ພວກຜູ້ປົກຄອງ7
ກີເດໂອນຊະນະຊາວມີດີອານ
1ໃນຕອນເຊົ້າໆ ເຢຣຸບບາອານ (ຄືກີເດໂອນ) ແລະ ຄົນຂອງລາວທັງໝົດອອກມາຕັ້ງຄ້າຍທີ່ບໍ່ນໍ້າຮາໂຣດ. ຄ້າຍຂອງຊາວມີດີອານຕັ້ງຢູ່ໃນຮ່ອມພູທາງເໜືອຂອງພວກເຂົາ ເຊິ່ງໃກ້ເນີນພູໂມເຣ.2ພຣະເຈົ້າຢາເວກ່າວຕໍ່ກີເດໂອນວ່າ, “ເຈົ້າມີກຳລັງຄົນຫລາຍເກີນໄປ. ເຮົາຈະບໍ່ໃຫ້ເຈົ້າຊະນະຊາວມີດີອານດ້ວຍມືຂອງພວກເຂົາ, ເພື່ອຊາວອິດສະຣາເອນຈະບໍ່ໂອ້ອວດຕໍ່ເຮົາວ່າ, ພວກຕົນໄດ້ຊ່ວຍດ້ວຍກຳລັງຂອງພວກຕົນເອງ3ດັ່ງນັ້ນ ຈົ່ງປະກາດແກ່ກອງທັບວ່າ ‘ຜູ້ໃດຢ້ານໃຫ້ກັບຄືນເມືອ ແລະ ອອກໄປຈາກພູກີເລອາດ’ ”. ດັ່ງນັ້ນ ຈຶ່ງມີຊາວສອງພັນຄົນກັບບ້ານ, ຍັງເຫລືອຢູ່ສິບພັນຄົນ.4ແຕ່ພຣະເຈົ້າຢາເວກໍກ່າວກັບກີເດໂອນວ່າ, “ຍັງມີຄົນຫລາຍເກີນໄປ. ຈົ່ງພາພວກເຂົາລົງໄປທີ່ນ້ຳ ແລະ ເຮົາຈະເລືອກພວກເຂົາໃຫ້ເຈົ້າຢູ່ທີ່ນັ້ນ. ຖ້າເຮົາວ່າ ‘ຄົນນີ້ຈະໄປກັບເຈົ້າ’ ລາວກໍຈະໄປ ແຕ່ຖ້າເຮົາບອກວ່າ ‘ຄົນນີ້ຈະບໍ່ໄປກັບເຈົ້າ’ ລາວກໍຈະບໍ່ໄປ”.5ດັ່ງນັ້ນ ກີເດໂອນຈຶ່ງພາຄົນຂອງລາວລົງມາທີ່ນ້ຳ. ພຣະເຈົ້າຢາເວກ່າວກັບລາວຢູ່ທີ່ນັ້ນວ່າ, “ຈົ່ງແຍກພວກທີ່ເອົາມືຂອງພວກເຂົາກອບນໍ້າຂຶ້ນມາເລຍນ້ຳເໝືອນໝາອອກຈາກພວກທີ່ຄຸເຂົ່າລົງດື່ມນໍ້າ”.6ມີພຽງສາມຮ້ອຍກອບນໍ້າຂຶ້ນມາເລຍນ້ຳເໝືອນໝາ. ສ່ວນທີ່ເຫລືອແມ່ນພວກທີ່ຄຸເຂົ່າລົງດື່ມນໍ້າ.7ພຣະເຈົ້າຢາເວກ່າວກັບກີເດໂອນວ່າ, “ເຮົາຈະຊ່ວຍກູ້ເອົາເຈົ້າ ແລະ ມອບຊາວມີດີອານໄວ້ໃນມືຂອງເຈົ້າດ້ວຍຄົນສາມຮ້ອຍຄົນນີ້. ຈົ່ງໃຫ້ຄົນອື່ນທີ່ເຫລືອທັງໝົດກັບຄືນເມືອບ້ານ”.8ສະນັ້ນ ກີເດໂອນຈຶ່ງສົ່ງຊາວອິດສະຣາເອນທີ່ເຫລືອກັບເມືອ ແຕ່ສາມຮ້ອຍຄົນຍັງຢູ່, ເພື່ອຮັກສາອາຫານກັບແກຂອງພວກເຂົາໄວ້.ຊາວມີດີອານຕັ້ງຄ້າຍພັກຢູ່ດ້ານລຸ່ມກີເດໂອນໃນຮ່ອມພູ.9ໃນຄືນນັ້ນ ພຣະເຈົ້າຢາເວກ່າວຕໍ່ກີເດໂອນວ່າ, “ຈົ່ງລຸກຂຶ້ນ, ລົງໄປຕໍ່ສູ້ກັບຄ້າຍນັ້ນ, ເພາະວ່າເຮົາກຳລັງຈະມອບພວກເຂົາໄວ້ໃນມືຂອງເຈົ້າ.10ແຕ່ຖ້າເຈົ້າບໍ່ກ້າໂຈມຕີ, ຈົ່ງລົງໄປທີ່ຄ້າຍຂອງຊາວມີດີອານກັບປູຣາຄົນຮັບໃຊ້ຂອງເຈົ້າ.11ແລ້ວຈົ່ງຟັງສິ່ງທີ່ພວກເຂົາກຳລັງເວົ້າກັນ. ຫລັງຈາກນັ້ນເຈົ້າຈະໄດ້ຮັບກຳລັງໃຈເພື່ອຈະໂຈມຕີຄ້າຍນັ້ນ”. ສະນັ້ນ ລາວ ແລະ ປູຣາຄົນຮັບໃຊ້ຂອງລາວ ຈຶ່ງລົງໄປທີ່ດ້ານໜ້າຂອງຄ້າຍ.12ຊາວມີດີອານ, ຊາວອາມາເຫລັກ ແລະ ຄົນເຜົ່າອື່ນໆທັງໝົດທາງດ້ານຕາເວັນອອກໄດ້ຕັ້ງຄ້າຍຢູ່ໃນຮ່ອມພູຢ່າງໜາແໜ້ນເໝືອນດັ່ງຝູງຕັກແຕນ. ຝູງອູດຂອງພວກເຂົາມີຢ່າງຫລວງຫລາຍຈົນນັບບໍ່ໄດ້ເໝືອນດັ່ງດິນຊາຍຢູ່ທີ່ທະເລຊາຍ.13ພໍແຕ່ກີເດໂອນມາຮອດໃນຂະນະທີ່ຊາຍຄົນໜຶ່ງກຳລັງເລົ່າເລື່ອງຄວາມຝັນຂອງລາວໃຫ້ໝູ່ຟັງ. ລາວກໍາລັງເວົ້າວ່າ “ຂ້າໄດ້ຝັນວ່າ, ມີເຂົ້າຈີ່ບາເລກ້ອນກົມໆກ້ອນໜຶ່ງກິ້ງເຂົ້າມາໃນຄ້າຍຂອງຊາວມີດີອານ. ເຂົ້າຈີ່ນັ້ນກິ້ງມາຕຳຜ້າເຕັນຢ່າງແຮງຈົນເຮັດໃຫ້ຢ່າງແຮງຈົນເຕັນລົ້ມ ແລະ ຫັກພັງລົງໝົດ”.14ໝູ່ຂອງລາວຕອບວ່າ “ນີ້ຈະເປັນຢ່າງອື່ນບໍ່ໄດ້ ນອກຈາກເປັນດາບຂອງກີເດໂອນລູກຊາຍຂອງໂຢອາດ ຊາວອິດສະຣາເອນ. ພຣະເຈົ້າໄດ້ມອບຊາວມີດີອານ ແລະ ຄ້າຍທັງໝົດໄວ້ໃນມືຂອງລາວແລ້ວ”.15ເມື່ອກີເດໂອນໄດ້ຍິນຄວາມຝັນ ແລະ ຄວາມໝາຍຂອງຄວາມຝັນນັ້ນ, ລາວຈຶ່ງຄຸເຂົ່າລົງ ແລະ ນະມັດສະການພຣະເຈົ້າ. ຫລັງຈາກນັ້ນລາວກໍໄດ້ກັບໄປທີ່ຄ້າຍຂອງອິດສະຣາເອນ ແລ້ວກໍຮ້ອງຂຶ້ນວ່າ, “ຈຶ່ງລຸກຂຶ້ນ! ພຣະເຈົ້າຢາເວໄດ້ມອບຄ້າຍຂອງຊາວມີດີອານໄວ້ໃນມືຂອງພວກເຈົ້າແລ້ວ”.16ກີເດໂອນແບ່ງຄົນສາມຮ້ອຍຄົນອອກເປັນສາມກຸ່ມ, ລາວແຈກຢາຍແກກັບໄຫເປົ່າໃຫ້ພວກເຂົາ, ພ້ອມທັງກະບອງທີ່ມີໄຟລຸກຢູ່ໃຫ້ກັບທຸກຄົນ.17ລາວບອກພວກເຂົາວ່າ “ຈົ່ງເບິ່ງຂ້ອຍ ແລະ ຈົ່ງເຮັດຕາມຂ້ອຍທຸກປະການ, ເມື່ອຂ້ອຍໄປເຖິງແຄມຄ້າຍ.18ເມື່ອຂ້ອຍ ແລະ ພວກທີ່ຢູ່ຂ້ອຍເປົ່າແກ, ແລ້ວພວກເຈົ້າທຸກຄົນທີ່ອ້ອມຄ້າຍຈົ່ງເປົ່າແກຂອງພວກເຈົ້າ ແລະ ຮ້ອງຂຶ້ນວ່າ, ‘ເພື່ອພຣະເຈົ້າຢາເວ ແລະ ເພື່ອກີເດໂອນ’ ”.19ກີເດໂອນ ແລະ ຄົນໜຶ່ງຮ້ອຍຄົນທີ່ຢູ່ກັບລາວກໍມາຮອດແຄມຄ້າຍພໍຮອດທ່ຽງຄືນ, ຫລັງຈາກທະຫານເຝົ້າຍາມໄດ້ປ່ຽນເວນຍາມ. ພວກເຂົາກໍເປົ່າແກຂຶ້ນ ແລະ ທຸບໄຫທີ່ຢູ່ໃນມືຂອງພວກເຂົາ.20ທັງສາມກຸ່ມກໍເປົ່າແກ ແລະ ທຸບໄຫ. ມືຊ້າຍຂອງພວກເຂົາຖືກະບອງ ແລະ ມືຂວາຖືແກ ແລະ ຮ້ອງຂຶ້ນວ່າ, “ດາບເພື່ອພຣະເຈົ້າຢາເວ ແລະ ເພື່ອກີເດໂອນ!”21ຈາກນັ້ນ ພວກທີ່ຢືນປະຈໍາການຂອງໃຜລາວທີ່ຢູ່ອ້ອມຄ້າຍ, ຊາວມີດີອານທັງໝົດຈຶ່ງແລ່ນໜີໄປ ພ້ອມທັງສົ່ງສຽງຮ້ອງເມື່ອພວກເຂົາໜີໄປ.22ເມື່ອຄົນສາມຮ້ອຍຄົນນັ້ນກໍເປົ່າແກຂຶ້ນດັງ, ພຣະເຈົ້າຢາເວບັນດານໃຫ້ພວກມີດີອານຫັນມາຕໍ່ສູ້ກັນເອງ. ແລ້ວກອງທັບຊາວມີດີອານໜີໄປທີ່ເບັດຊິດຕາ ເຊິ່ງມຸ່ງໜ້າໄປເຊເຣຣາໄປຈົນເຖິງເຂດແດນຊາຍຂອງອາເບັນເມໂຮລາໃກ້ຕັບບັດ.23ຊາວອິດສະຣາເອນມາຈາກເນັບທາລີ, ອາເຊ ແລະ ມານາເຊທັງໝົດຖືກເອີ້ນໃຫ້ອອກມາ, ພວກເຂົາໄລ່ຕາມຊາວມີດີອານ24ກີເດໂອນໄດ້ສົ່ງຜູ້ນຳຂ່າວໄປບອກທົ່ວທັງເຂດເນີນພູແຫ່ງເອຟຣາອິມວ່າ, “ຈົ່ງລົງມາຕໍ່ສູ້ກັບຊາວມີດີອານ ແລະ ໃຫ້ຢຶດທ່ານໍ້າຂອງແມ່ນໍ້າຈໍແດນໄປຈົນເຖິງເບັດບາຣາກ່ອນພວກເຂົາ”.
ດັ່ງນັ້ນ ຄົນເອຟຣາອິມທັງໝົດຈຶ່ງຖືກເອີ້ນອອກມາ ແລະ ພວກເຂົາຢຶດທ່ານໍ້າຂອງແມ່ນ້ຳຈໍແດນໄປຈົນເຖິງເບັດບາຣາ.25ພວກເຂົາຍັງຈັບຜູ້ນຳຊາວມີດີອານສອງຄົນໄດ້ຄື ໂອເຣັບ ແລະ ເຊເອັບ. ພວກເຂົາໄດ້ຂ້າໂອເຣັບທີ່ໂງ່ນຫີນໂອເຣັບ ແລະ ຂ້າເຊເອັບຢູ່ທີ່ບ່ອນບີບໝາກອະງຸ່ນຂອງເຊເອັບ. ພວກເຂົາໄລ່ຕາມຊາວມີດີອານ ແລະ ໄດ້ນຳຫົວຂອງໂອເຣັບ ແລະ ເຊເອັບໄປໃຫ້ກີເດໂອນຢູ່ທີ່ແຄມແມ່ນ້ຳຈໍແດນ.
Biblica, Inc.