ພວກຜູ້ປົກຄອງ6
ກິເດໂອນ
1ຊາວອິດສະຣາເອນໄດ້ເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງອົງພຣະຜູ້ເປັນເຈົ້າ ແລະ ພຣະອົງມອບພວກເຂົາໄວ້ໃນມືຂອງຊາວມີດີອານເປັນເວລາເຈັດປີ.2ເພາະວ່າຊາວມີດີອານມີກຳລັງເຂັ້ມແຂງ ແລະ ໄດ້ກົດຂີ່ພວກເຂົາ ຈົນຊາວອິດສະຣາເອນຕ້ອງໄປຫາບ່ອນຫລົບລີ້ຢູ່ໃນຕາມຫລືບພູເຂົາ, ໃນຖ້ຳ ແລະ ບ່ອນປອດໄພຕ່າງໆ.3ເມື່ອໃດກໍຕາມທີ່ຊາວອິດສະຣາເອນປູກພືດຜົນ, ຊາວມີດີອານ, ຊາວອາມາເຫລັກ ແລະ ປະຊາຊົນອື່ນໆທີ່ຢູ່ທາງຕາເວັນອອກກໍມາບຸກລຸກປະເທດ.4ພວກເຂົາໄດ້ຕັ້ງຄ້າຍພັກຢູ່ໃນດິນແດນ ແລະ ທຳລາຍພືດຜົນຕະຫລອດທາງໄປເຖິງກາຊາ ແລະ ສິ່ງມີຊີວິດກໍບໍ່ຈັກຢ່າງໃຫ້ຊົນຊາດອິດສະຣາເອນບໍ່ວ່າ: ແກະ, ງົວ ແລະ ລໍ.5ພວກເຂົາໄດ້ເຂົ້າມາພ້ອມກັບຝູງສັດ ແລະ ຜ້າເຕັນ ຂອງພວກເຂົາເປັນເໝືອນດັ່ງຝູງຕັກແຕນ ທັງຄົນກັບອູດຂອງພວກເຂົາກໍຫລາຍຈົນນັບບໍ່ໄດ້; ພວກເຂົາໄດ້ບຸກລຸກເຂົ້າມາເພື່ອທຳລາຍລ້າງດິນແດນ.6ຊາວມີດີອານເຮັດໃຫ້ຊາວອິດສະຣາເອນທຸກຍາກລໍາບາກຈົນພວກເຂົາໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍ.7ເມື່ອຊາວອິດສະຣາເອນໄດ້ຮ້ອງຫາພຣະເຈົ້າຢາເວເພາະຊາວມີດີອານ8ພຣະອົງສົ່ງໃຊ້ຜູ້ທຳນວາຍຄົນໜຶ່ງມາບອກເຂົາວ່າ “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ເຮົາໄດ້ນຳພວກເຈົ້າອອກມາຈາກເອຢິບຄື: ອອກມາຈາກດິນແດນຂອງການເປັນຂ້າທາດ.9ເຮົາໄດ້ກອບກູ້ພວກເຈົ້າຈາກມືຂອງຊາວເອຢິບ. ແລະ ອອກຈາກມືຂອງພວກຜູ້ທີ່ກົດຂີ່ຂອງພວກເຈົ້າ; ເຮົາຂັບໄລ່ພວກເຂົາອອກໄປຕໍ່ໜ້າພວກເຈົ້າ ແລະ ມອບດິນແດນຂອງພວກເຂົາໃຫ້ພວກເຈົ້າ.10ເຮົາໄດ້ບອກພວກເຈົ້າແລ້ວວ່າ, ‘ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ຢ່າຂາບໄຫວ້ບັນດາພະຂອງຊາວອາໂມໃນດິນແດນທີ່ພວກເຈົ້າອາໄສຢູ່’. ແຕ່ພວກເຈົ້າກໍໄດ້ບໍ່ຟັງເຮົາ”.11ເທວະດາຂອງພຣະເຈົ້າຢາເວມາ ແລະ ນັ່ງຢູ່ກ້ອງຕົ້ນໂອກໃນໂອຟະຣາ ເຊິ່ງເປັນທີ່ດິນຂອງໂຢອາດ ຄົນຕະກຸນອາບີເອເຊ, ກີເດໂອນເປັນລູກຊາຍຂອງໂຢອາດກຳລັງຟາດເຂົ້າຢູ່ໃນບ່ອນທີ່ມີອ່າງຢຽບໝາກອະງຸ່ນ ເພື່ອບໍ່ໃຫ້ຊາວມີດີອານເຫັນ.12ເທວະດາຂອງພຣະເຈົ້າຢາເວໄດ້ປາກົດຕໍ່ກິເດໂອນ ແລະ ກ່າວວ່າ “ນັກຮົບຜູ້ຍິ່ງໃຫຍ່ ພຣະເຈົ້າຢາເວຢູ່ກັບເຈົ້າ”.13ກີເດໂອນຕອບວ່າ “ດ້ວຍຄວາມເຄົາລົບ ເຈົ້ານາຍຂອງຂ້ານ້ອຍ ແຕ່ຖ້າພຣະເຈົ້າຢາເວຢູ່ກັບພວກຂ້ານ້ອຍ, ເປັນຫຍັງເຫດການທັງໝົດນີ້ຈຶ່ງເກີດຂຶ້ນກັບພວກຂ້ານ້ອຍ? ການອັດສະຈັນຕ່າງທີ່ບັນພະບຸລຸດຂອງພວກຂ້ານ້ອຍເລົ່າໃຫ້ຟັງນັ້ນຢູ່ໃສ, ພວກເພິ່ນເວົ້າວ່າ ‘ພຣະເຈົ້າຢາເວໄດ້ນຳພາພວກເພິ່ນອອກມາຈາກເອຢິບບໍ່ແມ່ນບໍ?’ ແຕ່ບັດນີ້ພຣະເຈົ້າຢາເວໄດ້ປະຖິ້ມພວກຂ້ານ້ອຍ ແລະ ມອບພວກຂ້ານ້ອຍເຮົາໄວ້ໃນກໍາມືຂອງຊາວມີດີອານ”.14ພຣະເຈົ້າຢາເວກໍໄດ້ຫັນກັບມາຫາລາວ ແລະ ກ່າວວ່າ “ຈົ່ງໄປດ້ວຍກຳລັງທີ່ເຈົ້າມີຢູ່ ແລະ ຊ່ວຍອິດສະຣາເອນໃຫ້ພົ້ນຈາກມືຂອງຊາວມີດີອານ. ເຮົາໃຊ້ເຈົ້າໄປບໍ່ແມ່ນບໍ?”15ແຕ່ກີເດໂອນຕອບວ່າ, “ເຈົ້ານາຍຂອງຂ້ານ້ອຍ, ແຕ່ຂ້ານ້ອຍຈະໄປຊ່ວຍກູ້ອິດສະຣາເອນໄດ້ແນວໃດ? ຕະກຸນຂອງຂ້ານ້ອຍເປັນຕະກຸນທີ່ອ່ອນແອທີ່ສຸດໃນເຜົ່າມານາເຊ ແລະ ຂ້ານ້ອຍກໍເປັນຜູ້ເລັກນ້ອຍທີ່ສຸດໃນຄອບຄົວ”.16ພຣະເຈົ້າຢາເວຕອບລາວວ່າ “ເຮົາຈະຢູ່ກັບເຈົ້າ ແລະ ເຈົ້າຈະຂ້າຊາວມີດີອານທັງໝົດບໍ່ເຫລືອຈັກຄົນ”.17ກີເດໂອນຕອບວ່າ, “ບັດນີ້ ຖ້າພຣະອົງພໍໃຈໃນຕົວຂ້ານ້ອຍ, ຂໍໃຫ້ເຮັດໝາຍສຳຄັນໃຫ້ແກ່ຂ້ານ້ອຍ ເພື່ອສະແດງວ່າເປັນພຣະອົງແທ້ໆທີ່ກຳລັງກ່າວກັບຂ້ານ້ອຍ.18ຂໍຢ່າຟ້າວໜີໄປຈົນກວ່າຂ້ານ້ອຍຈະກັບມາ ແລະ ນຳເອົາເຄື່ອງບູຊາຂອງຂ້ານ້ອຍມາ ແລະ ຕັ້ງຕໍ່ໜ້າພຣະອົງ”.ແລະ ພຣະເຈົ້າຢາເວກ່າວວ່າ, “ເຮົາຈະລໍຖ້າຈົນເຈົ້າກັບມາ”.19ກີເດໂອນກັບເຂົ້າໄປຈັດແຈງລູກແບ້ໜຸ່ມໂຕໜຶ່ງ ແລະ ເອົາແປ້ງປະມານ 22 ລີດ ມາເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ. ເອົາຊີ້ນໃສ່ກະຕ່າ ແລະ ນ້ຳແກງໃສ່ໝໍ້ມານໍາເອົາສິ່ງເຫລົ່ານີ້ມາ ແລະ ຖວາຍແກ່ພຣະອົງທີ່ກ້ອງຕົ້ນໂອກ.20ເທວະດາຂອງພຣະເຈົ້າກ່າວກັບກີເດໂອນວ່າ, “ຈົ່ງເອົາຊີ້ນ ແລະ ເຂົ້າຈີ່ບໍ່ມີເຊື້ອແປ້ງວາງໄວ້ເທິງຫີນກ້ອນນີ້ ແລະ ຖອກນ້ຳແກງໃສ່”. ແລ້ວກີເດໂອນກໍປະຕິບັດຕາມ.21ຫລັງຈາກນັ້ນເທວະດາຂອງພຣະເຈົ້າຢາເວກໍເອົາໄມ້ຄ້ອນເທົ້າແຕະຕ້ອງຊີ້ນ ແລະ ເຂົ້າຈີ່ບໍ່ມີເຊື່ອແປ້ງນັ້ນ. ໄຟກໍລຸກຂຶ້ນຈາກກ້ອນຫີນໄໝ້ຊີ້ນ ແລະ ເຂົ້າຈີ່ຈົນໝົດ. ແລ້ວເທວະດາຂອງພຣະເຈົ້າຢາເວກໍຫາຍໄປ.22ເມື່ອກີເດໂອນຮູ້ໄດ້ວ່ານັ້ນແມ່ນເທວະດາຂອງພຣະເຈົ້າຢາເວ, ລາວຈຶ່ງຮ້ອງຂຶ້ນວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງອະທິປະໄຕ! ຂ້ານ້ອຍໄດ້ເຫັນເທວະດາຂອງພຣະເຈົ້າຢາເວໜ້າຕໍ່ໜ້າແລ້ວ!”23ແຕ່ພຣະເຈົ້າຢາເວກ່າວກັບກີເດໂອນວ່າ “ຈົ່ງມີສັນຕິສຸກ! ຢ່າຢ້ານເລີຍ. ເຈົ້າຈະບໍ່ຕາຍ”.24ດັ່ງນັ້ນ ກີເດໂອນຈຶ່ງສ້າງແທ່ນບູຊາຂຶ້ນຢູ່ທີ່ນັ້ນຖວາຍແກ່ພຣະເຈົ້າຢາເວ ແລະ ເອີ້ນບ່ອນນັ້ນວ່າ “ອົງພຣະຜູ້ເປັນເຈົ້າແຫ່ງສັນຕິສຸກ”. ແທ່ນບູຊານີ້ຍັງຕັ້ງຢູ່ໃນໂອຟະຣາ ເຊິ່ງເປັນທີ່ດິນຂອງຕະກຸນອາບີເອເຊຈົນເຖິງທຸກວັນນີ້.25ໃນຄືນນັ້ນ ພຣະເຈົ້າຢາເວກ່າວກັບກີເດໂອນວ່າ, “ຈົ່ງນຳເອົາງົວເຖິກຈາກຝູງສັດຂອງພໍ່ຂອງເຈົ້າມາສອງໂຕ, ງົວອີກໂຕໜຶ່ງມີອາຍຸເຈັດປີ. ຈົ່ງທຸບແທ່ນບູຊາພະບາອານຂອງພໍ່ ແລະ ຈົ່ງຕັດເສົາເຈົ້າແມ່ອາເຊຣາ ທີ່ຢູ່ຂ້າງໆລົງ.26ຈາກນັ້ນ ຈົ່ງສ້າງແທ່ນບູຊາທີ່ເໝາະສົມ ສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າຂຶ້ນທີ່ເທິງຈອມໂພນນີ້. ຈົ່ງນໍາໃຊ້ເສົານັ້ນຂອງເຈົ້າແມ່ອາເຊຣາທີ່ເຈົ້າໄດ້ຕັດລົງ ເປັນຟືນເຜົາງົວເຖິງໂຕທີສອງ ເປັນເຄື່ອງເຜົາບູຊາ”.27ກີເດໂອນຈຶ່ງເອົາຄົນຮັບໃຊ້ຂອງລາວສິບຄົນມານໍາ ແລະ ເຮັດຕາມພຣະເຈົ້າຢາເວໄດ້ບອກລາວ. ແຕ່ຍ້ອນລາວຢ້ານສະມາຊິກໃນຄອບຄົວ ແລະ ຊາວເມືອງນັ້ນ, ລາວບໍ່ເຮັດໃນຕອນກາງເວັນ ຈຶ່ງເຮັດໃນເວລາກາງຄືນ.28ຕອນເຊົ້າຂອງມື້ຕໍ່ມາ ເມື່ອປະຊາຊົນຕື່ນຂຶ້ນ ກໍພົບວ່າແທ່ນບູຊາພະບາອານໄດ້ຖືກທຳລາຍ ພ້ອມທັງເສົາເຈົ້າແມ່ອາເຊຣາກໍຖືກຕັດລົງຢູ່ຂ້າງ ແລະ ມີງົວເຖິງໂຕທີສອງເຜົາບູຊາເທິງແທ່ນບູຊາທີ່ຫາກໍ່ສ້າງຂຶ້ນມາໃໝ່ນັ້ນ!29ພວກເຂົາຈຶ່ງຖາມກັນວ່າ, “ຜູ້ໃດເຮັດສິ່ງນີ້?”
ເມື່ອພວກເຂົາສືບຫາຢ່າງຖີ່ຖ້ວນ ພວກເຂົາຈຶ່ງຮູ້ວ່າ “ແມ່ນກີເດໂອນລູກຊາຍຂອງໂຢອາດເປັນຄົນເຮັດ”.30ປະຊາຊົນໃນເມືອງນັ້ນຮຽກຮ້ອງຕໍ່ໂຢອາດວ່າ, “ເອົາລູກຊາຍຂອງເຈົ້າອອກມາ. ລາວຈະຕ້ອງຕາຍ, ເພາະລາວໄດ້ທັບແທ່ນບູຊາຂອງພະບາອານລົງ ແລະ ໄດ້ຕັດເສົາຂອງເຈົ້າແມ່ອາເຊຣາຢູ່ຂ້າງນັ້ນລົງ”.31ແຕ່ໂຢອາດຕອບຝູງຊົນທີ່ກຳລັງລ້ອມລາວວ່າ, “ພວກເຈົ້າຈະແກ້ແທນພະບາອານຊັ້ນບໍ? ພວກເຈົ້າກໍາລັງພະຍາຍາມຊ່ວຍພະນັ້ນບໍ? ຜູ້ໃດກໍຕາມທີ່ຕໍ່ສູ້ພະບາອານເພື່ອຈະຕ້ອງຖືກຂ້າຕາຍພາຍໃນເຊົ້າມື້ນີ້! ຖ້າບາອານເປັນພະຕົນໜຶ່ງແທ້, ໃຫ້ລາວປົກປ້ອງຕົນເອງ ເມື່ອມີຄົນມາທັບແທ່ນບູຊາຂອງລາວລົງ”.32ດັ່ງນັ້ນ ແຕ່ນັ້ນມາ ພວກເຂົາຈຶ່ງເອີ້ນກີເດໂອນວ່າ ເຢຣຸບບາອານ ຍ້ອນກີເດໂອນໄດ້ທັບແທ່ນບູຊາຂອງພະບາອານລົງ, ເພາະໂຢອາດກ່າວວ່າ, “ໃຫ້ພະບາອານຕໍ່ສູ້ກັບລາວ”.33ຈາກນັ້ນ ພວກຊາວມີດີອານ, ຊາວອາມາເຫລັກ ແລະ ຊົນຊາດອື່ນໆທາງຕາເວັນອອກ ລວມກຳລັງກັນ ແລະ ໄດ້ຂ້າມແມ່ນ້ຳຈໍແດນມາຕັ້ງຄ້າຍຢູ່ທີ່ຮ່ອມພູຢິດຊະເຣນ.34ແລ້ວພຣະວິນຍານຂອງພຣະເຈົ້າຢາເວລົງມາເໜືອກີເດໂອນ, ແລ້ວລາວກໍເປົ່າແກເອີ້ນເອົາຊາວອາບີເອເຊໃຫ້ຕິດຕາມລາວໄປ.35ລາວຍັງສົ່ງຜູ້ນຳຂ່າວໄປທົ່ວເຂດມານາເຊ, ອາເຊ, ເຊບູໂລນ ແລະ ເນັບທາລີອີກດ້ວຍ, ເພື່ອເອີ້ນພວກເຂົາໃຫ້ຮວບຮວມກຳລັງ ແລະ ພວກເຂົາກໍຕອບຮັບ, ດັ່ງນັ້ນ ພວກເຂົາກໍຂຶ້ນໄປພົບພວກຕົນ.36ກີເດໂອນໄດ້ກ່າວຕໍ່ພຣະເຈົ້າວ່າ, “ຖ້າພຣະອົງຈະໃຊ້ຂ້ານ້ອຍຊ່ວຍອິດສະຣາເອນແທ້ໆຕາມທີ່ພຣະອົງໄດ້ສັນຍາໄວ້37ເບິ່ງແມ, ຂ້ານ້ອຍຈະວາງຂົນແກະໄວ້ເທິງບ່ອນຟາດເຂົ້າ ຖ້ານໍ້າໝອກຕົກໃຫ້ຖືກແຕ່ຂົນແກະ ແລະ ໃຫ້ພື້ນດິນທັງໝົດແຫ້ງ, ແລ້ວຂ້ານ້ອຍກໍຈະຮູ້ໄດ້ວ່າ ພຣະອົງຈະຊ່ວຍອິດສະຣາເອນດ້ວຍມືຂອງຂ້ານ້ອຍຕາມທີ່ພຣະອົງໄດ້ກ່າວໄວ້”.38ແລ້ວກໍເປັນໄປຢ່າງນັ້ນ ມື້ຕໍ່ມາເມື່ອກີເດໂອນຕື່ນແຕ່ເຊົ້າ; ລາວກໍປັ້ນຂົນແກະ ແລະ ປັ້ນຂົນແກະໄດ້ນໍ້າຈົນເຕັມຊາມ.39ແລ້ວກີເດໂອນກໍກ່າວຕໍ່ພຣະເຈົ້າວ່າ, “ຂໍຢ່າໂກດຮ້າຍຕໍ່ຂ້ານ້ອຍເລີຍ. ຂ້ານ້ອຍຂໍອີກເທື່ອໜຶ່ງເທົ່ານັ້ນ. ຂໍໃຫ້ຂ້ານ້ອຍໄດ້ທົດສອບກັບຂົນແກະອີກເທື່ອໜຶ່ງ, ແຕ່ເທື່ອນີ້ຂໍເຮັດໃຫ້ຂົນແກະແຫ້ງ ແລະ ເຮັດໃຫ້ນ້ຳໝອກຕົກໃສ່ພື້ນດິນ”.40ໃນຄືນນັ້ນພຣະເຈົ້າເຮັດຕາມທີ່ລາວໄດ້ຂໍ ຂົນແກະແຫ້ງ; ແຕ່ພື້ນດິນປຽກໄປດ້ວຍນ້ຳໝອກ.
Biblica, Inc.