວຍ.18ຈາກນັ້ນ ກີເດໂອນໄດ້ຖາມເຊບາກັບຊັນມູນນາວ່າ “ຄົນທີ່ພວກເຈົ້າຂ້າທີ່ຕາໂບນັ້ນມີລັກສະນະແນວໃດ?”ພວກເຂົາຕອບວ່າ “ກໍຄ້າຍໆຄືກັນກັບເຈົ້າ ແຕ່ລະຄົນມີລັກສະນະຄືກັນກັບເຈົ້າຊາຍ”.19ກິເດໂອນຕອບວ່າ “ພວກເຂົາເປັນອ້າຍນ້ອງຂອງຂ້ອຍ ເປັນລູກຊາຍແມ່ດຽວກັນກັບຂ້ອຍ, ພຣະເຈົ້າຢາເວມີຊີວິດຢູ່ສັນໃດ, ຖ້າພວກເຈົ້າໄວ້ຊີວິດພວກເຂົາ, ຂ້ອຍຈະບໍ່ຂ້າພວກເຈົ້າສັນນັ້ນ”.20ແລ້ວລາວຈຶ່ງຫັນມາຫາເຢເທລູກຊາຍກົກຂອງຕົນ, ລາວເວົ້າວ່າ “ຈົ່ງຂ້າພວກເຂົາສາ!” ແຕ່ເຢເທບໍ່ກ້າຖອດດາບຂອງຕົນອອກມາ, ເພາະລາວຢ້ານ ແລະ ຍັງເປັນເດັກຢູ່.21ເຊບາ ແລະ ຊັນມູນນາກ່າວວ່າ “ເຈົ້າກໍລົງມືດ້ວຍຕົນເອງເທີນ ‘ຍິ່ງໜຸ່ມແໜ້ນຫລາຍສໍ່າໃດກໍຍິ່ງມີກຳລັງແຮງຫລາຍເທົ່ານັ້ນ’ ”. ກີເດໂອນຈຶ່ງຍັບເຂົ້າໄປໃກ້ ແລະ ຂ້າພວກເຂົາ, ແລ້ວກໍເອົາເຄື່ອງປະດັບທີ່ຄໍອູດຂອງພວກເຂົາໄປ.
ເສື້ອຄຸມເອໂຟດຂອງກິເດໂອນ
22ຊາວອິດສະຣາເອນກ່າວກັບກີເດໂອນວ່າ, “ເຊີນທ່ານ, ລູກ ແລະ ຫລານຂອງທ່ານມາປົກຄອງພວກເຮົາ, ເພາະທ່ານໄດ້ຊ່ວຍພວກເຮົາໃຫ້ພົ້ນຈາກມືຂອງຊາວມີດີອານ”.23ແຕ່ກີເດໂອນບອກພວກເຂົາວ່າ, “ຂ້ອຍ ຫລື ລູກຊາຍໆຂອງຂ້ອຍຈະບໍ່ປົກຄອງພວກເຈົ້າ, ພຣະເຈົ້າຢາເວຈະປົກຄອງພວກເຈົ້າ”.24ແລ້ວລາວກ່າວວ່າ, “ຂ້ອຍຂໍສິ່ງໜຶ່ງຈາກພວກເຈົ້າຄື ຂໍພວກເຈົ້າແຕ່ລະຄົນເອົາຕຸ້ມຫູທີ່ໄດ້ມາຈາກການປຸ້ນໃຫ້ຂ້ອຍ”. (ເປັນປະເພນີຂອງເຊື້ອສາຍອິດຊະມາເອນທີ່ຈະໃສ່ຕຸ້ມຫູຄຳ.)25ພວກເຂົາຕອບວ່າ “ພວກເຮົາຍິນດີທີ່ຈະມອບໃຫ້ພວກເຂົາ” ດັ່ງນັ້ນ ພວກເຂົາຈຶ່ງພືເສື້ອໂຕໜຶ່ງອອກ ແລະ ທຸກຄົນຖິ້ມຕຸ້ມຫູທີ່ພວກຕົນໄດ້ມາຈາກການປຸ້ນນັ້ນລົງໃສ່ເສື້ອນັ້ນໃຫ້.26ຕຸ້ມຫູຄຳທີ່ລາວຂໍມາໄດ້ມີໜ້ຳໜັກ 1.700 ເຊເຂວ, ບໍ່ໄດ້ນັບທັງເຄື່ອງປະດັບ, ຈີ້ຕ່າງໆ ແລະ ເສື້ອລ່າມສີມ່ວງ ເຊິ່ງເປັນເຄື່ອງນຸ່ງຂອງກະສັດແຫ່ງມີດີອານ ຫລື ສາຍຄໍທີ່ຄ້ອງຄໍໂຕອູດຂອງພວກເຂົາດ້ວຍ.27ກິເດໂອນເອົາມາເຮັດເປັນເສື້ອຄຸມເອໂຟດ, ເຊິ່ງຕັ້ງໄວ້ທີ່ໂອຟະຣາທີ່ເປັນເມືອງຂອງລາວເອງ. ອິດສະຣາເອນທັງໝົດພາກັນຫລິ້ນຊູ້ໂດຍກາບໄຫວ້ເສື້ອຄຸມເອໂຟດນັ້ນ ແລະ ສິ່ງນີ້ຈຶ່ງກາຍເປັນເປັນບ້ວງແຮ້ວສຳລັບກີເດໂອນເອງ ແລະ ຄອບຄົວຂອງລາວ.ກິເດໂອນສິ້ນຊີວິດ
28ດັ່ງນັ້ນພວກມີດີອານຈຶ່ງພ່າຍແພ້ອິດສະຣາເອນ ແລະ ບໍ່ຟື້ນໂຕຂຶ້ນມາໄດ້ອີກ. ໃນເວລາທີ່ກີເດໂອນຍັງຊີວິດຢູ່ ແຜ່ນດິນກໍມີຄວາມສະຫງົບສຸກເປັນເວລາສີ່ສິບປີ.29ເຢຣຸບບາອານລູກຊາຍຂອງໂຢອາດກັບໄປໃຊ້ຊີວິດຢູ່ທີ່ບ້ານເກີດເມືອງນອນ.30ລາວມີລູກຊາຍເຈັດສິບຄົນ ຍ້ອນລາວມີເມຍຫລາຍຄົນ.31ເມຍນ້ອຍຂອງລາວຄົນໜຶ່ງ ເຊິ່ງອາໄສຢູ່ທີ່ຊີເຄມໄດ້ໃຫ້ມີລູກຊາຍຄົນໜຶ່ງໃຫ້ລາວ, ລາວຕັ້ງຊື່ວ່າ ອາບີເມເຫລັກ.32ກີເດໂອນລູກຊາຍຂອງໂຢອາດໄດ້ຕາຍໄປໃນເວລາທີ່ອາຍຸແກ່ເຖົ້າຫລາຍແລ້ວ ແລະ ໄດ້ຖືກຝັງໄວ້ໃນອຸບມຸງຂອງໂຢອາດພໍ່ຂອງລາວໃນໂອຟະຣາ ເຊິ່ງເປັນເມືອງຂອງຊາວອາບີເອເຊ.33ເມື່ອກີເດໂອນໄດ້ຕາຍໄປບໍ່ດົນ ຊາວອິດສະຣາເອນກໍກັບຄືນໄປຫລິ້ນຊູ້ກັບພະບາອານອີກ. ພວກເຂົາຕັ້ງພະບາອານເບຣິດເປັນພະຂອງພວກເຂົາ34ແລະ ບໍ່ໄດ້ລະນຶກເຖິງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. ຜູ້ໄດ້ກອບກູ້ພວກເຂົາອອກຈາກມືຂອງສັດຕູທັງໝົດທີ່ຢູ່ອ້ອມຮອບຕົນ.35ພວກເຂົາບໍ່ສະແດງຄວາມຈົງຮັກພັກດີຕໍ່ຄອບຄົວຂອງເຢຣຸບບາອານ (ຄືກີເດໂອນ) ໃນຄຸນງາມຄວາມດີທັງໝົດທີ່ລາວໄດ້ເຮັດເພື່ອພວກເຂົາ.Biblica, Inc.