ພວກຜູ້ປົກຄອງ10
ໂຕລາ
1ຫລັງຈາກສະໄໝຂອງອາບີເມເຫລັກແລ້ວ, ມີຊາຍຄົນໜຶ່ງຈາກເຜົ່າອິດຊາຄາຊື່ໂຕລາລູກຊາຍຂອງປູອາ ແລະ ຫລານຊາຍຂອງໂດໂດ, ຂຶ້ນມາຊ່ວຍອິດສະຣາເອນ. ລາວອາໄສຢູ່ທີ່ຊາເມຍໃນແຖບເນີນພູຂອງເອຟຣາອິມ.2ໂຕລາປົກຄອງອິດສະຣາເອນເປັນເວລາຊາວສາມປີ; ແລ້ວລາວກໍໄດ້ຕາຍໄປ ແລະ ຖືກຝັງໄວ້ທີ່ຊາເມຍ.ຢາອີ
3ຕໍ່ມາ ກໍແມ່ນຢາອີແຫ່ງກີເລອາດທີ່ປົກຄອງອິດສະຣາເອນເປັນເວລາຊາວສອງປີ.4ລາວມີລູກຊາຍສາມສິບຄົນ, ພວກເຂົາຂີ່ລໍຄົນລະໂຕ. ພວກເຂົາໄດ້ປົກຄອງສາມສິບເມືອງໃນກີເລອາດ, ເຊິ່ງເອີ້ນກັນວ່າຮາວໂວດຢາອີຈົນເຖິງທຸກວັນນີ້. 5ເມື່ອຢາອີໄດ້ຕາຍໄປ, ເພິ່ນໄດ້ຖືກຝັງໄວ້ທີ່ກາມົນ.ເຢັບທາ
6ຊາວອິດສະຣາເອນເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວອີກ. ພວກເຂົາໄດ້ຮັບໃຊ້ພະບາອານ ພະອັດສະຕາກ ແລະ ພະຂອງຊາວອາຣາມ, ຊາວຊີໂດນ, ຊາວໂມອາບ, ຊາວອຳໂມນ ແລະ ຊາວຟີລິດສະຕິນ. ແລະ ຍ້ອນຊາວອິດສະຣາເອນໄດ້ປະຖິ້ມພຣະເຈົ້າຢາເວ ແລະ ບໍ່ໄດ້ຮັບໃຊ້ພຣະອົງອີກຕໍ່ໄປ.7ພຣະອົງຈຶ່ງໂກດຮ້າຍຕໍ່ພວກເຂົາ. ພຣະອົງຂາຍພວກເຂົາໄວ້ໃນມືຂອງຊາວຟີລິດສະຕິນ ແລະ ຊາວອຳໂມນ,8ຜູ້ທີ່ໄດ້ບຸກໂຈມຕີພວກເຂົາໃຫ້ແຕກກະຈັດກະຈາຍໄປໃນປີນັ້ນ. ເປັນເວລາສິບແປດປີ ພວກເຂົາກົດຂີ່ອິດສະຣາເອນທັງໝົດທາງຟາກທິດຕາເວັນອອກຂອງແມ່ນ້ຳຈໍແດນໃນກີເລອາດ, ເຊິ່ງເປັນດິນແດນຂອງຊາວອາໂມ.9ຊາວອຳໂມນຍັງຂ້າມແມ່ນ້ຳຈໍແດນມາຕໍ່ສູ້ກັບເຜົ່າຢູດາ, ເຜົ່າເບັນຢາມິນ ແລະ ເຜົ່າເອຟຣາອິມ. ອິດສະຣາເອນຕົກຢູ່ໃນຄວາມທຸກຍາກລໍາບາກຫລາຍ.10ແລ້ວຊາວອິດສະຣາເອນກໍຮ້ອງຫາພຣະເຈົ້າຢາເວວ່າ, “ພວກຂ້ານ້ອຍໄດ້ເຮັດບາບຕໍ່ພຣະອົງໂດຍປະຖິ້ມພຣະເຈົ້າຂອງພວກຂ້ານ້ອຍ ແລະ ໄປຮັບໃຊ້ບັນດາພະບາອານ”.11ພຣະເຈົ້າຢາເວຕອບວ່າ, “ເມື່ອຊາວເອຢິບ, ຊາວອາໂມ, ຊາວອຳໂມນ, ຊາວຟີລິດສະຕິນ,12ຊາວຊີໂດນ, ຊາວອາມາເຫລັກ ແລະ ຊາວມາໂອນ ກົດຂີ່ພວກເຈົ້າ ແລ້ວພວກເຈົ້າກໍຮ້ອງຫາເຮົາໃຫ້ຊ່ວຍ, ເຮົາບໍ່ໄດ້ຊ່ວຍເຫລືອພວກເຈົ້າຈາກມືຂອງພວກເຂົາບໍ?13ແຕ່ພວກເຈົ້າໄດ້ປະຖິ້ມເຮົາ ແລະ ໄປຮັບໃຊ້ບັນດາພະອື່ນໆ, ສະນັ້ນ ເຮົາຈະບໍ່ຊ່ວຍພວກເຈົ້າອີກຕໍ່ໄປ.14ຈົ່ງໄປຮ້ອງຫາພະທັງຫລາຍທີ່ເຈົ້າໄດ້ເລືອກສາ. ເມື່ອພວກເຈົ້າພົບຄວາມລຳບາກໃຫ້ບັນດາພະເຫລົ່ານັ້ນຊ່ວຍພວກເຈົ້າເທີນ!”15ແຕ່ຊາວອິດສະຣາເອນຂໍຕໍ່ພຣະເຈົ້າຢາເວວ່າ, “ພວກຂ້ານ້ອຍໄດ້ເຮັດບາບ. ໂຜດເຮັດກັບພວກຂ້ານ້ອຍຕາມພຣະອົງຄິດວ່າ ເປັນການດີທີ່ສຸດ, ແຕ່ບັດນີ້ຂໍໂຜດຊ່ວຍກູ້ພວກຂ້ານ້ອຍດ້ວຍ”.16ແລ້ວພວກເຂົາກໍທຳລາຍບັນດາພະຕ່າງຊາດທີ່ຢູ່ທ່າມກາງພວກເຂົາ ແລະ ຮັບໃຊ້ພຣະເຈົ້າຢາເວ. ແລ້ວພຣະອົງບໍ່ສາມາດອົດທົນເບິ່ງຄວາມທຸກຍາກລໍາບາກຂອງອິດສະຣາເອນໄດ້ອີກຕໍ່ໄປ.17ເມື່ອຊາວອຳໂມນອອກມາສູ້ຮົບ ແລະ ມາຕັ້ງຄ້າຍທີ່ກີເລອາດ, ສ່ວນຊາວອິດສະຣາເອນໄດ້ມາປະຊຸມກັນ ແລະ ຕັ້ງຄ້າຍທີ່ມີຊະປາ.18ບັນດາຜູ້ນຳຂອງປະຊາຊົນກີເລອາດກໍຖາມກັນວ່າ “ຜູ້ໃດທີ່ນຳກອງທັບອອກໄປໂຈມຕີພວກອຳໂມນ ຜູ້ນັ້ນຈະໄດ້ເປັນຫົວໜ້າຂອງທຸກຄົນທີ່ອາໄສຢູ່ໃນກີເລອາດ”.Biblica, Inc.